ເວົ້າເຖິງການຮັກສາສຸຂະພາບ ແລະການພັດທະນາເດັກນ້ອຍໃນແຕ່ລະຄອບຄົວຫຼາຍຄົນກໍຈະຫັນໜ້າໄປຫາແມ່ຍິງຊຶ່ງເປັນແມ່ເຮືອນຫຼືແມ່ເດັກນ້ອຍໃນທັນທີໂລດ ແລະຖ້າເປັນແບບນັ້ນແທ້ກໍ່ຈະຖືວ່າເມ່ນເລື້ອງທີ່ບໍ່ຖືກຕ້ອງເໝາະສົມເສຍແລ້ວ.
ໂລກສູ່ມື້ນີ້ໄດ້ໄຂປ່ອງເປີດແປວໃຫ້ແມ່ຍິງມີອາຊີບມີວຽກເຮັດງານທຳມີຄວາມຮັບຜິດຊອບຕໍ່ສັງຄົມກ້ວາງຂວາງກວ່າເກົ່ານອກເໜືອໄປຈາກພາລະແບກຫາບໃນຄອບຄົວດັ່ງທີ່ເຄີຍມີມາ.ບໍ່ວ່າຈະເປັນວຽກງານກະສິກຳ ແລະຫັດຖະກຳຜູ້ຍິງຕ້ອງໄດ້ເຮັດນາ, ເຮັດໄຮ່, ລ້ຽງສັດ, ຕ່ຳຫູກ, ສາວໄໝ, ເຂັນຝ້າຍ, ຈັກສານຕະຫຼອດຈົນນຳເອົາຜົນຜະລິດໄປຂາຍໃນທ້ອງຕະຫຼາດ. ໃນໂຮງງານອຸດສາຫະກຳວຽກງານສຳລັບຜູ້ຍິງກໍທະວີຄູນຂຶ້ນຢ່າງວ່ອງໄວ.ແມ່ຍິງບໍ່ພຽງແຕ່ຕ້ອງດິນຮົນຫາວຽກເຮັດງານທຳເພື່ອຊ່ວຍຜົວໃນການລ້ຽງຊີບຫາກຍັງແບກຫາບພາລະໃນເຮືອນຕັກນ້ຳຫາຟືນໜຶ່ງເຂົ້າເປົ່າໄຟແຕ່ງຢູ່ຄົວກິນ, ຊັກເຄື່ອງທຳຄວາມສະອາດເຮືອນຊານກາງບ້ານ ແລະປະຕິບັດໜ້າທີ່ດູແລສຸກທຸກຂອງສະມາຊິກໃນຄອບຄົວທຸກຄົນອີກດ້ວຍ.
ວຽກງານໜັກໜາຫຼວງຫຼາຍພາຍມາກທີ່ເຫຼືອບ່າກວ່າແຮງເກີນກວ່າແມ່ຍິງຈະຮັບຜິດຊອບຜູ້ດຽວກໍຄືການປົກປັກຮັກສາຊີວິດ, ການດູແລສຸຂະພາບ, ການລ້ຽງດູ, ເຕີບໃຫຍ່ ແລະອົບຮົມສັງສອນລູກ.
ເຖີງເວລາແລ້ວທີ່ຜູ້ຊາຍທຸກໆຄົນຕ້ອງຄຳນຶງເຖິງບັນຫາທີ່ຖືກມອງຂ້າມນີ້ແລ້ວຫັນມາຮ່ວມໄມຮ່ວມມືກັບຜູ້ຍີງເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດຊາດທັງນີ້ກໍເພາະວ່າຄຸນຄ່າຂອງເດັກບໍ່ໄດ້ຢູ່ສະເພາະນຳແຕ່ການເປັນຜູ້ສືບທອດເຜົ່າພັນ ແລະການເປັນຊັບພະຍາກອນມະນຸດອັນມີຄ່າໃນອະນາຄົດເທົ່ານັ້ນ ແຕ່ຍັງເປັນພະລັງແລະອົງປະກອບສຳຄັນຂອງຄອບຄົວ ແລະສັງຄົມຕື່ມອີກ.
ຜູ່ຍິງລາວຍຸກນີ້ມີສິດເທົ່າທຽມເພດຊາຍ ມີຄວາມສາມາດແລະມີການສຶກສາສູງກວ່າ
ຫູາຍຄອບຄົວຜູ່ຍິງກາຍເປັນ The Boss of the House.
Anonymous wrote:ຜູ່ຍິງລາວຍຸກນີ້ມີສິດເທົ່າທຽມເພດຊາຍ ມີຄວາມສາມາດແລະມີການສຶກສາສູງກວ່າຫູາຍຄອບຄົວຜູ່ຍິງກາຍເປັນ The Boss of the House.
Right ! ເຕືອນສະຕິກັນ ມັນກະເປັນການດີ, ເພື່ອກັນລືມ ກັນຫຼົງ. ແຕ່ຄັນສິເວົ້າໄປແທ້ໆແລ້ວ ແມ່ຍິງທຸກມື້ນີ້ ໂດຍທົ່ວໄປແລ້ວແມ່ນບໍ່ໄດ້ເປັນໝູສະໜາມ ຕ້ອງມາໜືຶ້ງເຂົ້າເປົ່າໄຟ
ເອົາຫຼົວເອົາຟືນ ເຮັດໄຮ່ໃສ່ນາເໝຶອນແຕ່ກ່ອນ, ແມ່ນຍັງມີຢູ່ກະແມ່ນພໍ່ເຮືອນນີ້ລະເປັນຜູ້ຮັບວຽກໜັກຕ່າງໆນັ້ນ...ສອງມືຕົບກັນມັນຈຶ່ງດັງ ບໍ່ແມ່ນວ່າເປັນພໍ່ໄປກິນແຕ່ເຫຼົ້າ, ມາເຮືອນ
ດ່າລູກເມັຽ ວຽກບໍ່ເຮັດ...ເລື່ອງກິນເຂົາກະກິນ ແຕ່ວຽກມັນກະຕ້ອງເປັນວຽກ. ແມ່ຍິງເຂົາກະບໍ່ແມ່ນສິໂງ່ງ່າວຮັບໃຊ້ເຈົ້າຜູ້ເປັນຜົວຂີ້ຄ້ານຕະຫຼອດໄປເດີ ເຂົາເບື່ອເຈົ້າເຂົາເຕະເຂົ້າໜີຕົ່ວ !
ແຕ່ແນວໃດກະດີ ແມ່ຍິງແມ່ນຈະເປັນເພດອ່ອນແອ ຮ່າງນ້ອຍກວ່າຜູ້ຊາຍ ແຕ່ທຳມະຊາດຫຼືພະຜູ້ເປັນເຈົ້າໄດ້ສ້າງຮູບຮ່າງ ແລະໂຄງສ້າງແບບນັ້ນ ໃຫ້ມີຄວາມແຂງແກ່ນ, ສາມາດຮັບ
ນ້ຳໜັກຂອງລູກຢູ່ໃນທ້ອງ ແລະຫຼັງເກີດຈາກນັ້ນຍັງເອົາເລືອດທີ່ມີໜ້ອຍຢູ່ແລ້ວໄປເປັນນ້ຳນົມລ້ຽງລູກອີກ..ນອກນັ້ນແມ່ຍິງຍັງມີຄວາມມານະຫຼາຍກວ່າຜູ້ຊາຍເກືອບສອງທົບ,
ມີຫຼາຍແນວຜູ້ຊາຍເຮແມ່ັດບໍ່ໄດ້ ແຕ່ແມ່ຍິງ ເຮັດໄດ້ດີອີກ ! ຊົມເຊີຍ ແມ່ຍິງ ຜູ້ເປັນແມ່ແລ້ວ ແລະຜູ້ຈະເປັນແມ່ໃນອະນາຄົດ !
ສັງຄົມຍີ່ປຸ່ນຍັງໃຫ້ແມ່ອອກການ ຢູ່ເຮືອນລ້ຽງລູກຢູ່ໃດ
ແມ່ເລີຍມີເວລາກັບລູກຫລາຍ ເລີຍລ້ຽງດີ
ເດັກຍີ່ປຸ່ນກະ ຮຽນດີ
ແຕ່ວ່າເງິນເດືອນຜູ້ຊາຍເຂົາກະໃຫ້ພຽງພໍ ກັບທີ່ຈະຈ່າຍພາຍໃນເຮືອນໄດ້
Anonymous wrote: ເວົ້າເຖິງການຮັກສາສຸຂະພາບ ແລະການພັດທະນາເດັກນ້ອຍໃນແຕ່ລະຄອບຄົວຫຼາຍຄົນກໍຈະຫັນໜ້າໄປຫາແມ່ຍິງຊຶ່ງເປັນແມ່ເຮືອນຫຼືແມ່ເດັກນ້ອຍໃນທັນທີໂລດ ແລະຖ້າເປັນແບບນັ້ນແທ້ກໍ່ຈະຖືວ່າເມ່ນເລື້ອງທີ່ບໍ່ຖືກຕ້ອງເໝາະສົມເສຍແລ້ວ. ໂລກສູ່ມື້ນີ້ໄດ້ໄຂປ່ອງເປີດແປວໃຫ້ແມ່ຍິງມີອາຊີບມີວຽກເຮັດງານທຳມີຄວາມຮັບຜິດຊອບຕໍ່ສັງຄົມກ້ວາງຂວາງກວ່າເກົ່ານອກເໜືອໄປຈາກພາລະແບກຫາບໃນຄອບຄົວດັ່ງທີ່ເຄີຍມີມາ.ບໍ່ວ່າຈະເປັນວຽກງານກະສິກຳ ແລະຫັດຖະກຳຜູ້ຍິງຕ້ອງໄດ້ເຮັດນາ, ເຮັດໄຮ່, ລ້ຽງສັດ, ຕ່ຳຫູກ, ສາວໄໝ, ເຂັນຝ້າຍ, ຈັກສານຕະຫຼອດຈົນນຳເອົາຜົນຜະລິດໄປຂາຍໃນທ້ອງຕະຫຼາດ. ໃນໂຮງງານອຸດສາຫະກຳວຽກງານສຳລັບຜູ້ຍິງກໍທະວີຄູນຂຶ້ນຢ່າງວ່ອງໄວ.ແມ່ຍິງບໍ່ພຽງແຕ່ຕ້ອງດິນຮົນຫາວຽກເຮັດງານທຳເພື່ອຊ່ວຍຜົວໃນການລ້ຽງຊີບຫາກຍັງແບກຫາບພາລະໃນເຮືອນຕັກນ້ຳຫາຟືນໜຶ່ງເຂົ້າເປົ່າໄຟແຕ່ງຢູ່ຄົວກິນ, ຊັກເຄື່ອງທຳຄວາມສະອາດເຮືອນຊານກາງບ້ານ ແລະປະຕິບັດໜ້າທີ່ດູແລສຸກທຸກຂອງສະມາຊິກໃນຄອບຄົວທຸກຄົນອີກດ້ວຍ.ວຽກງານໜັກໜາຫຼວງຫຼາຍພາຍມາກທີ່ເຫຼືອບ່າກວ່າແຮງເກີນກວ່າແມ່ຍິງຈະຮັບຜິດຊອບຜູ້ດຽວກໍຄືການປົກປັກຮັກສາຊີວິດ, ການດູແລສຸຂະພາບ, ການລ້ຽງດູ, ເຕີບໃຫຍ່ ແລະອົບຮົມສັງສອນລູກ. ເຖີງເວລາແລ້ວທີ່ຜູ້ຊາຍທຸກໆຄົນຕ້ອງຄຳນຶງເຖິງບັນຫາທີ່ຖືກມອງຂ້າມນີ້ແລ້ວຫັນມາຮ່ວມໄມຮ່ວມມືກັບຜູ້ຍີງເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດຊາດທັງນີ້ກໍເພາະວ່າຄຸນຄ່າຂອງເດັກບໍ່ໄດ້ຢູ່ສະເພາະນຳແຕ່ການເປັນຜູ້ສືບທອດເຜົ່າພັນ ແລະການເປັນຊັບພະຍາກອນມະນຸດອັນມີຄ່າໃນອະນາຄົດເທົ່ານັ້ນ ແຕ່ຍັງເປັນພະລັງແລະອົງປະກອບສຳຄັນຂອງຄອບຄົວ ແລະສັງຄົມຕື່ມອີກ.
Our country LAOS still got a long long way to go at this point...
Anonymous wrote:Anonymous wrote: ເວົ້າເຖິງການຮັກສາສຸຂະພາບ ແລະການພັດທະນາເດັກນ້ອຍໃນແຕ່ລະຄອບຄົວຫຼາຍຄົນກໍຈະຫັນໜ້າໄປຫາແມ່ຍິງຊຶ່ງເປັນແມ່ເຮືອນຫຼືແມ່ເດັກນ້ອຍໃນທັນທີໂລດ ແລະຖ້າເປັນແບບນັ້ນແທ້ກໍ່ຈະຖືວ່າເມ່ນເລື້ອງທີ່ບໍ່ຖືກຕ້ອງເໝາະສົມເສຍແລ້ວ. ໂລກສູ່ມື້ນີ້ໄດ້ໄຂປ່ອງເປີດແປວໃຫ້ແມ່ຍິງມີອາຊີບມີວຽກເຮັດງານທຳມີຄວາມຮັບຜິດຊອບຕໍ່ສັງຄົມກ້ວາງຂວາງກວ່າເກົ່ານອກເໜືອໄປຈາກພາລະແບກຫາບໃນຄອບຄົວດັ່ງທີ່ເຄີຍມີມາ.ບໍ່ວ່າຈະເປັນວຽກງານກະສິກຳ ແລະຫັດຖະກຳຜູ້ຍິງຕ້ອງໄດ້ເຮັດນາ, ເຮັດໄຮ່, ລ້ຽງສັດ, ຕ່ຳຫູກ, ສາວໄໝ, ເຂັນຝ້າຍ, ຈັກສານຕະຫຼອດຈົນນຳເອົາຜົນຜະລິດໄປຂາຍໃນທ້ອງຕະຫຼາດ. ໃນໂຮງງານອຸດສາຫະກຳວຽກງານສຳລັບຜູ້ຍິງກໍທະວີຄູນຂຶ້ນຢ່າງວ່ອງໄວ.ແມ່ຍິງບໍ່ພຽງແຕ່ຕ້ອງດິນຮົນຫາວຽກເຮັດງານທຳເພື່ອຊ່ວຍຜົວໃນການລ້ຽງຊີບຫາກຍັງແບກຫາບພາລະໃນເຮືອນຕັກນ້ຳຫາຟືນໜຶ່ງເຂົ້າເປົ່າໄຟແຕ່ງຢູ່ຄົວກິນ, ຊັກເຄື່ອງທຳຄວາມສະອາດເຮືອນຊານກາງບ້ານ ແລະປະຕິບັດໜ້າທີ່ດູແລສຸກທຸກຂອງສະມາຊິກໃນຄອບຄົວທຸກຄົນອີກດ້ວຍ.ວຽກງານໜັກໜາຫຼວງຫຼາຍພາຍມາກທີ່ເຫຼືອບ່າກວ່າແຮງເກີນກວ່າແມ່ຍິງຈະຮັບຜິດຊອບຜູ້ດຽວກໍຄືການປົກປັກຮັກສາຊີວິດ, ການດູແລສຸຂະພາບ, ການລ້ຽງດູ, ເຕີບໃຫຍ່ ແລະອົບຮົມສັງສອນລູກ. ເຖີງເວລາແລ້ວທີ່ຜູ້ຊາຍທຸກໆຄົນຕ້ອງຄຳນຶງເຖິງບັນຫາທີ່ຖືກມອງຂ້າມນີ້ແລ້ວຫັນມາຮ່ວມໄມຮ່ວມມືກັບຜູ້ຍີງເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດຊາດທັງນີ້ກໍເພາະວ່າຄຸນຄ່າຂອງເດັກບໍ່ໄດ້ຢູ່ສະເພາະນຳແຕ່ການເປັນຜູ້ສືບທອດເຜົ່າພັນ ແລະການເປັນຊັບພະຍາກອນມະນຸດອັນມີຄ່າໃນອະນາຄົດເທົ່ານັ້ນ ແຕ່ຍັງເປັນພະລັງແລະອົງປະກອບສຳຄັນຂອງຄອບຄົວ ແລະສັງຄົມຕື່ມອີກ. Our country LAOS still got a long long way to go at this point...
ແມ່ນຫວະ ? ແຕ່ຢູ່ບ້ານຂ້ອຍ ຄອບຄົວີ່ມີຄວາມຜາສຸກ ມີຄວາມຮັບຜິດຊອບການເປັນຢູ່ຊອງພໍ່ເຮືອນ ແມ່ເຮືອນ ແມ່ນຢູ່ໃນລະດັບສູງບໍ່ຕ່ຳກວ່າ 46 % ພຸ້ໄດລະ ! ແມ່ນຈະຈົນ ແຕ່ພວກເຂົາກໍພະຍາຍາມ ສ້າງຄວາມອົບອຸ່ນໃຫ້ລູກໆເຂົາ ພາໄປ ຮຮ ທຸກວັນ, ມີເຂົ້າ-ມີປາກິນທຸກມື້ , ຊ່ຳນີ້, ຂ້ອຍກະວ່າມັນດີຫຼາຍແລ້ວ ຖ້າຈະອີງໃສ່ສະພາບຂອງມາດຖານຂອງຄົນລາວໂດຍທົ່ວໄປ ບໍປທຽບໃສ່ພວກ ຮາຍໂຊເພິ່ນແລ້ວ ເພາະ ມັນຕົນລະເລື່ອງກັນ !