Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນໄປໄດ້ບໍ່ Crimea spring ືຄ Arub spring
ຊະນະໄພ

Date:
ເປັນໄປໄດ້ບໍ່ Crimea spring ືຄ Arub spring

ຕັ້ງຫົວຂໍ້ສົນທະນາພາເພີນ ການທີ່ຣັດເຊຍໄດ້ຮວມເອົາດີນແດນໄຄຣເມຍເຂົ້າເປັນສ່ວນນຶ່ງຂອງປະເທດ ມັນເປັນໄດ້ທັງຂໍ້ດີ ແລະຂໍ້ເສຍ ແຕ່ວ່າສິ່ງສຳຄັນການກະທຳຄັ້ງນີ້ຖືວ່າເປັນປະຫັວດສາດໜ້າໃໝ່ຂອງໂລກ ສະນັ້ນ ຖ້າເຫດການນີ້ຈົບລົງ ແລະຣັດເຊຍ ຊະນະ ຂ້າພະເຈົ້າຄິດວ່າຍັງມີອີກຫລາຍລັດປົກຄອງຕົນເອງ ແລະຫລາຍປະເທດຈະຮຽນແບບ ແລະຈະມີປະເທດເກີດໃໝ່ ຫຼື ປ່ຽນແປງແຜນທີ່ປະເທດໃໝ່ຢ່າງຫລວງຫລາຍ ໃນນັ້ນລັດປົກຄອງຕົນເອງຕົ້ນໆທີ່ເລີ້ມມີການຄື່ນໄຫວໃຫ້ເຫັນແດ່ແລ້ວມີຄື: ເກເບັກ ຂອງ ການາດາ; ສະກັອດແລນ, ຟັອກແລນ ຂອງ ອັງກິດ; ຮາວາຍ ຂອງ ສະຫະລັດອາເມລິກາ; ສ່ວນໃກ້ໆລາວອາດຈະມີ ລັດສານ, ລັດຄະຊິນ ຂອງ ມຽນມາ; ຊິນຈຽງ, ຕີເບດ, ໄຕ້ຫັວນ ຂອງຈີນ ແລະອື່ນໆ ສົງຄາມໂລກຄັ້ງທີ່ສາມໃກ້ແລ້ວບໍ່ນໍ

ຂໍໂທດນີ້ແມ່ນຄວາມຄິດສ່ວນໂຕເດີ

__________________
Anonymous

Date:

ຈະເປັນໄປໄດ້ບໍທີ່ລາວ ວຽດນາມ ແລະຂະເມນຈະກາຍເປັນປະເທດນຶ່ງ?

__________________
Anonymous

Date:

Anonymous wrote:

ຈະເປັນໄປໄດ້ບໍທີ່ລາວ ວຽດນາມ ແລະຂະເມນຈະກາຍເປັນປະເທດນຶ່ງ?

 ມັນເຄີຍເປັນມາແລ້ວໃນສະໄໝຝລັ່ງປົກຄອງ ມີເງິນສະກຸນດຽວກັນ ຊຶ່ງຄົນລາວເອີ້ນກັນວ່າເງິນກີບຫົວໜາມ ເປັນເງິນຫຼຽນເຮັດດ້ວຍເງິນສົດທີ່ຝລັ່ງເອີ້ນວ່າເງິນ

Piastre ຕໍ່ມາກໍປ່ຽນເປັນເງິນເຈັ້ຽ ທີ່ຊາວບ້ານນອກເອີ້ນວ່າເງິນໃບຕອງກຸງ ເພາະມັນໃບໃຫຍ່ ບາງຄົນເອີ້ນວ່າເງິນສາມນາງ ເພາະ ມີຮູບສາມນາງ

ມີຮູບສາວຫວຽດນາມ, ສາວກຳປູເຈັັຽ ແລະສາວລາວ  ທັງສາມສາວທີ່ມີຮູບຮ່າງ ໜ້າຕາສວຍງາມ ແມ່ນເປັນຕົວແທນໃຫ້ສາມປະເທດອິນດູຈີນຝລັງເສດ 

ທີ່ປະເທດລາວເອີ້ນວ່າເງີນກີບ, ປະເທດຂະເໝນ ເອີ້ນວ່າເງິນ ຣຽລ  Rial ແລະປະເທດອານາມ ຫຼືຫວຽດນາມ ເອີ້ນວ່າ ດົງ Dong ໂດຍມີອົກສອນຂອງທັງສີ່

ປະເທດຢັ້ງຢືນມູນຄ່າຂອງໃບເງິນທີ່ສາມາດນຳໃຊ້ໄດ້ໂດຍຖືກຕ້ອງຕາມກົດໝາຍໃນທັງສາມປະເທດ...ເມືອ່ທັງສາມປະເທດໄດ້ຮັບເອກະລາດຈາກເປັນອານານິຄົມແລ້ວ

ທັງສາມປະເທດຕ່າງກໍມີທະນາບັດເປັນຂອງຕົນເອງ ເລື່ອງວ່າຈະເປັນປະເທດດຽວມັນຄົງຍາກແສນເຂັນ ເພາະ ໃຜກໍມີເອກະລາດ, ມີວັດທະນະທຳ ແລະພາສາຂອງ

ໃຜລາວ, ຈະບໍ່ມີໃຜສິໄປລົບກຽດຕົນເອງເຖິງຂັ້ນຖິ້ມພາສາແລະວັດທະນະທຳຂອງບັນພະບຸລຸດໄດ້...ຝລັ່ງກໍເຄີຍພະຍາຍາມແລ້ວ ແຕ່ບໍ່ປະສົບຜົນສຳເລັດ

ສຳລັບພາສາແມ່ນເຮັດສຳເລັດແຕ່ຫວຽດນາມ ເພາະຫວຽດນາມບໍ່ມີພາສາຂຽນເປັນຂອງຕົນເອງ ແລະໃຊ້ອັກສອນຈີນເປັນພາສາທາງການ ແລະເພື່ອລົບ

ລ້າງຄວາມບົກຜ່ອງນີ້ ປະເທດອານາມຈຶ່ງຮັບອັກສອນແບບລາຕີນທີ່ສ້າງຂຶ້ນໂດຍນັກບວດຝລັ່ງມາເປັນພາສາທາງການຂອງຕົນເອງຮອດປັດຈຸບັນນີ້...

ເພື່ອໃຫ້ງ່າຍໃນການປົກຄອງຝລັ່ງກໍສະເໜີແບບພາສາທີ່ເປັນອັກສອນລາຕິນໃຫ້ກົບປະເທດລາວແລະຂະເໝນ, ແຕ່ທັງສອງປະເທດບໍ່ຍອມຮັບ ເພາະມີພາສາ

ຂອງຕົນເອງແລ້ວ...

ຜິດພາດປະການໃດ ກໍຂໍອະໄພດ້ວຍ !

__________________
Anonymous

Date:

ອາຊຽນນຶ່ງດຽວແລວ້ເດ

 ແຕ່ບາງປະເທດ ພາຍໃນຂັດແຍ່ງ

               ຈັກແນວໃດ

__________________
Anonymous

Date:

GenghisKhanFeatureDec8_large.jpg

ທຸກສິງທຸກຢ່າງເປັນໄປໃດ້ເບີງແຕ່ກຽງຄິສະຄານ Genghis Kan

ເປັນຕົວຢ່າງ. ປູຕີນ ຈະກູເອົາ ເອກກະຣາຊ ປະເທດຕ່າງ ທີເຄີຍເປັນ

ຫົວເມືອງຂື້ນ ຂອງໂຊຫວຽວຄືນ.

41d4a72683bdda904b09.jpeg

ປູຕີນ ບໍ່ຢາກໃຫ້ ຢູເຄຣັງ Ukraine ຮ່ວມເປັນ ສາມາສິກ ກັບຢູຣົບປິນຢູນຽນ Europen Union

ແລະໃຊ້ເງີນຢູໂຣ  Euro ກັບຢູຣົບປິນຢູນຽນ Europen Union

eur%C3%B3-deviza.jpg

images?q=tbn:ANd9GcRRG5LDaz1KEEB1yfK1ibIpIJo17F5_miMXOF9r-4LqbPJ8sO4q

__________________
Anonymous

Date:

ການທີ່ມີຄົນລາວບາງກຸ່ມ ຫຼື ບາງພັກການເມືອງທີ່ເຫັນຄົນລ້ານນາ ແລະ ອິສານປະກາດ ສະມັດຊາປົກປ້ອງປະຊາທິປະໄຕ

ລ້ານນາ ກໍ່ຄືອິສານ (ສປປລ້ານນາ,ສປປອິສານ) ແລະ ສ່ວນອື່ນໆຂອງໄທຢ່າງເປັນຂະບວນຟົດຟື້ນນັ້ນ.

ພວກລາວ ສປປ.ລາວ ກະພາກັນຕົບມືຜື່ຜ້າ ວ່າພວກເຊື້ອຊາດລາຍລ່ອງລາວເລົ່ານີ້ເຫັນດີນຳລະບົບ ສາທາລະນະລັດ

ປະຊາທິປະໄຕປະຊາຊົນໂດຽບໍ່ທັນໄດ້ພິຈາລະນາຈຸປະສົງຄວາມໝາຍໃນຕົວອັກສອນຫຍໍ້ເລີຍ.

ເບິ່ງແລ້ວກະຄືຝັນກາງເວັນຍາມແດດເດືອນຫ້າແທ້ໆ.ຄົນເໜືອລ້ານນາ,ຄົນອິສານເຂົາຢາກມີປະຊາທິປະໄຕແທ້.

ບໍ່ແມ່ນຈະມານຳກົ້ນຜູ້ສະຫຼາດສ່ອງໃສ(ຍ້ອງຕົວໂອງ)ໂດຽປະຊາຊົນບໍ່ມີສິດສະເນີຄວາມຄິດເຫັນຫັຽງ.

ອີກຢ່າງນຶ່ງການທີ່ສປປ.ລາວ ຂັບໄລ່ປະຊາຊົນຕົນເອງອອກນອກປະເທດເປັນອົບພະຍົກບໍ່ວ່າທາງກົງ ຫຼື ທາງອ້ອມ

ນັ້ນຄືຂີດໝາຍການບໍ່ຮັກເຊື້ອແພງຊາດດີໆນັ້ນເອງ.ແນວໃດຄົນອິສານ,ຄົນລ້ານນາເຂົາມີສາຍຕາ ແລະ ປັນຍາ

ດີພໍທີ່ຈະຕີລາຄາສະພາບການໄດ້.

ຢ່າເຂົ້າໃຈຜິດ ຄົນອິສານກັບຄົນລ້ານນາ ພ້ອມດ້ວຍຄົນໄທ

ສ່ວນຫລາຍ ທົວປະເທດໄທ ຕ້ອງການໃຫ້ ປະເທດໄທ ປົກຄອງ

ໂດຍລະບອບ ປະຊາທິປະໃຕ ຊືງຣັດຖະບານ ຕ້ອງແມ່ນ ປະຊາຊົນ

ເປັນຜູ້ເລືອກຕັ້ງ. ໜ້າເສັຍດາຍ ພໍ່ໃຫຍ່ທັກສີນ ຜູ້ມີຄວາມສະຫລາດ

ຢາກປັບປຸງ ເສດຖະກິດ ແລະພັດທະນາ ຊົນນະບົດ ເພືອປະຊາຊົນໄທ

ຈະໃດ້ ຢູ່ດີ ກີນດີ ມີການສືກສາສູງ ຄືປະເທດ ສີງກະໂປ ແລະປະເທດເກົາຫລີໃຕ້

ແຕ່ຕ້ອງຖືກໂຄນລົ້ມ ໂດຍພວກອຳມາດ ເຫັນແກ່ອຳນາດ.

images?q=tbn:ANd9GcR6Jd4VGN3h_Sy8old0lf8GD8uAVH5hHp4UxgsNkInSeV8wPcDt

ກອງທັບໄທ ເກັ່ງແຕ່ ທຳການ ຣັດຖະປະຫານ
ແລະເປັນປະເທດ ທີມີການ ປະຕິວັດ
ຫລາຍກວ່າ ທຸກປະເທດ ໃນໂລກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard