Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປຊຊ ໄຄຣເມັຍ ເລືອກທາງ
Anonymous

Date:
ປຊຊ ໄຄຣເມັຍ ເລືອກທາງ


       เอเจนซีส์/ASTV ผู้จัดการออนไลน์-สำนักข่าว “อาร์ไอเอ โนวอสติ”สื่อดังที่อยู่ในความควบคุมของรัฐบาลรัสเซียรายงานว่า ชาวไครเมียร้อยละ 93 ออกเสียงประชามติในวันอาทิตย์ (16) หนุนการแยกสาธารณรัฐปกครองตนเองไครเมียออกจากยูเครน และเข้าร่วมกับรัสเซีย ท่ามกลางรายงานข่าวที่ระบุ ผู้มีสิทธิ์ออกเสียงชาวไครเมียออกมาใช้สิทธิ์ในการลงประชามติครั้งประวัติศาสตร์นี้สูงเกินกว่าร้อยละ 80

 

ບອ່ນນັ້ນເຂົາມີການປະທ້ວງກັນຫນັກ

 

ຍອ້ນອັນນີ້ບໍ

 



__________________


Guru

Status: Offline
Posts: 1010
Date:

ງ່າຍໆ ຄືແຍກແອກະລາດຈາກ ukrain ແລ້ວໃຫ້ Russia ປົກປ້ອງ



__________________
Anonymous

Date:

ນິກີຕ້າ ຄຣູຊຊອບ ຂາດຄວາມຊອບທຳໃນການໂອນ ໄຄຣເມຍ ໃຫ້ ຢູເຄຣນ ໃນປີ 1954. ທັງທີ່ ໄຄຣເມຍ ມີປະຊາກອນສ່ວນໃຫຍ່ເປັນຊາວລັດເຊັຍ. ພາຍຫລັງ ການລົ້ມສະຫລາຍ ຂອງ ສະຫະພາບໂຊວຽດໃນປີ 1991, ກອງທັບເຮືອຣັດເຊັຍຍັງຄົງປະຈຳການຢູ່ເມືອງ ເຊວາສໂຕໂປລ.

ດັ່ງນັ້ນ ມັນຈຶ່ງມີຄວາມຊອບທຳທີ່ປະຊາຊົນຈະລົງປະຊາມະຕິ ແລະ ຕັດສິນອະນາຄົດຂອງຕົນເອງ. ການທີ່ຢູເຄຣນ ແລະ ຣັດເຊັຍບໍ່ເຮັດສົງຄາມກັນ ຖື ເປັນສິ່ງທີ່ດີ ເພາະທັງສອງປະເທດມີ ຄວາມເປັນຍາດໄກ້ສິດກັນ.

ພວກເຮົາເບິ່ງຂ່າວສ່ວນໃຫຍ່ແມ່ນມາຈາກຟາກຕາເວັນຕົກເຮັດໃຫ້ຂ່າວມີການບິດເບືອນຫລາຍ ແລະ ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ. 

ທີ່ຢູເຄຣນວຸ້ນວາຍທຸກມື້ນີ້ແມ່ນກໍ່ຍ້ອນການເຂົ້າໄປແຊກແຊງຂອງຊາດຕາເວັນຕົກ ທີ່ເຂົ້າໄປສະນັບສະຫນຸນກຸ່ມນິຍົມລັດທິຟາສຊິສໃຫມ່. ການທີ່ກຸ່ມນີ້ເຂົ້າກຳອຳນາດຖືວ່າເປັນໄພຄຸກຄາມອັນໃຫຍ່ຫລວງຕໍ່ຣັດເຊັຍ ເພາະ ພວກນາຊີ ເຄີຍເຮັດໃຫ້ປະຊາກອນ ສະຫະພາບໂຊວຽດຕາຍໄປເຖິງ 27 ລ້ານຄົນໃຮສົງຄາມໂລກຄັ້ງທີ 2. 



__________________
Anonymous

Date:

luffy wrote:

ງ່າຍໆ ຄືແຍກແອກະລາດຈາກ ukrain ແລ້ວໃຫ້ Russia ປົກປ້ອງ


 ເຂົານັບໃບລົງຄະແນນສຽງພຽງແຕ່ 50% ເທົ່ານັ້ນ ເມື່ອເຫັນຜົນອອກມາຢາກໄປຢູ່ກັບຣັສເຊັຽ

95% ເຂົາກໍ່ເຊົານັບ ແລະຄາດຄະເນວ່າຖ້ານັບໄປກໍ່ຈະມີຜົນອອກມາຕາມຄາດ.

ຫລັງຈາກປິດສະຖານທີ່ເລືອກຕັ້ງແລະປະກາດຜົນ ທັມນຽບຂາວກໍ່ອອກຖະແຫຼງການວ່າ ນາໆຊາດ

ຈະບໍ່ຮັບຮູ້ຜົນອອກດັ່ງກ່າວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard