Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວານີ້ພົບເດັກນ້ອຍລາວ ເກີດທີ່ຝຣັ່ງ
Anonymous

Date:
ວານີ້ພົບເດັກນ້ອຍລາວ ເກີດທີ່ຝຣັ່ງ

ເດັກນ້ອຍເກີດຢູ່ຕ່າງປະເທດໃດ ມັກຈະໄດ້ຮັບການຊືມຊັບເອົາວັດທະນະທຳປະເທດນັ້ນຫຼາຍໂປເຊນໂລດ ຈະໄດ້ຮັບເອົາອິດທິພົບຂອງພໍ່ແມ່ສ່ວນນ້ອຍ, ພົບເດັກນ້ອຍລາວຈາກຕ່າງປະເທດ ທັງທີ່ມາລາວເອງ ແລະພົບຢູ່ຕ່າງປະເທດ ເມື່ອສັງເກດຕີລາຄາແລ້ວ ເດັກນ້ອຍລາວເກີດຢູ່ປະເທດຢູໂລບກັບຢູ່ອະເມລິກາແລ້ວ ເຫັນວ່າເດັກນ້ອຍເກີດຢູ່ອະເມລິກາຈະມີນິໄສແຂງກະດ້າງ ເຍີ້ຍິ່ງຈະໂສແບບອະເມລິກາເປັນສ່ວນໃຫຍ່ ຫາຄວາມເປັນລາວນ້ອຍຫຼາຍ ກົງກັນຂ້າມກັບເດັກນ້ອຍລາວຈາກພາກສ່ວນຢູໂລບ ໂດຍສະເພາະແມ່ນເດັກນ້ອຍ ເກີດທີ່ຝຣັ່ງ ແລະອັງກິດນີ້ກະມີຄວາມແຕກຕ່າງກັນໄປອີກ ທີ່ເຫັນວ່າມີວັດທະນະທຳພໍ່ແມ່ຫຼາຍທີ່ສຸດ ແມ່ນເດັກນ້ອຍລາວຈາກຝຣັ່ງ ມັກຈະມີຄວາມອ່ອນນ້ອມ ຜະສົມກັບແບບຝຣັ່ງ ເບິ່ງແລ້ວງາມແບບລາວໆທັນສະໄໝ ສຳລັບພາສາແລ້ວ ເຫັນເດັກນ້ອຍຈາກຝຣັ່ງຈະໃຊ້ພາສາພໍ່ແມ່(ລາວ)ໄດ້ດີເປັນ ສ່ວນໃຫຍ່ ອັນນີ້ບໍ່ຮູ້ວ່າເປັນຍ້ອນຫຍັງ ເປັນຍ້ອນສັງຄົມອະເມລິກາບໍ ຫຼືເປັນຍ້ອນພໍ່ແມ່ຂອງເດັກນ້ອຍເອງບໍ່ເອົາໃຈ ໃສ່ຕໍ່ລູກຫຼືແນວໃດ ອັນນີ້ຂໍຄວາມເຫັນ

__________________
Anonymous

Date:

Anonymous wrote:

 ກ່ອນອື່ນຂໍໂທດທີ່ຄວາມເຫັນຂອງຂ້ອຍພະເຈົ້າ(ຂພຈ)ທີ່ອາດບໍ່ຖືກປະເດັນ ຫຼື ໃຈເຈົ້າຂອງກະທູ້,ກໍ່ຄືຜູ້ມາອ່ານທົ່ວໄປ.

ຂໍໃຫ້ຖືກວ່ານາໆຈິດຕັງ,ກະຢ່າວ່າກັນ.ຂພຈ ຄິດວ່າພວກທ່ານເບິ່ງສເພາະແຕ່ປາຍເຫດ.ຊິບໍ່ເປັນການດີບໍທີ່ພວກເຮົາ

ຈະມາຊອກຫາຕົ້ນເຫດທີ່ມີເດັກນ້ອຍລາວໄປເກີດທີ່ອະເມຣິກາ,ກໍ່ຄືບັນດາປະເທດຢູຣົບ,ພ້ອມທັງຕົ້ນເຫດຂອງເດັກ

ນ້ອຍໃນລາວຕິດຢາບ້າ ແລະ ຍິ່ງໜຸມມ,ຊາຍໜຸ່ມລາວໄປຂາຍມູນແມ່ ແລະ ແຮງງານທີ່ໄທ?

__________________
Anonymous

Date:

ກ່ອນອື່ນຂໍໂທດທີ່ຄວາມເຫັນຂອງຂ້ອຍພະເຈົ້າ(ຂພຈ)ທີ່ອາດບໍ່ຖືກປະເດັນ ຫຼື ໃຈເຈົ້າຂອງກະທູ້,ກໍ່ຄືຜູ້ມາອ່ານທົ່ວໄປ. ຂໍໃຫ້ຖືກວ່ານາໆຈິດຕັງ,ກະຢ່າວ່າກັນ.ຂພຈ ຄິດວ່າພວກທ່ານເບິ່ງສເພາະແຕ່ປາຍເຫດ.ຊິບໍ່ເປັນການດີບໍທີ່ພວກເຮົາ ຈະມາຊອກຫາຕົ້ນເຫດທີ່ມີເດັກນ້ອຍລາວໄປເກີດທີ່ອະເມຣິກາ,ກໍ່ຄືບັນດາປະເທດຢູຣົບ,ພ້ອມທັງຕົ້ນເຫດຂອງເດັກ ນ້ອຍໃນລາວຕິດຢາບ້າ ແລະ ຍິ່ງໜຸມມ,ຊາຍໜຸ່ມລາວໄປຂາຍມູນແມ່ ແລະ ແຮງງານທີ່ໄທ?

_________________________________________________________________________________________________________________________

ແມ່ນຄວາມທ່ານ, ທຸກຢ່າງມັນມີຕົ້ນເຫດຂອງມັນ, ເບິ່ງເດັກນ້ອຍທີ່ເກີດໃຫມ່ ໃຫຍ່ລຸນ ມັນກະຕ້ອງເບິ່ງວ່າພໍ່ແມ່ຜູ້ກ່ຽວເປັນໃຜ ? ເປັນກຳມະກອນຮັບຈ້າງທົ່ວໄປ

ຫຼື ເປັນກຳມະກອນໂຮງງານ ຫຼືເປັນກຳມະກອນຂອງລັດ ເພາະແຕ່ລະກຳມະກອນກະມີລະດັບຂອງມັນ ມີຄວາມຮັບຮູ້ທີ່ຕ່າງກັນ, ໂດຍທົ່ວໄປແລ້ວຊົນຊັ້ນກຳມະກອນຈະບໍ່ຄ່ອຍມີເວລາ

ໃຫ້ການອົບຮົມລູກເຕົ້າຕາມສົມຄວນຕາມຊົນຊັ້ນຂອງພວກເຂົາ ກິນກໍບໍ່ໄດ້ກິນດີ ຕ້ອງໄດ້ມີການຍາດແຍ່ງປ້ອຍດ່າກັນກັບອ້າຍ-ນ້ອງ  ການປະພຶດຕົນໃນສັງຄົມ ຈະບໍ່ຮຽບຮ້ອຍ

ເພາະສັງຄົມຂອງເຂົາບໍ່ໄດ້ບອກສອນ.ແລ້ວ ຖ້າພໍ່ແມ່ຂອງເດັກ ເປັນຄົນຊັ້ນກາງ bourgeois ຫຼື middle class ອາດຈະເປັນອາຈານສອນ, ເປັນວິສະວະກອນ, ເປັນແພດ ໝໍ ຫຼື

ເປັນທະຫານ/ຕຳຫຼວດ ເປັນນັກທຸລະກິດພໍຄ້າຊາວຂາຍ ພວກນີ້ຈະມີການດຳລົງຊີວິດທີ່ດີກວ່າ ເພາະມີລາຍຮັບຫຼາຍກວ່າ ການຈັດເວລາໃນການດຳລົງຊີວິດຈະເປັນລະບຽບກວ່າ,

ລູກເຂົາເຈົ້າກະຕ້ອງຢູ່ໃນລະບຽບ, ຕ້ອງມີການສຶກສາຄືພໍ່ຄືແມ່ເຂົາ...ມັນສິເກີດຢູ່ໃສກະຕາມ ມັນຂຶ້ນກັບພໍ່ແມ່ຂອງເຂົາວ່າມີຄວາມຮູ້ຊ່ຳໃດ ແລະ  ເອົາໃຈໃສ່ນຳການສຶກສາລູກພຽງໃດ ແລ້ວມັນຍັງໄປກ່ຽວພັນກັບສະພາຍແວດລ້ອມອີກຖ້າເດັກເກີດໄປເຂົ້າໝູ່ Gang ແລ້ວບໍ່ແມ່ນມັນສິແຂງກະດ້າງທໍ່ນັ້ນ  ມັນຍັງກ້າວລ້າວ, ເກເລແບບນັກເລງອີກ...ຂ້ອຍເອງກໍເກີດ

ມາຈາກຄອບຄົວທຸກຍາກຊາວໄຮ່ນາ ບໍ່ໄດ້ເປັນຜູ້ດີຕີນແດງອີ່ຫຍັງດອກແຕ່ສັງຄົມມະນຸດເຮົາເປັນແບບນີ້  ຜູ້ດ້ອຍໂອກາດ ມີລູກເກີດມາກໍຄອຍດ້ອຍໄປຕາມຖານະຂອງພໍ່ແມ່....

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard