Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກຳພູຊາຈະມີພັກການເມືອງຕື່ມອີກພັກນຶ່ງ
Anonymous#1

Date:
ກຳພູຊາຈະມີພັກການເມືອງຕື່ມອີກພັກນຶ່ງ


ໄດ້ຍິນໝູ່ຄົນຂະເມນທີ່ດເຮັດວຽກຮ່ວມໂຮງງານເສັ້ນເຝີແຫ່ງດຽວກັນກັບຂ້ອຍລົມໃຫ້ຟັງວ່າ

ເຈົ້າສີຫາໂມນີຈະຕັ້ງພັກການເມືອງຂຶ້ນ ແລະ ຈະປະກາດໃຫ້ຊາວໂລກຮູ້ໃນ 2-3 ອາທິດຂ້າງ

ໜ້ານີ້.

ເປັນຫຍັງວຽດນາມຈຶ່ງປ່ອຍໃຫ້ກຳພູຊາມີພັກການເມືອງຫລາຍແທ້ທັງໆທີ່ຮູ້ວ່າການມີຫລາຍ

ພັກການເມືອງເຮັດໃຫ້ກົງຈັກການປົກຄອງແບບຜະເດັດການກຸດຫ້ຽນລົງ?



__________________
Anonymous

Date:

ນີ້ແມ່ນທີ່ມາຂອງແຫຼ່ງຂ່າວ.

http://www.globalpost.com/dispatch/news/kyodo-news-international/140303/cambodias-prince-ranariddh-return-politics

ຍັງຈື່ໄດ້ດີ ຕອນເປັນນັກຮຽນຊັ້ນມັທຍົມ 2 (ສົກປີ 1976-77) ອາຈານສອນວິຊາການເມືອງ

ທີ່ມາຈາກເຂດປົດປ່ອຍເກົ່າເວົ້າວ່າ: ປະເທດທີ່ມີຫລາຍພັກການເມືອງບໍ່ຕ່າງຫຍັງກັບງົວຫຼາຍ

ໂຕທຽມກວຽນເຫຼັ້ມດຽວ ໂຕນຶ່ງແກ່ໄປທາງນຶ່ງ ອີກໂຕນຶ່ງແກ່ໄປອີກທາງນຶ່ງ ແລະບໍ່ສາມາດນຳ

ກວຽນເຫຼັ້ມນັ້ນໄປສູ່ຈຸດໝາຍປາຍທາງໄດ້.

ເມື່ອໄດ້ມາຢູ່ປະເທດທີ3 ຈຶ່ງຮູ້ວ່າເພິ່ນຊອຍຫອມເຂົ້າປາກຕົນເອງ no



__________________
Anonymous

Date:

ການມີຫລາຍພັກການເມືອງຫລືຫນ້ອຍພັກການເມືອງ ກະຄືເກົ່າ ຖ້າຄົນທີ່ເຂົ້າໄປເຮັດວຽກຍັງມີຄວາມໂລບ ຍັງບໍ່ີມີເມືອງພໍ, ກໍ່ຕ້ອງຫາທາງສໍ້ໂກງຄືກັນຫ້ານລະ

ແຕ່ຫລາຍພັກການເມືອງດີ່ກ່ອນມີພັກດຽວ ຍ້ອນພວກພັກການເມືອງ ຊິຄອຍຈັບຜິດກວດກາກັນ ຍາດແຍ່ງກັນສ້າງຜົນງານ ຍາດແຍ່ງກັນເອົານະໂຍບາຍດີໆມາ ໃຫ້ປະຊາຊົນໄດ້ ຄັດເລືອກເອົາ ສ່ວນປະຊາຊົນມີຫລາຍຫລາກໃຫ້ເລືອກ ກໍເລືອງກເອົາຄົນດີໆ ຄວາມຮູ້ມີ ເຮັດແທ້ທຳຈິງ ນະໂຍບາຍທີ່ກິນໄດ້ ໃຫ້ຜົນແທ້ໆ, ຕົວຢ່າງ: ປະເທດໄກ້ຄຽງເຮົາກະຄືໄທ ເຊັ່ນພັກເພື່ອໄທ ຂອງ ອາດິດນາຍົກທັກສິນ ຖືກຝ່າຍອາມາດ ສັກດີນາ ສັ່ງຍຸບຫລາຍໆເທື່ອ ນັບຕັ້ງແຕ່ພັກໄທຮັກໄທ , ພັກພະລັງປະຊາຊົນ ຈົນມາຕັ້ງພັກເພື່ອໄທ, ຍ້ອນນະໂຍບາຍ ທີ່ປະຊາຊົນສ່ວນໃຫຍ່ໃຫ້ການຍອມ ຍ້ອນຄົນສ່ວນຫລາຍໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ແລະການປະຕິບັດຕົວຈິງ, ຊ້ຳບໍ່ຫນຳພັກເພື່ອໄທ ມີນະໂຍບາຍການຄ້າ ໃຫ້ກຽດປະເທດຂ້າງຄຽງ ສ້າງມິດຕະພາບ ບໍ່ສ້າງສັດຕູ ປະເທດຂ້າງຄຽງ ຄົນລາວ ຄົນຂະເຫມນ ຄົນພະມ້າສ່ວນຫລາຍ ກະມັກຮັກໃນນະໂຍບາຍຂອງພັກເພືອໄທ ທີ່ເປັນມິດໃຫ້ກຽດປະເທດຂ້າງູຄຽງ.

 

ສ່ວນລະບົບພັກດຽວແມ່ນ ຖ້າເອົາເລື່ອງຄວາມສະຫງົບຮຽບຮ້ອຍ ສັງຄົມມີລະບຽບແມ່ນດີ, ແຕ່ການພັດທະນາຊັກຊ້າ ຄົນໃນພັກເຮັດຫຍັງກະບໍມີອົງການໄດກວດສອບກວດກາກັນໄດ້ ຕັ້ງອົງກອນກວດກາ ກະຕ້ັງຂຶ້ນຊື່ໆ ລະບົບກົດຫມາຍ ບໍ່ມີຄວາມເດັດຂາດລົງໂທດຄົນກະທຳຜິດ ເຊັ່ນການສໍ້ໂກງ ການເອື້ອອຳນວຍຜົນປະໂຫຍດ,  ລະບົບພັກດຽວ ໃນປະຈຸບັນແມ່ນມີການ ສໍ້ໂກງເອົາລັດເອົາປຽບປະຊາຊົນຫລາຍກ່ອນ ລະບົບຫລາຍພັກ, ລະບົບພັກດຽວພາກປະຊາຊົນ ບໍມີສິດປະທ້ວງຕຳນິວິຈານດ້ານລົບໄດ້ ສຳນັກຂ່າວຕ່າງໆ ມີແຕ່ຍ້ອງຍໍຢ່າງດຽວ ບໍ່ມີການຕຳນິວິຈານ ດ້ານລົບ ເຖິງແມ່ນວ່າ ຈະມີການເອົາລັດເອົາປຽບປະຊາຊົນ ມີການຮັບສິນບົນ ເຮັດວຽກບໍເປັນ ບໍລິຫານບໍ່ດີ ບໍລິການປະຊາຊົນຍາມໄປຕິດຕໍວຽກຊັກຊ້າ ມີການວາງນະໂຍບາຍຜິດພາດ ມີການຫລິ້ນເສັ້ນສາຍ ແລະບໍ່ເຄີຍເຫັນມີ ບຸກຄົນລະດັບສູງໆພາຍໃນພັກຖືກຈອງຈຳຄຸກ ທັ່ງທີ່ບາງທ່ານຮັ່ງມິຜິດປົກກະຕິ, 

 

ເລື່ອງລະບົບພັກດຽວຫລາຍພັກ ມີຂໍ້ດີແລະຂໍ້ດ້ອຍແຕກຕ່າງກັນ ແຕ່ສັງຄົມໂລກສ່ວນຫລາຍ ເຂົາມັກລະບົບຫລາຍພັກຍ້ອນເປັນຕົວແທນຂອງປະຊາຊົນໄດ້ ຂະນາດປະເທດທີ່ປົກຄອງດ້ວຍລະົບບກະສັດ ສັກດີນາ ກະຍັງອະນຸຍາດໃຫ້ມີຫລາຍພັກການເມືອງ ເພື່ອເຂົາຈະຍາດແຍ່ງອຳນາດກັນພັດທະນາ. 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard