Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການຂະຫຍາຍຕົວຂອງເສດຖະກິດລາວໃນປີ2014


Guru

Status: Offline
Posts: 695
Date:
ການຂະຫຍາຍຕົວຂອງເສດຖະກິດລາວໃນປີ2014


ຂປລ. ໃນບົດລາຍງານເສດຖະກິດ ຂອງ ສປປ ລາວ ສະບັບເດືອນມັງກອນ 2014 ຂອງທະນາຄານໂລກ ໄດ້ໃຫ້ຮູ້ວ່າ: ໃນປີ 2014 ນີ້ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວດ້ວຍອັດຕາ 7,2% ເນື່ອງຈາກການຄາດຄະເນການຂະຫຍາຍຕົວຊ້າລົງຂອງບາງຂະແໜງການເປັນຕົ້ນ ຂະແໜງບໍ່ແຮ່ ແລະ ຂະແໜງການກໍ່ສ້າງ. ແຕ່ບັນດານະໂຍບາຍເສດຖະກິດ ຍັງຈະມີລັກສະນະເອື້ອອຳນວຍຢູ່.

ໃນວັນທີ 4 ມີນາ 2014 ນີ້ ທີ່ນະຄອນຫລວງວຽງຈັນ, ທະນາຄານໂລກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ເຄໂກະ ມີວະ ຜູ້ຕາງໜ້າ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານດັ່ງກ່າວ ໂດຍໄດ້ເນັ້ນໜັກ​ເຖິງສິ່ງທ້າທາຍ ແລະ ຄວາມສ່ຽງ ຕ່າງໆຕິດພັນກັບນະໂຍບາຍເສດຖະກິດມະຫາພາກ ທີ່ມີລັກສະນະເອື້ອອຳນວຍຕໍ່ການພັດທະນາ ຊຶ່ງນອກຈາກຄາດວ່າເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວດ້ວຍອັດຕາດັ່ງກ່າວແລ້ວ ເບື້ອງການຜະລິດນັ້ນ ຄາດວ່າການປະກອບສ່ວນໂດຍກົງຈາກຂະແໜງຊັບພະຍາກອນທຳມະຊາດຕໍ່ ການເຕີບໂຕຂອງເສດຖະກິດຈະຫລຸດລົງເລັກໜ້ອຍ ໃນປີ 2014 ສ່ວນໜຶ່ງກໍຍ້ອນວ່າບັນດາໂຄງການຫລັກໆ ສ່ວຍຫລາຍແມ່ນຢູ່ໃນຂັ້ນຕອນກໍ່ສ້າງ. ນອກນັ້ນ ກໍຍັງເປັນຍ້ອນການຄາດຄະເນຜົນຜະລິດລວມຂອງຄຳ ທີ່ອາດຕ່ຳກວ່າເກົ່າ ຊຶ່ງຄາດວ່າສ່ວນໜຶ່ງຈະໄດ້ຮັບການຊົດເຊີຍ ຈາກຜົນໄດ້ຮັບຂອງ ການຜະລິດທອງແດງ ທີ່ມີທ່າອ່ຽງວ່າຈະສູງຂຶ້ນໃນປີນີ້. ແຕ່ເຖິງຢ່າງໃດກໍຕາມຂະແໜງບໍລິການ, ປຸງແຕ່ງສະບຽງອາຫານ ແລະ ເຄື່ອງດື່ມແມ່ນຄາດວ່າ ຈະສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ບົດລາຍງານສະບັບນີ້ ຍັງໄດ້ສຶກສາແຜນງົບປະມານປະຈຳສົກປີ 2013-2014 ແລະ ຄາດວ່າການຂາດດຸນງົບປະມານອາດຈະຕ່ຳກວ່າສົກປີ 2012-2013. ແຕ່ຢ່າງໃດກໍຕາມ ເຖິງວ່າຈະມີການໂຈະໃຫ້ເງິນອຸດໜູນແກ່ພະນັກງານລັດໃນປີນີ້ ແຕ່ລາຍຈ່າຍກໍບໍ່ໄດ້ຫລຸດລົງຫລາຍ ຍ້ອນຍັງມີການ ບັນຈຸພະນັກງານເຂົ້າໃໝ່ ແລະ ການເພີ່ມເງິນເດືອນພາກລັດ, ດັ່ງນັ້ນ ຈຶ່ງ​ມີຄວາມຈຳເປັນທີ່ຈະທົບທວນຄືນ ແຜນການເພີ່ມຂຶ້ນຂອງລາຍຈ່າຍ ພາກເງິນເດືອນໃນອະນາຄົດ./.



__________________

 187557797.jpg

Anonymous

Date:

photo BBBB2.jpg ຄໍາຖາມມີຢູ່ວ່າ: ກ. ເສດຖະກິດ ຂະຫຍາຍໂຕ (Economic growth) 7.2% ມີຈັກເປີເຊັນ ທີ່ຕ່າງຊາດຫອບກັບບ້ານເຂົາ ໃນແບບສະບັບຂອງກໍາໄຣ? In the form of profit? [ Account= Export- Import ] ຂ. ເມືອ່ມີການຂະຫຍາຍໂຕທາງດ້ານເສດຖະກິດ (Economic growth)ແລ້ວ ສປປລ ມີການ ພັດທະນາທາງດ້ານ ເສດຖະກິດບໍ? (Economic development). ບໍ່ສໍາຄັນວ່າເຮົາຈະມີເສດຖະກິດ ຄະຫຍາຍໂຕ ຢ່າງວ່ອງໄວ ຫລາຍເປີເຊັນປານໃດ ຫາກຊາດບໍ່ມີ ການພັດທະນາທາງດ້ານເສດຖະກິດ (Economic growht without economic deelopment)ນັ້ນໝາຍຄວາມວ່າ ປຊຊລ ບໍ່ໃດ້ຮັບຄວາມຊົມຊື່ນ ໝາກຜົນ ຈາກ ການຂະຫຍາຍໂຕ ທາງດ້ານເສດຖະກິດ. ຂໍ້ສະຫລຸບ: ດັ່ງນັ້ນ ຍິ່ງ ເສດຖະກິດ ຂະຫຍາຍໂຕ ສູງສໍ່າໃດ ຍິ່ງຕ່າງຊາດໃດ້ຮັບ ພູດໃຫ່ຍ (Lion share) ຈາກ GDP growth ຂອງຊາດ ຈະບໍ່ມີຄວາມໝາຍ ສໍາລັບການແກ້ໃຂຄວາມທຸກຍາກໃນ ສປປລ (Vecious cycle of poverty)



__________________
Anonymous

Date:

ຄາດໝາຍຂອງເພິ່ນແມ່ນ 8,6% ພະນັກງານທະນາຄານໂລກຄິດໄລ່ຜິດແລ້ວ.



__________________
Anonymous

Date:

Anonymous wrote:

ຄາດໝາຍຂອງເພິ່ນແມ່ນ 8,6% ພະນັກງານທະນາຄານໂລກຄິດໄລ່ຜິດແລ້ວ.


 ແມ່ນແລ້ວ ພະນັກງານທະນາຄານໂລກຄິດໄລ່ຜິດເພາະພວກເຂົາຈົບແຕ່ ປ4 ເທົ່ານັ້ນ ບໍ່ຄືພະນັກງານພັກລັດແລະທະນາຄານ

ສປປ ລາວ ຄິດໄລ່ຖືກເພາະພວກເພິ່ນພາກັນຈົບ ສຈ ແລະ ດລ ນຳກັນທັງນັ້ນ.

8.6% ແມ່ນສະເພາະກຳແພງນະຄອນວຽງຈັນ ຖ້າຄິດໄລ່ໃສ່ທົ່ວປະເທດໃສ່ຫົວຄົນແລ້ວ ໄດ້ຮອດ 6% ກໍວ່າຫລາຍໂພດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard