Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຂອງຕອ້ງຮັບຜິດຊອບຫລືບໍ່?
Anonymous

Date:
ເຈົ້າຂອງຕອ້ງຮັບຜິດຊອບຫລືບໍ່?


ເວົ້າເລື້ອງການບໍລິການເຮືອນພັກ ຫອ້ງແຖວ ໃນເມື່ອມີຄົນເຂົ້າມາພັກເຊົາ ກໍມີວັດຖຸສິ່ງຂອງຕິດຕົວມານຳ

ແຕ່ເມື່ອເກີດມີການງັດແງະ ການຖືກລັກເອົາໄປ

ເຈົ້າຂອງເຮືອນຕອ້ງຮັບຜິດຊອບແນວໃດ ແດ່ ທາງດ້ານກົດຫມາຍ

 



__________________
Anonymous

Date:

ຕົວໃຜຕົວມັນໂວຍ

ເຈົ້າຂອງບ້ານບໍ່ກຽ່ວ



__________________
Anonymous

Date:

ຢູ່ ອາເມຣິກາ ປະກັນພັຍເຮືອນເປັນຜູ້ຮັບຜິດຊອບທັງໝົດບໍ່ວ່າໄຟໄໝ້, ພາຍຸພັງ ແລະໂຈນງັດແງະເຂົ້າມາໂຈຣະກັມເອົາສິ່ງຂອງ.

ຄົນລາວນັບເປັນພັນໆຄອບຄົວສ້າງສະຖານະການໄຟໄໝ້ເຮືອນ ແລະ ຖືກໂຈຣະກັມ ແລ້ວໄປຟ້ອງຄ່າເສັຍຫາຍຈາກບໍຣິສັດປະກັນ

ພັຍ ແມ່ນໄດ້ຄ່າເສັຍຫານຄືນໝົດ ແຕ່ເງິນສົດໄດ້ພຽງ $200 ເທົ່ານັ້ນ ສ່ວນເປັນຄຳແຫວນເພັດນັ້ນ ຖ້າເຮົາແຈ້ງວ່າຖືກໂຈຣະກັມ

ໄປນັ້ນມີຈັກບາດຈັກກິໂລແລະແຫວນເພັດມີຈັກກະຣັດແມ່ນເຂົ້າໄຊ້ຈ່າຍໃຫ້ຕືນໝົດ. ຄົນລາວເຂົາຣວຍຍ້ອນແນວນີ້ລະ ເພາະເຂົາ

ໄດ້ເງິນສົດມາເປັນກ້ອນ ບາວຄົນໄດ້ຫລາຍເປັນ 4-5 ແສນພຸ້ນ. ເປັນຫຍັງຂ້າພະເຈົ້າຮູ້ ເພາະຂ້າພະເຈົ້າກໍຜູ່ໜຶ່ງທີ່ຖືກໂຈນປຸ້ນເພາະ

ຊ່າວ່າຣວຍຢູ່ໃນເມືອງນັ້ນ ເມື່ອຖຶກປຸ້ນພວກໂຈນໄດ້ເງິນໄປບໍ່ຮອດ $2000, ພໍມາເຄຣມປະກັນພັຍກໍແຈ້ງໄປວ່າເຂົາຍົກເອົາຕູ້ເຊັບ

ໄປແລະມີຄຳເປັນກິໂລແລະແຫວນເພັດຣາຄາເປັນແສນ ແລະໄດ້ເງິນຈາກປະກັນພັຍຈ່າຍໃຫ້ມາຫລາຍແສນໂດລລ້າ.

 

ຖ້າຮ່ອງແຖວມີປະກັນພັຍກໍໄປແຈ້ງຄວາມກັບຕຳຣວດແລ້ວເຄຣມປະກັນພັຍເອົາຄ່າເສັຍຫາຍຄືນໂລດ.



__________________
Anonymous

Date:

ໂອຍ ຢ່າໄປເວົ້າເຖິງປະກັນໄພເລີຍ

ຢູ່ເມືອງລາວ ລັກແລວ້ລັກໄປ ຂະຫນາດເຫັນກັບຕາຍັງຈັບກັນບໍ່ໄດ້ 

ສວ່ນເຈົ້າຂອງບ້ານກໍບໍ່ຮັບຜິດຊອບຫຍັງໃຫ້້ເຈົ້າດອກ 

 

ດັ່ງນັ້ນທ່ານໃດຢູ່ຫອ້ງແຖວ ອັນໃດມີຄ່າຕອ້ງຖືໄປນຳ ຫລືຢ່າມີເສັຍດີກວ່າ 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard