Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຖາມແດ່ - ກ່ຽວກັບຫົວຂໍ້ທໍາມະ
Anonymous

Date:
ຂໍຖາມແດ່ - ກ່ຽວກັບຫົວຂໍ້ທໍາມະ


ໃນ Website ນີ້ມີຄົນເອົາຫົວຂໍ້ທໍາມະມາລົງໃຫ້ໝູ່ໄດ້ອ່ານ ແລ້ວຜູ້ອື່ນເຫັນດີກັບຜູ້ທີ່ເອົາຂໍ້ຄວາມທໍາມະເຫຼົ່ານີ້ມາລົງຢູ່ບໍ?

ຖ້າມັນດີ ຫຼື ເຫັນດີນໍາ ຂໍໃຫ້ຍົກມືຂຶ້ນ ... ຂອບໃຈ



__________________
Anonymous

Date:

Anonymous wrote:

ໃນ Website ນີ້ມີຄົນເອົາຫົວຂໍ້ທໍາມະມາລົງໃຫ້ໝູ່ໄດ້ອ່ານ ແລ້ວຜູ້ອື່ນເຫັນດີກັບຜູ້ທີ່ເອົາຂໍ້ຄວາມທໍາມະເຫຼົ່ານີ້ມາລົງຢູ່ບໍ?

ຖ້າມັນດີ ຫຼື ເຫັນດີນໍາ ຂໍໃຫ້ຍົກມືຂຶ້ນ ... ຂອບໃຈ


 ໂອ ເປັນຄຳຖາມທີ່ດີຫຼາຍຫາກແມ່ນເອົາທຳມະມາລົງ ແລ້ວມີຜູ້ເຫັນດີນຳຍິ່ງດີແນ່ນອນ ເພາະຖືວ່າເປັນການເຜີຍແຜ່ທຳມະໃຫ້ຜູ້ອື່ນຮູ້ ແຕ່ຢາກແນະນຳຜູ້ນຳເອົາທຳມະມາເຜີຍແຜ່ນັ້ນ ຕ້ອງເລືອກເຟັ້ນ ເອົາຫົວຂໍ້ທຳມະທີ່ເປັນປະໂຫຍດຕໍ່ການພັດທະນາຈິດໃຈ ສັງຄົມ ປະເທດຊາດ ສາສະໜານັ້ນ ຈັ່ງແມ່ນດີ ແລະຈັ່ງແມ່ນໄດ້ບຸນຄັກ 

- ຫາກມີສັດທາເຜີຍແຜ່ທຳມະແທ້ນັ້ນ ຢາກແນະນຳໃຫ້ເອົາທຳມະໃນໝວດພະສູດນັ້ນ ມາເຜີຍແຜ່ຫຼາຍໆ ເພາະມັນຈະສົ່ງເສີມສັດທາ ປັນຍາ ແລະເຂົ້າໃຈງ່າຍຕໍ່ຄົນທຸກລະດັບ, ສ່ວນພະວິໄນນັ້ນ ຄັນເກ່ງເລື່ອງພະວິໄນ ການພິຈາລະນາທາງພະວິໄນ (ຫຼືເຂົ້າໃຈກົດໝາຍດີ) ກໍບໍ່ຄວນຈະນຳມາສະເໝີ ເພາະມັນຈະເຮັດໃຫ້ຄົນບໍ່ຮູ້ເລື່ອງພະວິໄນ ເກີດການເຫັນຜິດ ແລະມີການກະທົບກະເທືອນຕໍ່ແນວ ຄິດຈິດໃຈຂອງປະຊາຊົນ ທີ່ສຳຄັນທຳລາຍສັດທາຄົນໄດ້(ຖືເປັນອະທິກຳມະຫັນ) ສ່ວນອະພິທຳນັ້ນ ກໍຄວນນຳມາເຜີຍແຜ່ ແຕ່ເຊື່ອວ່າຜູ້ເຜີຍແຜ່ ຕ້ອງຮູ້ເລື່ອງ ຈິດ ເຈຕະສິກ ຮູບ ນິບພານໃຫ້ຈະແຈ້ງ ເພາະທຳໝວດນີ້ເປັນໝວດໃຫຍ່ ອະທິບາຍເປັນທຳລ້ວນໆ ບໍ່ຍົກບຸກຄະລາທິຖານ ຍົກແຕ່ທຳມາທິຖານເທົ່ານັ້ນ ຢ້ານວ່າມີຜູ້ຖາມມາ ແລ້ວແກ້ເຂົາບໍ່ໄດ້ ຫຼືແກ້ຜິດທີ່ຜິດທາງ ກໍຈະບໍ່ດີຕໍ່ຄຳສອນຂອງສາສະໜາແລ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard