Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫຼັກການເວົ້າ - ຄໍາສອນຂອງພຣະພຸທທະເຈົ້າ
Anon

Date:
ຫຼັກການເວົ້າ - ຄໍາສອນຂອງພຣະພຸທທະເຈົ້າ


ຫຼັກການເວົ້າ

 

ພິກຂຸທັງຫລາຍ! ວາຈາອັນປະກອບດ້ວຍອົງຄ໌ 5 ປະການ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ.

ອົງຄ໌ 5 ປະການແນວໃດ?

(1) ກ່າວແລ້ວຄວນແກ່ເວລາ (ກາເລນະ ພາສິຕາ ໂຫຕິ)

(2) ກ່າວແລ້ວຕາມສັຈຈະຈິງ (ສັຈຈະ ພາສິຕາ ໂຫຕິ)

(3) ກ່າວແລ້ວຢ່າງອ່ອນຫວານ (ສະນຸຫາ ພາສິຕາ ໂຫຕິ)

(4) ກ່າວແລ້ວຢ່າງປະກອບດ້ວຍປະໂຫຍດ ()

(5) ກ່າວແລ້ວດ້ວຍເມຕຕາຈິຕ ().

 

 

ພິກຂຸທັງຫລາຍ! ວາຈາອັນປະກອບດ້ວຍອົງຄ໌ 5 ປະການ ເຫຼົ່ານີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ



__________________


Guru

Status: Offline
Posts: 1010
Date:

ຮູ້ຄືເກົ່າຫັ້ນລະ ຄັນເຮັດບໍ່ໄດ້



__________________
Anonymous

Date:

luffy wrote:

ຮູ້ຄືເກົ່າຫັ້ນລະ ຄັນເຮັດບໍ່ໄດ້


 ສໍາລັບຂ້ອຍແມ່ນບໍ່ຄືເກົ່າເດີ່ Luffy ຂ້ອຍຂອບໃຈຜູ້ທີ່ເອົາຂໍ້ຄວາມນີ້ມາໃຫ້ອ່ານ ເພາະຂ້ອຍບໍ່ເຄີຍຮູ້ມາກ່ອນເລີຍ

ພຽງແຕ່ຂ້ອຍໄດ້ອ່ານກໍ່ຮູ້ສຶກດີທັນທີເລີຍ

ຂ້ອຍຈະພະຍາຍາມເຮັດໃຫ້ໄດ້ຕາມນັ້ນ ເພາະເພີ່ນສອນແມ່ນປະເສີດແລ້ວ



__________________
Anonymous

Date:

luffy wrote:

ຮູ້ຄືເກົ່າຫັ້ນລະ ຄັນເຮັດບໍ່ໄດ້


 Luffy ສຳລັບທ່ານອາດຈະຄືເກົ່າ ຫຼືຖອຍຫຼັງໄປຊ້ຳໄປ ສຳລັບຜູ້ທີ່ຮູ້ຫຼັກທຳແລ້ວ ແນ່ນອນເຂົາຕ້ອງພັດທະນາໄປແນ່ນອກ ຜູ້ທີ່ເຜີຍແຜ່ນີ້ຍ່ມເປັນຜູ້ຮູ້ສົມຄວນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard