Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພຸດທະພິໃນກໍາ
Anonymous

Date:
ພຸດທະພິໃນກໍາ

ນີ້ແມ່ນນື່ງໃນສິບຂໍ້

ພິກຂຸທັງຫຼາຍ ! ພວກພິຂຸບໍຣິສັດໃນກໍລະນີນີ້, ສຸດຕັນຕະເຫຼົ່າໃດທີ່ນັກກະວີ ແຕ່ງຂື້ນໄໝ່ 

ເປັນຄໍາຮ້ອຍກອງປະເພດກາບກອນມີອັກສອນສະລະ ສະຫຼວຍ ມີພະຍັນຊະນະອັນວິຈິດ

ເປັນເຣື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາມາກ່າວຢູ່ ທ່ານບໍ່ຕ້ອງຟັງດ້ວຍດີ

 ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຈະບໍ່ຖືສໍາຄັນວ່າຕົນຄວນສຶກສາຮໍ່າຮຽນ.
ພິກຂຸທັງຫຼາຍ ! ສ່ວນສຸດຕັນຕະເຫຼົ່າໃດທີ່ເປັນຄໍາກ່າວຂອງຕະຖາຄະຕະ ເປັນຂໍ້ຄວາມເລິກ

ມີຄວາມໝາຍຊຶ້ງ ເປັນຊັ້ນໂຣກຸດຕະຣະ ວ່າສະເພາະດ້ວຍສຸນຍັດຕາ, ເມື່ອມີຜູ້ນໍາມາກ່າວຢູ່ ທ່ານຕ້ອງຟັງດ້ວຍດີ ຕ້ອງງ່ຽງຫູຟັງ ຕ້ອງຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຕ້ອງຖືສໍາຄັນວ່າ
ຕົນຄວນສຶກສາຮໍ່າຮຽນ ຈົ່ງພາກັນຮໍ່າຮຽນ ນໍາຖາມ ທົບທວນຖາມ ແກ່ກັນ ແລະ ກັນວ່າ 

"ຂໍ້ນີ້ມີຄວາມໝາຍແນວໃດ? ມີຈັກແງ່ມູມ?"  ດັ່ງນີ້.
ດ້ວຍການເຮັດເຊັ່ນນີ້ ທ່ານຍ່ອມເປີດທັມທີ່ຖືກປິດໄວ້ ທັມທີ່ບໍ່ປະກົດ ທ່ານກໍ່ໍເຮັດໃຫ້ປະກົດຈະປະກົດໄດ້ 

ຄວາມສົງໃສໃນທັມທັງຫຼາຍ ປະການທີ່ໜ້າສົງໃສ ທ່ານກໍ່ບັນເທົາລງໄດ້

ຂຸມຊັບຈາກພຣະໂອດ

__________________
Anonymous

Date:

Anonymous wrote:

ຄໍາສັບ ເຂົ້າໃຈຢາກ ນໍ ຊ່ວຍອະທິບາຍແນ່

__________________
Anonymous

Date:

ຄໍາສັບ ເຂົ້າໃຈຢາກ ນໍ ຊ່ວຍອະທິບາຍແນ່

 ໝາຍຄາວມວ່າ ພຣະພຸທທະເຈົ້າບອກໃຫ້ຊາວພຸດທັງຫລາຍ ສຶກສາແຕ່ຄໍາສອນທີ່ພຣະອົງຖ່າຍທອດບອກສອນເທົ່ານັ້ນ

ຢ່າໄປສຶກສາຄໍາສອນທີ່ເປັນຂອງສາວົກແຕ່ງຂຶ້ນໃໝ່

ເພາະວ່າຄໍາສອນທັງໝົດໃນພຣະໄຕຣປິດົກນັ້ນແບ່ງອອກເປັນ 2 ພາກສ່ວນໃຫຍ່ໆ ຄື

1. ຄໍາສອນທີ່ອອກຈາກປາກຂອງພຣະພຸທະເຈົ້າ (ພຸທທະວະຈະນະ)

2. ຄໍາສອນ ຫຼື ຄໍາອະທິບາຍຂອງສາວົກ (ອັຖຖະກະຖາ)

ສະນັ້ນມີແຕ່ຂໍ້ທີ 1 ເທົ່ານັ້ນທີ່ພຣະອົງຢາກໃຫ້ພວກເຮົາສຶກສາ  

ສ່ວນຂໍ້ 2 ພຣະອົງບໍ່ໃຫ້ສຶກສາ ເພາະວ່າຄໍາສອນຂອງສາວົກແມ່ນເຕັມໄປດ້ວຍຮູຮົ່ວ, ຊ່ອງໂວ່ ແລະ ຂໍ້ຜິດພາດ ເພາະບໍ່ແມ່ນຜູ້ທີ່ຕຣັສສະຣູ້ເປັນສັມມາສັມພຸທທະ

ຊົມເຊີຍໃນຄວາມສັດທາຂອງທ່ານ ຕໍ່ຄຳສັ່ງສອນຂອງພະທຸດທະເຈົ້າ  ແຕ່ທ່ານໄປຮູ້ໄດ້ແນວໃດວ່າບົດຂຽນຫຼືຄຳພີທີ່ຂຽນໄວ້ ແຕ່ຫ້າພັນປີ ແລ້ວກໍແປອອກເປັນຫຼາຍໆພາສາ

ວ່າເປັນພະວາຈາຂອງພະທຸດທະອົງ ທ່ານແນ່ໃຈໄດ້ແນວໃດວ່າການຂຽນ, ການແປ ຈະບໍ່ມີການໂຍກຂຶ້້ນຫຼືຜ່ອນຜັນລົງ ຫຼືຕົກລົ່ນ ແດ່ບໍ ? ບາງທີບັນດາບົດສວດ ຫຼື ຄຳສອນຕ່າງໆນັ້ນ ອາດບໍ່ເຄິຍອອກຈາກພະໂອດຂອງພະພຸດທະເຈົ້າ ກໍອາດເປັນໄດ້...ຂໍໂທດ, ຖ້າຫາກຄຳເຫັນຂອງຂ້າພະເຈົ້າກະທົບໃຈທ່ານ ແຕ່ກໍຄິດວ່າຂອງຢ່າງນີ້ອາດເກີດຂຶ້ນໄດ້...

ມັນບໍ່ແມ່ນເລື່ອງຍາກເລີຍຈັກໜ້ອຍທ່ານເອີ່ຍ ຖ້າຫາກທ່ານສຶກສາຈິງໆ ທ່ານຈະເຂົ້າໃຈເອງ

ມັນຍາກ ແລະ ຄິດບໍ່ອອກ ແລະ ບໍ່ຮູ້ວ່າຖືກຫຼືຜິດ ຄວາມລັງເລສົງໃສ ... ຄວາມຄິດແບບນີ້ເກີດຂຶ້ນກັບທຸກໆຄົນແນ່ນອນ ເພາະວ່າທ່ານບໍ່ລົງມືສຶກສາຢ່າງຈິງຈັງ

ມີແຕ່ມົວສົງໃສ ແລະ ສົງໃສ ຖ້າເປັນເຊັ່ນນັ້ນ ທ່ານກໍ່ຈະມີແຕ່ຄວາມສົງໃສແນວນີ້ໄປຈົນເຖິງວັນຕາຍ

ຄວາມຈິງພຣະພຸທທະເຈົ້າບອກເຫດບອກຜົນ ບອກວິທີໄຈ້ແຍກຄໍາສອນສາວົກ ແລະ ຄຳສອນຂອງພຣະອົງເອງໄວ້ຢ່າງລະອຽດລະອໍທີ່ສຸດແລ້ວ

ທ່ານສາມາດໃຊ້ປັນຍາໄຕ່ຕອງເອົາໄດ້ຕາມວິທີຂອງເພີ່ນໄດ້ບອກໄວ້

ແຕ່ກ່ອນຂ້າພະເຈົ້າກໍ່ເຄີຍສົງໃສ ແລະ ມີຄວາມຄິດດຽວກັນກັບທ່ານເປະໆໆໆ ເລີຍ ແຕ່ຍ້ອນຄວາມສົງໃສນີ້ແຫຼະ ຈຶ່ງນຳຂ້ອຍໄປສູ່ການຄົ້ນຄ້ວາຕົວຈິງຈົນເຂົ້າໃຈ ແລະ ໄຈ້ແຍກໄດ້

ທ່ານເຂົ້າໃຈ ໂລກຸຕຕະຣະທັມບໍ ລອງສຶກສາເບິ່ງເດີ່ ຂ້ອຍສາມາດ Confirm ໄດ້ເລີຍວ່າບໍ່ມີມະນຸດໜ້າໃດໃນໂລກນີ້ສາມາດຄົ້ນຫາທັມມະແບບນີ້ໄດ້ເລີຍ ແລະ ເວົ້າອອກມາໄດ້

ລະອຽດລະອໍແບບນີ້ ແມ່ນໃຜສາມາດແຕ່ງໄດ້ຂະໜາດນີ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard