Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍ້ມູນເລື້ອງສ້າງທາງ
Anonymous

Date:
ຂໍ້ມູນເລື້ອງສ້າງທາງ


ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 6A-6B ຈະສຳເລັດພາຍໃນປີ 2017

 

ແຂວງ​ຫົວພັນ ແລະ ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ ໄດ້​ຮ່ວມ​ລົງ​ນາມ​ສັນຍາ​ກໍ່ສ້າງ​ໂຄງການ​ປັບປຸງ​ທາງ​ຫຼວງ​ແຫ່ງ​ຊາດ 2 ໂຄງການ​ຄື: ເສັ້ນທາງ​ເລກ 6A ແລະ 6B

ໃນ​ວັນ​ທີ 23 ເດືອນ​ກຸມພາ 2014 ນີ້ ແລະ ຈະ​ເລີ່ມ​ລົງມື​ພາຍຫຼັງ​ທີ່​ໄດ້​ເຊັນ​ສັນຍາ​ເປັນຕົ້ນ​ໄປ.

 

ໂຄງການ​ປັບປຸງ​ເສັ້ນທາງ​ເລກ 6A ແມ່ນ​ເລີ່ມ​ຈາກ 3 ແຍກ​ບ້ານ​ຫ້າງ​ລ້ອງ ເມືອງ​ວຽງ​ໄຊ ໄປ​ເຖິງ​ເທສະ​ບານ​ເມືອງ​ສົບ​ເບົາ ມີ​ຄວາມ​ຍາວ​ທັງ​ໝົດ 60,2 ກິໂລແມັດ ປະກອບ​ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ 4 ແຫ່ງ ມີ​ຄວາມ​ຍາວ​ທັງ​ໝົດ 117,4 ແມັດ ໂດຍ​ແມ່ນ​ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ກໍ່ສ້າງ​ຂົວ​ທາງ​ເລກ 8 ຮ່ວມ​ກັບ​ບໍລິສັດ ຊີ​ອີ​ໄອ (CEI) 18 ​ສສ.ຫວຽດນາມ ເປັນ​ຜູ້​ຮັບ​ເໝົາ ມີ​ກຳນົດ​ການຈັດຕັ້ງ​ປະຕິບັດ 36 ເດືອນ ຄາດ​ວ່າ​ຈະ​ສຳເລັດ​ໃນ​ທ້າຍ​ປີ 2017

 

ສ່ວນ​ໂຄງການ​ປັບປຸງ​ເສັ້ນທາງ​ເລກ 6B ເລີ່ມ​ແຕ່​ເທສະ​ບານ​ເມືອງ​ສົບ​ເບົາ ເຖິງ​ບ້ານ​ປ່າ​ຮ່າງ ຕິດ​ກັບ​ຊາຍ​ແດນ​ຫວຽດນາມ ມີ​ຄວາມ​ຍາວ​ທັງ​ໝົດ 26,1 ກິໂລແມັດ ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ 2 ແຫ່ງ ແລະ ຂົວ​ຂ້າມ​ນ້ຳ​ມ່າ 1 ແຫ່ງ ເປັນ​ຂົວ​ປະສົມ ມີ​ຄວາມ​ຍາວ​ທັງ​ໝົດ 263 ແມັດ ໂດຍ​ແມ່ນ​ບໍລິສັດ​ຊົງ​ເມ ​ສປ ຈີນ ເປັນ​ຜູ້​ຮັບ​ເໝົາ ຊຶ່ງ​ຈະ​ໃຊ້​ເວລາ​ກໍ່ສ້າງ 24 ເດືອນ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ໃນ​ທ້າຍ​ປີ 2016

 

ທັງ​ສອງ​ໂຄງການ​ນີ້ ແມ່ນ​ບໍລິສັດ ອິນ​ສານ ຮ່ວມ​ກັບ​ບໍລິສັດ ແອວ​ເຕັກ ເປັນ​ຜູ້​ຮັບຜິດຊອບ​ທາງ​ດ້ານ​ເຕັກນິກ ແລະ ໄດ້​ນຳ​ໃຊ້​ທຶນ​ກໍ່ສ້າງ​ທັງ​ໝົດ 42,3 ລ້ານ​ໂດ​ລາ​ສະຫະລັດ

ໃນ​ນັ້ນ ທຶນ​ຊ່ວຍເຫຼືອ​ລ້າ​ຈາກ​ທະນາຄານ​ພັດທະນາ​ອາຊີ 20 ລ້ານ​ໂດ​ລາ​ສະຫະລັດ ທຶນ​ກູ້​ຢືມ​ຈາກ​ກຸ່ມ​ປະເທດ​ສົ່ງ​ອອກ​ນ້ຳມັນ 12 ລ້ານ​ໂດ​ລາ​ສະຫະລັດ ແລະ ທຶນ​ສົມທົບ​ຂອງ​ລັດຖະບານ ​ສປປ ລາວ 10,3 ລ້ານ​ໂດ​ລາ​ສະຫະລັດ ນອກຈາກ​ນັ້ນ​ຍັງ​ມີ ເງິນ​ແຮ​ຈາກ​ກອງ​ທຶນ​ປັບປຸງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ ສອງ​ເສັ້ນ​ດັ່ງກ່າວ 23,9 ລ້ານ​ໂດ​ລາ​ສະຫະລັດ.

ຮ່ວມ​ລົງ​ນາມ​ບົດ​ບັນທຶກ​ສັນຍາ​ກໍ່ສ້າງ​ແມ່ນ​ທ່ານ ສຸກ​ສາຄອນ ສຸ​ຕັນ​ນຸ​ວົງ ຫົວໜ້າ​ໂຄງການ​ທາງ​ເລກ 6A ທ່ານ ດາ​ວອນ ວົງ​ລໍ​ຄຳ ຫົວໜ້າ​ໂຄງການ​ທາງ​ເລກ 6B ໃນ​ນາມ​ເຈົ້າ​ຂອງ​ໂຄງການ ແລະ ຜູ້ຕາງໜ້າ​ສອງ​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ ໂດຍ​ມີ​ທ່ານ ​ສຈ.​ດຣ. ພັນ​ດວງ​ຈິດ ວົງສາ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທ່ານ ຄຳ​ຮຸ່ງ ເຮືອງ​ວົງ​ສີ ເຈົ້າແຂວງ​ຫົວພັນ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ແລະ ວິຊາ​ການ​ທັງ​ສອງ​ຝ່ານ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.  

 

ເປັນຫນ້າສົນໃຈວ່າ ທຶນ 42,3 ລ້ານໂດລານັ້ນ ສ້າງທາງໄດ້ກວ່າ 80 ກິໂລແມດ ໃນນັ້ນ ມີທັງຂົວກວ່າ 7 ແຫ່ງ

ໄລ່ສະເລັ່ຍແລວ້ ລາຄາກໍປະມານ 5ແສນ ໂດລາຕໍ່ ກິໂລແມດ ຖ້າຈະໄລ່ລາຄາຂົວອອກ ກໍຄົງບໍ່ເກີນ 3 ແສນຕໍ່ ກິໂລແມດ

ນອກຈາກໂຄງການດັ່ງກ່າວແລວ້ ຍັງມີໂຄງການລະດັບສາກົນ ຫລາຍໂຄງການ ເຊັ່ນທາງເລກ 9 ເສັ້ນທາງ ເອດີບີ ທີ່ສະແດງໃຫ້ເຫັນວ່າ ລາຄາກໍ່ສ້າງນັ້ນແມ່ນຢູ່ນມາດຖານສາກົນ ແລະຄຸນນະພາບກໍສາກົນແທ້

 

ແລວ້ຢາກຖາມວ່າ ເປັນຫຍັງ ການສ້າງທາງ ບາງບອ່ນໂດຍໃຊ້ທຶນຂອງລັດ ຫລື ເອກະຊົນອອກທຶນກອ່ນນັ້ນ ມັນຫລຸດໂຕນກັນປານຟ້າກັບດິນ

ນອກຈາກເວົ້າເອົາລາຄາແພງແລ້ວຄຸນນະພາບກໍຫວ່ຍນຳອີກ

ມັນແມ່ນການສໍ້ລາດບັງຫລວງ ຫລືການທຳໃຫ້ສັງຄົມຕອ້ງຫຍໍ້ທໍ້ກັນແທ້

 

 

 

 



__________________
Anonymous

Date:

ທ່ານເຮີ່ຍ ຖ້າເປັນໂຄງການສາກົນເຂົາໃຫ້ເງີນແມ່ນຕ້ອງເປັນໄປຕາມລະບຽບ

ຫລັກການທຸກປະການ, ຕ້ອງປະຕິບັດຕາມເງື່ອນໄຂ ຂໍ້ກຳນົດຂອງເຂົາອີກ

ຍັງບໍ່ເທົ່ານັ້ນ ເຂົາຍັງຈ້າງຊ່ຽວຊານຂອງເຂົາມາຕິດຕາມກວດກາອີກ, ມີຜູ້ຕາງ

ໜ້າຂອງເຂົານັ່ງເບີ່ງສະພາບຢູ່ວຽງຈັນນີ້ອີກ. ຖ້າເຈົ້າເຮັດມົ່ວ ເຂົາກໍ່ບໍ່ໃຫ້ການ

ຊ່ວຍເຫລືອ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard