Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເມືອງລັບແລ ມີຈິງຫລືບໍ່?
Anonymous

Date:
ເມືອງລັບແລ ມີຈິງຫລືບໍ່?


ປະມານ ທົດສະຫວັດ ປີ 1990 ເຫັນຫນັງສືພີມ (ຖ້າຈຳບໍ່ຜິດ ແມ່ນ ວຽງຈັນໃຫມ່) ຂຽນຂ່າວເລື່ອງຈິງ ທີ່ເກີດຂຶ້ນຢູ່ ບ້ານນາ ເມືອງອາດສະພັງທອງ ວ່າ ມີພໍ່ນ່ຜູ້ນຶ່ງຫາຍຕົວໄປ ່ປັນເວລາ 2 ປີ ຍອ້ນຂ້າງູົວນຶ່ງຢູ່ແຄມບ້ານ ເລີຍຖືກເຈົ້າຫນ້າທີ່ ເມືອງລັບແລຈັບໄປລົງໂທດເປັນເວລາ 2 ປີ ຈຶ່ງໄດ້ກັບມາ

 

ນອກຈາກນັ້ນ ຍັງມີ ເຈົ້າອະທິການວັດ ດົງເຫັນ (ເພິ່ນໄດ້ມໍລະນະພາບແລວ້ ) ໄດ້ໄປສ້າງວັດແຫ່ງນຶ່ງຢູ່ດານ ພູຊ້າງແຮ ບອ່ນບໍ່ມີບ້ານຄົນ ໃນຊວງປີ 1995-2000

 

ຊຶ່ງແຕ່ລະປີ ປຊຊ ເຂດ ດົງເຫັນ ພະລານ ອາດສະພອນ ໄດ້ໄປທຳບູນເທ່ອນຶ່ງ

ແຕ່ຫາກມີແມ່ຂາວອົງນຶ່ງຈຳສິນຜູ້ດຽວຢູ່ບອ່ນນັ້ນ ຊຶ່ງແຕ່ລະມື້ແມ່ນອາໃສສັນເຂົ້າຈາກໃທບ້ານລັບແລແຖວນັ້ນ 

 

ໄດ້ຍິນວ່າ ມີຮອດ ພັນລະຍາຜູ້ນຳໄດ້ໄປຮອດເນດນັ້ນຄືກັນລະບໍ

 

ເມືອງລັບແລ ມີຈິງ ຫລື ເປັນພຽງເລື່ອງເລົ່າກັນ 

ໃຜຮູ້ຈິງແນວໃດ ຈົ່ງເລົ່າ ໃຫ້ກັນອ່ານນຳແດ່ 

 

 

 



__________________
Anonymous

Date:

ຂ້ອຍເຄີຍໄດ້ຍິນແຕ່ບ້ານຜີບັງບົດຢູ່ພູຄອນແຫ່ ຖ້າໃຜບໍ່ມີບຸນ ບໍ່ສາມາດໄປເຫັນ ຕ້ອງເປັນຄົນສັດຊື່

ເພິ່ນຈຶ່ງໃຫ້ເຂົ້າໄປ.



__________________
Anonymous

Date:

ລາວຮອ້ງວ່າ ບັງບົດ ໄທຮອ້ງວ່າ ລັບແລ 



__________________
Anonymous

Date:

มีจริง อ.ลับแล จังหวัด อุตรดิตถ์



__________________
Anonymous

Date:

ມີຈິງແນ່ນອນ ຕ່າງປະເທດກໍ່ເວົ້າວ່າມີຄືກັນ ເຄີຍເບິ່ງລາຍການ Discovery Channel



__________________
Anonymous

Date:

ຢູ່ແຂວງບໍລິຄໍາໄຊ ຫລັກ 20ມ ບ້ານວຽງ ມີປະຫວັດ ມາຍາວນານ ມີຍາພໍ່ອົງໜຶ່ງຊື່ ພໍ່-ແມ່ ຜາລີ ເພີ່ນເຄີຍເຂົ້າໄປເມືອງບັງບົດເປັນຫລາຍເດືອນຈຶ່ງອອກມາເທື່ອໜຶ່ງ

ປະຈຸບັນເພີ່ນ ມໍລະນະພາບແລ້ວ ແຕ່ປະຫວັດຂອງເພີ່ນຍັງຢູ່ ຊາວບ້ານແຖວນັ້ນຮູ້ດີ, ໃນແຂວງບໍລິຄໍາໄຊ, ນະຄອນຫລວງວຽງຈັນ ກໍ່ມີຫລາຍທ່ານທີ່ເປັນລູກສຶດເພີ່ນ



__________________


Guru

Status: Offline
Posts: 1010
Date:

Anonymous wrote:

มีจริง อ.ลับแล จังหวัด อุตรดิตถ์


 

ຜູ້ໃຫຍ່ກໍາລັງເວົ້າກັນ ບໍ່ແມ່ນຊິມາອໍ້ແອ້ຫລິ້ນຄຳສັບເຊີນໄປຫລິ້ນຢູ່ບ່ອນອື່ນ



__________________


Guru

Status: Offline
Posts: 1010
Date:

ຂ້ອຍຕອບບໍ່ໄດ້ເພາະບໍ່ເຄີຍເຫັນ

ແຕ່ຖ້າໃຫ້ຂ້ອຍຕອບຕາມແນວຄິດ ໂລກທີ່ເຮົາເຫັນທຸກມື້ນີ້ ທີ່ຈິງມັນມີມິຕິຊ້ຳຊ້ອນ

ເຊັ່ນຂ້ອຍກັບເຈົ້າຢືນຫ່າງກັນ 10 ແັມດຢູ່ເດີນ່ບໍ່ມີຫຍັງບັງ

ຂ້ອຍເຫັນເຈົ້າ ແລະເຈົ້າເຫັນຂ້ອຍບໍ່ມີຫຍັງລະຫວ່າງກາງ(ຕາມທີ່ຕາເຫັນ)

ແຕ່ມັນມີມິຕິຂຶ້ນມາເຊັ່ນມິຕິຂອງວິນຍານ, ນາລົກ.... ມາຢູ່ລະຫວ່າງກາງ ຄວາມໝາຍຄືອາດຈະມີຜີມາຂັ້ນລະຫວ່າງກາງ 2 ຄົນ

ແຕ່ເຮົາແນມບໍ່ເຫັນ ບໍ່ຮັບຮູ້ ຍ້ອນຢູ່ຄົນລະມິຕິ

ແຕ່ຂ້ອຍເຊື່ອວ່າ ເມືອງລັບແລກະແມ່ນເມືອງຜີຫັ້ນລະ ຫລືວ່າສຳພະເວສີ

ພຽງແຕ່ບາງຄັ້ງຜີມັນກະປາກົດກາຍມາເປັນຄົນ ເພື່ອຂໍບຸນ



__________________
Anonymous

Date:

ບາງຄົນກອ່ນສີຕາຍ ເຫັນຍາດຕົວເອງທີ່ຕາຍແລວ້ ມາຫາ ບາງຄົນມາຖ້າຮັບເອົາກັນ

 

 



__________________
Anonymous

Date:

ຄົນລາວເອີ້ນຜີບັງບົດ, ຕາມຜູ້ເຖົ້າເຄີຍເລົ່າສູ່ຟັງ ທີ່ຈີງແລ້ວເພີ່ນບໍ່ແມ່ນຜີ

ແມ່ນພວກທີ່ຖືສີນ ຊື່ສັດບໍຣິສຸດ ແລະ ເຝົ້າບົວຣະບັດລືສີ. ຢູ່ພູແດນເມືອງ

ເມືອງບໍຣິຄັນ ໃນເວລານັ້ນຜູ້ຂ້າຍັງເປັນເດັກ ປໍ1 ພໍ່ເຄີຍຊີ້ມືໃຫ້ເບີ່ງຢູ່ເທີງ

ຈອມພູ ໄກໆ ຈະເຫັນໝູ່ບ້ານນ້ອຍບ້ານໜື່ງ ແຕ່ພໍ່ບອກວ່າບໍ່ມີໃຜໄປຮອດ

ເພາະໄປຮອດພູໜ່ວຍນັ້ນແລ້ວບໍ່ເຫັນມີຫຍັງເລີຍ. ອີກບ່ອນໜື່ງກໍ່ຢູ່ພູງູ

ເພີ່ນເອີ້ນຖ້ຳແຫ່ງນັ້ນວ່າຖ້ຳແກບ ເພາະມີແກບເຂົ້າທັງເກົ່າ ທັງໃໝ່ຢູ່ທີ່ນັ້ນ

ບໍ່ຮູ້ວ່າໄຫລອອກມາຈາກໃສ, ຖາມລາຍລະອຽດນຳຄົນແຖວນັ້ນເບີ່ງເດີ.

ທີ່ຢູ່ໃກ້ໆ ນະຄອນຫລວງນີ້ກໍ່ຄືເວລາກໍ່ສ້າງສະໜາມກິລາ ຫລັກ16 ກຳມະກອນຈີນ

ເຂົ້າໄປຖ່າຍໜັກຢູ່ໃນປ່າບາງໆ ໃນສະໜາມກິລານັ້ນ ແລ້ວບໍ່ຮູ້ທາງອອກຂັງຢູ່ຫັ້ນ

ເປັນເວລາ 3ມື້ ຈື່ງເຫັນທາງອອກ ໝູ່ຄິດວ່າຫາຍສາບສູນໄປທາງໃດແລ້ວ

ເລື່ອງນີ້ກໍ່ໃຫ້ຖາມຄວາມຈີງນຳຜູ້ທີ່ເຄີຍໄດ້ເຮັດວຽກຢູ່ໂຄງການນັ້ນສາ

 



__________________
Anonymous

Date:

ຢູ່ນະຄອນຫຼວງວຽງຈັນນີ້ກໍ່ມີຄືກັນບັງບົດນະ ຊ່ວງປີ2000 ຢູ່ແຖວໜອງຈັນຫັ້ນເດ

ກາງຄືນຂອງມື້ໜື່ງ ປະມານ 11 ຫຼື 12 ໂມງນີ້ແຫຼະ ຫຼື ພໍປະມານເລີກຮ້ານເຫຼົ້າຮ້ານເບຍ

ວ່າຊັ້ນສາ ມີລົດກະບະໄທເກີ ຄັນໜື່ງແລ່ນຜ່ານໄປທາງຄູວຽງ ໃນລົດມີ ຜູ້ຢິງສອງຄົນ

ກັບຜູ້ຊາຍຄົນໜື່ງເບາະ ຄັນຈື່ບໍ່ຜິດ ພໍມາຮອດຫັ້ນຜູ້ຍິງຄົນໜື່ງຮູ້ສຶກວ່າປວດເບົາ

ພວກເພີ່ນເລີຍພາກັນຈອດລົດເພື່ອໃຫ້ນາງຄົນນັ້ນລົງໄປເບົາ ນາງຄົນນັ້ນເລີຍຢ່າງລົງ

ໄປເບົາ ສອງຄົນຖ້າຢູ່ໃນລົດດົນເຕີບ ເຫັນຜິດສັງເກດກໍ່ເລີຍພາກັນລົງໄປຕາມຫາ

ປະກົດວ່າບໍ່ເຫັນວີ້ແວວຂອງນາງຄົນນັ້ນເລີຍ ເມື່ອເຊັ່ນນັ້ນສອງທີ່ເຫຼືອເລີຍປະສານ

ໄປຍັງບ້ານຂອງນາງຄົນນັ້ນ ກໍ່ປະກົດວ່າບໍ່ເຫັນເພີ່ນກັບຮອດບ້ານເທື່ອ. ຈາກນັ້ນ

ເລື້ອງກໍ່ເລີ້ມເກີດຂື້ນ ທາງຜູ້ປົກຄອງແລະໝູ່ເພື່ອນຕ່າງກໍ່ພາກັນຊອກຫາ ພ້ອມທັງ

ແຈ້ງໃຫ້ເຈົ້າໜ້າທີ່ ລົງມາເບີ່ງນຳເພື່ອເພີ່ນພໍສິມີວິທີຊ່ອຍ ແຕ່ແລ້ວກໍ່ບໍ່ມີວີ້ແວວທີ່

ຈະພົບນາງຄົນນັ້ນ, ຕາມເຄີຍຄົນລາວເຮົາຄັນວ່າເພີ່ງວິທະຍາສາດບໍ່ໄດ້ກໍ່ຕ້ອງໄດ້

ເພີ່ງໃສຍະສາດນຳ ຈັ່ງສິແລ້ວໃຈ ທາງພໍ່ແມ່ຜູ້ປົກຄອງຈີ່ງພາກັນໄປໝໍກັບໝໍດູ

ທ່ານໜື່ງ ເພີ່ນໄດ້ໃຫ້ຄຳຕອບວ່າ: ດຽວນີ້ລູກສາວເຈົ້າບໍ່ໄດ້ເປັນອັນຕະລາຍຫຍັງ

ທາງເຮົາສິຂໍເອົາເພີ່ນໄປຢາມບ້ານເຮົາຈັກຄາວ ປະມານ ສອງ-ສາມມື້ລະສິສົ່ງເພີ່ນ

ກັບ ວ່າຊັ້ນ. ພໍຮູ້ແນວນັ້ນທາງຄອບຄົວຂອງເພີ່ນກໍ່ເອົາໂຕະເຕັ້ນໄປຕັ້ງຜາມຖ້າຢູ່

ໜອງຈັນຫັ້ນ, ປະກົດວ່າສອງມື້ຜ່ານໄປ ແລ້ວກໍ່ເຫັນນາງນັ້ນກັບມາບ້ານອີຫຼີ

(ນີ້ແມ່ນເຫດການທີ່ເກີດຂື້ນອີ່ຫຼີຂ້າພະເຈົ້າກໍ່ໄດ້ໄປເບີ່ງ ກັບຕາຕອນນັ້ນຄົນເຕັມແຖວຄູວຽງ ເລື້ອງທີ່ຂຽນຂ້າງເທີ່ງ

ນັ້ນແມ່ນຖາມປຊທີ່ແຖວນັ້ນທີ່ເພີ່ນໄປເບີ່ງນຳກັນ ພໍຈື່ໄດ້ສ່ຳນີ້ແຫຼະ ຜິດພາດປະການໃດຂໍອະໄພນຳ) ອີກອັ່ນໜື່ງເຖົ້າແກ່ເພີ່ນວ່າຢູ່ໜອງຈັນ ມີຢ່າພໍ່ຕາແດງຮັກສາຢູ່ ແຕ່ດຽວນີ້ຢ້ານເພີ່ນໜີແລ້ວເພາະຢ້ານນາຍທຶນຕິເບາະ :) 



__________________
Anonymous

Date:

ຕອນຂ້າພະເຈົ້າຍັງເປັນເດັກນ້ອຍແມ່ເຖົ້າເຄີຍເລົ່າໃຫ້ຟັງວ່າແຕ່ກ່ອນຢູ່ບ້ານເພິ່ນມີຜູ້ຍິງ3ຄົນໄປສ້ອນປາຢູ່ຫ້ວຍ ຈາກນັ້ນກໍ່ມີປ້າຄົນ1ເພິ່ນບອກວ່າເພິ່ນເຈັບຫ້ອງຖ່າຍເພິ່ນເລີຍຂຶ້ນໄປຖ່າຍຢູ່ປ່າ ແລ້ວກໍ່ມີຄົນມາຊວນເອົາເພິ່ນໄປໄປກໍ່ໄປນຳເຂົາ

ໄປຮອດແລ້ວກໍ່ເຫັນເປັນບ້ານໃຫຍ່ພໍສົມຄວນແຕ່ຄົນເລົ່ານັ້ນເພິ່ນຈະບໍ່ຮູ້ຈັກໃຜເລີຍ,ເມື່ອເພິ່ນໄປດົນໆບໍ່ເຫັນມາຈັກເທື່ອໝູ່2ຄົນທີ່ໄປນຳກັນກໍ່ຊອກຫາເພິ່ນແລະຮ້ອງຫາແຕ່ບໍ່ເຫັນຈົນບໍ່ຮູ້ແນວຊິຊອກຫາຄິດວ່າເສືອກິນແຕ່ກໍ່ບໍ່ເຫັນຮ່ອງຮອຍ

ຈຶ່ງພາກັນກັບບ້ານບອກໄທບ້ານໄປຊອກຫາ,ໄທບ້ານພາກັນເອີ້ນຫາເພິ່ນແລະຊອກຮ່ອງຮອຍແຕ່ກໍ່ບໍ່ເຫັນເພິ່ນເລົ່າວ່າໄປບ້ານໄປຊອກຫາເປັນເດືອກກໍ່ບໍ່ເຫັນເພິ່ນ ສະນັ້ນຈຶ່ງຄິດວ່າເພິ່ນຕາຍໄປແລ້ວ

ຈົນໄປ2ປີຜ່ານໄປເພິ່ນກໍ່ກັບມາໃນສະພາບເດີມ ແລະ ບອກກັບໄທບ້ານວ່າ ເຫັນຢູ່ທີ່ຄົນໄປຊອກຫາແລະ ກໍ່ໄດ້ຍິນທີ່ຄົນຮ້ອງຊື່ເພິ່ນ ແຕ່ວ່າມີຄົນທີ່ຊວນເພິ່ນໄປນຳນັ້ນບໍ່ໃຫ້ຂານຮັບ ແລະ ເພິ່ນກໍ່ບອກວ່າເພິ່ນໄດ້ເປັນເມຍຂອງຜູ້ທີ່ມາຊວນເພິ່ນໄປນຳນັ້ນ

ແລະໄດ້ລູກນກັນ1ຄົນແລ້ວວ່າຊັ້ນທີ່ມາມື້ນີ້ແມ່ນ ຜູ້ທີ່ຊວນເພິ່ນໄປນັ້ນຫຼືວ່າຜົວໃໝ່ເພິ່ນທີ່ຢູ່ເມືອງບັງບົດນັ້ນໃຫ້ມາຢາມບ້ານ ແລະ ມາຄອບລາພີ້ນ້ອງວ່າຊັ້ນ,ແມເຖົ້າຂ້ອຍເລົ່າອີດວ່າ ບໍ່ພໍເດືອນເພິ່ນກໍ່ເລີ່ມປວຍ ແລະ ບອກວ່າຜົວເພິ່ນແລະລູກເພິ່ນກຳລັງ

ມາຮັບແລ້ວ່າຊັ້ນ ແລະ ບໍ່ດົນມື້ເພິ່ນກໍເສຍຊິວິດ

ອັນນີ້ແມ່ນເລື່ອງທີ່ແມ່ເຖົ້າຂ້ອຍມັກເລົ່າໃຫ້ຂ້ອຍຟັງ ແລະ ອີກຢ່າ1ຂ້ອຍກໍ່ເປັນເດັກນ້ອຍບ້ານນອກຂອກນາ ຢາມໄປປ່າເພິ່ນຈຶ່ງບອກຂ້ອຍສະເໝີໃຫ້ຖືຂອງທີ່ມີຄົມຫຼືແຫຼມໄປນຳ ເພ່ະມັນຈະເສີມດວງຂອງເຮົາໃຫ້ ປ້ອງກັນສິ່ງທີ່ເຮົາແນມບໍ່ເຫັນຈະລົບກວນເຮົາ



__________________
Anonymous

Date:

ມີຄືນນຶ່ງ ໄປຫາຄູບາອົງນຶ່ງຢູ່ວັດນຶ່ງຕໍ່ຫນ້າທ່ານາແລ້ງ ເພິ່ນພາໄປເອົາເລກຢູ່ວັດພະບາດໂພນຄໍ້

ເວລາຂີ່ລົດໄປນຳກັນ ເພິ່ນເວົ້່າບາງຢ່າງທີ່ຫນ້າສົນໃຈໃຫ້ຟັງວ່າ: 

 

ແຕ່ລະປີ ເພິ້ນໄດ້ໄປ ປະຊຸມປະຈຳປີ ກັບຄູບາພະຍານາກ ຢູ່ລຸ່ມນ້ຳຂອງພຸ້ນ 

ຈິງຫລືບໍ່ຈິງ ກໍບໍ່ຮູ້ແນວເພິ່ນເວົ້າແນວນັ້ນ 

ຢາກຮູ້ລະອຽດໃຫ້ໄປຖາມເພິ່ນເອົາເອງເດີ 

 



__________________
Anonymous

Date:

luffy wrote:
Anonymous wrote:

มีจริง อ.ลับแล จังหวัด อุตรดิตถ์


 

ຜູ້ໃຫຍ່ກໍາລັງເວົ້າກັນ ບໍ່ແມ່ນຊິມາອໍ້ແອ້ຫລິ້ນຄຳສັບເຊີນໄປຫລິ້ນຢູ່ບ່ອນອື່ນ


 นี่ใช่ไหมคำตอบ ที่ผู้ใหญ่กำลังคุยกัน 

ຂ້ອຍຕອບບໍ່ໄດ້ເພາະບໍ່ເຄີຍເຫັນ

ແຕ່ຖ້າໃຫ້ຂ້ອຍຕອບຕາມແນວຄິດ ໂລກທີ່ເຮົາເຫັນທຸກມື້ນີ້ ທີ່ຈິງມັນມີມິຕິຊ້ຳຊ້ອນ

ເຊັ່ນຂ້ອຍກັບເຈົ້າຢືນຫ່າງກັນ 10 ແັມດຢູ່ເດີນ່ບໍ່ມີຫຍັງບັງ

ຂ້ອຍເຫັນເຈົ້າ ແລະເຈົ້າເຫັນຂ້ອຍບໍ່ມີຫຍັງລະຫວ່າງກາງ(ຕາມທີ່ຕາເຫັນ)

ແຕ່ມັນມີມິຕິຂຶ້ນມາເຊັ່ນມິຕິຂອງວິນຍານ, ນາລົກ.... ມາຢູ່ລະຫວ່າງກາງ ຄວາມໝາຍຄືອາດຈະມີຜີມາຂັ້ນລະຫວ່າງກາງ 2 ຄົນ

ແຕ່ເຮົາແນມບໍ່ເຫັນ ບໍ່ຮັບຮູ້ ຍ້ອນຢູ່ຄົນລະມິຕິ

ແຕ່ຂ້ອຍເຊື່ອວ່າ ເມືອງລັບແລກະແມ່ນເມືອງຜີຫັ້ນລະ ຫລືວ່າສຳພະເວສີ

ພຽງແຕ່ບາງຄັ້ງຜີມັນກະປາກົດກາຍມາເປັນຄົນ ເພື່ອຂໍບຸນ

บัก luffy บักเว่าเอาดีแตเจ้าของ



__________________


Guru

Status: Offline
Posts: 1010
Date:

Anonymous wrote:
luffy wrote:
Anonymous wrote:

มีจริง อ.ลับแล จังหวัด อุตรดิตถ์


 

ຜູ້ໃຫຍ່ກໍາລັງເວົ້າກັນ ບໍ່ແມ່ນຊິມາອໍ້ແອ້ຫລິ້ນຄຳສັບເຊີນໄປຫລິ້ນຢູ່ບ່ອນອື່ນ


 นี่ใช่ไหมคำตอบ ที่ผู้ใหญ่กำลังคุยกัน 

ກະເວົ້າແນວນີ້ລະ  ຂ້ອຍເຫັນວ່າຜູ້ post ຢາກອໍ້ແອ້ ຂ້ອຍກະເຊີນດີໆ ບໍ່ໄດ້ໄລ່ບໍ່ໄດ້ດ່າຫຍັງ ມັນກະສຸພາບ ບໍ່ໃຊ້ໄດ້ສັບຫຍາບຄາຍ

บัก luffy บักเว่าเอาดีแตเจ้าของ

ຂ້ອຍກະບໍ່ເຄີຍວ່ານະວ່າ ໂຕເອງບໍ່ດີ

ຖ້າເຈົ້າຢາກຮູ້ວ່າຂ້ອຍບໍ່ດີຫຍັງ ກະຕັ້ງກະທູ້ຖາມມາໂລດ



__________________
Anonymous

Date:

ມີໃຜຮູ້ແດ່ວ່າປະຕູທາງເຂົ້າເມືອງບັງບົດຢູ່ເສັ້ນຮຸ້ງເສັ້ນແວງທີ່ເທົ່າໃດ 

ຍົກຕົວຢ່າງເຊັ່ນທາດຫຼວງວຽງຈັນຢູ່ບ່ອນ 17.976733,102.636497 (ໃຊ້ maps.google ຫາເບິ່ງ)



__________________
Anonymous

Date:

ເບິ່ງແລ້ວ ເລື້ອງບັງບົດ ຄືສີມີຢູ່ທາງໄຕ້ຫລາຍກວ່າ

 

ສວ່ນຜີກອງກອ່ຍເດ ມີທາງໃດແດ່

ຕົວເອງເຄີຍມີຄັ້ງນຶ່ງ 30ປີແລວ້ ໄປເຂດນາກາຍ ນອນຢູ່ປ່າແຄມນຳ້ ເວລານອນກາງຄືນໄດ້ຍິນສຽງຍ່າງແປກໆ ຢູ່ເທິງຫົວ ແຕ່ຍອ້ນດັງໄຟໄວ້ ມັນບໍ່ກ້າມາໄກ້

ບາດຕື່ນເຊົ້າມາໄປກວດເບິ່ງພັດເຫັນຮອຍເສືອໂຄ່ງເຂົ້າມາປະມານ 20ແມດຈາກບອ່ນນອນ



__________________
Anonymous

Date:

Anonymous wrote:

ເບິ່ງແລ້ວ ເລື້ອງບັງບົດ ຄືສີມີຢູ່ທາງໄຕ້ຫລາຍກວ່າ

 

ສວ່ນຜີກອງກອ່ຍເດ ມີທາງໃດແດ່

ຕົວເອງເຄີຍມີຄັ້ງນຶ່ງ 30ປີແລວ້ ໄປເຂດນາກາຍ ນອນຢູ່ປ່າແຄມນຳ້ ເວລານອນກາງຄືນໄດ້ຍິນສຽງຍ່າງແປກໆ ຢູ່ເທິງຫົວ ແຕ່ຍອ້ນດັງໄຟໄວ້ ມັນບໍ່ກ້າມາໄກ້

ບາດຕື່ນເຊົ້າມາໄປກວດເບິ່ງພັດເຫັນຮອຍເສືອໂຄ່ງເຂົ້າມາປະມານ 20ແມດຈາກບອ່ນນອນ


 ฮ๊ฮ๊ ! ເວົ້າເລື່ອງບັງບົດກະເລີຍຕໍ່ໃສ່ເລື່ອງຜີກ່ອງກ່ອຍ,  ເມືອແມ່ຍັງມີຊີວິດຢູ່ ເພິ່ນເຄີຍເລົ້່າໃຫ້ຟັງວ່າ ມີຄົນຜູ້ໜຶ່ງໄປດັກສັດປ່ານຳນາຍພານ  ເວລານັ້ນເພິ່ນຍັງນ້ອຍ, ນາຍພານບອກວ່າ

ໃຫ້ມຶງຖ້າຢູ່ໜີ້ເດີ ແຄມຫ້ວຍນີ້ລະ ຄັນໄດ້ຍິນສຽງປືນຈຶ່ງນຳໄປຫາກູຕາມສຽງປືນແລະສຽງໝາເຫົ່າເດີ ! ເວົ້າແລ້ວນາຍພານກະເອີ້ນໝາເຂົ້າດົງ ສ່ວນທ້າວນ້ອຍຄິດຢ້ານກະເລີຍຂຶ້ນຕົ້ນໄມ້

ແຄມຫວຍ, ປະມານເຄີ່ງຊົ່ວໂມງຕໍ່ມາກະເຫັນສັດສະນິດໜຶ່ງມີຂົນສີມົ່ນ ແລະມີຜົມສີແດງລຸຍນ້ຳແຄມຝັ່ງຫ້ວຍ ແບບຄົນງົມປາ ແຕ່ບໍ່ແມ່ນ ມັນແມ່ນຜີກ່ອງກ່ອຍນັ້ນເອງທີ່ກຳລັງຫາຫອຍ

ເມືອມັນຈັບຫອຍໄດ້, ຫອຍກະບໍທັນງັບຝາລະໄງ, ມັນກຂ້ຽວຈັບຝາລະໄງນັ້ນ ແລ້ວກະດຶງເນີ້ອຫອຍອອກຈາກປໍ້ຫອຍແລ້ວກໍຍັດເຂົ້າປາກຢ່າງສະບາຍແລ້ວກະຖິມເປືອກຫອຍນັ້ນໄປ ... ແຕ່ນັ້ນມາ

ພໍ່ເຖົ້ານັ້ນໄປຫາຫອຍ ລາວຈະບໍ່ເອົາຫອຍມາໝົດໂຕຈັກເທື່ອ ເພາະມັນໜັກ, ລາວຈະແຕ່ເນື້ອທາງໃນຂງຫອຍມາເຮືອນ...ມີໃຜໄປຫາຫອຍ (ບໍ່ແມ່ນຫອຍອັນນັ້ນເດີ !) ກະເຮັດຄືຜີກ່ອງກ່ອຍສິໄດ້

ປະຢັດເວລາຫຼາຍ !

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard