Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນດາແຈ້ງການລັດຖະບານ
ນາຍົກປີ 2021

Date:
ບັນດາແຈ້ງການລັດຖະບານ


ລັດຖະບານອອກແຈ້ງການຫັ້ນໆນີ້ໆ ເມື່ອອ່ານແລ້ວບໍ່ມີຜົນສັກສິດຈັກດີ້

ມື້ນີ້ແຈ້ງອັນນີ້ອອກມາ ມື້ໜ້າແຈ້ງລົບລ້າງ

ຢາກຖາມວ່າກອ່ນຊິອອກແຈ້ງການແຕ່ລະຄັ້ງນັ້ນ ມີການຄົ້ນຄວ້າໄຕ່ຕອງຄັກແນ່ແລ້ວບໍທ່ານເອີຍ

ມັນມີຜົນກະທົບຕໍ່ທຸລະກິດເຂົາ ບາງອັນກົດໝາຍຮັບຮອງ ແຕ່ມີແຈ້ງການຍົກເລີກ ມັນເປັນແນວໃດແທ້?

ບາງເທື່ອອອກອະນຸຍາດໃຫ້ແລ້ວ ພັດແຈ້ງລົບລ້າງ ຄິດແດ່ວ່າມັນເສຍເງິນໃດຜູ້ຶປະຕິບັດ ໃຜຊິຊົດເຊີຍໃຫ້

ຢາກໃຫ້ຄິດດີໆແດ່ ຢ່າຊິເຊັນໄວຫຼາຍເມື່ອຕົນເອງບໍ່ໄດ້ຜົນປະໂຫຍດມາໃສ່ຕົນນັ້ນ

ປະເທດຊາດເປັນຂອງທຸກຄົນ ບໍ່ເປັນຂອງທ່ານພຽງກຸ່ມດຽວເດີຊິບອກໃຫ້

ໃຫ້ຄິດເຖິງປະເທດຊາດ ແລະ ປະຊາຊົນສວ່ນຫຼາຍແດ່ ວ່າເຂົາຍັງທຸກຍາກພຽງໃດ ເຮັດແນວໃດຊິຊວ່ຍເຂົາເຈົ້າໄດ້

ເງິນກູ້ດອກເບັ້ຍຕໍ່າໆກໍ່ບໍ່ມີ

ເດັກນັກຮຽນກໍ່ໄດ້ເສຍຄ່າຮຽນ

ຂີ່ລົດກບາງບອ່ນຍັງຕອ້ງເສຍຄ່າທາງ

ພວກທ່ານເກັບພາສີອາກອນຈາກປະຊາຊົນ ໄປເປັນເງິນເດືອນຍັງບໍ່ກຸ້ມກິນ ເພາະຮົ່ວໄຫຼຫຼາຍເກີນກຳນົດ

ໃຫ້ກວດກາກັນແດ່ ແລະ ປະຕິບັດວິໃນກັນແນ່ຕາມລະບຽບກົດໝາຍ

ບາງລັດຖະມົນຕີ ແລະ ເຈົ້າແຂວງຢູ່ຕໍ່າແໜ່ງເກືອບ 30 ປີ ແຕ່ຜົນງາມບໍ່ມີຫຍັງເລີຍ

ບໍ່ອາຍບໍ? ປະເທດອື່ນເຂົາຂໍລາອອກເອງ ບໍ່ໜ້າດ້ານໜ້າມືນດອກ

ຂອບໃຈນຳທ່ານທີ່ເອົາກະທູ້ນີ້ໄປເລົ່າໃຫ້ເພີ່ນຟັງ

 



__________________
Anonymous

Date:

              Talk-Too-Much.gif



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard