Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການແກ້ໃຂບັນຫາເງິນຂາດໃນຄັງເງິນແຫ່ງຊາດ
ຄົນໃຕ້:

Date:
ການແກ້ໃຂບັນຫາເງິນຂາດໃນຄັງເງິນແຫ່ງຊາດ


ຄົນໃຕ້: ຂ້າພະເຈົ້າເຫັນໃບແຈ້ງການຈາກກົມຄັງເງິນແຫ່ງຊາດກ່ຽວກັບການລະງັບໃຊ້ຫນີ້ແກ່ບັນດາບໍລິສັດ

ແລະຫ້າງຮ້ານຕ່າງໆເພື່ອນຳເງິນຈຳນວນທີ່ມີຢູ່ອອກມາຈ່າຍເງິນເດືອນແລະເງິນບຳນານແກ່ພະນັກງານ

ຟັງແລ້ວຮູ້ສຶກຕົກໃຈແລະນ້ອຍໃຈໃນການຄຸ້ມຄອງບໍລິຫານການເງິນຂອງລັດຖະບານຄຳຖາມມີຢູ່ວ່າເປັນຫຍັງ

ຄັງເງິນແຫ່ງຊາດບໍ່ມີເງິນຫຼືຖັງແຕກ. ຂ້າພະເຈົ້າຄິດວ່າຖ້າຈະຄວບຄຸມການໃຊ້ຈ່າຍ,ການຈັດເກັບລາຍຮັບແລະການລົງທຶນໃນໂຄງ

ການຂອງລັດຖະບານໃຫ້ເປັນໄປຕາມລະບຽບຫຼັກການແລະໂປ່ງໃສ ແນ່ນອນລັດຖະບານຈະບໍ່ຖັງແຕກແນ່ນອນເຊັ່ນ:

1. ພະຍາຍາມຈຳກັດໃນການນຳໃຊ້ຊັບສົມບັດຂອງລັດເຊັ່ນ : ລົດ,ຄ່າບໍລິຫານອື່ນໆທີ່ບໍ່ຈຳເປັນຕົວຢ່າງງານລ້ຽງງານສັງສັນ.

2. ພະຍາຍາມຄຸ້ມຄອງການລົງທຶນກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ສ້າງຫົນທາງແພງເກີນຄວາມເປັນຈິງ 10ເທົ່າ.

    ສ້າງຫ້ອງການ,ຫ້ອງປະຊຸມຫຼືສະໂມສອນຕ່າງໆເຈົ້າຂອງໂຄງການຄືລັດຖະບານແຕ່ຊັກ 3-5% ເຮັດໃຫ້ລາຄາເພີ່ມຂຶ້ນທົບເຄິ່ງ.

3. ປາບປາມການສໍ້ລາດບັງຫຼວງຢ່າງຈິງຈັງໂດຍບໍ່ໄວ້ຫນ້າຊາດຕະກຸນໃດ.

4. ເອົາໃຈໃສ່ຄຸ້ມຄອງບັນດາກະຊວງທີ່ມີແລ່ງລາຍຮັບຫຼັກໆເຊັ່ນ:ກະຊວງການຄ້າ,ກະຊວງພະລັງງານບໍ່ແຮ່,ກະຊວງຄຂປກ,

5. ເອົາໃຈໃສ່ບໍ່ໃຫ້ການຈັດເກັບລາຍຮັບມີການຮົ່ວໄຫຼ

6.ສະຫນັບສະຫນູນການຜລິດສິນຄ້າເພື່ອສົ່ງອອກຢ່າງເປັນຮູບພະທຳ (ບໍ່ແມ່ນມານັ່ງເວົ້າຢູ່ຫ້ອງການແລ້ວກັບໄປຫາເມັຍນ້ອຍ)

7. ການເກັບພາສີອາກອນຈາກບັນດາບໍລິສັດລັດວິສາຫາກິດຕ່າງໆໃຫ້ມີການຄຸ້ມຄອງທີ່ຊັດເຈນແລະໂປ່ງໃສ (ບໍ່ແມ່ນເກັບເຂົ້າກະເປົ໋າຂອງໃຜຂອງມັນ)

ຊໍ່ານີ້ກໍຈະຊ່ວຍໃຫ້ລັດຖະບານສາມາດມີເງິນເກັບໃນຄັງຢ່າງສະບາຍພະນັກງານລັດກໍຈະບໍ່ຈົ່ມບູດຈົ່ມເຫົ່ນາອີກຕໍ່ໄປແຕ່ຖ້າເຮັດບໍ່ໄດ້ຫຼື

ພັນສາບໍ່ເຖິງກໍຄວນພິຈາລະນາຕົວເອງຄືວ່າໃຜກໍເປັນດອ໊ກເຕີ້ດ໊ອກເຕ້ຄືບໍ່ຄິດແດ່.



__________________
Anonymous

Date:

8. ບໍ່ຊື້ດອກໄມ້ຟຸມເຟືອຍມາປະດັບກອງປະຊຸມ

9. ບໍຊື້ສຸລາຢາເສບມາສະຫຼອງຫຼັງກອງປະຊຸມ

 



__________________
Anonymous

Date:

Anonymous wrote:

8. ບໍ່ຊື້ດອກໄມ້ຟຸມເຟືອຍມາປະດັບກອງປະຊຸມ

9. ບໍຊື້ສຸລາຢາເສບມາສະຫຼອງຫຼັງກອງປະຊຸມ

 


 ທີເວົ້າມາຂ້າງເທິງ ເຫັນດີນຳ ການປະຊຸມລະດັບສາກົນ ເຊັ່ນອົງການສະຫະປະຊາຊາດເຂົາບໍ່ເຫັນເອ້ດອກໄມ້ໃຫ້ເປືອງເງິນ ໃນລະດັບສາກົນ ບໍ່ເຫັນເຂົ້າເອ້ຢ້ອງ ດ້ວຍດອກໄມ້ໃຫ້ເປືອງເງິນ ບ້ານເຮົາລະເອົາເງິນໄປຖິ້ມນຳເອ້ດອກໄມ້ລ້າໆ

ມີຫລາຍແນວຢູ່ເດະທີ່ພວກເພີ່ນເຮັດເປືອງແບບອາໃສແອບກິນນຳຫ້ານນະ.



__________________
Anonymous

Date:

ກ່ອນອື່ນກໍຂໍສະແດງຄວາມເຫັນດີນຳແນວຄິດຂອງທ່ານຄົນໃຕ້ໝົດທຸກປະການ,ຂ້າພະເຈົ້າຢາກຣຽກຮ້ອງໃຫ້ພາກສ່ວນທີ່ເກັບລາຍຮັບໃຫ້ເຂັ້ມງວດຮັດກຸມແທ້ຯ,ກີນກໍ່ຢ່າສູ່ກີນ

ຫຼາຍພໍບໍ່ຕາຍກໍ່ຢ່າ,ອັນນີ້ວ່າແຕ່ສັດຮູ້ເໜັງກາຍໝ້າແມ່ນປາບລຽບບໍ່ມີຈົ່ງມີວາງເລີຍ,ການເກັບພາສີອາກອນກໍ່ຄືກັນຕົວເຊັ່ນປ່າໄມ້ແຕ່ລະປີຕັດກັນສະນັ່ນຫັ່ວນໄຫວພູບາງບ່ອນ

ຈົນກາຍເປັນພູຫົວໂລ້ນບາດລາຍຮັບຈາກການຂາຍໄມ້ມີໜ້ອຍດຽວຊື້ຄວາຍບໍ່ໄດ້ຣອດຣ້ອຍໂຕຊ້ຳທີ່ເຫຼືອເຂົ້າຖົງ,ຜູ້ເສຍຫາຍແມ່ນປະເທດຊາດ,ເປັນຈັ່ງຊີ້ບໍ່ຕ້ອງອະນຸຍາດໃຫ້ຕັດເລີຍ

ຊິດີບໍ?,ແຂວງຄຳມ່ວນມີບໍລິສັດພອນສັກ(ຂໍໂທດທີ່ເອີຍນາມ)ຂ້າພະເຈົ້າເວົ້າຕາມຄວາມຈິງບໍ່ແມ່ນໃສ່ຮ້າຍພາກສ່ວນກ່ຽວຂ້ອງລອງໃຫ້ມາພິສູດເບີ່ງຕາມຄວາມຈິງໂລດມີແທ້ບໍ?,

ປ່າສະຫງວນແຫ່ງຊາດນາກາຍຂອງນ້ຳເທີນສອງດຽວນີ້ຍັງມີການຕັດໄມ້ໄມ້ຢູ່ບໍ່ຂາດຖ້າບໍມີການຄວບຄຸມບໍ່ນານໂຮງຈັກປັ່ນໄຟຊິໄດ້ມ້າງເອົາໃຫ້ວຽດເຮັດເຫຼັກທອງເສດຂາຍ,ເພາະບໍ່ມີນ້ຳ

ຊິປັ່ນໄຟ,ລອງສົມທຽບເບີ່ງລາຍຮັບຈາກການຂາຍໄມ້ທີ່ບໍລິສັດພອນສັກມອບໃຫ້ລັດຖະບານປີໜື່ງແມ່ນເທົ່າໃດແລະລາຍຮັບຈາກເຄື່ອນນ້ຳເທີນສອງແລະເທີນຫີນບູນມອບໃຫ້ລັດຖະບານ

ແມ່ນເທົາໃດເພາະວ່າສອງເຄື່ອນໃຊ້ສາຍນ້ຳອັນດຽວກັນ,ລອງປຽບທຽບເບີ່ງເທົ່າຈັກສ່ວນຮ້ອຍຂອງລາຍຮັບລວມຂອງປະເທດຫຼືບັນດາທ່ານດຣ ທັງຫຼາຍຄຳນວນບໍ່ເປັນ?ຫຼືທ່ານຕາບອດຫຼືອາ

ຍຸສັ້ນຟ້າວກິນຟ້າວຕາຍພາຍໃນປີສອງປີເລີຍບໍ່ໄດ້ສົນໃຈນຳອານະຄົດຂອງຊາດທີ່ມືນຕາເບີ່ງໂລກໃນທຸກຯຊົ່ວໂມງ

 

ຂໍໂທດທີ່ໃຊ້ຄວາມບໍ່ສຸພາບໃນການອອກຄວາມເຫັນຍ້ອນຄວາມເປັນຫ່ວງນຳບ້ານເມືອງ



__________________
Anonymous

Date:

ຂີ້ຄ້ານອ່ານ ....ມີແຕ່ blahblah.gif

Bla Bla talking hand emoticon (Word Emoticons)

 



__________________
Anonymous

Date:

Anonymous wrote:

ຂີ້ຄ້ານອ່ານ ....ມີແຕ່ blahblah.gif

Bla Bla talking hand emoticon (Word Emoticons)

 


 ສຸດແທ້ແຕ່ທ່ານສິເຮັດແຫຼ້ວ ! ຢາກກິນຈົນພຸງແຕກ ກະຫາລະເຊີນ ເພາະ ຄົນຄືຂ້ອຍສິໄປຫ້າມຍັກໄດ້ແນວໃດ ? ເພາະທັງຫຼາຍທັງປວງແມ່ນຂ້ອຍບໍ່ໄດ້ກິນເງິນເດືອນຂອງລັດ, ລົດກະຊື້ເອງບໍ່ໄດ້ຢືມຂອງລັດ, ເຮືອນຢູ່ກະຂອງຕົນເອງ ອອກແບບເອງ ແລ້ວກະປຸກເອງ ມີແຕ່ຢູ່ດິນລັດ ເຊົ່າເພິ່ນຢູ່ ເພາະໄດ້ເສັຽພາສີທຸກປີ. ອັນຕັດໄມ້ຈົນພູເປັນພູຫົວລ້ານກະຢ່າເພິ່ນ ເພາະຂ້ອຍບໍ່ໄດ້ໄປລົງທຶນນຳ  ຂ້ອຍຂ້ອງໃຈແຕ່ແນວດຽວ ຂ້ອຍເສັຽເງິນຄ່າທາງກະເຮັດທາງດີໆໃຫ້ຂ້ອຍທຽວແດ່ ທໍ່ນັ້ນລະ ແນວຂ້ອຍຕ້ອງການ ເພາະອາໄສແນວອື່ນນຳລັດຖະບານບໍ່ໄດ້ຈັກຢ່າງ ຈົບ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard