ຄັນເຖິງຂັ້ນນີ້ແລ້ວຄວນບໍທີ່ຈະຍົກເລີກ ການຍົກເວັ້ນພາສີການນຳເຂົ້າວັດຖຸອຸປະກອນມາສ້າງເຂື່ອນ ສ້າງທາງ ລົງທຶນຕ່າງໆ ລວມເຖິງການນຳເຂົ້ານໍ້າມັນເຊື້ອໄຟ ລົດຫລູຮັບໃຊ້ເສດຖີ ສ່ວນລາຍຈ່າຍການຈັດກອງປະຊຸຸມສາກົນຕ່າງໆ ມະຫາກຳກິລາຕ່າງໆ ຄວນໂຈະໄດ້ແລ້ວຕີ ເງີນອຸກໜູນພະນັກງານຂັ້ນສູງ ເງີນໃຊ້ຈ່າຍບໍລິຫານລັດຕ້ອງເຂັ້ມງວດ ເຊັ່ນ ການນຳໃຊ້ລົດລັດນອກໂມງລັດຖະການ ການມີລົດປະຈຳຕຳແໜ່ງຫລາຍໆຄັນ ການຮັບແຂກຫວຽດນາມ ແລະອື່ນໆ ຄັນເຮັດໄດ້ຄິດວ່າຊໍ່າເງີນເດືອນພະນັກງານຂຶ້ນອີກ 200 ເທົ່າກໍ່ມີປັນຍາຈ່າຍ ທາງປູເບຕົງໝົດປະເທດກໍ່ຍັງໄດ້ ເອີລືມຂໍ້ນຶ່ງ ກວດຄືນແດ່ມູນຄ່າໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ແພງເກີນຈີງ 7 ເທົ່າ
ຄັນເຮັດບໍ່ໄດ້ ໃຫ້ລາອອກໝົດຄະນະລັດຖະບານ
ຂ້ອຍວ່າປົດພະນັກງານອອກເພື່ອຫລຸດຜ່ອນພາລະຂອງລັດ
luffy wrote:ຂ້ອຍວ່າປົດພະນັກງານອອກເພື່ອຫລຸດຜ່ອນພາລະຂອງລັດ
ບໍ່ແມ່ນທາງອອກທີ່ດີຈະເຮັດໃຫ້ມີຄົນຕົກງານເພີ້ມຂຶ້ນ ແລະຖ້າປົດກໍ່ຈະມີແຕ່ລູກພໍ່ນາຫມາເຕົ່າຖືກປົດຄືເກົ່າ ລູກເຈົ້າຫລານນາຍແຕະຕ້ອງບໍ່ໄດ້
ສັງເກດ ເຫັນໂຄງການຕ່າງຂອງລັດຖະບານ ມີມູນຄ່າສູງກວ່າ ຕົວຈິງ 8 ທົບຂື້ນໄປ
ຖ້າຄິດແບບນັກພັດທະນາ ມັນບໍ່ໄດ້ ຈັກດີ້ ຄວນປະຕິຮູບໄໝ່ໄດ້ແລ້ວ
ບໍ່ຜະລິດສິນຄ້າ ແລະຊຸກຍູ້ຜະລິດຢ່າງແທ້ຈິງ + ນຳສິນຄ້າເຂົ້າ+ແຮງງານບໍ່ມີຄຸນນະພາບ+ຊ່ວຍເຫລືອຈາກຕ່າງປະເທດ+Corruption+ໜີ້ສິນ = ລັດຖະບານບໍໍ່ເຮັດວຽກ ຫລືເຮັດວຽກບໍ່ເປັນ
Anonymous wrote:ສັງເກດ ເຫັນໂຄງການຕ່າງຂອງລັດຖະບານ ມີມູນຄ່າສູງກວ່າ ຕົວຈິງ 8 ທົບຂື້ນໄປຖ້າຄິດແບບນັກພັດທະນາ ມັນບໍ່ໄດ້ ຈັກດີ້ ຄວນປະຕິຮູບໄໝ່ໄດ້ແລ້ວບໍ່ຜະລິດສິນຄ້າ ແລະຊຸກຍູ້ຜະລິດຢ່າງແທ້ຈິງ + ນຳສິນຄ້າເຂົ້າ+ແຮງງານບໍ່ມີຄຸນນະພາບ+ຊ່ວຍເຫລືອຈາກຕ່າງປະເທດ+Corruption+ໜີ້ສິນ = ລັດຖະບານບໍໍ່ເຮັດວຽກ ຫລືເຮັດວຽກບໍ່ເປັນ
ບໍ່ຜະລິດສິນຄ້າ ແລະບໍ່ຊຸກຍູ້ຜະລິດຢ່າງແທ້ຈິງ + ນຳສິນຄ້າເຂົ້າ+ແຮງງານບໍ່ມີຄຸນນະພາບ+ຊ່ວຍເຫລືອຈາກຕ່າງປະເທດ+Corruption+ໜີ້ສິນ =ບໍ່ໄວ້ວາງໃຈ +ປະຕິຮູບໄໝ່
ໂຄງການຕ່າງຂອງລັດຖະບານ ມີມູນຄ່າສູງກວ່າ ຕົວຈິງ 8 ທົບຂື້ນໄປ
ຍອ້ນຫຍັງ?
ລົງທຶນກອ່ນຜ່ອນທີຫລັງ ທຳໃຫ້ອັດຕາສ່ຽງສູງ ສ່ຽງຕໍ່ການຈ່າຍຊ້າ ຕອ້ງໄດ້ຈ່າຍໃຫ້ຜູ້ອະນຸມັດເງິນອອກໃຫ້ ຊຶ່ງສູງກວ່າ 20-30%
ບໍລິສັດໄດ້ໂຄງການແລວ້ ໄປຊອກກູ້ນຳທະນາຄານກໍຕອ້ງຈ່າຍທັງນາຍຫນ້າ ແລະດອກເບັ້ຍ ຖ້າຈ່າຍບໍ່ທັນກໍເຈັ້ງ
ກອ່ນໄດ້ໂຄງການ ຕອ້ງມີຄ່າການວິ່ງເຕັ້ນ ແລະລາຍເຊັນ 20%
ດັ່ງນັ້ນຕອ້ງຄິດໄລ່ເພື່ອຢ່າງຕ່ຳ 3 ຫາ 5 ເທົ້າ
ເຊັ່ນທາງຮອ່ມກວ້າງ 5 ແມດ ເທເບຕົງ ຕຶ້ງແມ່ນ ເກືອບ 1 ລ້ານໂດລາ ຕໍ່ກິໂລແມດ ໃນເມ່ືອລາຄາຕົາຈິງ ຫລັກນຶ່ງບໍ່ຮອດ ແສນ ໂດລາ
ຄິດເບິ່ງເອົາ ຄ່າແຮງງານຊາວບ້ານແບບຫວຽດເທຮອ່ງ 1 ແມດ ບໍ່ເກີນ 1 ແສນກີບ
ລາຄາເບຕົງ 1 ມ3 ລາຄາບໍ່ເກີນ 5 ແສນກີບ ແຕ່ເທທາງໄດ້ເປັນ 1 ແມດ ໄລ່ໃສ່ 1 ກລມ ກໍ ບໍ່ເກີນ 500 ລ້ານກີບ ກໍຄະ 60 ພັນໂດລາທໍ່ນັ້ນ
ປາບປາມການສໍ້ຫຼວງບັງລາດ ການກິນສິນບົນ ການເຮັດວຽກພາກລັດບໍ່ມີຄວາມຊັດເຈນ
ບັນດາໂຄງການຕ່າງ ແລະຕ້ອງມີການປະມູນ ທີ່ປອດໃສ ໃນຄະນະກຳມະການ ກວດກາສັບສິນທີ່ໄດ້ມາ ທຸກຮູບແບບ ຂອງລັດ ລັດຕ້ອງເປັນແບບຢ່າງ ເອັາຈິງເອົາຈັງ
ໃນການກວດສ້ອມ ເຮັດໄດ້ແບບນີ້ ບໍ່ເກີນສອງປີ ຈະເລີນ ແລະປະຊາຊົນຈະນັບຖື ເມື່ອລົງ
ໂຄສະນາຂົນຂວາຍ
ຫລາຍໂຄງການຂອ້ຍເຊຶ້ອວ່າລັດຖະບານກໍເປັນລູກໜີ້ຂອງວິສາຫະກິດ ປີໃດລັດຊິໃຊ້??
Anonymous wrote:ລັດຖະບານໄດ້ໃຊ້ງົບເກືອບ 1 ພັນຕື້ກີບ ເພື່ອພັດທະນາພື້ນຖານໂຄງລ່າງ ໂດຍສະເພາະກໍ່ແມ່ນເສັ້ນທາງ ຈຳນວນ 3 ເສັ້ນ ຢູ່ພາຍໃນແຂວງໄຊສົມບູນ ເຊິ່ງເປັນແຂວງໃໝ່ ເພື່ອເປັນການສ້າງເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ແລະ ແຂວງໄຊສົມບູນໄປຫາແຂວງອ້ອມຂ້າງ ເປັນຕົ້ນກໍ່ແມ່ນທະລຸໃສ່ແຂວງຊຽງຂວາງ ບໍລິຄຳໄຊ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການໄປມາ ກໍ່ຄືການຄົມມະນາຄົມ-ຂົນສົ່ງມີຄວາມສະດວກ ເນື່ອງຈາກວ່າເສັ້ນທາງດັ່ງກ່າວນີ້ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ. ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ 3 ເສັ້ນທາງພາຍໃນແຂວງໄຊສົມບູນ ໄດ້ມີຂຶ້ນວັນທີ 3 ກຸມພາ 2014 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງໄຊສົມບູນ ຮ່ວມລົງນາມຄັ້ງນີ້ ຕາງໜ້າໃຫ້ລັດຖະບານກໍ່ຄືເຈົ້າຂອງໂຄງການໂດຍແມ່ນທ່ານ ດຣ. ສົມບັດ ເຢຍລີເຮີ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ທ່ານ ດຣ. ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຜູ້ຮັບເໝົາກໍ່ສ້າງ 3 ບໍລິສັດ ໂດຍແມ່ນທ່ານ ວິໄລ ສີລາຊາ ປະທານບໍລິສັດ ທະວີໂຊກພັດທະນາກໍ່ສ້າງ ຈຳກັດ ທ່ານ ຄຳໄຊ ບຸນມີສີດາວົງ ຜູ້ອຳນວຍການບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ທ່ານ ບຸນທັນ ປັນຍາທິລາດ ຜູ້ອຳນວຍການບໍລິສັດ ປັນຍາທິລາດກໍ່ສ້າງຂົວ-ທາງເຄຫາ ແລະ ຊົນລະປະທານ ຈຳກັດ ຊຶ່ງມີບັນດາທ່ານຮອງເຈົ້າແຂວງ ຄະນະປະຈຳພັກ ຄະນະພັກແຂວງ ທ່ານເຈົ້າເມືອງ ຫົວໜ້າ ຮອງຫົວໜ້າກົມ ກະຊວງກ່ຽວຂ້ອງ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໄຊສົມພັນ ສີເຕັງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຕາງໜ້າໃຫ້ເຈົ້າຂອງໂຄງການ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການກໍ່ສ້າງເສັ້ນທາງປູຢາງສອງ ຊັ້ນ 3 ເສັ້ນທາງພາຍໃນແຂວງໄຊສົມບູນ ຊຶ່ງໄດ້ຮູ້ວ່າ: ໂຄງການດັ່ງກ່າວນີ້ ເປັນໂຄງການບຸລິມະສິດຂອງລັດຖະບານ ເຊິ່ງໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນ ໄດ້ຮັບການຊີ້ນຳຈາກຂັ້ນເທິງຢ່າງໃກ້ຊິດ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດ ໂດຍມີໄລຍະເວລາການກໍ່ສ້າງແມ່ນ 24 ເດືອນ ກໍ່ຄືໃຫ້ສຳເລັດທ້າຍເດືອນທັນວາ 2015 ຊຶ່ງໂຄງການດັ່ງກ່າວແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ເປັນເຈົ້າຂອງໂຄງການ ສ່ວນບໍລິສັດທີ່ປຶກສາແມ່ນລັດວິສາຫະກິດ ວິສະວະກຳຄົມມະນາຄົມ ແລະ ມີ 3 ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງຄືດັ່ງນີ້: 1. ເສັ້ນທາງແຕ່ບ້ານຜາສະຫງົບ ເມືອງອານຸວົງຫາບ້ານວຽງທອງ ເມືອງທ່າໂທມ ແຂວງໄຊສົມບູນ ຄວາມຍາວ 50,01ກິໂລແມັດ ພ້ອມດ້ວຍຂົວເບຕົງ 4ແຫ່ງ ຍາວທັງໝົດ 267ແມັດ ໃນນັ້ນມີຂົວນ້ຳງຽບຍາວ 165ແມັດ ໂດຍແມ່ນບໍລິສັດ ທະວີໂຊກພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 356,89ຕື້ກີບ. 2. ເສັ້ນທາງແຕ່ບ້ານພູຫົວຊ້າງຫາບ້ານອ່າວໃຕ້ ເມືອງອານຸວົງ ແຂວງໄຊສົມບູນ ຄວາມຍາວ 30,50ກິໂລແມັດ ພ້ອມດ້ວຍຂົວເບຕົງ 2ແຫ່ງ ຍາວທັງໝົດ 55,60ແມັດ ໂດຍແມ່ນບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 263,36 ຕື້ກີບ. 3. ເສັ້ນທາງແຕ່ຂົວນ້ຳຍອນຫາບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຄວາມຍາວ 40ກິໂລແມັດ ພ້ອມດ້ວຍຂົວເບຕົງ 3ແຫ່ງ ຍາວທັງໝົດ 100ແມັດ ໂດຍແມ່ນບໍລິສັດ ປັນຍາທິລາດກໍ່ສ້າງຂົວ-ທາງ ເຄຫາ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 304,02ຕື້ກີບ.
ມີລາຄາກາງຢູ່ຫວາ? 3 ບໍລິສັດ ປະມູນຢູ່ຫວາ?
Anonymous wrote:Anonymous wrote:ລັດຖະບານໄດ້ໃຊ້ງົບເກືອບ 1 ພັນຕື້ກີບ ເພື່ອພັດທະນາພື້ນຖານໂຄງລ່າງ ໂດຍສະເພາະກໍ່ແມ່ນເສັ້ນທາງ ຈຳນວນ 3 ເສັ້ນ ຢູ່ພາຍໃນແຂວງໄຊສົມບູນ ເຊິ່ງເປັນແຂວງໃໝ່ ເພື່ອເປັນການສ້າງເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ແລະ ແຂວງໄຊສົມບູນໄປຫາແຂວງອ້ອມຂ້າງ ເປັນຕົ້ນກໍ່ແມ່ນທະລຸໃສ່ແຂວງຊຽງຂວາງ ບໍລິຄຳໄຊ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການໄປມາ ກໍ່ຄືການຄົມມະນາຄົມ-ຂົນສົ່ງມີຄວາມສະດວກ ເນື່ອງຈາກວ່າເສັ້ນທາງດັ່ງກ່າວນີ້ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ. ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ 3 ເສັ້ນທາງພາຍໃນແຂວງໄຊສົມບູນ ໄດ້ມີຂຶ້ນວັນທີ 3 ກຸມພາ 2014 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງໄຊສົມບູນ ຮ່ວມລົງນາມຄັ້ງນີ້ ຕາງໜ້າໃຫ້ລັດຖະບານກໍ່ຄືເຈົ້າຂອງໂຄງການໂດຍແມ່ນທ່ານ ດຣ. ສົມບັດ ເຢຍລີເຮີ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ທ່ານ ດຣ. ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຜູ້ຮັບເໝົາກໍ່ສ້າງ 3 ບໍລິສັດ ໂດຍແມ່ນທ່ານ ວິໄລ ສີລາຊາ ປະທານບໍລິສັດ ທະວີໂຊກພັດທະນາກໍ່ສ້າງ ຈຳກັດ ທ່ານ ຄຳໄຊ ບຸນມີສີດາວົງ ຜູ້ອຳນວຍການບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ທ່ານ ບຸນທັນ ປັນຍາທິລາດ ຜູ້ອຳນວຍການບໍລິສັດ ປັນຍາທິລາດກໍ່ສ້າງຂົວ-ທາງເຄຫາ ແລະ ຊົນລະປະທານ ຈຳກັດ ຊຶ່ງມີບັນດາທ່ານຮອງເຈົ້າແຂວງ ຄະນະປະຈຳພັກ ຄະນະພັກແຂວງ ທ່ານເຈົ້າເມືອງ ຫົວໜ້າ ຮອງຫົວໜ້າກົມ ກະຊວງກ່ຽວຂ້ອງ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໄຊສົມພັນ ສີເຕັງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຕາງໜ້າໃຫ້ເຈົ້າຂອງໂຄງການ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການກໍ່ສ້າງເສັ້ນທາງປູຢາງສອງ ຊັ້ນ 3 ເສັ້ນທາງພາຍໃນແຂວງໄຊສົມບູນ ຊຶ່ງໄດ້ຮູ້ວ່າ: ໂຄງການດັ່ງກ່າວນີ້ ເປັນໂຄງການບຸລິມະສິດຂອງລັດຖະບານ ເຊິ່ງໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນ ໄດ້ຮັບການຊີ້ນຳຈາກຂັ້ນເທິງຢ່າງໃກ້ຊິດ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດ ໂດຍມີໄລຍະເວລາການກໍ່ສ້າງແມ່ນ 24 ເດືອນ ກໍ່ຄືໃຫ້ສຳເລັດທ້າຍເດືອນທັນວາ 2015 ຊຶ່ງໂຄງການດັ່ງກ່າວແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ເປັນເຈົ້າຂອງໂຄງການ ສ່ວນບໍລິສັດທີ່ປຶກສາແມ່ນລັດວິສາຫະກິດ ວິສະວະກຳຄົມມະນາຄົມ ແລະ ມີ 3 ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງຄືດັ່ງນີ້: 1. ເສັ້ນທາງແຕ່ບ້ານຜາສະຫງົບ ເມືອງອານຸວົງຫາບ້ານວຽງທອງ ເມືອງທ່າໂທມ ແຂວງໄຊສົມບູນ ຄວາມຍາວ 50,01ກິໂລແມັດ ພ້ອມດ້ວຍຂົວເບຕົງ 4ແຫ່ງ ຍາວທັງໝົດ 267ແມັດ ໃນນັ້ນມີຂົວນ້ຳງຽບຍາວ 165ແມັດ ໂດຍແມ່ນບໍລິສັດ ທະວີໂຊກພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 356,89ຕື້ກີບ. 2. ເສັ້ນທາງແຕ່ບ້ານພູຫົວຊ້າງຫາບ້ານອ່າວໃຕ້ ເມືອງອານຸວົງ ແຂວງໄຊສົມບູນ ຄວາມຍາວ 30,50ກິໂລແມັດ ພ້ອມດ້ວຍຂົວເບຕົງ 2ແຫ່ງ ຍາວທັງໝົດ 55,60ແມັດ ໂດຍແມ່ນບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 263,36 ຕື້ກີບ. 3. ເສັ້ນທາງແຕ່ຂົວນ້ຳຍອນຫາບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຄວາມຍາວ 40ກິໂລແມັດ ພ້ອມດ້ວຍຂົວເບຕົງ 3ແຫ່ງ ຍາວທັງໝົດ 100ແມັດ ໂດຍແມ່ນບໍລິສັດ ປັນຍາທິລາດກໍ່ສ້າງຂົວ-ທາງ ເຄຫາ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 304,02ຕື້ກີບ. ມີລາຄາກາງຢູ່ຫວາ? 3 ບໍລິສັດ ປະມູນຢູ່ຫວາ?ບໍ່ຕ້ອງຖາມຂ່າວເລີຍເດີ່, ເພີ່ນໃຊ້ສູດລົງທືນກ່ອນ ມອບໃຫ້ເລີຍລາຄາກໍ່ແມ່ນຕາມຄວາມພໍໃຈຂອງບໍລິສັດກໍ່ສ້າງທຸກໂຄງການທີ່ໃຊ້ງົບປະມານລັດ ແລະ ໂຄງການເງີນກູ້ຈີນຈະເປັນແບບນີ້
ບໍ່ຕ້ອງຖາມຂ່າວເລີຍເດີ່, ເພີ່ນໃຊ້ສູດລົງທືນກ່ອນ ມອບໃຫ້ເລີຍ
ລາຄາກໍ່ແມ່ນຕາມຄວາມພໍໃຈຂອງບໍລິສັດກໍ່ສ້າງ
ທຸກໂຄງການທີ່ໃຊ້ງົບປະມານລັດ ແລະ ໂຄງການເງີນກູ້ຈີນຈະເປັນແບບນີ້
ເສັ້ນທີ 1.350,000 /50=7,000 ລ /km=875,000$/km
ເສັ້ນທີ 2.260,000/30=8,600 ລ /km=1,075,000$/km
ເສັ້ນທີ 3. 300,000/40=7,500ລ /km=937,500$/km
ສວ່ນທາງ ເອດີບີ ຫລາຍສາຍຢູ່ພາກເຫນືອ ແມ່ນປະມານ 200,000$/km
ເປັນຫຍັງ ບໍ່ກູ້ນຳທະນາຄານແລວ້ມາປະມູນເອົາ
ສຳຫລັບທາງ 120 ກິໂລແມດ ບໍ່ຫນ້າເກີນ 25 ລ້ານໂດລາ ຫລື ບໍ່ເກີນ 200ຕື້ກີບ
ຊຶ່ງຖືກກວ່າຕັ້ງ 5 ເທົ້າ
ເຮັດແບບນີ້ມັນສີຈະເລີນໄວໄດ້ແນວໃດ ແທນທີ່ສາມາດໃຊ້ເງິນ ສ້າງໄດ້ເປັນ 500 ຫລັກ ພັດເຮັດໄດ້ແຕ່ 100 ຫລັກ
ອັນໃດກາແມ່ນເງິນ ປະເທດຊາດຄືກັນ
Anonymous wrote: ເສັ້ນທີ 1.350,000 /50=7,000 ລ /km=875,000$/kmເສັ້ນທີ 2.260,000/30=8,600 ລ /km=1,075,000$/kmເສັ້ນທີ 3. 300,000/40=7,500ລ /km=937,500$/km ສວ່ນທາງ ເອດີບີ ຫລາຍສາຍຢູ່ພາກເຫນືອ ແມ່ນປະມານ 200,000$/km ເປັນຫຍັງ ບໍ່ກູ້ນຳທະນາຄານແລວ້ມາປະມູນເອົາ ສຳຫລັບທາງ 120 ກິໂລແມດ ບໍ່ຫນ້າເກີນ 25 ລ້ານໂດລາ ຫລື ບໍ່ເກີນ 200ຕື້ກີບ ຊຶ່ງຖືກກວ່າຕັ້ງ 5 ເທົ້າ ເຮັດແບບນີ້ມັນສີຈະເລີນໄວໄດ້ແນວໃດ ແທນທີ່ສາມາດໃຊ້ເງິນ ສ້າງໄດ້ເປັນ 500 ຫລັກ ພັດເຮັດໄດ້ແຕ່ 100 ຫລັກອັນໃດກາແມ່ນເງິນ ປະເທດຊາດຄືກັນ ອັນພວກເຮົາມາຈົ່ມຢູ່ນີ້ ມັນກະສິເປັນຜົນໃຫ້ມີການປ່ຽນແປງຢູ່ບໍນໍ ? ແຍວວ່າ ເຮັດອັນໃດກະຢາກໄດ້ເງິນເຂົ້າຖົງ ເລືາອງອື່ນຂ້ອຍບໍ່ສົນ ! ມັນເປັນໂຊກລາບອັນມະຫາສານຂອງປະເທດທີ່ມີກຸ່ມກຳອຳນາດ ທີ່ເຫັນແກ່ຕົນເອງ ແລະພວກພ້ອງ ...ຊົມເຊີຍ ປະເທດສປປ ລາວ ! ສຸດຍອດ !!
ຖ້າແກ້ໄຂບັນຫາງ່າຍໆແບບນີ້ກໍ່ເອົາລີງມາບໍລິຫານປະເທດດີກ່ວາບໍ?
ວິທີຫາເງິນມີຕັ້ງຫລາຍ ບໍ່ພາກັນຫາ ມີແຕ່ຂາຍຊັພພະຍາກອນ ແລະ
ຂໍຄວາມຊ່ອຍເຫລືອດັ່ງນັ້ນ ມັນຈຶ່ງຂາດຄັງ ຄືແນວນີ້ແລະ
ຖ້າລັດຖະບານ ຮູ້ຈັກບໍຣິຫານການຄ້າ ລະຫວ່າງຊາດ ກັບນາໆ ປະເທດ
ທັງຈີນ ແລະ ຢູໂຣບ ໂອຍ!!! ເງິນໄຫລມາເປັນກອບເປັນກຳ
ໂດຍສະເພາະກັບຈີນ ທີ່ມີຊາຍແດນຕິດກັນແທ້ ໆ ກະຍັງບໍ່ຮູ້ຈັກຫາເງິນນຳເຂົາ
ເວົ້າສະເພາະແຕ່ ເຂົ້າ ຫລື ເຄື່ອງກະສິກຳທົ່ວໄປ
ເປັນຫຍັງບໍ່ລະດົມປະຊາຊົນປູກເຂົ້າຫລາຍ ໆ ແລະ ປູກອື່ນໆ ທີ່ຈີນຕ້ອງການ
ລັດຖະບານເປັນຄົນຮັບຊື້ ຊອກຫາຕະຫລາດ
ຊື້ຈາກປະຊາຊົນໃນລາຄາ ບໍ່ແພງຕາມ ລາຄາປົກກະຕິໃນລາວ
ຂາຍອອກຕ່າງປະເທດ ໃນລາຄາສາກົນ ແພງສົມຄວນ
ໄປຂໍຮ້ອງຈີນ ຫລື ປະເທດ ອີຢູ ໃຫ້ຊ່ອຍຊື້ສິນຄ້າ ນຳ ເພາະເປັນປະເທດທຸກຍາກ
ຂ້ອຍວ່າ ເຂົາແລ່ນຕຳກັນ. ໂດຍສະເພາະຈີນ ທີ່ມີຊາຍແດນຕິດກັນກັບລາວ
ຈີນບໍ່ມີທາງທີ່ຈະປະຕິເສດ ເພາະວ່າຢ້ານລາວເຮົາປ່ຽນຫົວເຮືອ
ເພາະ ວ່າຖ້າລາວປ່ຽນຫົວເຮືອໄປດຶງເອົາອາເມລິກາເຂົ້າມາອີກ ຈີນ ໜາວແນ່ນອນ
ເພາະມີແດນຕິດກັບຈີນ
ລາວປູກຫຍັງ ຜະລິດຫຍັງ ຂ້ອຍວ່າ ຈີນເອົາແນ່ນອນ
ແຕ່ທຸກວັນນີ້ ເປັນຫຍັງ ຫລາຍບໍຣິສັດເກີດຂຶ້ນຢູ່ລາວ ເພາະວ່າ ເຂົາເຂົ້າໄປເອົາ ໂກຕ້າ ຈາກລາວ
ທີ່ສົ່ງເຄື່ອງໄປຂາຍ ຢູ່ຈີນ ແລະ ອີຢູ ບໍ່ໄດ້ເສັຍ ພາສີ
ທາງປະເທດອີຢູ ເຫັນວ່າລາວທຸກຍາກ ເລີຍຢາກຊ່ອຍລາວ ຈຶ່ງບໍ່ເກັບພາສີນຳ
ຖ້າລັດຖະບານລາວ ແນມເຫັນທາງນີ້ ແຫ່ງໄດ້ປຽບກວ່າ ນັກທຸກລະກິດເອກະຊົນ
ເພາະໂຕເອງເປັນລັດຖະບານ
ແລະຊອກຫາທາງດ້ານ ອື່ນໆ ອີກຫລາຍຢ່າງ ປູກຝັງ ລ້ຽງສັດ
ທັງສອງຢ່າງນີ້ ຖ້າແຍກອອກໄປ ແຕ່ລະຊະນິດ ເປັນຫລາຍຮ້ອຍ ໂຄງການ
ປູກຝັງ : ມັນມີຈັກຊະນິດ ຈັກຢ່າງ
ລ້ຽງສັດກໍ່ຄືກັນ ມັນມີຫລາຍຢ່າງ ຫລາຍຊະນິດ
ຖ້າລັດຖະບານຄຸ້ມຄອງ ສິນຄ້າໃຫ້ ຂ້ອຍວ່າ ຄົນລາວເຮົາເຂົາເຮັດແນ່ນອນ
ເຂົາແຮງຢາກໄດ້ເງິນ
ແລະຍັງມີຫລາຍຢ່າງ ຖ້າທ່ານໃດສົນໃຈ ໃນໂອກາດໜ້າຈະມາຂຽນຕື່ມອີກກກກກ
ເງີນດອນລາ ມັນກະໄປຢູ່ ທະນາຄານຕ່າງປະເທດ ຊິມາຢູ່ຫຍັງ
ທະນາຄານລາວ. ຖ້າເງີນກີບຂາດ ຫລືບໍ່ພໍ ກະພີມເອົາໃມ່
ອີກຈັກ ສອງສາມພັນ ໂຕນຊັ້ນຕົ່ວ.
ຢູ່ Swiss Bank
Anonymous wrote:ວິທີຫາເງິນມີຕັ້ງຫລາຍ ບໍ່ພາກັນຫາ ມີແຕ່ຂາຍຊັພພະຍາກອນ ແລະ ຂໍຄວາມຊ່ອຍເຫລືອດັ່ງນັ້ນ ມັນຈຶ່ງຂາດຄັງ ຄືແນວນີ້ແລະ ຖ້າລັດຖະບານ ຮູ້ຈັກບໍຣິຫານການຄ້າ ລະຫວ່າງຊາດ ກັບນາໆ ປະເທດ ທັງຈີນ ແລະ ຢູໂຣບ ໂອຍ!!! ເງິນໄຫລມາເປັນກອບເປັນກຳ ໂດຍສະເພາະກັບຈີນ ທີ່ມີຊາຍແດນຕິດກັນແທ້ ໆ ກະຍັງບໍ່ຮູ້ຈັກຫາເງິນນຳເຂົາເວົ້າສະເພາະແຕ່ ເຂົ້າ ຫລື ເຄື່ອງກະສິກຳທົ່ວໄປ ເປັນຫຍັງບໍ່ລະດົມປະຊາຊົນປູກເຂົ້າຫລາຍ ໆ ແລະ ປູກອື່ນໆ ທີ່ຈີນຕ້ອງການລັດຖະບານເປັນຄົນຮັບຊື້ ຊອກຫາຕະຫລາດ ຊື້ຈາກປະຊາຊົນໃນລາຄາ ບໍ່ແພງຕາມ ລາຄາປົກກະຕິໃນລາວ ຂາຍອອກຕ່າງປະເທດ ໃນລາຄາສາກົນ ແພງສົມຄວນ ໄປຂໍຮ້ອງຈີນ ຫລື ປະເທດ ອີຢູ ໃຫ້ຊ່ອຍຊື້ສິນຄ້າ ນຳ ເພາະເປັນປະເທດທຸກຍາກ ຂ້ອຍວ່າ ເຂົາແລ່ນຕຳກັນ. ໂດຍສະເພາະຈີນ ທີ່ມີຊາຍແດນຕິດກັນກັບລາວ ຈີນບໍ່ມີທາງທີ່ຈະປະຕິເສດ ເພາະວ່າຢ້ານລາວເຮົາປ່ຽນຫົວເຮືອ ເພາະ ວ່າຖ້າລາວປ່ຽນຫົວເຮືອໄປດຶງເອົາອາເມລິກາເຂົ້າມາອີກ ຈີນ ໜາວແນ່ນອນເພາະມີແດນຕິດກັບຈີນ ລາວປູກຫຍັງ ຜະລິດຫຍັງ ຂ້ອຍວ່າ ຈີນເອົາແນ່ນອນ ແຕ່ທຸກວັນນີ້ ເປັນຫຍັງ ຫລາຍບໍຣິສັດເກີດຂຶ້ນຢູ່ລາວ ເພາະວ່າ ເຂົາເຂົ້າໄປເອົາ ໂກຕ້າ ຈາກລາວທີ່ສົ່ງເຄື່ອງໄປຂາຍ ຢູ່ຈີນ ແລະ ອີຢູ ບໍ່ໄດ້ເສັຍ ພາສີ ທາງປະເທດອີຢູ ເຫັນວ່າລາວທຸກຍາກ ເລີຍຢາກຊ່ອຍລາວ ຈຶ່ງບໍ່ເກັບພາສີນຳ ຖ້າລັດຖະບານລາວ ແນມເຫັນທາງນີ້ ແຫ່ງໄດ້ປຽບກວ່າ ນັກທຸກລະກິດເອກະຊົນ ເພາະໂຕເອງເປັນລັດຖະບານແລະຊອກຫາທາງດ້ານ ອື່ນໆ ອີກຫລາຍຢ່າງ ປູກຝັງ ລ້ຽງສັດ ທັງສອງຢ່າງນີ້ ຖ້າແຍກອອກໄປ ແຕ່ລະຊະນິດ ເປັນຫລາຍຮ້ອຍ ໂຄງການ ປູກຝັງ : ມັນມີຈັກຊະນິດ ຈັກຢ່າງ ລ້ຽງສັດກໍ່ຄືກັນ ມັນມີຫລາຍຢ່າງ ຫລາຍຊະນິດ ຖ້າລັດຖະບານຄຸ້ມຄອງ ສິນຄ້າໃຫ້ ຂ້ອຍວ່າ ຄົນລາວເຮົາເຂົາເຮັດແນ່ນອນເຂົາແຮງຢາກໄດ້ເງິນ ແລະຍັງມີຫລາຍຢ່າງ ຖ້າທ່ານໃດສົນໃຈ ໃນໂອກາດໜ້າຈະມາຂຽນຕື່ມອີກກກກກ
ຢູ່ຂ້າບ້ານຂ້ອຍມີຄົນຊຳເໜືອເວົ້າໃຫ້ຟັງວ່າ ບ້ານເຂົາປູກມັນຝລົ່ງໂດຍບັງເອີນ ມັນເປັນຫຼາຍຈົນບໍ່ຮູ້ຊິເຮັດຈົນໄດ້ເອົາໄປຕົ້ມໃຫ້ໝູ ຫົວເລັກຫົວນ້ອຍມັນຄ້າງໄວ້ກະເລີຍເກິດເອງໃນປີຕໍ່ມາ ອັນນີ້ ມັນອາດເປັນທ່າແຮງອັນໜຶ່ງຖ້າຫາກຂະຫຍາຍເນື້ອທີ່ແລະປູກເປັນຂະບວນ ເຮົາອາດສ້າງໃຫ້ເປັນສິນຄ້າສົ່ງອອກໄດ້ດີສົມຄວນ ປະຊາຊົນກະຈະມີລາຍໄດ້ເປັນກອບເປັນກຳ
ບົດຮຽນໃນການພັດທະນາ ມີຫລວງຫລາຍພາຍມາກ ນຳປະເທດທີ່ຈະເລີນປະເທດທີ່ກຳລັງພັດທະນາ ບົດຮຽນນຳປະເທດດ້ອຍພັດທະນາ ລັດຖະບານຫາກບໍຍອມ ຮ່ຳຮຽນຖອດຖອນເອົາ
ນັກການທູດລາວສົ່ງໄປຕ່າງປະເທດຫລວງຫລາຍພາຍມາກ ລວມທັງພວກການນຳ ໄປຖອດຖອນບົດຮຽນຫາກນຳໃຊ້ຄົນເປັນນຳໃຊ້ຄົນເຮັດແທ້ທຳຈິງ ຄົນມີຫົວຄິດ ກະຈະເລີນໄວກ່ອນນີ້.
ເວົ້າເລື່ອງເຂົ້າການເຂົ້າງານ ເຮັດວຽກກຳຫນ້າທີ່ກະເອົາແຕ່ເຄືອຍາດພັກພວກ ຄົນເຮັດວຽກບໍ່ເປັນ ກະຈົ່ງໄວ້ໃຫ້ຮົກຕຳແຫນ່ງ ຄົນໂກງບ້ານກິນເມືອງກະບໍ່ ຈັບກຸມຄຸມຂັງ
ມີເງິນເປັນທໍ່ໄດມັນກະຊິໄປຍັງ ແນວຄົນສໍ້ໂກງຄອຍກັນດຄອຍແຫ້ນກິນ ຍາດແຍ່ງກັນຮ້າຍກ່ອນຊີ້ນຕອນຫນາປາຕ່ອນໃຫຍ່.
ເງິນຂາດຄັງຢູ່ລາວ ແຕ່ໄປເຕັມຢູ່ຄັງທີ່ປະເທດສວິສແລນ
ຈ້າງແດ່ວ່າລັດຖະບານຈະເຈັບຫົວ. ມີແຕ່ລັດຖະການຜູ້ນ້ອຍ
ນັ້ນຕິສິເຈັບຫົວມົວເກົ້າ ເພາະເຂົ້າຂາດແລງແກງຂາດໝໍ້.
Anonymous wrote:ບົດຮຽນໃນການພັດທະນາ ມີຫລວງຫລາຍພາຍມາກ ນຳປະເທດທີ່ຈະເລີນປະເທດທີ່ກຳລັງພັດທະນາ ບົດຮຽນນຳປະເທດດ້ອຍພັດທະນາ ລັດຖະບານຫາກບໍຍອມ ຮ່ຳຮຽນຖອດຖອນເອົານັກການທູດລາວສົ່ງໄປຕ່າງປະເທດຫລວງຫລາຍພາຍມາກ ລວມທັງພວກການນຳ ໄປຖອດຖອນບົດຮຽນຫາກນຳໃຊ້ຄົນເປັນນຳໃຊ້ຄົນເຮັດແທ້ທຳຈິງ ຄົນມີຫົວຄິດ ກະຈະເລີນໄວກ່ອນນີ້.ເວົ້າເລື່ອງເຂົ້າການເຂົ້າງານ ເຮັດວຽກກຳຫນ້າທີ່ກະເອົາແຕ່ເຄືອຍາດພັກພວກ ຄົນເຮັດວຽກບໍ່ເປັນ ກະຈົ່ງໄວ້ໃຫ້ຮົກຕຳແຫນ່ງ ຄົນໂກງບ້ານກິນເມືອງກະບໍ່ ຈັບກຸມຄຸມຂັງມີເງິນເປັນທໍ່ໄດມັນກະຊິໄປຍັງ ແນວຄົນສໍ້ໂກງຄອຍກັນດຄອຍແຫ້ນກິນ ຍາດແຍ່ງກັນຮ້າຍກ່ອນຊີ້ນຕອນຫນາປາຕ່ອນໃຫຍ່.
ເຮັດແນວໃດກໍຍາກຢູ່ ເພາະເບີ່ງແລ້ວຄືຈັງວ່າ ພວກເພີ່ນຕັ້ງພາກັນສ້າງເງື່ອນໄຂທີ່ສໍ້ຫລວງບັງລາດ ແລະ ສໍ້ລາດບັງຫລວງ
ລະບຽບບໍ່ຮັດກຸມ ການກວດກາບໍ່ເຂັ້ມງວດ ການຕັດສິນບໍ່ເດັດຂາດ ນາຍເອົາສິບ ລູກນ້ອງເອົາສອງ...ບໍ່ມີໃຜເວົ້າໃຜໄດ້ ໃຜເວົ້າໃຜກໍບໍ່ໄດ້
ການກໍ່ສ້າງຄືກັນຖ້າຍັງບໍ່ມີເງິນກໍບໍ່ຟ້າວເຮັດຕົວະ ເພາະມູນຄ່າມັນບວກສູງໂພດ
ລົດປະຈຳຕຳແໜ່ງກໍຢ່າຊື້ແນວລາຄາສູງຫລາຍ ເພາະປະເທດໂຕເອງຍັງທຸກຈົນຢູ່
ໃຫ້ຄຶດເຫັນໃຈພະນັກງານບຳນານແດ່ເດີ ບາງຄົນຊອກລົດຖີບຈະຂີ່ກໍບໍມີ ລູກເຈັບເມັຽເປັນ ກໍບໍ່ມີເງີນມາປິນປົວກັນ
ທັງໆທີ່ໃນເວລາສົ່ງຄາມເຂົາເຄີຍທຸກ ກ້າສູ້ສ່ຽງລົ້ມສ່ຽງຕາຍຜ່ານມາຫລາຍຕໍ່ຫລາຍຄັ້ງໃນສົງຄາມ ພວກນີ້ສ່ວນຫລາຍເປັນຄົນບໍ່ມີຄວາມຮູ້
ແຕ່ມີຄວາມສັດຊື່ແລະນຳໃຈຮັກຊາດສູງ ເຮັດແແທ້ທຳຈິງ ປາກເວົ້າບໍ່ມີຕົງໂຕຍ ເວົ້າແຕ່ຄວາມຈິງ ເຈົ້ານາຍຊັງ ແລ້ວເຂົ້າກໍບໍ່ໄດ້ຮັບໜ້າທີ່ສູງ
ພໍສົງຄາມແລ້ວ ເຂົາກໍກາຍເປັນຄົນຊັ້ນຕຳ່ໃນສັງຄົມໂດຍບັງເອີນອີກ
ຈັ່ງຊັ້ນແລ້ວຈະໃຊ້ຈ່າຍແນວໃດກໍຄິດເຖິງຈຳພວກຄົນທີ່ມີຜົນງານ ແຕ່ບໍ່ມີໂອກາດໃຊ້ຈ່າຍເງີນລັດນຳພວກທ່ານແດ່ຖ້ອນ
Anonymous wrote:Anonymous wrote: ເສັ້ນທີ 1.350,000 /50=7,000 ລ /km=875,000$/kmເສັ້ນທີ 2.260,000/30=8,600 ລ /km=1,075,000$/kmເສັ້ນທີ 3. 300,000/40=7,500ລ /km=937,500$/km ສວ່ນທາງ ເອດີບີ ຫລາຍສາຍຢູ່ພາກເຫນືອ ແມ່ນປະມານ 200,000$/km ເປັນຫຍັງ ບໍ່ກູ້ນຳທະນາຄານແລວ້ມາປະມູນເອົາ ສຳຫລັບທາງ 120 ກິໂລແມດ ບໍ່ຫນ້າເກີນ 25 ລ້ານໂດລາ ຫລື ບໍ່ເກີນ 200ຕື້ກີບ ຊຶ່ງຖືກກວ່າຕັ້ງ 5 ເທົ້າ ເຮັດແບບນີ້ມັນສີຈະເລີນໄວໄດ້ແນວໃດ ແທນທີ່ສາມາດໃຊ້ເງິນ ສ້າງໄດ້ເປັນ 500 ຫລັກ ພັດເຮັດໄດ້ແຕ່ 100 ຫລັກອັນໃດກາແມ່ນເງິນ ປະເທດຊາດຄືກັນ ອັນພວກເຮົາມາຈົ່ມຢູ່ນີ້ ມັນກະສິເປັນຜົນໃຫ້ມີການປ່ຽນແປງຢູ່ບໍນໍ ? ແຍວວ່າ ເຮັດອັນໃດກະຢາກໄດ້ເງິນເຂົ້າຖົງ ເລືາອງອື່ນຂ້ອຍບໍ່ສົນ ! ມັນເປັນໂຊກລາບອັນມະຫາສານຂອງປະເທດທີ່ມີກຸ່ມກຳອຳນາດ ທີ່ເຫັນແກ່ຕົນເອງ ແລະພວກພ້ອງ ...ຊົມເຊີຍ ປະເທດສປປ ລາວ ! ສຸດຍອດ !!
ພວກເຂົາເຮັດເພື່ອຊາດ ແລະປະຊາຊົນ ແຕ່ໃຊ້ເງີນປະຊາຊົນ ແລະຊັບພະຍາກອນຂອງຊາດ ຫລາຍເກີນຄວາມເປັນຈິງ ກັບສິ່ງທີ່ໄດ້ກັບມາ .
ວິທີນີ້ ເຂົາໃຊ້ກັນແຕ່ ກາງສັດຕະວັດທີ 18 ບໍ່ຄິດວ່າຍັງໃຊ້ໄດ້ກັບລາວ ແລະລາວເຮົາລ້າຫລັງຫລາຍ....ແລະຜູ້ນຳກໍ່ຄືກັນ