Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກຳຫຼັກນັກຕອບກະທູ້ ເພື່ອຈະໄດ້ຄວາມຮູ້ທັງຜູ້ຕອບ-ຖາມ-ອ່ານ-ຄິດ ຜູກມິດທົ່ວໂລກ (ບັດສະຫຼົບເປັນຕົວ
Anonymous

Date:
ກຳຫຼັກນັກຕອບກະທູ້ ເພື່ອຈະໄດ້ຄວາມຮູ້ທັງຜູ້ຕອບ-ຖາມ-ອ່ານ-ຄິດ ຜູກມິດທົ່ວໂລກ (ບັດສະຫຼົບເປັນຕົວ


- ອ່ານເຂົາໂສກັນເລື່ອງບັດສະຫຼົບ ແລ້ວຜູ້ຕອບຖາມເວົ້າໄປຄົນລະທິດລະທາງ ຄົນທີ່ເວົ້າເປັນກາງກະມີຢູ່ ແຕ່ຄົນຖູໄປທາງອີກເຕືອກ ກະມີຄືກັນ ມີຄົນແນະນຳທາງແມ່ນ ພັດແລ່ນໄປແກ້ຕົວ ເອົາໄປເອົາມາຄຳບໍ່ຄວນເວົ້າ ກະເວົ້າໄປທົ່ວທີບກະຫາກມີ.

- ກ່ຽວກັບການຕອບບັນຫາຕ່າງໆ ໂດຍສະເພາະກ່ຽວກັບປະເທດໄທນັ້ນ ກໍຄວນລະວັງແນ່ ເວົ້າຫຍັງຕ້ອງເວົ້າໃຫ້ຖືກຕ້ອງ ຈະເປັນການດີ ເພາະຊັ່ງຊາ ເບິ່ງແລ້ວນັກຕອບກະທູ້ຝ່າຍລາວນີ້ ມັກຈະບໍ່ກຳຫຼັກເຫດຜົນ ອັນທີສອງແມ່ນພວກເຮົາໂສກັນຊື່ໆ(ລ້າ) ໂສກັນແລ້ວກະຖິ້ມໄປບໍ່ເກັບກຳນຳໄປໃຊ້ປະໂຫຍດ

ຍາວນານ ແຕ່ກົງກັບຂ້າມກັບທາງໄທເຂົາສິ່ງໃດ ທີ່ໄດ້ຈາກການສົນທະນາ ເຂົາຈະບັນທຶກຈົດຈຳ ແລະໃຊ້ເປັນປະໂຫຍດໃນພາຍພາກໜ້າ ອັນໜຶ່ງສິ່ງໃດ ກໍຕາມຫາກເວົ້າໄປແລ້ວ ບໍ່ເປັນຜົນກະທົບຕໍ່ຊາດເຂົາ ເຂົາຈະເວົ້າ, ຫາກເປັນຜົນກະທົບຕໍ່ຊາດເຂົາສັ້ນ ຫຼືຍາວນານ ເຖິງເລື່ອງຈິງ ເຂົາຈະຫຼີກລຽງໂລດ ອັນນີ້ເປັນຈຸດເດັ່ນທີ່ສຸດຂອງຄົນໄທ ຄົນລາວເອງເກືອບກ່າວໄດ້ວ່າ ບໍ່ມີແນວຄິດນີ້ ບໍ່ວ່າລາວຢູ່ໃນ ຫຼືນອກປະເທດ, ສຸດທ້າຍຄົນລາວກະຖຽງກັນເອງ ເພາະບໍ່ເວົ້າບໍ່ຄິດ ບໍ່ເພື່ອ.

- ຢ່າງໃດກໍຕາມເລື່ອງທີ່ດັງສຸດໃນອາທິດ ທີ່ຜ່ານມາ ແມ່ນເລື່ອງ ເຕັ້ນລຳ ”ບັດສະຫຼົບ” ເຊິ່ງແນ່ນອນຢູ່ແລ້ວ ມັນເປັນທ່າເຕັ້ນລາວ ເພາະຄົນລາວ ອອກແບບທ່າເຕັ້ນນີ້ ພາຍໃຕ້ການປະຍຸກເອົາຈັງຫວະສາກົນມາ ແລ້ວອອກແບບທ່າເຕັ້ນໃສ່ ສະນັ້ນທີ່ບອກວ່າບັດສະຫຼົບເປັນທ່າເຕັ້ນລາວ ມັນແມ່ນຖືກຕ້ອງແລ້ວ ຈັດຢູ່ໃນປະເພດລາວສາກົນ, ຕ້ອງແຍກໃຫ້ໄດ້ວ່າ ອັນໃດລາວສາກົນ(ລາວສະໄໝ) ອັນໃດລາວແທ້.

- ຢ່າງໃດກໍຕາມ ສຳລັບການທີ່ໄທເອົາທ່າເຕັ້ນບັດສະຫຼົບໄປເຕັ້ນໃນສັງຄົມທຳມະດາ ບໍ່ແມ່ນລັກສະນະທຸລະກິດ ກໍຖືວ່າທຳໄດ້, ຫາກແມ່ນເອົາໄປທຳທາງເຊິງທຸລະກິດ ກໍອີງຕາມທາງຝ່າຍລາວອະນຸຍາດບໍ ໂດຍສະເພາະແມ່ນເຈົ້າຂອງຜູ້ອອກແບບທ່າເຕັ້ນນັ້ນຈະຮຽກຮ້ອງສິດ(ລິຂສິດພູມປັນຍາ)

- ມີຫຼາຍຄົນວ່າລາວເຮັດຫຍັງມີແຕ່ເຮັດຕາມໄທ ຮ້ອງເພງໄທ ຫຼືແມ່ນກະທັງເວົ້າພາສາໄທ, ອັນນີ້ຄົນລາວເຮົາເວົ້າໄປພໍຫຼົມປາກ ເວົ້າຕາມໄທເຂົາສອນມາ ມັນຈຶ່ງເກີດບັນຫາຕ່າງໆຕາມມາ ເພາະລາວເຮົາເວົ້າບໍ່ຄິດ ເວົ້າຕາມໆກັນມາ ຄືຄົນໄທເຂົາຈະໃສ່ຢາໄວ້ກ່ອນແລ້ວ ຄົນລາວກໍຕິດແນວຄິດນັ້ນໆ ບາດຄວາມຄິດສຸກງອມແລ້ວ ກໍຖຽງກັນຖຽງໄປຖຽງມາກໍບໍ່ສູ້ເຂົາເພາະເຮົາເວົ້າບໍ່ຄິດ.

- ຢາກບອກວ່າ ວັດທະທຳລາວໄທ ທຸກຢ່າງເປັນວັດທະນະທຳຮ່ວມກັນ ໃຜເອົາໄປພັດທະນາພາຍໃຕ້ພື້ນຖານສັງຄົມຕົນເປັນອັນຂອງຜູ້ນັ້ນ.

- ວັດທະນະທຳລາວ ຢູ່ໄທຫຼາຍກວ່າຢູ່ລາວ (ເພາະພົນລະເມືອງຜູ້ໃຊ້ວັດທະນະທຳລາວຢູ່ໄທ ຫຼາຍກວ່າພົນນະລະເມືອງລາວ ວັດທະນະທຳນັ້ນຍ່ອມຂະຫຍາຍໄວ)

- ໃນອະດີດ ຮອດປັດຈຸບັນນີ້ “ຄົນໄທຈຳນວນຫຼວງຫຼາຍ ບໍ່ເຄີຍອົບພະຍົບໄປຕັ້ງຖິ່ນຖານຢູ່ລາວ ແຕ່ລາວຈຳນວນຫຼວງຫຼາຍໄປຢູ່ໄທ” ອັນນີ້ ສະແດງໃຫ້ເຫັນວ່າ ຄົນໄປສັບພະສິ່ງໄປວັດທະນະທຳທຸກຢ່າງຕ້ອງໄປ(ສອດຄ່ອງກັບຂໍ້ເທິງ)

- ຄົນລາວມັກວ່າສະເໝີວ່າ “ຄົນລາວມັກຮ້ອງເພງໄທ“ ຄຳວ່າຮ້ອງມັນມີສອງແບບ ຄື ມັກເພງໃດກະເອົາມາຮ້ອງຫຼີ້ນຮ້ອງຫົວ ຮ້ອງໃນງານລຳວົງ ປາຕີ ບໍ່ເປັນຫຍັງດອກ ປະເທດໃດກະເປັນຈັ່ງຊັ້ນ ແຕ່ຫາກເພງໃດໆກໍຕາມ ຫາກນຳໄປຮ້ອງໃນເຊິງທຸລະກິດຕ້ອງໄດ້ເວົ້າກັນ ເພາະມັນເປັນທຸລະກິດ ເຈົ້າຂອງລິຂະສິດມີການທັກທ້ວງໄດ້ ສະນັ້ນ ເວົ້າກ່ຽວກັບເພງນີ້ ລະຫວ່າງລາວໄທຕັ້ງແຕ່ອະດີດ ຮອດປັດຈຸບັນສະຫຼຸບເປັນທິດສະດີໄວ້ໃຫ້ພິຈະລະນາ ຫາຫຼັກຖານ “ບໍ່ມີນັກຮ້ອງລາວຄົນໃດຮ້ອງເພງໄທ ແຕ່ນັກມີນັກຮ້ອງໄທຈຳນວນຫຼາຍຮ້ອງເພງລາວ”(ຕ້ອງຖືເອົາແບບທຸລະກິດ)

- ກ່ຽວກັບພາສາລາວ ຄົນລາວບາງຄົນ ເວົ້າຕາມຫຼັງຄົນໄທວ່າລາວເວົ້າພາສາໄທ ອັນນີ້ກ່ອນຈະເວົ້າຕ້ອງຄຳນຶງໃຫ້ຄັກ ໃນອັກຕະລັກຂອງພາ ປະຫວັດສາດ, ຕາມກົດວັດຖຸຍ່ອມຕົກຈາກທີ່ສູງລົງທີ່ຕໍ່າສັນໃດ ຊາດທີ່ເກີດຫຼັງ ແມ່ນຈະເລີນກວ່າໃນພາຍຫຼັງຍ່ອມຮັບອິດທິພົນຈາກຊາດເກີດກ່ອນ, ເມື່ອມາເບິ່ງຕາມຄວາມເປັນຈິງ ກ່ຽວກັບພາລາວໄທ (ຕ້ອງເບິ່ງພາບລວມ) ຈຶ່ງສະຫຼຸບເປັນທິດສະດີໄວ້ຈັ່ງຊີ້ “ບໍ່ມີຄົນລາວທ້ອງຖິ່ນໃດເວົ້າພາສາໄທຍ ແຕ່ມີຄົນໄທຍເກືອບທຸກທ້ອງຖິ່ນເວົ້າພາສາລາວ“

- ນີ້ສະຫຼຸບເລື່ອງກ່ຽວກັບພາສາ ແລະເພງ ໃຫ້ອ່ານ ແລະສາມາດນຳໄປຄິດພິຈາລະນາໄດ້ ນັກສຶກສາ ປັນຍາຊົນ ແລະທ່ານຜູ້ຂຽນປື້ມຂາຍ ຂະຫຍາຍຄວາມ ສາມາດນຳໄປເສີມຕໍ່ໄດ້ ບໍ່ຫ້າມ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard