Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄປພົບເຫັນແລ້ວນຳມາບອກຕໍ່..ນີ້ແມ່ນວິທີປາບຍຸງລາຍໂດຍໃຊ້ວິທີງ່າຍໆ
Anonymous

Date:
ໄປພົບເຫັນແລ້ວນຳມາບອກຕໍ່..ນີ້ແມ່ນວິທີປາບຍຸງລາຍໂດຍໃຊ້ວິທີງ່າຍໆ


ສະບາຍດີເພື່ອນຊາວລາວທີ່ຮັກແພງ,

ເພື່ອສະກັດກັ້ນກັບພະຍາດທີ່ຮ້າຍກາດ"ໄຂ້ຍຸງລາຍຫຼືໄຂ້ເລືອດອອກ"ທີ່ພວມແຜ່ລະບາດຢູ່ໃນປະເທດລາວເຮົາ

ໃນຊ່ວງລະດູຝົນຢ່າງຮ້າຍແຮງນັ້ນ ຂ້າພະເຈົ້າຈຶ່ງເກີດມີສັດທາແລະເປັນຫ່ວງນຳພົນລະເມືອງໃນຊາດດຽວກັນ ເພາະວ່າພະຍາດດັ່ງກ່າວນີ້

ມີຄວາມອັນລາຍເຖິງແກ່ຊີວິດໄດ້ ຖ້າຫາກປິ່ນປົວບໍ່ທັນ, ສະນັ້ນຂ້າພະເຈົ້າຂໍເອົາວິທີປາບປາມຍຸງລາຍນີ້ມາແບ່ງປັນກັນດັ່ງນີ້:

ສິ່ງທີ່ເຮົາຕ້ອງການມີ:

1. ນ້ຳເຄິ່ງແກ້ວ

2. ນ້ຳຕານຊາຍ ແດງ ນຶ່ງບ່ວງແກງ

3. ແປ້ງຟູ yeast ທີ່ເພິ່ນປະກອບເຮັດເຂົ້າໜົມ 1 ກຣາມ

4. ກວດເປົ່ານ້ຳດຶ່ມ ພລາສຕິກ ຂາວຫຼືໃສ 1.5ລິດ ນຶ່ງກວດ

5. ເຈ້ຽ ຫຼືແຜ່ນແພສີດຳ 1ແຜ່ນ ຫຼື 1ຕອນ

ວິທີເຮັດ

1. ໃຫ້ຕັດກວດເປັນສອງສ່ວນແລ້ວເອົາສ່ວນທາງປາກກວດມາສຸບໃສ່ກັນແລ້ວກໍ່ເອົາພລາສເຕີຕິດບ່ອນຈອດກັນນັ້ນໃຫ້ແໜ້ນ

2. ຄົນນ້ຳຕານກັບນ້ຳຮ້ອນເຂົ້າກັນແລ້ວເທແປ້ງຟູລົງໄປແຕ່ບໍ່ໃຫ້ຄົນເພາະວ່າແປ້ງຟູນັ້ນສາມາດເກີດເປັນກາສ໌ໄດ້, ເມື່ອເຢັນແລ້ວໃຫ້ເຍັ້ນໃສ່ກວດທີ່ກຽມໄວ້ນັ້ນ

3. ເອົາເຈ້ຽຫຼືແພສີດຳມາຫໍ່ກວດໄວ້ ເພື່ອເຮັດໃຫ້ກວດມືດ

4. ນຳເອົາກວດໄປວາງໄວ້ຕາມສະຖານທີ່ຕ່າງໆທີ່ມັກມີຍຸງມາລີ້ຊ່ອນຢູ່ເຊັ່ນ: ບ່ອນມືດ ຕາມແຈເຮືອນ, ຫ້ອງນ້ຳ, ໂຮງໝໍ, ໂຮງຮຽນ,

     ຫ້ອງການຫຼືວ່າຕາມສະຖານທີ່ຕ່າງໆ.

ຂໍໃຫ້ທ່ານທົດລອງເບິ່ງເນີ ເພິ່ນວ່າໄດຜົນດີແທ້ໆແລະບໍ່ໄດ້ສ້າງຜົນກະທົບຕໍ່ຮ່າງກາຍແລະສິ່ງແວດລ້ອມອີກດ້ວຍ.

 



__________________
Anonymous

Date:
RE: ໄປພົບເຫັນແລ້ວນຳມາບອກຕໍ່..ນີ້ແມ່ນວິທີປາບຍຸງລາຍໂດຍໃຊ້ວິທີງ່າຍໆ


ຂອບໃຈຫລາຍໆທີ່ນຳຕຳຣາຢາດີມາບອກ, ຂໍໃຫ້ບຸນຄ້ຳນ້ຳຊູທ່ານເດີ.



__________________
Anonymous

Date:

ເປັນຫຍັງຕອ້ງໃຫ່ນຳ້ເຄິ່ງແກວ້ ແລະຕອ້ງສຸບສວ່ນປາກລົງ?

ມີຮູບອະທິບາຍບໍ່

ເປັນຫຍັງຈຶ່ງໃສ່ນຳ້ຕານແລະຜົງຟູ? ຫລືວ່າມັນໜຽວແລວ້ເກາະຍຸງບໍ່

 

ມັນບໍ່ທຳໃຫ້ມົດມາກິນບໍ່ເພາະນຳ້ຕານ

 

ອີກສູດນຶ່ງ ແມ່ນການໃຊ້ເກືອປະສົມກັບນຳ້ ໃສ່ຖວ້ຍ ຫລືແອ່ງນຳ້ 

ສູດໃດດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard