Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຄວາມຊ່ວຍເຫຼືອນຳທຸກທ່ານ
Anonymous

Date:
ຂໍຄວາມຊ່ວຍເຫຼືອນຳທຸກທ່ານ


ຂ້າພະເຈົ້າຂໍຄວາມຊ່ວຍເຫຼືອນຳທຸກທ່ານແດ່ ຂ້າພະເຈົ້າໄດ້ລ້ຽງໝານ້ອຍ 2 ໂຕ ອາຍຸປະມານ 4 ເດືອນປາຍ ໝາຂ້າພະເຈົ້າເປັນລຳໄສ້ ຖ່າຍເປັນເລືອດ ແລ້ວກໍ່ພາໄປສັກຢາ ສຸດທ້າຍແລ້ວ 4 ວັນຕໍ່ມາໝາໂຕທີ 1 ກໍ່ຕາຍ ແລ້ວໂຕທີ 2 ກໍມີອາການ ເຫງົາ ທ້ອງຮ້ອງ ມື້ນີ້ກໍ່ພາໄປສັກຢາອີກ ບໍ່ຮູ້ວ່າຊິລອດຫຼືບໍ່ ທ່ານໃດເຄີຍປິ່ນປົວກັບພະຍາດລຳໄສ້ ແບບນີ້ຫຼືບໍ່ ຕອນນີ້ໝາຂ້າພະເຈົ້າ ບໍ່ກິນເຂົ້າ ກິນນ້ຳແລ້ວ  ຂໍຄວາມຊ່ວຍເຫຼືນຳທຸກທ່ານແດ່ ເພື່ອໃຫ້ເປັນບົດຮຽນອັນລ້ຳຄ່າ ຂໍຂອບໃຈລ່ວງໜ້າ



__________________


Guru

Status: Offline
Posts: 1010
Date:

ບອກໄວ້ເລີຍວ່າໝໍບໍ່ເກັ່ງ ປົກກະຕິໝານ້ອຍມັນເປັນລຳໃສ້ແມ່ນເລື່ອງປົກກະຕິ ຢູ່ແລ້ວ

ແນະນຳໃຫ້ເຈົ້າໄປຫາໝໍຢູ່ ຕໍ່ຫນ້າໂຮງຮຽນຄອມເຊັນເຕີ ດ່ວນ

ເຈົ້າໄປຮ້ານໃດມາລະ ບໍ່ແມ່ນຮ້ານດອນກອຍຫວາ

ອີກຢ່າງຢາກບອກວ່າ ເກີດແກ່ເຈັບຕາຍແມ່ນເລື່ອງປົກກະຕິ ບໍ່ຕ້ອງເສຍໃຈຫລາຍ



__________________
Anonymous

Date:

ຂໍສະແດງຄວາມເສົ້າສລົດໃຈນໍາເດີທ່ານ. ຂ້ອຍບໍ່ຮູ້ຈະຊ່ອຍທ່ານໄດ້ແນວໃດ ມີແຕ່ຢາກແນະນຳ

ໃຫ້ທ່ານເອົາມັນໄປນອນຮັກສາຕົວຢູ່ໂຮງພະຍາບາລສັດໃຫ້ສັຕວະແພທປິ່ນປົວໃຫ້ ຂ້ອຍກໍ່ໄດ້

ແຕ່ພາວະນາໃຫ້ໝາຂອງເຈົ້າເຊົາໄວໆເດີ.



__________________
Lao People

Date:

Anonymous wrote:

ຂ້າພະເຈົ້າຂໍຄວາມຊ່ວຍເຫຼືອນຳທຸກທ່ານແດ່ ຂ້າພະເຈົ້າໄດ້ລ້ຽງໝານ້ອຍ 2 ໂຕ ອາຍຸປະມານ 4 ເດືອນປາຍ ໝາຂ້າພະເຈົ້າເປັນລຳໄສ້ ຖ່າຍເປັນເລືອດ ແລ້ວກໍ່ພາໄປສັກຢາ ສຸດທ້າຍແລ້ວ 4 ວັນຕໍ່ມາໝາໂຕທີ 1 ກໍ່ຕາຍ ແລ້ວໂຕທີ 2 ກໍມີອາການ ເຫງົາ ທ້ອງຮ້ອງ ມື້ນີ້ກໍ່ພາໄປສັກຢາອີກ ບໍ່ຮູ້ວ່າຊິລອດຫຼືບໍ່ ທ່ານໃດເຄີຍປິ່ນປົວກັບພະຍາດລຳໄສ້ ແບບນີ້ຫຼືບໍ່ ຕອນນີ້ໝາຂ້າພະເຈົ້າ ບໍ່ກິນເຂົ້າ ກິນນ້ຳແລ້ວ  ຂໍຄວາມຊ່ວຍເຫຼືນຳທຸກທ່ານແດ່ ເພື່ອໃຫ້ເປັນບົດຮຽນອັນລ້ຳຄ່າ ຂໍຂອບໃຈລ່ວງໜ້າ


 ຂ້າພະເຈົ້າກໍ່ລ້ຽງໝາຄືກັນ ລ້ຽງຫຼາຍໂຕສົມຄວນ, ມີຢູ່ຊ່ວງໄລຍະໜຶ່ງ ໝານ້ອຍຂອງຂ້າພະເຈົ້້າ2-3ໂຕມີອາການແບບໝາຂອງເຈົ້າ ພາໄປຫາສັຕະວະແພດແຖວໆຄັອມເຊັນເຕີ້ ສຸດທ້າຍໝານ້ອຍຂອງຂ້າພະເຈົ້າກໍ່ຕາຍໂດຍທີ່ອາການຂອງມັນບໍ່ດີຂຶ້ນຈັກໜ້ອຍຫຼັງຈາກທີ່ສັກຢາມາແລ້ວ. ຈາກນັ້ນຈຶ່ງຮູ້ວ່າ ສັດຕະວະແພດທີ່ຂ້າພະເຈົ້າພາໄປຫາ ບໍ່ແມ່ນສັດຕະວະແພດແທ້ ພຽງແຕ່ໄດ້ຮັບການຝຶກອົບຮົມມາຊ່ວງໄລຍະໜຶ່ງກ່ຽວກັບການສັກຢາໃຫ້ສັດ, ນັ້ນກໍ່ໝາຍຄວາມວ່າ ລາວຜູ້ນັ້ນບໍ່ຮູ້ເລື້ອງການປິ່ນປົວເລີຍຈັກໜ້ອຍ ອັນວ່າສັກຊື່ໆ ໃຜກໍ່ສັກເປັນ ຮູ້ສຶກເສຍດາຍໝາທີ່ຕາຍໄປ ແລະເສຍດາຍຄວາມຮູ້ສຶກທີ່ຂ້າພະເຈົ້າຫຼົງໄວ້ໃຈໃນໂຕລາວ. ຕໍ່ມາໝູ່ຂອງຂ້າພະເຈົ້າໄດ້ແນະນໍາໃຫ້ໄປຫາສັດຕະວະແພດແຖວໆຫຼັກສາມ (ປະມານແຖວຮ້ານອາຫານຫຼັກສີ່ ຫຼືຮ້ານອາຫານແມ່ຂອງ) ໝານ້ອຍຂອງຂ້າພະເຈົ້າໂຕທີ່ເປັນພ້ອມກັນກັບໝູ່ທີ່ຕາຍໄປແລ້ວເຫງົາ ແລະບໍ່ກິນເຂົ້າ ບໍ່ກິນນໍ້າ, ມັນບໍ່ມີຂີ້ຖອກທ້ອງ ແຕ່ມັນເຫງົາ ຫາງຂອງມັນຫຼອບໄປຢູ່ກ້ອງທ້ອງ ສຸດທ້າຍຂ້າພະເຈົ້າໄດ້ພາມັນໄປຫາສັດຕະວະແພດຢູ່ແຖວຫຼັກສາມ ປະມານສາມ-ສີ່ຄັ້ງຕາມທີ່ໝໍແນະນໍາ ແລ້ວອາການຂອງມັນກໍ່ດີຂຶ້ນ. ທຸກມື້ນີ້ມັນກັບມາຫັນ ແລະແລ່ນຫຼິ້ນແບບພາສາໝາຄືເກົ່າແລ້ວ. ສໍາຄົນທີ່ສຸດຖ້າພາໄປຫາໝໍຖືກຕ້ອງ, ລອງເບິ່ງເດີ້ ຖ້າຊິສາມາດຊ່ວຍໄດ້ແດ່ຈັກໜ້ກໜ້ອຍ



__________________
Anonymous

Date:

ພາໄປໂຮງໝໍສັດຂ້າງໆໂຮງກາຍະສິນ.  ໝາຂ້ອຍເຄີຍເປັນເຊັ່ນກັນໃຫ້ເຈົ້າໝັ່ນເອົານໍ້າເກືອແຮ່ຂອງຄົນກັບຢາລໍາໄສ້ເປັນຊອງໃຫ້ກິນຫຼາຍໆຂ້ອຍກໍເຮັດແບບນັ້ນ . ຄັນບໍ່ໄຄໃຫ້ໄປຊອກຊື້ໃບຟ້າທະລາຍໂຈນມາຕົ້ມໃຫ້ກິນ ຂ້ອຍຄິດວ່າໝາເຈົ້າໜັກຫຼາຍຕອນຖ່າຍເປັນແຫຼວໆມີສີກະເບົາແມ່ນບໍ່



__________________
Anonymous

Date:

ຂອ້ຍກໍເຄີຍມີແບບນີ້ຖ້າປອ່ຍໃຫ້ໝາກີນທົ່ວທີບແລະໝາຂ້ອຍກໍຕາຍຍອ້ນປົວບໍທັນແລະລອດຕົວໜື່ງ

ທາງທີ່ດີຄວນຊັກຢາປອ້ງກັນກອ່ນມັນຈະເກີດໂດຍສັກຢາກັນຕາມສັດຕະແພດແນະນຳ ແລະຖ້າມັນເກີດແລ້ວເອົາມັນໄປຊັກຢາ ສັດຕະແພດເຂົາມີປະສົບການ

ເຂົາພົບເຫັນເປັນປະຈຳ.

ໂຊກດີ



__________________
Anonymous

Date:

ກອ່ນອື່ນຂໍສົມທຽບຫມາ ຂພຈ ຢູ່ສອງບອ່ນ ບອ່ນທີ1 ຢູ່ເຮືອນ ມີຫນ້າບ້ານ ບໍ່ອອກໄປໃສ ແຕ່ມີໂຕນຶ່ງບໍ່ຍອມເຂົ້າໃນຮົ້ວ ໂຕນີ້ ສຸກຂະພາບດີ ບໍ່ເຈັບເປັນຈັກເທື່ອ ສວ່ນໂຕອື່ນ ຢູ່ພາຍໃນເຮືອນ ກອ່ນສີຫວິດຕາຍໄດ້ຕອ້ງໄດ້ ໄປຄລີນິກ ປົວລຳໃສ້ 

ບອ່ນທີ 2 ຢູ່ ນາ ລຽ້ງແບບທຳມະຊາດ ບໍ່ມີໂລກຖາມຫາເລີຍ 

 

ສວ່ນວິທີລຽ້ງຫມາບໍ່ໃຫ້ເກີດລຳໃສ້ ກໍຄືການສັກຢາກັນໄວ້ ຕອນອາຍຸ 1 ເດືອນ ສວ່ນອາຫານແມ່ນ ມີແຕ່ຫ້ຳເຂົ້າກັບຊີ້ນໃຫ້ກິນ ຫລືປັ້ນເຂົ້າລ້າ ບໍ່ໃຫ້ໃສ່ຈານຫລືຖວ້ຍເພາະມັກຕິດພະຍາດ

 

ເວລາຫມາ ເກີດອາການເຫງົາຂຶ້ນມາ ຕອ້ງນຳໄປຫາຫມໍໄວໂລດ ເພາະອາການມັນໄວບໍ່ກາຍ3ມື້ຫມາຕອ້ງຕາຍ ແລວ້ພະຍາຍາມໂຕອື່ນອອກຈາກກັນ 

ສວ່ນວ່າ ຫມາສີດີຫລືບໍ່ນັ້ນ ແມ່ນຂຶ້ນກັບອາການ

 



__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າຂໍຄວາມຊ່ວຍເຫຼືອນຳທຸກທ່ານແດ່ ຂ້າພະເຈົ້າໄດ້ລ້ຽງໝານ້ອຍ 2 ໂຕ ອາຍຸປະມານ 4 ເດືອນປາຍ ໝາຂ້າພະເຈົ້າເປັນລຳໄສ້ ຖ່າຍເປັນເລືອດ ແລ້ວກໍ່ພາໄປສັກຢາ ສຸດທ້າຍແລ້ວ 4 ວັນຕໍ່ມາໝາໂຕທີ 1 ກໍ່ຕາຍ ແລ້ວໂຕທີ 2 ກໍມີອາການ ເຫງົາ ທ້ອງຮ້ອງ ມື້ນີ້ກໍ່ພາໄປສັກຢາອີກ ບໍ່ຮູ້ວ່າຊິລອດຫຼືບໍ່ ທ່ານໃດເຄີຍປິ່ນປົວກັບພະຍາດລຳໄສ້ ແບບນີ້ຫຼືບໍ່ ຕອນນີ້ໝາຂ້າພະເຈົ້າ ບໍ່ກິນເຂົ້າ ກິນນ້ຳແລ້ວ  ຂໍຄວາມຊ່ວຍເຫຼືນຳທຸກທ່ານແດ່ ເພື່ອໃຫ້ເປັນບົດຮຽນອັນລ້ຳຄ່າ ຂໍຂອບໃຈລ່ວງໜ້າ


 หมาข้อยกะเคยบ่ชำบาย หมอว่าเปันลำใส้นิละ กะคิดว่ามันชิบ่ลอด สัดตะวะเเพดมาสักยาเรัดนั้นเรัดนี้กะบ่เชากะเลียลองชอกข้อมูนในเนัด เขาว่าให้เอาต้นฟ้าทะลายโจนมาต้ม เอาแต่น้ำให้มันกิน เอาบั้งชักยานะดูดเอาน้ำฟ้าทะลายโจนแล้วบีบใส่ปากมัน ให้เเน่ใจว่ามันได้กืนแล้ว ปะกดว่าเชาช้ำหมาข้อยนะ หายเปันปกกะติเลีย



__________________
Anonymous

Date:

you should go to clinic and ask Veterian to give IV ( Nam keud or sa loom) that can help to keep him survive, I used to have this kind of thing happened to my small dogs when he was a puppy.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard