Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກອ່ນອະນຸຍາດອອກສຳປະທານທີ່ດິນຄວນໄກ່ເກ່ຍໃຫ້ຈະແຈ້ງ
ເຈົ້າບໍ່ມີທີ່ດິນ

Date:
ກອ່ນອະນຸຍາດອອກສຳປະທານທີ່ດິນຄວນໄກ່ເກ່ຍໃຫ້ຈະແຈ້ງ


ບັນຫາທີ່ເຈົ້າໜ້າທີ່ລັດ ມັກງ່າຍໃນການອອກໃບສຳປະທານທີ່ດິນໃຫ້ນັກລົງທຶນຕ່າງປະເທດປູກພືດອຸດສາຫະກຳຕ່າງເປັນຈຳນວນຫຼາຍແສນເຮັກຕາແລ້ວນັ້ນ ເຫັນວ່າບໍ່ກຸ້ມຄ່າໄລຍະສັ້ນ ແລະ ໄລຍະຍາວເລີຍ ເພາະມີຜົນກະທົບຕໍ່ປະຊາຊົນລາວ ແລະ ທອ້ງຖີ່ນເອງຮ້າຍແຮງ

ກອ່ນການອອກໃບສຳປະທານນັ້ນ ເຄີນໄລ່ລຽງຫຼືຍັງ?

ປະຊາຊົນລາວມີດິນປຸກສ້າງ ແລະ ດິນທຳການຜະລິດຄົບຖວ້ນຕາມກົດໝາຍກຳນົດແລ້ວບໍ?

ບາງບອ່ນໃຫ້ເຂົາສຳປະທານຮອດຕີນຂັ້ນໃດຕົນເອງ ອັນນີ້ບໍ່ສະຫຼາດສອ່ງໃສ່

ຄັນຢາກໃຫ້ເຂົາສຳປະທານກໍ່ໃຫ້ບອ່ນຫວ່າງເປົ່າ ດິນເຊື່ອມໂຊມພຸ້ນຕີ ໃຫ້ມັນພັດທະນາເອົາເອງ

ເປັນຫຍັງຄືໂຄດໂງ່ແທ້ຫວະ

ຕອ້ງໄດ້ສ້າງຖະໜົນປູຢາກພຸ້ນບໍຊິດຶງດູດນັກລົງທຶນມາລົງທືນນັ້ນ

ສວ່ນຫຼາຍໄດ້ໃບອະນຸຍາດໄປແລ້ວແມ່ນເອົາໄປຂາຍກິນຕໍ່ໂດຍບໍ່ໄດ້ລົງທຶນຫຍັງເລີຍ ເພາະເຂົາອ່ານອອກເອົາເງີນໃຫ້ແລ້ວໄດ້ຮັບໃບອະນຸຍາດໂລດ

ຄດິວ່າບໍ່ມີຫົນທາງເຂົາຍັງສ້າງລູກສອນໄຟ ຍິງຂື້ນໄປສຳຫຼວດດາວອັງຄານ ເພື່ອຊິເອົາຄົນໄປຢູ່ ອັນນີ້ຢູ່ຂີ້ດິນຄັນມັນບໍ່ມີເງິນກໍ່ບໍ່ຕອ້ງໃຫ້ມັນມາສ້າງ

ມີເວລາເລືອກໄດ້ ເພາະຖ້າບໍ່ເຊັນໃຫ້ເຂົາ ເຂົາກໍ່ບໍ່ມາກິນຫົວນໍ້າດອກ ປະຈຸບັນນີ້ຄົນລາວ ເກີດຢູ່ລາວແທ້ໆຍັງບໍ່ມີດິນ 1 ມ2 ຊິຢູ່ກໍ່ມີ ເພາະໃຫ້ເຂົາສຳປະທານໝົດແລ້ວ ແລະ ເວລາເຂົາບຸດເບີກເຂົາກໍ່ແບ່ງສວ່ນນື່ງໃຫ້ເຈົ້ານາຍເປັນຂອງສວາ່ນຕົວ ແມ່ນບໍ?

ສະຫຼາດຫຼາຍບໍລະ ສະຫຼາດແທ້ ແຕ່ນາລົກຊິຖາມຫາເດີ ບາບກຳມີຈິງ ສາທຸ

ເບີ່ງເອົາ ເຊີນປະກອບຄຳເຫັນບັນດາສະຫາຍ

 

 

 



__________________
Anonymous

Date:
RE: ກອ່ນອະນຸຍາດອອກສຳປະທານທີ່ດິນຄວນໄກ່ເກ່ຍໃຫ້ຈະແຈ້ງ


ກະອອກໃຫ້ດ້ວຍຄວາມຈະແຈ້ງເມື່ອຊອງມັນມືດໜາ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard