Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຄວາມຊ່ວຍເຫຼືອແດ່
Anonymous

Date:
ຂໍຄວາມຊ່ວຍເຫຼືອແດ່


ສະບາຍດີ ພີ້ນ້ອງສະມະຄົມລາວທຸກທ່ານ

ຊ່ວຍອະທິບາຍຄໍາວ່າ

ຄຸນນະທຳ ແລະ ຈາລິຍະທຳ ໃຫ້ແດ່ເພາະຫາກະຮຽນພາສາລາວໃໝ່ສັບສົນໃນຄວາມໝາຍ

 

ຂອບໃຈລ່ວງໜ້າ



__________________
Anonymous

Date:

ຄຸນນະທັມ(Moral)ແມ່ນການທໍາຄຸນງາມຄວາມດີ, ຈະຣິຍະທັມ(Ethics) ແມ່ນກົດຄຸນນະທັມ(Moral Principles).

ສ່ວນຄໍາອະທິບາຍເລິກກວ່ານັ້ນແມ່ນຂໍເຊີນທ່ານ luffy ເຂົ້າມາອະທິບາຍ.

 



__________________


Guru

Status: Offline
Posts: 695
Date:

ຈະລິຍະທຳ ທຳມະທີ່ເປັນຂໍ້ປະພຶດປະຕິບັດ ;ສີລະທຳ;ກົດສີລະທຳ
ຄຸນນະທຳ: ຄວາມດີ ສິງທີ່ຊົງໄວ້ເຊິ່ງຄວາມດີ.

__________________

 187557797.jpg

Anonymous

Date:

ຈະຣິຍະທັມ ແມ່ນບົດບາດຂອງຄວາມປະພຶດຕໍ່ທັມະຈະຣິຍາທີ່ບົ່ງບອກເຖິງຄວາມກະຕັນຍູກາຕະເວທີ ແລະຮູ້ຈັກ

ມີຈິດໃຈໃສສັທາ ມີເມຕາຈິຕ ແລະທ່ຽງທັມສຸດຈະຣິດຕໍ່ມະນຸດແລະສັດໂລກທັງປວງ.

 

ຄຸນນະທັມ ແມ່ນຄວາມສື່ສັດສຸຈະຣິດ ບໍ່ເຂົ້້າຂ້າງອອກຂາແລະຍຸແຍ່ພັກໃດຝ່າຍໃດໃຫ້ເກີດມີຂໍ້ຂັດແຍ້ງຊຶ່ງນຳໄປ

ສູ່ການທະເລາະເວາະແວໃຫ້ເກີດເປັນກະແສພະລັງແຫ່ງການວິບັດເກີດຂຶ້ນ.

 

ຈະຣິຍະທັມ ແລະ ຄຸນນະທັມ ຕ້ອງຢູ່ຄຽງຂ້າງກັນສເມີ, ໂດຍສະເພາະຜູ້ທີ່ເປັນຜູ້ພິພັກສາສານ ແລະ ຜູ້ນຳທົ່ວໆໄປ

ຕ້ອງເປັນຄົນມີ ຈະຣິຍະທັມ ແລະ ຄຸນນະທັມ ແລ້ວສັງຄົມຂອງມວນມະນຸດຈະໄດ້ພົບແຕ່ຄວາມຈເຣີນແລະຜາສຸຂ

ຕລອດໄປ.



__________________


Guru

Status: Offline
Posts: 1010
Date:

ເປັນຄຳຖາມທີ່ຍາກ ຕາມຂ້ອຍວ່າ

- ຄຸນນະທຳ ແມ່ນການກະທຳ ເພື່ອໃຫ້ເກີດປະໂຫຍດຖ້າແປຕາມຄຳວ່າ "ຄຸນ" ຫລືປະໂຫຍດ ເຊັ່ນ ທ່ານໝໍຊ່ວຍຄົນເຈັບໂດຍບໍ່ໄດ້ສົນໃຈວ່າຈະມີເງິນຈ່າຍຄ່າປົວຫລືບໍ່

- ຈາລິຍະທຳ ຖ້າແປ ຈະຍິຍະ ແປວ່າຈະເລີນ ຈະລິຍະທຳແປວ່າ ເຮັດຫຍັງກໍ່ໄດ້ທີ່ຈະເລີນ ເຊັ່ນນັກສຶກສາພາກັນສ້າງສັນຜົນງານໃດຫນຶ່ງເພື່ອສັງຄົມ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard