Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ອຍແດ່ໃຜມີຄຳເຫັນ
Anonymous

Date:
ຊ່ອຍແດ່ໃຜມີຄຳເຫັນ


ຄອບຄົວຫນຶ່ງມີລູກ 3 ຄົນ ປະຈຸບັນມີສະພາບຄືແນວນີ້

 
ພໍ່ແມ່ລູກໆແຕ່ລະມື້ຕ່າງຄົນຕ່າງເຮັດຕາມຄວາມຕ້ອງການຂອງຕົນ ບໍ່ປຶກສາຫາລືຊຶ່ງກັນແລະກັນເພາະລົມກັນບໍ່ໄດ້ເນື່ອງຈາກວ່າ:
 
ພໍ່ເປັນຄົນມັກຮ້າຍກິນແຕ່ເຫລົ້າ ລູກເວົ້າຫຍັງກະບໍ່ໄດ້ອ້າງແຕ່ວ່າໂຕເກັ່ງໂຕຮູ້ຫມົດທຸກຢ່າງ ເປັນຄົນມັກຂີ້ຕົວະຂາດຄວາມຈິງໃຈກັບລູກກັບເມັຍ ມັກຫລີ້ນຊູ້ນອກໃຈແມ່ ພໍ່ມັກຫລີ້ນນຳຫມູ່ຜູ້ທີ່ຄອບຄົວເຂົາເອງກໍ່ມີບັນຫາທີ່ມີລັກສະນະຄ້າຍໆຄືກັນ
 
ຜູ້ເປັນແມ່ມັກຫລີ້ນໄພ້ ເປັນຄົນປະຈົບປະແຈງເກັ່ງ ຂີ້ຄ້ານບ້ານໂຕເອງກໍ່ບໍ່ກວດບໍ່ມ້ຽນ ມັກເຮໆຮາໆນຳຫມູ່ມັກເອົາຊັບສິນໃນເຮືອນໄປຈຳນອງຫລືຂາຍ ແລະ ມັກເປັນຫນີ້ສິນຢືມເງິນນຳຫມູ່ ຢູ່ຕະຫລອດ
 
ລູກຊາຍກົກຕິດຢາ ພໍ່ແມ່ບອກຫຍັງກໍ່ບໍ່ຕ້ານແຕ່ເຮັດຫຍັງກໍ່ບໍ່ເປັນ ໆ ແຕ່ເປັນຄົນເວົ້າຂີ້ຕົວະເກັ່ງຄືພໍ່ແມ່ ຮຽນຫນັງສືກະບໍ່ຮຽນແຕ່ມີໃບປະກາດເພາະຊື້ເອົາ 
 
ນ້ອງສາວມັກທ່ຽວເປັນເລື່ອງໃຫຍ່ ມັກຊື້ຂອງລາຄາແພງໆຟຸມເຟີອຍ ແລະ ບາງຄັ້ງກໍ່ເປັນກະຫລີ່ແບບອາສາສະຫມັກ
 
ລູກຊາຍຫລ້າຫນັກໃຈຫລາຍບໍ່ຮູ້ວ່າຈະເຮັດແນວໃດ! ລອງຊ່ວຍເວົ້າເບິ່ງທ່ານວ່າຄວບຄົວດັ່ງກ່າວຄວນຈະເຮັດແນວໃດ?
 
ທ່ານຄຶດວ່າຄອບຄົວນີ້ຈະເປັນແນວໃດໃນອານາຄົດ ຖ້າສົມທຽບໃສ່ລະດັບຊາດທ່ານຄຶດວ່າປະເທດຂອງເຮົາມີລັກສະນະຄືກັບຄອບຄົວນີ້ບໍ່?
 
 


__________________
Anonymous

Date:

ແນະນໍາໄປປຶກສານໍາຈິດຕະແພດບ້ານບັງເຢາະ ຫລາຍຄອບຄົວກາຍມາເປັນຄອບຄົວແບບ

ຢ່າງຫລັງຈາກໄປພົບທ່ານຈິດຕະແພດຄົນນີ້. ຖ້າຢາກໄດ້ເບີໂທຂອງເພິ່ນໃຫ້ຊອກເອົາຈາກ

ປຶ້ມໜ້າຄໍາລາວເດີ, ໂຊກດີ.



__________________


Guru

Status: Offline
Posts: 1010
Date:

ຊະຕາຊີວິດຄົນເຮົາ ບໍ່ຄືກັນ....

ແຕ່ພະພຸດທະເຈົ້າ ເຄີຍບອກວ່າການໄດ້ເປັນຄົນແມ່ນ ໂຊກອັນປະເສີດ

ການທີ່ພວກໝໍ ມີແຂນຂາຄົບ 32 ແຕ່ບໍ່ເຮັດບໍ່ຫາ ກະແລ້ວແຕ່ຜົນຂອງການກະທຳ ຫລືກຳ

ວິທີແກ້ສຳລັບລູກຊາຍຫລ້າ ຂ້ອຍແນະນຳໃຫ້ໄປບວດຮຽນຢູ່ວັດ  ເພື່ອລ້າງກຳເກ່າ ແລະຊຳລະຈິດໃຈ



__________________
Anonymous

Date:

Anonymous wrote:

ຄອບຄົວຫນຶ່ງມີລູກ 3 ຄົນ ປະຈຸບັນມີສະພາບຄືແນວນີ້

 
ພໍ່ແມ່ລູກໆແຕ່ລະມື້ຕ່າງຄົນຕ່າງເຮັດຕາມຄວາມຕ້ອງການຂອງຕົນ ບໍ່ປຶກສາຫາລືຊຶ່ງກັນແລະກັນເພາະລົມກັນບໍ່ໄດ້ເນື່ອງຈາກວ່າ:
 
ພໍ່ເປັນຄົນມັກຮ້າຍກິນແຕ່ເຫລົ້າ ລູກເວົ້າຫຍັງກະບໍ່ໄດ້ອ້າງແຕ່ວ່າໂຕເກັ່ງໂຕຮູ້ຫມົດທຸກຢ່າງ ເປັນຄົນມັກຂີ້ຕົວະຂາດຄວາມຈິງໃຈກັບລູກກັບເມັຍ ມັກຫລີ້ນຊູ້ນອກໃຈແມ່ ພໍ່ມັກຫລີ້ນນຳຫມູ່ຜູ້ທີ່ຄອບຄົວເຂົາເອງກໍ່ມີບັນຫາທີ່ມີລັກສະນະຄ້າຍໆຄືກັນ
 
ຜູ້ເປັນແມ່ມັກຫລີ້ນໄພ້ ເປັນຄົນປະຈົບປະແຈງເກັ່ງ ຂີ້ຄ້ານບ້ານໂຕເອງກໍ່ບໍ່ກວດບໍ່ມ້ຽນ ມັກເຮໆຮາໆນຳຫມູ່ມັກເອົາຊັບສິນໃນເຮືອນໄປຈຳນອງຫລືຂາຍ ແລະ ມັກເປັນຫນີ້ສິນຢືມເງິນນຳຫມູ່ ຢູ່ຕະຫລອດ
 
ລູກຊາຍກົກຕິດຢາ ພໍ່ແມ່ບອກຫຍັງກໍ່ບໍ່ຕ້ານແຕ່ເຮັດຫຍັງກໍ່ບໍ່ເປັນ ໆ ແຕ່ເປັນຄົນເວົ້າຂີ້ຕົວະເກັ່ງຄືພໍ່ແມ່ ຮຽນຫນັງສືກະບໍ່ຮຽນແຕ່ມີໃບປະກາດເພາະຊື້ເອົາ 
 
ນ້ອງສາວມັກທ່ຽວເປັນເລື່ອງໃຫຍ່ ມັກຊື້ຂອງລາຄາແພງໆຟຸມເຟີອຍ ແລະ ບາງຄັ້ງກໍ່ເປັນກະຫລີ່ແບບອາສາສະຫມັກ
 
ລູກຊາຍຫລ້າຫນັກໃຈຫລາຍບໍ່ຮູ້ວ່າຈະເຮັດແນວໃດ! ລອງຊ່ວຍເວົ້າເບິ່ງທ່ານວ່າຄວບຄົວດັ່ງກ່າວຄວນຈະເຮັດແນວໃດ?
 
ທ່ານຄຶດວ່າຄອບຄົວນີ້ຈະເປັນແນວໃດໃນອານາຄົດ ຖ້າສົມທຽບໃສ່ລະດັບຊາດທ່ານຄຶດວ່າປະເທດຂອງເຮົາມີລັກສະນະຄືກັບຄອບຄົວນີ້ບໍ່?
 
 

 ເກີດມາເປັນພໍ່ ເປັນແມ່ ກະຕ້ອງຮັບຜິດຊອບລ້ຽງດູ ໃຫ້ການສຶກສາ ມີອາຊີບຕິດໂຕ ເພື່ອສູ້ໃນຊີວິດ ຄັນພໍ່ແມ່ບໍ່ເອົາໄໜ ລູກ ມັນກະບໍ່ເອົາໄໜຄືກັນ ສຸດທ້າຍກະແຕກສະຫຼາຍ ໄປໃຜໄປມັນ. ເຮັດແນວໃດຊັ້ນຫວະ ? - ມັນບໍ່ມີບ່ອນສິແກ້ດອກ ເພາະມັນເລະແລ້ວແຕ່ດົນ ມີແຕ່ຢູ່ໄປ ຟັງໄປ ແລ້ວແຕ່ຟ້າລິຄິດ...ອີກຢ່າງຄອບຄົວແບບນີ້ກະມີຖົມໄປ ບາງຄອບຄົວກະດີຂື້ນເປັນລຳດັບ ແຕ່ບາງຄອບແມ່ນຈົມດິ່ງລົງເລີຍ...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard