Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາໃຫ້ກຳລັງໃຈເພື່ອນບ້ານກັນເທາະ
Anonymous

Date:
ມາໃຫ້ກຳລັງໃຈເພື່ອນບ້ານກັນເທາະ

ການທະເລາະເບາະແບ້ງກັນຂອງເພື່ອນບ້ານ ມັນກໍທຳໃຫ້ເຮົາຖືກກະທົບຄືກັນຫັ້ນລະ

ຖ້າສາມາດໄກ່ເກັ່ຍໄດ້ ກໍເປັນການດີ ຢູ່ໃດເນາະ

ແຕ່ ພວກເຮົາ ຈົ່ງພາກັນໃຫ້ກຳລັງໃຈ ຕໍ່ທຸກຝ່າຍ ໄດ້ຫັນຫນ້າເຂົ້າຫາກັນ ໂດຍສັນຕິວິທີ 

ຍອ້ນວ່າຍຸກສະໃຫມຂອງການຂັດແຍ້ງມັນຜ່ານໄປແລວ້ຢູ່ໃນພູມີພາກນີ້ 

ຖ້າພໍເປັນໄປໄດ້ ຢາກເຊີນທັງສອງທ່ານມາດື່ມເບັຍລາວນຳກັນຢູ່ແຄມຂອງ ເບິ່ງຕາເວັນຕົກດິນຢູ່ເດ 

__________________
Anonymous

Date:

ຖ້າລາວສືບຕໍ່ນະໂຍບາຍເປັນກາງຕາມສັນຍາສັນຕິພາບປີ 1973 ນັ້ນ.ປະເທດລາວກໍ່ຄົງ

ບໍ່ຕ່າງຫັຽງກັບປະເທດສະວິດໃນຢູຣົບຊຶ່ງຫຼາຍປະເທດທີ່ມີບັນຫາຂັດແຍ່ງກັນກໍ່ມັກມາເອົາ

ປະເທດນີ້ເປັນບ່ອນເຈລະຈາຕົກລົງກັນ,ລວມທັງນະໂຍບາຍເປັນກາງຂອງລາວກໍ່ໄດ້ເຊັນ

ກັນຢູ່ປະເທດນີ້ຊຶ່ງມີສາກົນ 13 ປະເທດຮວມເຊັນໂດຽສເພາະແມ່ນທຸກປະເທດເພື່ອນບ້ານ

ທີ່ມີຊາຍແດນຕິດຕໍ່ລາວ.ແຕ່ຍ້ອນມີກຸ່ມລາວກຸ່ມນຶ່ງຂອງຄູ່ສັນຍາສັນຕິພາບໃນເວລານັ້ນ

ກໍ່ຄືປີ 1973 ບໍ່ຮູ້ກົນຂອງປະເທດເພື່ອນບ້ານທີ່ເຫັນໄກ້ເຖິງອະນະຄົດອັນແຈ່ມໃສ ແລະ

ຜົນອັນດີທີ່ຈະເກີດຈາກການທີ່ລາວຈະກາຍເປັນປະເທດເປັນກາງໃນຍ່ານພຸມີພາກສ່ວນ

ນີ້ຂອງໂລກກໍ່ເລີຍຖືກເຂົາຈູງດັງໄປຮັບໄຊ້ນະໂຍບາຍອິດສາຕາຂາດຂອງເຂົາໃຫ້

ທຳລາຍຄວາມເປັນກາງຂອງລາວ ແລະ ກາຍເປັນປະເທດປົກຄອງເຖື່ອນປັດສະຈາກກົດ

ໝາຍມາຫຼາຍທົດສະວັດດັ່ງຈະເຫັນໄດ້ຈາກຂ່າວທີ່ບໍ່ຂາດລະຍະວ່າລາວຈະຂັບເຄື່ອນການ

ປົກຄອງຕາມກົດໄກກົດໝາຍເທື່ອລະກ້າວ.ນີ້ໝາຍຄວາມວ່າແນວໃດ?ມັນຖືກຕ້ອງກັບ

ປະໂຫຍກແປະຂ້າງເທິງນີ້ຫຼືບໍ່?ຖ້າຄວາມເປັນກາງລາວບໍ່ໄດ້ຖືກທຳລາຍລົງໃນປີ 1975 ປານ

ນີ້ປະເທດລາວ ກໍ່ຄືປະຊາຊົນລາວແມ່ນຫຼ໌ດພົ້ນຈາກປະເທດດ້ອຍພັດທະນາ,ປະຊາຊົນກໍ່ຈະ

ຫຼຸດພົ້ນຈາກຄວາມທຸກຍາກແຕ່ຕົ້ນປີ 1990 ພຸ້ນແລ້ວ.ຄວາມດົ່ງດັງໃນເວທີສາກົນກໍ່ຈະສູງ

ກວ່ານີ້ຫຼາຍຮ້ອຍເທົ່າໂດຽບໍ່ຈຳເປັນຈະໄປເສັຍເງິນເພີ່ອຈະໄປຮຽກຮ້ອງຄວາມສົນໃຈຈາກສາກົນ

ໂດຽການຈັດງານມະຫາກັມ,ກອງປະຊຸມຕ່າງໆດັ່ງທີ່ກະທຳມາຕິດຕໍ່ກັນຈົນເຮັດໃຫ້ບໍ່ມີເງິນຈະ

ເບິກຈ່າຍເງິນເດືອນແກ່ພນັກງານຊັ້ນຜູ້ນ້ອຍໂດຽສະເພາະ ແກ່ຄູ ແລະ ແພດໝໍ ເປັນຕົ້ນ.

ລອງສັງເກດເບິ່ງປະເທດສະວິດ ວ່າລາຍໄດ້ຈາກດອກເບ້ຍຂອງການໝູນເງິນຝາກຂອງປະເທດ

ຕ່າງໆກໍ່ຄືຂອງຜູ້ນຳບາງປະເທດສໍ້ກົງນຳໄປຝາກວ່າປີນຶ່ງເຂົາມີລາຍໄດ້ເຂົາປະເທດຫຼາຍປາຍໃດ?

ບໍ່ເຫັນວ່າເຂົາຈະຕ້ອງໄປຂຸດຄົ້ນທຳລາຍປ່າໄມ້ ແລະ ບໍ່ແຮ່ ຈົນເຮັດໃຫ້ນິເວດປ່ຽນແປງໄປເຖິງ

ເກີດໄພພິບັດທາງທັມມະຊາດ.ຖ້າລາວຍັງເປັນກາງຄິດວ່າຫຼາຍປະເທດໃນຂົງເຂດອາຊີທີ່ມີບັນ

ຫາກັນພາຍໃນກໍ່ຄືລະຫວ່າງປະເທດຄົງມາໄຊ້ລາວເປັນບ່ອນແກ້ໄຂປຶກສາຫາລືກັນບໍ່ຕ່າງຫັຽງ

ກັບທີ່ເຂົາໄປໄຊ້ປະເທດສະວິດເລີຍ.ຖ້າເປັນຄືກ່າວການຊ່ວຍເຫຼືອໃຫ້ກຳລັງໃຈແກ່ເພື່ອນບ້ານ

ດັ່ງທີ່ທ່ານຢາກເຮັດກໍ່ຄິດວ່າຄົງກ້ວຍໆໆ.ແຕ່ນີ້ກົງກັນຂ້າມມີແຕ່ເຮົາໄປຂໍກຳລັງໃຈ ກໍ່ຄືກຳລັງຊັບ

ຈາກເຂົາເພື່ອມາແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ຄືການເຮັດໃຫ້ປະເທດຫຼຸດພົ້ນຈາກ

ປະເທດດ້ອຍພັດທະນາ.ແຕ່ບໍ່ຮູ້ວ່າຈະກົ້ມໜ້າກົ້ມຕາຂໍກຳລັງໃຈດັ່ງກ່າວໄປອີກດົນປານໃດ?

__________________
POODAM

Date:

Anonymous wrote:

 ເຮົາບໍ່ອາດຈະຢູ່ເໜືອວາດສະໜາ ຊາຕາກຳຂອງຊາດເລີຍທ່ານເອີຍ ! ປະເທດເຮົາ ເປັນປະເທດດ້ອຍພັດທະນາ ຊ້ຳບໍ່ພໍ ມາເປັນປະເທດທີ່ບໍ່ມີທາງອອກທາງທະເລຕື່ມອີກ ແລ້ວມາ ຢູ່ທ້າມກາງບັນດາເສືອຫິວກະຫາຍອຳນາດດ້ານເສດຖະກິດ ແລະເສືອອພວກນີ້ ບໍ່ແມ່ນເສືອທຳມະດາ ແຕ່ແມ່ນແຕ່ເສືອທີ່ມີພະລັງຊັບ ອັນມະຫາສານ ສາມາດຊີ້ງ່າໄມ້ໃຫ້ເປັນນົກໄດ້ ແລ້ວປະເທດເຮົາເປັນຫຍັງ ເປັນປະເທດໜຶ່ງທີ່ທຸກຍາກທີ່ສຸດໃນໂລກ ແລະໂລກຂອງພວກດ້ອຍພັດທະນາທຸກປະເທດຈະມີການ corruption ສູງ ແລ້ວເມື່ອເປັນແນວນີ້ ຄວາມຈົນກໍຈະຂະຫຍາຍຕົວໄປທົ່ວສັງຄົມລາວຢ່າງບໍ່ມີທາງຈະຫຼີກໄດ້  ແລ້ວຄວາມຮັ່ງມີກໍຈະຕົກລົງໃສ່ມືບັນດາກຸ່ມຄົນກຳອຳນາດພ້ອມກັບພວກມາເຟັຽທີ່ຫາກິນບົນຄວາມທຸກຍາກຂອງປວງຊົນຊາວລາວ ຕາດຳໆ ນີ້ລະ ແລ້ວກໍຈະເປັນວາລະທີ່ຍືດເຍື້ອຍາວນານ  ບໍ່ມີວັນສິ້ນສຸດຕໍ່ໆໄປຮອດເຊັ່ນລູກ ຫຼານ ເຫຼັນ. ອີ່ຕາປູດຳ ກະເບິ່ງໂລກມາໄດ້ເຄິ່ງສະຕະວັດແລ້ວ ແຕ່ມາສັງລວມແລ້ວ ບໍ່ເຫັນທາງອອກຂອງປະຊາຊົນລາວເລີຍ ລາຍຮັບ ທັງຫຼາຍທັງປວງແມ່ນຄົນຊັ້ນກາງ ແລະຊັ້ນສູງເອົາໄປໝົດແລ້ວ ຍິ່ງເປັນພະນັກງານຊັ້ນສູງທໍ່ໃດ ກະຍິ່ງໄດ້ຮັບຜົນປະໂຫຍດສູງເທົ່ານັ້ນ ແຕ່ປະຊາຊົນຊາວໄຮ່ນາຊຶ່ງເປັນປະຊາຊົນສ່ວນໃຫຍ່ຂອງປະເທດ ບໍ່ໄດ້ຮັບຫຍັງ  ແມ່ນແຕ່ເງິນຊະລາ ກີບດຽວກະຍັງບໍ່ເຄີຍມີໃຫ້ແມ່ນແຕ່ຄົນດຽວເທື່ອ  ພວກນີ້ເປັນພຽງແຕ່ປະຊາຊົນຊັ້ນສອງ ເວົ້າມາໜ້າສົງສານ ...ປະເທດໄທກະເປັນແບບດຽວກັນ ແຕ່ຢ່າງໜ້ອຍ ເຂົາກະຍັງເຫັນປະຊາຊົນຢູ່ ເຮົາມາເບິ່ງການໂຄສະນາຂອງສື່ເຮົາຢາກຍົກການນຳ ວ່າເຮັດເພື່ອປະຊາຊົນ ເວລາໄປຊຸກຍູ້ການຜະລິຂອງປະຊາຊົນ ແຕ່ໃນໂຕຂອງມັນ ມັນກະຟ້ອງເຈົ້າຢູ່ແລ້ວ ລົງໄປສູ່ຊົນນະບົດ ໄປຫາພໍ່ແມ່ພີ່ນ້ອງຊາວກະສິກອນ ໃສ່ສູດບັກໂກ້ ບາງທ່ານກະໃສ່ເສື້ອໄໝຄຳ ໄປລົງສູ່ການຜະລິດ  ແລ້ວມາເບິ່ງການນຳສູງສຸດຂອງປະເທດໄທເຂົາເຮັດຄືປະເທດເຮົາບໍ່ ??ເວົ້າມາແລ້ວ ອ່ອນກຳລັງໃຈ !

__________________
Anonymous

Date:

ຖ້າກໍານັນເທບ ແລະທ່ານນາງນາຍົກຍິ່ງລັກມາຮ່ວມດື່ມເບັຽກັບພະນະທ່ານນາຍົກທອງສິງ

ຂ້ອຍເຊື່ອວ່າທ່ານນາງນາຍົມຍິ່ງລັກຈະນັ່ງໄກ້ໆພະນະທ່ານນາຍົກທອງສິງແນ່ນອນ.

__________________
Anonymous

Date:

Anonymous wrote:

ຖ້າກໍານັນເທບ ແລະທ່ານນາງນາຍົກຍິ່ງລັກມາຮ່ວມດື່ມເບັຽກັບພະນະທ່ານນາຍົກທອງສິງ

ຂ້ອຍເຊື່ອວ່າທ່ານນາງນາຍົມຍິ່ງລັກຈະນັ່ງໄກ້ໆພະນະທ່ານນາຍົກທອງສິງແນ່ນອນ.

 ຢາກໃຫ້ເປັນແບບນັ້ນຢູ່ໃດ ລົດໄຟລາວຈັ່ງສີເກີດໄວແດ່ 

ມາຮວ່ມກັນພັດທະນາໃຫ້ຂົງເຂດນີ້ຈະເລີນກ້າວຫນ້າ

ບໍ່ວ່າທາງດ້ານວັດຖຸ ກໍຄືຈິດໃຈ 

ເພາະອາຊຽນກຳລັງຈະເປັນນຶ່ງດຽວ ຜູ້ຢ້ານລື່ນກາສີມີ ແລວ້ຢ້ານບັນຫາສີລາມໄປເປັນລະດັບພູມີພາກຄືຢູ່ຕາເວັນອອກກາງ

__________________
Anonymous

Date:

ຢາກເຈລະຈາຢູ່ແຕ່ໄອ້ເມືອກມັນບໍ່ຍອມເຈລະຈານຳ ຢື່ນກະຕ່າຍຂາດຽວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard