Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຍທາທິການແລະຂົນສົ່ງປະຈຳແຂວງຫລວງພະບາງ ສະຫລຸບວຽກງານປະຈໍາປີ
ຄົນເໜືອ

Date:
ໂຍທາທິການແລະຂົນສົ່ງປະຈຳແຂວງຫລວງພະບາງ ສະຫລຸບວຽກງານປະຈໍາປີ


ຄົນເຫນືອ; ເມື່ອບໍ່ດົນມານີ້ ໂຍທາທິການແລະຂົນສົ່ງປະຈຳແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະຫລຸບວຽກງານຮອບດ້ານປະຈຳປີ 2013 ແລະ ວາງທິດທາງແຜນການປະຈຳສົກປີ 2014 ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນກຽດເຂົ້າຮ່ວມຂອງ

ທ່ານ ສົມມາດ ພົນເສນາ, ລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງ

ທ່ານ ດຣ. ຄຳແພງ ໄຊສົມແພງ, ເຈົ້າແຂວງຫລວງພະບາງ

ທ່ານ ຟ້າສະນັ່ນ ທຳມະວົງ, ຫົວໜ້າພະແນກໂຍທາທິການແລະຂົນສົ່ງ ແຂວງຫລວງພະບາງ

ມີຫົວໜ້າກົມແລະຮອງຫົວໜ້າກົມ, ຫົວໜ້າແລະຮອງຫົວໜ້າລັດວິສາຫະກິດນ້ຳປະປາແຂວງຫລວງພະບາງ, ລັດວິສາຫະກິດການບິນລາວ, ເຈົ້າເມືອງແລະຮອງເຈົ້າເມືອງ 12 ເມືອງ, ຫົວໜ້າແລະຮອງຫົວໜ້າຫ້ອງໂຍທາທິການແລະຂົນສົ່ງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ ແລະທ່ານ ຟ້າສະນັ່ນ ທຳມະວົງ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸຸບການຈັດຕັ້ງປະຕິບັດແຜນການປະຈຳປີ 2012 ແລະ 2013 ບາງຕອນວ່າຕະຫຼອດໄລຍະ 1 ປີທີ່ຜ່ານມາຄະນະພະແນກໄດ້ຊີ້ນຳພາພະນັກງານພາຍປະຈຳຂົງເຂດຂອງຕົນ ຢຶດໝັ້ນແນວທາງນະໂຍບາຍຂອງພັກແລະມີຄວາມອຸ່ນອ່ຽນທຸນທ່ຽງ ຄວາມເປັນເອກະພາບ ຄວາມສາມັກຄີ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ ວຽກງານທີ່ມອບໝາຍໄດ້ເປັນຢ່າງດີ.

 

Luang-Prabang-City-Map.jpg



__________________
ຄົນສະຫວັນໝໍລຳ

Date:
RE: ໂຍທາທິການແລະຂົນສົ່ງປະຈຳແຂວງຫລວງພະບາງ ສະຫລຸບວຽກງານປະຈໍາປີ


ດີໃຈນຳທີ່ພະນັກງານລັດເຮົາມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່

ທີ່ຖືກມອບໝາຍໃຫ້

ຈົ່ງເຮັດຕໍ່ໄປເດີ ໃຫ້ປຊຊລາວ ເຮົາມີຄວາມສະຫງົບສຸກປອດພັຍ

 

ຖ້າບ້ານເມືອງມີຄວາມສງົບສຸຂ ບໍ່ວຸ້ນວາຍແລ້ວ

ປະຊາຊົນກໍ່ຍູ່ທ່າງທຳມາຫາກິນສ້າງສາພັດທະນາປະເທດຊາດ

ເມື່ອນັ້ນເງິນຄຳມັນກໍ່ຫລັ່ງມາເທມາເອງ ຖ້າຂຍັນດຸໝັ່ນຊອກຫາ

 

ເຖິງຢ່າງໃດກໍ່ຕາມ ຈົ່ງພູມໃຈໃນຄວາມເປັນລາວ ມີໜ້ອຍກໍ່ກິນໜ້ອຍ ໃຊ້ໜ້ອຍ

ມີຫລາຍກໍ່ກິນໃຫ້ສົມມາພາຄວນ ຢ່າຟູມເຟືອຍ ເພື່ອເຮົາເອງ ແລະບ້ານເມືອງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard