Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນ້ຳໃຈຂອງຊາວຝຣັ່ງ ທີ່ຢາກຊ່ອຍເອເຊັຍ
Anonymous

Date:
ນ້ຳໃຈຂອງຊາວຝຣັ່ງ ທີ່ຢາກຊ່ອຍເອເຊັຍ


ຄົນ​ສັນຊາດ​ຝຣັ່ງ​ລ່ອງ​ນ້ຳຂອງ​ປຸກລະດົມ​ໃຫ້​ໝົດ​ທຸກ​ຄົນ​ມີ​ນ້ຳ​ສະອາດ​ໃຊ້

lao7.jpg

ຂປລ. ທ່ານ ​ເລ​ມີ ກາ​ມູ (Remi Camus) ​ເປັນ​ຄົນ​ສັນຊາດ​ ຝຣັ່ງ ອາຍຸ 28 ປີ ທີ່​ໄດ້​ເຮັດ​ໂຄງການ”​ລ່ອງ​ນ້ຳຂອງ​ເພື່ອ​ປຸກລະດົມ​ໃຫ້​ໝົດ​ທຸກ ​ຄົນ​ມີ​ນ້ຳ​ສະອາດ​ໃຊ້” ​ໃນ​ວັນ​ທີ 7 ກຸມພາ 2014  ​ໄດ້​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃຫ້​ຮູ້​ວ່າ: ​ໂຄງການ​ນີ້​ແມ່ນ​​ດຳ​ເນີ​ນມາ​ໄດ້ 4 ​ເດືອນ​ ​ໂດຍ​ໄດ້ໃຊ້​ເຮືອ​ສຳ ລັບ​ຜູ້​ດຽວ​ລ່ອງ​ຕາມ​ແມ່ນ້ຳຂອງ ຜ່ານ 6 ປະ​ເທດ ມີ​ຄວາມ​ຍາວ​ 4.400 ກິ​​ໂລ​ແມັດ, ຊຶ່ງ​ໄດ້ເລີ່​ມ​​ແຕ່​ແມ່​ນ້ຳຂອງ​ຊາຍ​ແດນ ຕິ​ເບ​ດ ສປ ຈີນ ເຖິງ ສສ.ຫວຽດນາມ . ທ່ານເລມີກາມູ​ໄດ້​ມາ​ຮອດ​ ສປປ ລາວ​ເຮົາ ​​ແຕ່ເດືອນ​ທັນວາ​ ປີ 2013 ​ທີ່​ຜ່ານ​ມາ.

ຈຸດປະສົງ​ຂອງ​ໂຄງການ​ນີ້​ແມ່ນ​ເພື່ອ​ປຸກລະດົມ​ໃຫ້​ໝົດ​ທຸກ​ຄົນ​ມີ​ນ້ຳ​ສະອາດ ​ໃຊ້​, ​ເຮັດ​ໃຫ້​ໂລກ​ຮູ້​ເມື່ອ​ວ່າ​ຍັງ​ມີ​ຫລາຍ​ຄົນ​ ທີ່​ຍັງ​ບໍ່​ມີ​ນ້ຳ​ສະອາດ​ໃຊ້​ປະມານ 70 ກວ່າ​ລ້ານ​ຄົນ ​ທີ່​ດຳລົງ​ຊິວິດອາ​ໃສ​ຢູ່​ລຽບ​ຕາມ​ແມ່​ນ້ຳຂອງ​ໃຊ້​ນໍ້າເພື່ອກິນ, ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ​ແລະ ອື່ນໆ. ທ່ານເລມີກາມູ​ກ່າວຕື່ມວ່າ: ສຳລັບ ຂ້າພະ​ເຈົ້າ​ທີ່​ເລືອກ​ເອົາ​ແມ່​ນ້ຳຂອງ​ກໍ​ຍ້ອນ​ວ່າ​ແມ່​ນ້ຳຂອງ​ຜ່ານ 6 ປະ​ເທດ (ຈີນ, ມຽນມາ, ສປປ ລາວ, ໄທ, ກຳປູເຈຍ ແລະ ສສ.ຫວຽດນາມ) ​ເປັນ​ແມ່​ນ້ຳ​ ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳຄັນ​​ທາງ​ດ້ານ​ເສດຖະກິດ​, ບາງ​ປະ​ເທດ​ກໍ​ມີ​ວັດທະນະ​ທຳທີ່​ຄ້າຍຄື​ກັນ. ​ໂຄງການທັງ​ໝົດ​ນີ້​ບໍ່​ແມ່ນ​ເຮັດ​ເພື່ອຕົນ​ເອງ​ແມ່ນ​​ເຮັດ ​ເພື່ອປະຊາຊົນ​ທີ່​ອາ​​ໃສ​ຢູ່​ຕາມ​ແຄມ​ແມ່​ນ້ຳຂອງ​ ໂດຍ​ໂຄງການ​ດັ່ງກ່າວ​ໄດ້​ມີ​ຜູ້​ຕິດຕາມ​ຢູ່​ປະ​ເທດ ຝຣັ່ງ ​ເພາະ​ວ່າ​ອຸປະກອນ​ທີ່​ນຳ​ໃຊ້​ລ່ອງ​ນ້ຳ​ຄັ້ງ​ນີ້​ຈະ​ປະ ກອບ​ມີ​ຄົບ​ຊຸດ ຈະ​ມີ​ເຮືອ​, ​ໃນ​ນັ້ນ​ຈະປະກອບ​ມີ​ຄອມ​ພິວ​ເຕີ, ໝວກ​ທີ່​ຕິດ​ກ້ອງ​ຈີ​ພິ​ເອັດ ​ ​ແລະ ອຸປະກອນ​ອື່ນໆ​ຕື່ມ​ອີກ. ​ໃນ​ມື້ໜຶ່ງ​ຈະ​ສາມາດ​​ໄປ​ໄດ້​ເຖິງ 50-60 ກິ​ໂລ​ແມັດ, ​ໂດຍ​ເດີນທາງໄປເລື້ອຍໆ ແລະ ຄ່ຳ​ຢູ່ໃສ່​ຈະນອນ​ພັກ​ຢູ່​ຫັ້ນ, ​ຈະ​ມີ​ກຳນົດ​ປາຍ​ທາງ​ອີກ​ປະມານ 1.600 ກິ​ໂລ​ແມັດ ​ໄປ​ຮອດ​ຫວຽດນາມ, ​ໂດຍ​ຈະ​ຜ່ານ​ປະ​ເທດ​ກຳປູ​ເຈຍ.

 

ທ່ານ ​ໄດ້​ກ່າວ​ຕື່ມ​ວ່າ:ຜ່ານ​ມາ ​ ຂ້າພະເຈົ້າໄດ້​ເຮັດ​ກ່ຽວກັບ​ໂຄງການ​​ໂຄສະນາຊ່ວຍ​ເຫລືອ ເດັກ ນ້ອຍຜູ້​ຕິດພະຍາດ ​ໂດຍ​ໄດ້​ແລ່ນ​ຜ່ານ​ປະ​ເທດ​ອົດ​ສະ​ຕາ​ລີ 5.400 ກິ​ໂລ​ແມັດ​ມາ​ແລ້ວ​ສຳ​ລັບ​ໂຄງ ການລ່ອງແມ່ນ້ຳຂອງ​ນີ້​ເປັນ​ໂຄງການ​ທີ່​ສອງ. ສຳລັບ​ວັນ​ທີ 7 ກຸມພາ​ 2014 ນີ້ ທ່ານເລມີກາມູ​ ໄດ້​ເລີ່​ມອອກຈາກ ທີ່​ບ້ານ​ອຸມ​ົງ ​ເມືອງ ສີ​ໂຄດ​ຕະບອງ ​ນະຄອນຫລວງວຽງ​ຈັນ ລ່ອງ​ໄປ​ຕາມ​ແມ່​ນ້ຳຂອງ​ລົງ​ໄປ​ຫາ​ປະ​ເທດ​ກຳປູ​ເຈຍ ທີ່​ມີ​ຄວາມ​ຍາວ​ປະມານ 800 ກວ່າ​ກິ​ໂລ​ແມັດ, ຊຶ່ງ​ຈະ​ໃຊ້​ເວລາ​ປະມານ 28 ມື້​ຈຶ່ງ​ຈະ​ຮອດ.



__________________
Anonymous

Date:

<h3 style="border:1px blue solid;">ໃຫ້ມີ ຄວາມຍຸຕິທັມໃນການປາກເວົ້າໃຫ້ທັສນະ</h3>



__________________
Anonymous

Date:

<h3 style=" ໃຫ້ມີຄວາມຍຸຕິທັມ;">HTML Colors</h3>



__________________


Guru

Status: Offline
Posts: 1010
Date:

ບໍ່ຢ້ານປາດຸກຍັກຄາບໄປບໍ ເຫັນໃນ River Monster ຂອງ Discovery



__________________
Anonymous

Date:

luffy wrote:

ບໍ່ຢ້ານປາດຸກຍັກຄາບໄປບໍ ເຫັນໃນ River Monster ຂອງ Discovery


 ລາວຄົງບໍ່ຢ້ານ Giant Catfish ດອກ ລາວຈຶ່ງລົງລ່ອງລອຍແບບນັ້ນ

ລາວຢ້ານແຕ່ປາ Giant Dogfish ເທົ່ານັ້ນເດີ Luffy. ເຖິງຢ່າງໃດກໍ່ຂໍຍ້ອງຍໍສັນຣະເສີນນໍ້າໃຈຂອງ

ທ່ານ Remi Camus ທີ່ສະລະຄວາມສຸກສ່ວນຕົວຂ້າມທະວີບມາລ່ອງຂອງເພື່ອຊ່ອຍເຫຼືອປະຊາ

ຊົນອາຊີ ເວົ້າລວມ, ເວົ້າສະເພາະກໍ່ແມ່ນປະຊາຊົນລາວຜູ່ຍາກຈົນ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard