Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອົງກອນເອກກະຊົນຢູ່ຂ້າງປະຊາທິປັດແລະກປປສ.
Anonymous

Date:
ອົງກອນເອກກະຊົນຢູ່ຂ້າງປະຊາທິປັດແລະກປປສ.


ອົງກອນເອກກະຊົນຂອງປະເທດໄທທຸກອົງກອນແມ່ນເຂົ້າຂ້າງແລະທຳງານໃຫ້ພັກປະຊາທິປັດແລະ ກປປສ ຢ່າງອອກໜ້າ

ແລະສຳຄັນກ່ອນໝູ່ແມ່ນ ສານລັດຖະທຳມະນູນ ແມ່ນອັນໃດເປັນຄະດີຄວາມຟ້ອງຮ້ອງລັດຖະບານຍິ່ງລັກແມ່ນຮັບໄປວິ

ໄສທັນທີໂລດ. ຖ້າຄະດີໃດລັດຖະບານຍຶ່ນຟ້ອງພັກປະຊາທິປັດ ແລະ ກປປສ ແມ່ນປະຕິເສດບໍ່ຮັບແລະອ້າງວ່າບໍ່ມີຫລັກ

ຖານພຽງພໍ ພໍທີ່ຈະວິໄສ. ເຮັດໄປເຮັດມາປະເທດໄທແມ່ນສານລັດຖະທຳມະນູນເປັນຜູ້ມີອຳນາດສູງສຸດ ແລະສາມາດຊີ້ວ່າ

ຜິດກໍຜິດ ຊີ້ວ່າຖືກກໍຖືກ. ຄະດີຕຳນຳເຂົ້າຕອນລັດຖະບານຂອງອະພິສິດກໍຖືກຟ້ອງຮ້ອງ ແຕ່ສານລັດຖະທຳມະນູນບໍ່ຍອມ

ນຳເອົາຂຶ້ນມາຕັດສິນ ແຕ່ເລື່ອງຈຳນຳເຂົ້າທີ່ ປຊປ ຟ້ອງຮ້ອງຍິ່ລັກເມື່່ອສອງເດືອນກ່ອນນັ້ນໄດ້ຍົກຂຶ້ນມາພິຈາລະນາຕັດ

ສິນແລ້ວ.

 ຄວາມຍຸຕີທໄບໍ່ມີຢູ່ໃນຂະບວນການຍຸຕິທຳຂອງປະເທດໄທແລ້ວ.



__________________
Anonymous

Date:

ຖ້າເດົາບໍ່ຜິດ ທ່ານຄົງຈະເປັນນັກການເມືອງດີເດັ່ນຈຶ່ງເຂົ້າໃຈບັນຫາຂອງປະເທດໄທໄດ້ດີ.

ສໍາລັບອົງການ ອົງກອນໃນປະເທດລາວເດ ຮັບໃຊ້ພັກຫລືຮັບໃຊ້ປະຊາຊົນ? ຂອບໃຈ



__________________
Anonymous

Date:

Anonymous wrote:

ຖ້າເດົາບໍ່ຜິດ ທ່ານຄົງຈະເປັນນັກການເມືອງດີເດັ່ນຈຶ່ງເຂົ້າໃຈບັນຫາຂອງປະເທດໄທໄດ້ດີ.

ສໍາລັບອົງການ ອົງກອນໃນປະເທດລາວເດ ຮັບໃຊ້ພັກຫລືຮັບໃຊ້ປະຊາຊົນ? ຂອບໃຈ


ປະເທດລາວປົກຄອງດ້ວຍລະບອບປະຊາທິປະໄຕ ແຕ່ເປັນປະຊາທິປະໄຕສັງຄົມນິຍົມແລະມີພັກດຽວຜູກຂາດກໍຄືພັກປະຊາຊົນປະຕິວັດລາວ, ດັ່ງນັ້ນ

ສປປລ ຈຶ່ງບໍ່ມີອົງກອນອິດສະລະເໝືອນດັ່ງປະເທດໄທຫຼືປະເທດທີ່ປົກຄອງດ້ວຍລະບອບປະຊາທິປະໄຕທຶນນິຍົມ.    ເຫດຜົນທີ່ ສປປລ ບໍ່ມີອົງກອນ

ອິດສະລະນັ້ນກໍເພາະລັດຖະບານຂັ້ນປະທານປະເທດ, ນາຍົກ ແລະ ຄະນະລັດຖະມົນຕີ ປະຊາຊົນບໍ່ໄດ້ເລືອກຕັ້ງປ່ອນບັດເອົາ ແມ່ນສຳມະຊິກສູນກາງ

ພັກເປັນຜູ້ເລືອກຕັ້ງ. ປະຊາຊົນລາວປັດຈຸບັນນີ້ມີສິດພຽງແຕ່ເລືອກຕັ້ງຜູ້ແທນປະຊາຊົນໄປນັ່ງຢູ່ສະພາເທົ່ານັ້ນ ແຕ່ກໍໜ້າເຫັນໃຈປະຊາຊົນລາວຜູ້

ທີ່ມີສິດມີສຽງອອກໄປປ່ອນບັດເອົາຜູ້ແທນຂອງເຂົາເຈົ້າໄປເປັນປາກເປັນສຽງໃຫ້ຢູ່ສະພາ ແຕ່ຜູ້ແທນປະຊາຊົນເຫຼົ່ານັ້ນບໍ່ມີປາກບໍ່ມີສຽງຫຍັງແທນ

ປະຊາຊົນໄດ້ ເພາະທຸກຢ່າງປະທານສະພາເຫັນດີເຫັນຊອບ ບັນດາຜູ້ແທນປະຊາຊົນທີ່ມາເປັນຜູ້ຕາງໜ້າປະຊາຊົນຢູ່ໃນສະພານັ້ນກໍກັບກາຍມາເປັນ

ເສນາໝາກຂີ້ກາໄປເລີຍ ແລະເຫັນດີເຫັນພ້ອມກັບປະທານສະພາໄປທຸກແນວ. ບໍ່ມີຄົນລາວຢູ່ໃນປະເທດສາມາດຍົກເອົາການເມືອງລາວມາວິຈານ

ໄປທາງລົບໄດ້ເພາະເກງກົວຕໍ່ຄວາມປອດໄພຂອງຕົນເອງແລະຄົນອ້ອມຂ້າງ ແລະກໍເຫັນປະກົດການເກີດຂຶ້ນກັບຫລາຍໆຄົນຜ່ານມາແລ້ວ. ປະຊາທິ

ປະໄຕຂອງ ສປປລ ເປັນປະຊາທິປະໄຕຢູ່ໃນຂອບເຂດ ແລະ ສປປລ ບໍ່ມີກົດໝາຍວ່າດ້ວຍສິດທິມະນຸດໃນການໃຊ້ສິດຂຽນ, ການປາກເວົ້າ ແລະການ

ປະທ້ວງຕໍ່ຕ້ານລັດຖະບານ.​



__________________
Anonymous

Date:

ຕາມທີ່ເຄີຍໄດ້ອ່ານກົດຣັຖທັມນູນແຕ່ບໍ່ຈື່ມາດຕາ ເພິ່ນວ່າສະພາປະຊາຊົນແຫ່ງຊາດລາວເປັນຜູ່ເລືອກຕັ້ງປະທານປະເທດລາວ

ແຕ່ອາດຈະແມ່ນດັ່ງທີ່ທ່ານເວົ້າເພາະສິມາຊິກຜູ່ແທນປະຊາຊົນແຫ່ງຊາດລາວແມ່ນເປັນສະມາຊິກພັກປະຊາຊົນປະຕິວັດລາວ

ແລະຖ້າວ່າຜູ່ແທນປະຊາຊົນເຫຼົ່ານັ້ນຖືກເລືອກຕັ້ງຈາກປະຊາຊົນ ກໍ່ໝາຍຄວາມວ່າປະຊາຊົນເລືອກເອົາປະທານປະເທດໂດຍ

ທາງອ້ອມ, ແມ່ນບໍ່ລະທ່ານ luffy ?



__________________
Anonymous

Date:

Anonymous wrote:

ຕາມທີ່ເຄີຍໄດ້ອ່ານກົດຣັຖທັມນູນແຕ່ບໍ່ຈື່ມາດຕາ ເພິ່ນວ່າສະພາປະຊາຊົນແຫ່ງຊາດລາວເປັນຜູ່ເລືອກຕັ້ງປະທານປະເທດລາວ

ແຕ່ອາດຈະແມ່ນດັ່ງທີ່ທ່ານເວົ້າເພາະສິມາຊິກຜູ່ແທນປະຊາຊົນແຫ່ງຊາດລາວແມ່ນເປັນສະມາຊິກພັກປະຊາຊົນປະຕິວັດລາວ

ແລະຖ້າວ່າຜູ່ແທນປະຊາຊົນເຫຼົ່ານັ້ນຖືກເລືອກຕັ້ງຈາກປະຊາຊົນ ກໍ່ໝາຍຄວາມວ່າປະຊາຊົນເລືອກເອົາປະທານປະເທດໂດຍ

ທາງອ້ອມ, ແມ່ນບໍ່ລະທ່ານ luffy ?


 ມັນກໍເປັນພຽງພາບລວງຕາຂອງຜູ້ກຳອຳນາດ ຢາກໃຫ້ຕົນດູດີ ໃນສາຍຕາຕ່າງປະເທດ ແລ້ວອີກຢ່າງ ລັດຖະທຳມະນູນຂອງລາວກະບໍ່ຕ່າງກັບຂອງໄທພໍປະມານ

ເພາະລັດຖະທຳມະນູນຂຽນແນວໜຶ່ງ ແຕ່ການປະຕິບັດຕົວຈິງ ແມ່ນກຳມະການກົມການເມືອງແລະຄະນະກຳມະການສູນກາງພັກ ມີອຳນາດສ້າງຂໍ້ກຳນົດໃຫ້ປະຊາ

ຊົນປະຕິບັດ ແມ່ນວ່າຈະຂັດກັບລັດຖະທຳມະນູນແດ່ກໍຕາມ ເພາະ ປາຊົນ ບໍ່ຮູ້ ວ່າລັດຖະທຳມະນູນແມ່ນຫຍັງແລ້ວກະຄາວຽກໄຮ່ການນາ ບໍ່ມີເວລາສຶກສາ...

ອີກຢ່າງ ມັນກະບໍ່ແມ່ນວຽກຂອງເຂົາທີ່ຈະມາຄົ້ນຄວ້າເລື່ອງບ້ານເມືອງ ເພາະໄດ້ມອບອຳນາດໃຫ້ ສສ ໄປແລ້ວແຕ່ເລືອກຕັ້ງຊຸດກ່ອນພຸ້ນ ຊັ້ນນ່າ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard