Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການສະໜັບສະໜູນການກໍ່ສ້າງຜູ່ປະກອບກິດຈະການໃໝ່
ລິວເຕິະຟູ

Date:
ໂຄງການສະໜັບສະໜູນການກໍ່ສ້າງຜູ່ປະກອບກິດຈະການໃໝ່


ໂຄງການ​ສະໜັບສະໜູນການກໍ່ສ້າງຜູ້​ປະກອບ​ກິດຈະການ​ໃໝ່ ເປັນ​ການ​ສະໜອງ​ທຶນ​ສົມທົບຈາກ​ລັດຖະບານ ໂດຍ​ກອງ​ທຶນສົ່ງເສີມ ແລະ ພັດທະນາ​ວິ​ສາຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ໃນ​ມູນ​ຄ່າ 50% ຂອງ​ຄ່າ​ເຝິກອົບຮົມ ແລະ ການ​ບໍລິການ​ທີ່​ປຶກສາ​ຂອງ​ສະ​ຖາ​ບັນ​ທີ່​ມີ​ຄວາມ​ຊ່ຽວຊານ ມີ​ເປົ້າ​ໝາຍ​ໃນ​ການ​ເພີ່ມປະຊາກອນ​ທຸລະ​ກິດ​ໃນ​ສັງຄົມ ໂດຍ​ສະເພາະແມ່ນ​ນັກທຸລະກິດໜຸ່ມ ມີ​ພື້ນຖານ​ການ​ສຶກ​ສາ​ດີ ມີຄວາມ​ພ້ອມ​ພັດທະນາ​ຕົນ​ເອງ ໃຫ້​ສາມາດ​ດຳເນີນ​ທຸລະ​ກິດ​ຮ່ວມກັບ​ນັກທຸລະກິດ​ໃນ​ພາກ​ພື້ນ ແລະ ສາກົນ ສາມາດ​ປັບປຸງ​ປ່ຽນແປງຢ່າງ​ໄວວາ​ຂອງ​ຕະຫຼາດ ແລະ ນະໂຍບາຍ​ດ້ານ​ການ​ຄ້າ​ຂອງພາກ​ພື້ນ ແລະ ສາກົນ.

 

ງານ​ເປີດ​ໂຕ​ໂຄງການ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງກອນ 2014 ທີ່​ຜ່ານ​ມາ ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະຄອນຫຼວງ​ວຽງຈັນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ​ດຣ. ນາມ ວິ​ຍະ​ເກດ ລັດຖະ​ມົນຕີ​ວ່າການ ກະຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ ບັນດາທ່ານ​ການ​ນຳ​ຂັ້ນ​ສູງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ພາຍ​ໃນ​ງານ ນອກຈາກ​ຈະມີ​ບັນດາ​ຜູ້​ປະກອບ​ການ ນັກ​ທຸລະກິດ​ໜຸ່ມ​ຜັດປ່ຽນ​ກັນ​ຂຶ້ນ​ບັນຍາຍ ກ່ຽວ​ກັບ​ບາງ​ບົດຮຽນ ຮູບ​ແບບການ​ດຳເນີນ​ທຸລະ​ກິດ​ຂອງ​ຕົນແລ້ວ ຍັງ​ຈັດ​ໃຫ້​ມີ​ການ​ວາງ​ສະແດງ ພົບ​ປະ​ແລກປ່ຽນ​ກ່ຽວ​ກັບຂໍ້​ມູນ​ຂ່າວສານ​ ການ​ດຳເນີນ​ທຸລະກິດ​ຂອງ​ແຕ່​ລະ​ພາກສ່ວນ ​ທີ່​ເຂົ້າຮ່ວມ​ງານ​ໃນ​ຄັ້ງ​ນີ້

20140204094043.jpg

ຊ່ອຍອະທິບາຍໃຫ້ຮູ້ນໍາແດ່ວ່າ ປະຊາກອນທຸລະກິດ ມີຄວາມໝາຍແນວໃດ? ຂອບໃຈຫລາຍໆ

 



__________________
Anonymous

Date:
RE: ໂຄງການສະໜັບສະໜູນການກໍ່ສ້າງຜູ່ປະກອບກິດຈະການໃໝ່


ທ່ານ luffy ກະຣຸນາມາຕອບໃຫ້ແດ່ ເຫັນວ່າຮູ້ກະດາຍ, ຢ່າກິນຫລາຍໂດລາຫັ້ນ ຈັກນ່ອຍທ້ອງແຕກ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard