Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດບໍ່ຄາດຝັນ ຢູ່ສະໜາມບິນສາກົນ ວັດໄຕ
Anonymous

Date:
ເກີດເຫດບໍ່ຄາດຝັນ ຢູ່ສະໜາມບິນສາກົນ ວັດໄຕ

ບໍ່ມີຫຍັງຫຼາຍ ເພິ່ນຂຽນພາສາລາວ ພາສາອັງກິດ ຈັງແມ່ນ ສົມກັບເປັນສະໜາມບິນສາກົນ

__________________
Anonymous

Date:

Anonymous wrote:

ບໍ່ມີຫຍັງຫຼາຍ ເພິ່ນຂຽນພາສາລາວ ພາສາອັງກິດ ຈັງແມ່ນ ສົມກັບເປັນສະໜາມບິນສາກົນ

 ເປັນຕາອາຍເພິ່ເນາະ !  ຄົນຕ່າງດ້າວ ທ້າວຕ່າງຖິ່ນມາອ່ານເຂົາສິຫາວ່າ ຄົນລາວກືກ ໜັງສື ! ຄັນບໍ່ແນ່ໃຈ ເປັນຫຍັງບໍ່ໄປປຶກສາ Dictionary ເສັຽກ່ອນນໍ !!!ຊ້ຳບໍ່ພໍ ພາສາຕົນເອງກະຍັງຊຽນບໍ່ຖືກ

ສູ່ ສະໜາມບິນ  ແລ້ວກະ welcome ເດີ ທ່ານ !!!ຊ່າງບໍ່ໄປຖາມຄົນຂາຍໝາກກະລິ່ງແດ່ນໍ !

__________________
Anonymous

Date:

I feel ashamed!!for you, the Airport officehmm

__________________
Anonymous

Date:

ຢ່າທ້ວງຢ່າຕຳນິຕິຕຽນເພິ່ນໄດ໊, ຈັກໜ່ອຍພວກພະນັກງານຂອງກະຊວງກວາດຫຍ້າປົກຂີ້ໝາຈະພາກັນ

ຫຼັ່ງອອກມາດ່າເຈົ້າ ເພາະເຄີຍເຫັນມາແລ້ວ. ພວກເຂົາວ່າ ປະເທດລາວ ດຽວນີ້ບໍ່ຈຳເປັນຈະຂຽນພາສາໃຫ້

ຖືກຕາມຫຼັກໄວຍະກອນ ເພາະມັນເປັນວິທີທີ່ຫຼ້າຫຼັງໄປແລ້ວ ໃຜຈະສະກົດແບບໃດກໍໄດ້ເພາະແມ່ນເປັນການ

ຂຽນໄປຕາມພາສາປາກເວົ້າຂອງທ້ອງຖິ່ນ. ແລະຍັງພາກັນອອກສະແດງອີກວ່າ ປະເທດລາວເປັນປະເທດທີ່

ຈະເລີນແລ້ວ ແລະມີ ດລ. ແລະ ສຈ. ເຕັມປະເທດ ບໍ່ເຫັນທາງກະຊວງທີ່ກ່ຽວຂ້ອງອອກມາຕຳນິແລະສ່ອງ

ແສງຖ້າວ່າເພິ່ນຖືວ່າມັນຜິດ?

ອັນຂຽນພາສາອັງກິດຜິດຢູ່ສະຖານທີ່ສາທາລະນະທີ່ເຕັມໄປດ້ວຍຊາວຕ່າງປະເທດເຕົ້າໂຮມຢູນັ້ນ ດັ່ງເດີ່ນ

ບິນນາໆຊາດກໍເປັນການບໍ່ເໝາະສົມອິຫຼີ. ຄືວ່ານັ້ນແລ້ວມີແຕ່ພວກຈົບ ດລ. ໝົດທີ່ເຮັດການຢູ່ສະໜາມ

ບິນຫັ້ນຈຶ່ງບໍ່ຮູ້ວ່າຂຽນຜິດຫຼືຖືກ, ຖ້າຈົບ ດຣ. ຂ້ອຍເຊື່ອວ່າມີຄົນບອກໃຫ້ດັດແປງໄປແລ້ວກ່ອນຜູ້ຈະນຳ

ມາໂພສລົງເວັບນີ້.

__________________
Anonymous

Date:

ອັນນີ້ ແມ່ນຈໍມໍນີເຕ້ ຢູ່ຕຶກພາຍໃນປະເທດເດີ້

ແຕ່ກະວ່າຫ້ັນແຫຼະ ຄົນຕ່າງປະເທດ ໄປຕ່າງແຂວງກໍ່ມີຫຼາຍຄືກັນ

ຫຼື ເພິ່ນຢາກແປວ່າ Well Come ມາດີ ເດີ້ ກາບໍ່ຮູ້

__________________
Anonymous

Date:

ຢ່າຟ້າວ ຕີໂຟຍ ຕີຟາຍ ໄປຫລາຍ ບໍ່ເຫັນບໍ ເຂົາຕິດເຈັ້ຍຂາວໃສ່ຫັ້ນ '' Testing ''

ພວກຄວາຍ ຕືນ ຂີ້ nonono

__________________
Anonymous

Date:

Airport not Air Port...

__________________
Anonymous

Date:

ພວກຢູ່ເມືອງລາວ

ກະລຸນາ ໄປບອກ ຜູ້ຈັດການ ໄດ້ບໍ່ ?

ໃຫ້ເພີ່ນແກ້ໃຂ ແລະຂຽນໃຫ້ມັນຖືກຕ້ອງ:

WELCOME   => one word

AIRPORT     => one word

ຊູ່  ແມ່ນ  ຄຳຜິດ no

ສູ່ ແມ່ນ ຄຳທີ່ຖືກຕ້ອງ

__________________
Anonymous

Date:

Anonymous wrote:

ພວກຢູ່ເມືອງລາວ

ກະລຸນາ ໄປບອກ ຜູ້ຈັດການ ໄດ້ບໍ່ ?

ໃຫ້ເພີ່ນແກ້ໃຂ ແລະຂຽນໃຫ້ມັນຖືກຕ້ອງ:

WELCOME   => one word

AIRPORT     => one word

ຊູ່  ແມ່ນ  ຄຳຜິດ no

ສູ່ ແມ່ນ ຄຳທີ່ຖືກຕ້ອງ

 ແມ່ນຄວາມເຫັນດີນຳ ພະນັກງານເຕັມກະຊວງ ລະດັບເມືອງ ລະດັບນະຄອນຫລວງ ມີພວກສຶກສາ ພວກວັດທະນະທຳ,

ສູ່ ແມ່ນຄຳທີ່ຖືກຕ້ອງ.

__________________
Anonymous

Date:

Anonymous wrote:

ຢ່າຟ້າວ ຕີໂຟຍ ຕີຟາຍ ໄປຫລາຍ ບໍ່ເຫັນບໍ ເຂົາຕິດເຈັ້ຍຂາວໃສ່ຫັ້ນ '' Testing ''

ພວກຄວາຍ ຕືນ ຂີ້ nonono

 ເຫັນແລ້ວບໍ່ພະນັກງານຂອງກະຊວງເສຍຫຍ້າປົກຂີ້ໝາອອກມາແລ້ວ ພວກນີ້ມີນິໄສ

ໃຊ້ຄວາມເວົ້າຫຍາບຄາຍທີ່ສຸດເດີ້.

__________________
Anonymous

Date:

ສົງໃສມີບັນຫາທາງຕັກນິກ ຂຽນໄດ້ແຕ່ເທື່ອດຽວ ດັດແກ້ບໍ່ເປັນ ກໍເລີຍຄາ ຮາຮາ

__________________
Anonymous

Date:

Anonymous wrote:

ຢ່າຟ້າວ ຕີໂຟຍ ຕີຟາຍ ໄປຫລາຍ ບໍ່ເຫັນບໍ ເຂົາຕິດເຈັ້ຍຂາວໃສ່ຫັ້ນ '' Testing ''

ພວກຄວາຍ ຕືນ ຂີ້ nonono

 ສະບາຍດີອ້າຍພະນັກງານເດີ່ນຍົນ

ຖ້າລອງນີ້ຕ້ອງຂຽນຜິດຫວາ 

ລອງເບິ່ງແສງ  ລອງເບິ່ງຂນາດໂຕໜັງສື  ລອງເບິ່ງລະດັບສູງຕ່ຳ

ແຕ່ບໍ່ແມ່ນລອງພາສາຂອງໂຕເອງ

ຄົນຂຽນຜິດຍ້ອນການສຶກສາບໍ່ເຖິງ  ໃຫ້ມັນເອົາໄມ້ຖູ່ຖ່າງຕາເບິ່ງມັນກໍ່ບໍ່ຮູ້ວ່າມັນຂຽນຜິດດອກ

ຖ້າເຈົ້າເປັນຄົນຂຽນເອງ  ຮີບຟ້າວໄປແກ້ໄຂເດີ 

ເວລາເຮັດການຢ່ານັ່ງເຕັງຫຳຫຼີ້ນແຕ່ເຟສບຸກຫຼາຍ

ເອີ   ຢາກໃຫ້ແກ້ຄຳຂຽນອີກໜ້ອຍໜຶ່ງແດ່ເດີ

ຍິນດີຕ້ອນຮັບສູ່ສະໜາມບິນວັດໄຕ 

ໃຫ້ຂຽນຕິດກັນເໝິດ  ບໍ່ຕ້ອງແຍກ ຍິນດີ ອອກຈາກ ຕ້ອນຮັບ

ຖ້າຢາກແຍກກໍ່ຄວນແຍກແບບນີ້  ຍິນດີຕ້ອນຮັບ ສູ່ສະໜາມບິນວັດໄຕ

ແທງຄີ້ວຊອດຂມັບ

__________________
Anonymous

Date:

ສະໜາມບິນແມ່ນສະຖານທີ່ຮັບແຂກບ້ານແຂກເມືອງ, ຜູ້ຮັບຜິດຊອບຄວນເອົາໃຈໃສ່ເປັນພິເສດຕື່ມ.

ແຕ່ວ່າຢາກບອກຜູ້ຂຽນກະທູ້ວ່າຢ່າຟ້າວຫລາຍຂຽນກະບໍ່ເຂົ້າໃຈ.

__________________
Anonymous

Date:

Anonymous wrote:

ຢ່າຟ້າວ ຕີໂຟຍ ຕີຟາຍ ໄປຫລາຍ ບໍ່ເຫັນບໍ ເຂົາຕິດເຈັ້ຍຂາວໃສ່ຫັ້ນ '' Testing ''

ພວກຄວາຍ ຕືນ ຂີ້ nonono

ຖ້າຢາກເອົາສຳນວນທີ່ຄົນໄທຍເວົ້າມາໃຊ້  ຄວນໃຊ້ໃຫ້ຖືກຕ້ອງຕາມພາສາແດ່

ຕີໂພຍຕີພາຍ  ບໍ່ແມ່ນ  ຕີໂຟຍ ຕີຟາຍ(ເວົ້າຄືແກວນໍ)

 ໂພຍໃນນີ້ແປວ່າ ຕີ  ເຊັ່ນ ໂບກໂພຍ 

ພາຍ ຄື ໄມ້ພາຍ

ຕີໂພຍຕີພາຍ ເປັນສຳນວນປຽບຄົນໃຊ້ອາຣົມເກີນເຫດ 

ດັ່ງຄົນຂີ່ເຮືອ ພໍຕົກໃຈໜ້ອຍໜຶ່ງ ແລ້ວຟ້າວເອົາໄມ້ພາຍຕີນ້ຳໄປທົ່ວທີບນັ້ນແລ

__________________
Anonymous

Date:

ໄປຕິເພີ່ນໄດ້ແນວໃດເດ່ ພວກເຮັດວຽກການບີນ

ມີແຕ່ຜູ້ເກັ່ງໆ ຜູ້ໃດກໍ່ເບັ່ງປານອື່ງ ເປັນຝີໃສ່ກ້ອງ

ຂີ້ແຮ້ໝົດທຸກຄົນ ບໍ່ວ່າຈະຢູ່ກົມ ຢູ່ບໍລິສັດ ຍາມໃດເພີ່ນ

ກໍ່ວ່າເພີ່ນເປັນໜື່ງຕະລອດ ຄັນເວົ້າເລື່ອງຕ່າງປະເທດ

ກໍ່ແມ່ນພວກນີ້ໄປຫລາຍກວ່າພາກສ່ວນອື່ນ ປານໄປນາ

__________________
Anonymous

Date:

 ໃດ້ແລ້ວ, ຈົບແລ້ວ ແລະ ງາມແລ້ວ.....ໄຊ້ສໍ່າເຮົາມີເນີ.

ຢ່າໂວຍວາຍ ຮ້ອງໂຮ ຕໍານິຕິຕຽນ.  ຫຸບປາກ !!!!!! ຢາມໃດ ພັກ ແລະ ລັດ ກໍສະຫລາດສ່ອງໃສຢູ່ແລ້ວ.

ຢ່າເອົາຈິງເອົາຈັງ ໃຫ້ ຄວາມສໍາຄັນແກ່ການສຶກສາຫລາຍ. ຂະນາດ ອ້າຍທ້ອງສິງ ທັມມະວົງສ໌ ຂ້ອຍ ຮຽນ

ຮອດຫ້ອງ ປ ສີ່ ກໍ ຍັງໃດ້ເປັນ ນຍ. ພວກ ສະຫາຍ ສະຫລາດ ສໍ່າເພີ່ນ ບໍ? ພວກ ປະຕິການ? ຕອບ? ຕອບ? ຕອບ?

 ຈັກໜ້ອຍກະມີພວກຄວາຍອອກມາເວົ້າວ່າລາວຫາກໍ່ປົດປ່ອຍ ພັກລັດ ພັດທະນາໄດ້ໍຊໍ່ານີ້ກະຖຶວ່າດີແລ້ວ

__________________
Anonymous

Date:

It's a test of the new board, you are an idiot.

__________________
Anonymous

Date:

ຂ້ອຍເຫັນຫົວຂໍ້ທີ່ເຈົ້າລົງທຳອິດຕົກໃຈໃຈຢ່າງແຮງຄິດວ່າແຜ່ນດີນໄຫວຫຼືລະເບີດແຕກທີ່ສະໜາມບີນຊັ້ນດອອກທີ່ແທ້ກໍເລື່ອງບໍ່ເປັນຕາຢ້ານ

ຄວນປ່ຽນຫົວຂໍ້ໝ້ອຍໜຶ່ງຊິໄດ້ບໍຕັ້ງຫົວຂໍ້ແນວນີ້ມັນເບິ່ງເປັນຕາຢ້ານໂພດເຊັ່ນ:(ການຂຽນພາລາວບໍ່ຖືກຕ້ອງທີ່ປ້າຍຕ້ອນຕ໊ອນຮັບຜູ້ໂດຍສານຢູ່ເດີ່ນ

ບີນນວັດໄຕເປັນຕາໜ້າອາຍຕໍ່ຊາວລາວແລະຊາວຕ່າງປະເທດ)

ຂໍໂທດຖ້າຫົວຂໍ້ນີ້ບໍ່ເໝາະສົມ

__________________
Anonymous

Date:

Anonymous wrote:

It's a test of the new board, you are an idiot.

 ຕາມຂ້ອຍເບິ່ງ  ຄົນທີ່ idiot ທີ່ສຸດນັ້ນແມ່ນເຈົ້າເດີ

ການ ເທສທ໌ບອຣ໌ດ ມັນກ່ຽວຫຍັງກັບພາສາຂຽນ

ເທສທ໌ເບິ່ງວ່າຈະຂຽນຖືກຫຼືບໍ່ຊັ້ນຕິ ?

ຄຳເວົ້າງ່າຍໆ ສັ້ນໆ ຍັງຂຽນຜິດ  ຂຽນລາຍງານຍາວໆ ຊິບໍ່ຂຽນຜິດຕະພຶດຕະພືຊັ້ນບໍ

ໃສວ່ານັກສຶກສາລາວຮຽນຈົບອອກມາປີລະຮ້ອຍ ປີລະພັນຄົນຈົນຫາວຽກການເຮັດບໍ່ໄດ້

ເອີ ລືມໄປ  ອາຈານສອນທີ່ເປັນ ດຣ. ສຈ.ມີແຕ່ ດຣ.ຂີ້ກາກທີ່ແກວມັນບໍຣິຈາກໃບປຣິນຍາໃຫ້

ຂໍຊົມເຊີຍ  ຂໍຊົມເຊີຍ

__________________
Anonymous

Date:

ເບຶ່ງຄັກໆ ນັ້ນບໍ່ແມ່ນຈໍມໍນີເຕີເດີ

ມັນແມ່ນແຜ່ນຢາງໜາຊື່ໆ  ໂຕໜັງສືກໍ່ແມ່ນເຈັ້ຽຕັດແລ້ວເອົາມາຕິດແປະໃສ່

ການຂຽນໜັງສືຮ່າງໃສ່ແຜ່ນເຈັ້ຽແລ້ວຄ່ອຍໆຕັດ  ຕ້ອງໃຊ້ຄວາມພະຍາຍາມພໍສົມຄວນ

ແລ້ວຍັງກຽມງານກວດໂຕໜັງສຶກ່ອນຕັດອີກ

ສະນັ້ນຖ້າຂຽນຜິດກະແປວ່າຄົນຂຽນໆຜິດແບບບໍ່ຮູ້ວ່າໂຕເອງຜິດ  ແລະເປັນຄົນບໍ່ລະອຽດຮອບຄອບ

ກ່ອນອື່ນຕ້ອງກວດກາພາສາໃຫ້ຖືກຕ້ອງແນ່ນອນຮ້ອຍເປີເຊັນ

ຖ້າມາຮູ້ວ່າຜິດທີຫຼັງ  ຈະເຮັດໃຫ້ເສັຽເວລາເຮັດໃໝ່

ຫຼືເຈົ້ານາຍມາເຫັນວ່າມັນຜິດນຳຫຼັງ  ຈະຖືກເພິ່ນຕິວ່າເປັນຄົນບໍ່ເກັ່ງ ບໍ່ມີຄຸນນະພາບ

__________________
Anonymous

Date:

ຫນ້າອາຍຈິບຫາຍ ມີແຕ່ພວກກືກຫນັງສື!!!!!  ຜູ້ຮູ້ ກໍໄປບອກເຂົາແດ່ ພວກນີ້ ຂາຍຫນ້າຊາດ ແລະກຽດຄົນລາວຫມົດ!!!

__________________
Anonymous

Date:

Anonymous wrote:

It's a test of the new board, you are an idiot.

 Your judgement is way misplaced. The only "idiot" person is the one
who put out the crappy spellings on that board ! That person educational
credentials need to be reviewed. That's all we ask for.

__________________
Anonymous

Date:

Anonymous wrote:

ບໍ່ມີຫຍັງຫຼາຍ ເພິ່ນຂຽນພາສາລາວ ພາສາອັງກິດ ຈັງແມ່ນ ສົມກັບເປັນສະໜາມບິນສາກົນ

 OH MY GOD AND MY BUDDHA! MY BELOVED BEAUTIFUL LAOS COULD DO MORE BETTER THAN THIS. PLEASE CORRECT IT NOW MY FELLOW COUNTRY! PLEASE..PLEASE!!

__________________
Anonymous

Date:

ຂ້ອຍພຸມໃຈທີ່ຄົນລາວມີຄວາມສາມາດນໍາໃຊ້ເຄື່ອງມືໄຮເຕັກ, ຄວາມຜິດພາດໃນການສະກົດສາມາດເກີດຂຶ້ນກັບທຸກຄົນ

ແມ້ແຕ່ Arne Duncan ຍັງສະກົດ disaster ຜິດ ຂະຫຍອນຄົນລາວທີ່ໃຊ້ພາສາອັງກິດເປັນພາສາທີ 6 ຂອງຊາດ ຈະໃຫ້

ສະກົດຖືກໄດ້ແນວໃດ?

ສໍາລັບການສະກົດສູ່ກໍ່ບໍ່ຜິດເພາະລາວຂຽນຕາມສຽງຂອງລາວ. ພາສາລາວເວົ້າງ່າຍ ຟັງງ່າຍ ເຂົ້າໃຈງ່າຍ.

 ລາວຊອດກະຈາ ເອີຍ ຮີບແກ້ໄຂດ່ວນເດີ ອາຍໄປທົ່ວໂລກເລີຍ

__________________
Anonymous

Date:

Anonymous wrote:

ຂ້ອຍພຸມໃຈທີ່ຄົນລາວມີຄວາມສາມາດນໍາໃຊ້ເຄື່ອງມືໄຮເຕັກ, ຄວາມຜິດພາດໃນການສະກົດສາມາດເກີດຂຶ້ນກັບທຸກຄົນ

ແມ້ແຕ່ Arne Duncan ຍັງສະກົດ disaster ຜິດ ຂະຫຍອນຄົນລາວທີ່ໃຊ້ພາສາອັງກິດເປັນພາສາທີ 6 ຂອງຊາດ ຈະໃຫ້

ສະກົດຖືກໄດ້ແນວໃດ?

ສໍາລັບການສະກົດສູ່ກໍ່ບໍ່ຜິດເພາະລາວຂຽນຕາມສຽງຂອງລາວ. ພາສາລາວເວົ້າງ່າຍ ຟັງງ່າຍ ເຂົ້າໃຈງ່າຍ.

 Look ! you can't accept critics from others, so you can't change your mind and stand that you're still right !! Good for you but sure, not for me !

__________________
Anonymous

Date:

Anonymous wrote:

ຂ້ອຍພຸມໃຈທີ່ຄົນລາວມີຄວາມສາມາດນໍາໃຊ້ເຄື່ອງມືໄຮເຕັກ, ຄວາມຜິດພາດໃນການສະກົດສາມາດເກີດຂຶ້ນກັບທຸກຄົນ

ແມ້ແຕ່ Arne Duncan ຍັງສະກົດ disaster ຜິດ ຂະຫຍອນຄົນລາວທີ່ໃຊ້ພາສາອັງກິດເປັນພາສາທີ 6 ຂອງຊາດ ຈະໃຫ້

ສະກົດຖືກໄດ້ແນວໃດ?

ສໍາລັບການສະກົດສູ່ກໍ່ບໍ່ຜິດເພາະລາວຂຽນຕາມສຽງຂອງລາວ. ພາສາລາວເວົ້າງ່າຍ ຟັງງ່າຍ ເຂົ້າໃຈງ່າຍ.

 ເບິ່ງເອົາ ໝໍນີ້ແຮງຄັກ ເວົ້າກັບວ່າປະເທດລາວບໍ່ມີກົດບໍ່ມີເກນ ບໍມີກົດກະຕິກາຂອງການຂຽນຫຼືສະກົດພາສາ

ລາວ, ຄັນຊັ້ນຕັ້ງຂຶ້ນມາຫາສະແຕກຫຍັງອັນກົດໄວຍະກອນລາວນັ້ນ? ໃຜຢາກຂຽນແນວໃດກໍຂຽນໄປໂລດ ແລະ

ຂຽນໄປຕາມສຽງຂອງທ້ອງຖິ່ນໃຜມັນແບບຜູ້ອອກຄຳເຫັນຂ້າງເທິງນີ້ວ່າບໍ່ຜິດນັ້ນ. ເຫັນຄົນເມືອງຫຼວງພະບາງ

ອອກມາສາລາວໄປຕາມສຳນຽງສຽງໄທເມືອງຫລວງພະບາງ ຄືປະກົດເຫັນຄົນອອກມາຕຳນິບັກຫລາຍໆ ແລະກໍ

ຮຽກຮ້ອງໃຫ້ລາວຢຸດເຊົາຂຽນພາສາລາວໄປຕາມສຳນຽງການປາກເວົ້າຂອງໄທຫລວງພະບາງ. ຍັງບໍ່ມີໃຜຮູ້ຈຸດປະ

ສົງຂອງຄົນຫລວງພະບາງທ່ານນັ້ນທີ່ເພິ່ນຂຽນແບບນັ້ນອອກມາເພື່ອເປັນສິ່ງເຕືອນສະຕິຂອງຄົນທີ່ບໍ່ຖືການສະ

ກົດພາສາລາວໃຫ້ເປັນໄປຕາມຫຼັກຫຼືກົດກະຕິກາຂອງໄວຍະກອນທີ່ບົ່ງແລະບັນຍັດອອກມາໃຫ້ຜູ້ຂຽນແລະໃຊ້ພາ

ສາລາວຕ້ອງປະຕິບັດຕາມ. 

__________________
Anonymous

Date:

 ເບິ່ງເອົາ ໝໍນີ້ແຮງຄັກ ເວົ້າກັບວ່າປະເທດລາວບໍ່ມີກົດບໍ່ມີເກນ ....

...ລາວຕ້ອງປະຕິບັດຕາມ. 

 ກະຈັກຊິໄປຕໍານິກັນຈັ່ງໃດ ນັກວິຊາການຂຽນຕາມຫົວໜ້າສັ່ງ

ເພິ່ນຂຽນໃຫ້ແນວນັ້ນ ຈະຂຽນຕ່າງເພິ່ນໄດ້ແນວໃດ? ໃຜຈະກ້າ

ທ້ວງຄວາມຜິດຂອງເພິ່ນ, ຕໍານິນາຍພາຍຖົງໜີເດີເພື່ອນ !

__________________
Anonymous

Date:

ພວກຢູ່ເມືອງລາວ

ກະລຸນາ ໄປບອກ ຜູ້ຈັດການ ໄດ້ບໍ່ ?

ໃຫ້ເພີ່ນແກ້ໃຂ ແລະຂຽນໃຫ້ມັນຖືກຕ້ອງ:

WELCOME   => one word

AIRPORT     => one word

ຊູ່  ແມ່ນ  ຄຳຜິດ no

ສູ່ ແມ່ນ ຄຳທີ່ຖືກຕ້ອງ

____________________

ເຈົ້າກະຂຽນຜິດເດີພໍ່ຕູ້ຫຳແຫ່ວ

ແກ້ໄຂ ບໍ່ແມ່ນແກ້ໃຂ ໃຫ້ສັງເກດຄຳໃດຄົນທາງເໜຶອອອກສຽງ ສະຫລະ ເອີ ແມ່ນໃຊ້ໄມ້ມ້ວນ

__________________
Anonymous

Date:

____________________

ເຈົ້າກະຂຽນຜິດເດີພໍ່ຕູ້ຫຳແຫ່ວ

ແກ້ໄຂ ບໍ່ແມ່ນແກ້ໃຂ ໃຫ້ສັງເກດຄຳໃດຄົນທາງເໜຶອອອກສຽງ ສະຫລະ ເອີ ແມ່ນໃຊ້ໄມ້ມ້ວນ

 ກ່ອນອື່ນຕ້ອງຂໍໂທດນໍາເຈົ້າຂອງບົດທີ່ຕ້ອງໄດ້ເສືອກອອກໄປວົ້າເລື່ອງອື່ນ.

ໄຂປະຕູໄປເອົາທຽນໃຂມາໄຕ້ໃຫ້ຄົນໃຕ້ແດ່.

ທ້າວສົມໃຈເປັນນັກວິໄຈແຫ່ງຊາດລາວ.

ຢາກຂໍຖາມວ່າ ຂ້ານ້ອຍສະກົດຖືກຕ້ອງຕາມກົດຂອງຄົນທາງພາກເໜືອປະເທດລາວ

ຫຼືສະກົດຜິດຫຼັກໄວຍະກອນລາວ? ດ້ວຍເຫດຜົນໃດ?

ຂອບໃຈ

__________________
Anonymous

Date:

well come = ເວລ ກັມ ,,,, ຖືກຕ້ອງຕາມເວລຕາມກັມ 55555

__________________
Anonymous

Date:

ກ່ອນອື່ນຕ້ອງຂໍໂທດນໍາເຈົ້າຂອງບົດທີ່ຕ້ອງໄດ້ເສືອກອອກໄປວົ້າເລື່ອງອື່ນ.

ໄຂປະຕູໄປເອົາທຽນໃຂມາໄຕ້ໃຫ້ຄົນໃຕ້ແດ່.

ທ້າວສົມໃຈເປັນນັກວິໄຈແຫ່ງຊາດລາວ.

ຢາກຂໍຖາມວ່າ ຂ້ານ້ອຍສະກົດຖືກຕ້ອງຕາມກົດຂອງຄົນທາງພາກເໜືອປະເທດລາວ

ຫຼືສະກົດຜິດຫຼັກໄວຍະກອນລາວ? ດ້ວຍເຫດຜົນໃດ?

ຂອບໃຈ

______________________________________

ໄຂປະຕູໄປເອົາທຽນໄຂມາໄຕ້ໃຫ້ຄົນໃຕ້ແດ່.

ໄຂ ທາງເໜຶອກໍອອກໄຂ ບໍ່ອອກ ເຂີ ຕ້ອງສະກົດໄມ້ມາຍ

ໃຕ້ ທາງເໜືອ ອອກເຕີ້ ເມືອງຊຳເຕີ້

ທ້າວສົມໃຈເປັນນັກສິໄຈ ຖືກຕ້ອງ

ເຫດຜົນທີ່ມີໄມ້ມ້ວນໄມ້ມາຍມັນຕ່າງກັນແບບນີ້ລະ

__________________
Anonymous

Date:

Anonymous wrote:

 ເບິ່ງເອົາ ໝໍນີ້ແຮງຄັກ ເວົ້າກັບວ່າປະເທດລາວບໍ່ມີກົດບໍ່ມີເກນ ....

...ລາວຕ້ອງປະຕິບັດຕາມ. 

 ກະຈັກຊິໄປຕໍານິກັນຈັ່ງໃດ ນັກວິຊາການຂຽນຕາມຫົວໜ້າສັ່ງ

ເພິ່ນຂຽນໃຫ້ແນວນັ້ນ ຈະຂຽນຕ່າງເພິ່ນໄດ້ແນວໃດ? ໃຜຈະກ້າ

ທ້ວງຄວາມຜິດຂອງເພິ່ນ, ຕໍານິນາຍພາຍຖົງໜີເດີເພື່ອນ !

 ສົມພໍນັ້ນແລ້ວ ຄວາມຈະເລີນຂອງປະເທດເຮົາຈຶ່ງບໍ່ໄປຮອດໃສ ກໍຍ້ອນບໍ່ກ້າຕຳນິຜູ້ທີ່ເປັນຫົວໜ້າໄດ້

ເພາະຢ້ານຂອດຫາງພາຍຖົງໜີ. ໄກສອນ ພົມວິຫານ ເຄີຍສອນປະຊາຊົນລາວທີ່ວ່າການ ຕຳນິຕິຕຽນ

ຊຶ່ງກັນແລະກັນເພື່ອດັດແປງແກ້ໄຂຄວາມຜິດພາດ ແມ່ນເປັນການດີທີ່ສຸດສຳຫຼັບຄົນເຮົາຢູ່ຮ່ວມກັນ

ຄວນຈະປະຕິບັດ. ຕຳນິເພື່ອກໍ່ສ້າງ ປະໂຫຍກນີ້ໄດ້ກັບກາຍມາເປັນຄຳຂັວນຂອງກອງທັບປົດປ່ອຍປະ

ຊາຊົນລາວທີ່ຄຳໄຕ ສີພັນດອນ ເຄີຍເອີ່ຍປາກອອກມາເຕືອນກອງທັບທຸກໆເທື່ອມີ່ເພິ່ນກ່າວຄຳປາໄສ

ໃນພິທີຂອງທະຫານທຸກໆພິທີ. ຜູ້ທີ່ກະທຳຄວາມຜິດ ຖ້າບໍ່ມີຄົນຕຳນິກໍຈະວ່າຕົນເອງເຮັດຖືກແລ້ວກໍ

ສືບຕໍ່ກະທຳໄປ ກໍດັ່ງການສະກົດພາສາລາວທີ່ຜິດແລ້ວບໍ່ມີໃຜກ້າອອກມາຕິຕຽນ.   ຍິ່ງຮ້າຍໄປກ່ອນ

ເມື່ອມີຄົນນຳເອົາຄວາມຜິດຂອງຜູ້ນັ້ນໆມາຕຳນິຕິຕຽນແລ້ວແທນທີ່ຈະພ້ອມພຽງໃຈກັນອອກຄວາມ

ເຫັນເປັນອັນດຽວກັນວ່າຜິດ, ແຕ່ພາກັນອອກມາປົກປ້ອງການກະທຳຜິດຂອງຄົນນັ້ນໆວ່າຖືກ ອັນນີ້

ແລ້ວທີ່ເຮັດໃຫ້ປະເທດລາວຍັງຫລ້າຫລັງທຸກຢ່າງກ່ອນໝູ່ໃນກຸ່ມປະເທດອາຊຽນ 11 ປະເທດນັ້ນ.

__________________
Anonymous

Date:

ປະເທດໃດເປັນສະມາຊິກໃໝ່ຂອງອາຊຽນຈຶ່ງມີຮອດ 11?

__________________
Anonymous

Date:

Anonymous wrote:

ປະເທດໃດເປັນສະມາຊິກໃໝ່ຂອງອາຊຽນຈຶ່ງມີຮອດ 11?

 1. Lao PDR

2. Thailand

3. Myanmar

4. Malaysia

5. Singapore

6. Vietnam

7. Bruney Darusalam

8. Philippines

9. Indonesia

10. Cambodia

11. Timor Leste

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard