Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບ້ານເມືອງຂອງເຮົາ
ປາຄັບຂອງ

Date:
ບ້ານເມືອງຂອງເຮົາ

ຕັ້ງແຕ່ໃດມາບໍ່ວ່າຈະຢູ່ໃນສະພາກາເຟ ສະພາເຫຼົ້າວາຍນ໌ ສະພາບັກຂາຈ້າງ

ສະພາເບັຽລາວ ຈົນມາຮອດສະພາໂລກໄຊເບີ, ຈະສັງເກດເຫັນວ່າຄົນລາວ

ເຮົາສ່ວນຫຼາຍຈະຍົກເອົາສະພາບການທີ່ເກີດຂຶ້ນໃນປະເທດໄທມາສົນທະນາ

ມາພະນັນກັນທັງໆທີ່ສະພາບການໃນບ້ານກໍ່ມີຫຼາຍໆບັນຫາທີ່ເຮັດໃຫ້ປະຊາ

ຊົນໄດ້ຮັບຄວາມເດືອດຮ້ອນ ເປັນຕົ້ນແມ່ນບັນຫາການຍຶດດິນດອນຕ່ອນຫຍ້າ

ບັນຫາເງິນເດືອນພະນັກງານ ບັນຫາຄ່າຄອງຊີບຖີບຕົວສູງ...ແຕ່ພວກເຮົາບໍສົນ

ໃຈ ຕັ້ງບົດສົນທະນາຂຶ້ນມາກໍ່ມີຄົນເຂົ້າມາປະກອບຄໍາເຫັນມະຍ່ອມມະແຍ່ມ

ບໍ່ຫຼາຍຄືກັບບົດສົນທະນາທີ່ກ່ຽວກັບປະເທດໄທ.

ເປັນດ້ວຍເຫດໃດ?

__________________
Anonymous

Date:

ປາຄັບຂອງ wrote:

 ກະທູ້ກ່ຽວກັບລາວຄົນບໍ່ກ້າມາອອກຄວາມເຫັນ.ຫຼື ອອກມາກໍ່ບໍ່ເວົ້າຫັຽງຫຼາຍເໝືອນວິຈານ

ການເມືອງໄທເພາະຢ້ານຫາຍຕົວຄືທ່ານ ສົມບັດ ສົມພອນ.ແຕ່ວິຈານເລື່ອງໄທວິຈານໄປໂລດ

ແມ່ນຖືກໃຈອ້າຍໃຫຍ່ຈູມທອງ ເພາະນັ້ນຄືການຊ່ວຍຫັນເຫແນວຄິດຂອງປະຊາຊົນລາວຕໍ່

ການສົ່ງເຈົ້າໜ້າທີ່ຝ່າຍຕ່າງໆໄປຍຶດດິນປະຊາຊົນທົ່ວປະເທດໂດຽການຫຼິງເຫັນຜົນ.

__________________
Anonymous

Date:

ເລື່ອງຄົນລາວມັກສົນທະນາການເມືອງໄທນັ້ນບໍ່ແມ່ນຈັ່ງຫາເປັນຫລັງ 75 ນີ້ມາ

ມັນເປັນຕັ້ງແຕ່ປຸແຕ່ປຸ້ຍພຸ້ນມາ ເພາະຈິດວິນຍານຂອງຄົນລາວມີຄວາມຜູກພັນ

ກັບຄົນລາວອິສານ ລາວລ້ານນາ ແລະ ລາວພວນທີ່ຢູ່ປະເທດໄທນັບເປັນ 30 ກ່ວາ

ລ້ານຄົນ ແລະຍັງຍຶດຖືຄົນເຫຼົ່ານນັ້ນເປັນຍາດສາຍເລືອດກັນມາຕະຫລອດ. ພວກ

ເຮົາຈະເຫັນໄດ້ວ່າ ຫວຽດນາມ ຈີນ ພະມ້າ ແລະຂະເໝນ ກໍເປັນປະເທດບ້ານໃກ້

ເຮືອນຄຽງທີ່ມີຊາຍແດນຕິດກັນແບບປະເທດໄທນັ້ນ ແລະກໍມີບັນຫາການເມືອງ

ແລະບັນຫາອື່ນໆບໍ່ຕ່າງຫຍັງກັບໄທ ແຕ່ຄົນລາວຊ້ຳຜັດບໍ່ມັກຫຼືນິຍົມສົນທະນາບັນ

ຫາຂອງປະເທດເຫຼົ່ານັ້ນ. ອັນເລື່ອງຈະນຳເອົາການເມືອງຂອງປະເທດຕົນເອງຂຶ້ນມາ

ສົນທະນາແຮງແລ້ວເພາະບໍ່ມີໃຜກ້າເວົ້າແປນ ເພາະຄົນລາວທຸກໆຄົນໄດ້ຖືກສອນ

ໃຫ້ຍ້ອງຍໍພັກລັດມາແຕ່ເກີດຈົນໃຫຍ່ ເລີຍບໍ່ຮູ້ແນວຈະຕຳນິຕິຕຽນເພາະຢ້ານຖືກ

ສົ່ງໄປພັກຜ່ອນຍາວ ຫາຍສາບສູນ ແລະ ຍັດໄທ່ປ່ານຈົມລົງພື້ນແກ້ງຍາງ.

__________________
Anonymous

Date:

ການເວົ້າເລື່ອງການເມືອງໄທເວົ້າເຖິງປະເທດ ບາງບຸກຄົນກະຕັ້ງກະທູ້ ດັກດານ ເພື່ອຄວາມສະໃຈໂພດ, ເຊັ່ນວ່າ ໄທໂງ່ ແລະບາງອັນໄປກ້າວກ່າຍປະເທດເຂົາເຈົ້າເກີນໄປໂພດ ຈິ່ງຢູ່ ການຮຽນການ ສອນ ຂອງຄົນ ໃນໂຮງຮຽນ ໃນທົ່ວສັງຄົມ ໄທ ເຂົາຊິດູຖູຸກຢຽດຢາມຄົນລາວປະເທດລາວ ມອງປະເທດລາວຕ້ອຍຕ່ຳ.

ແຕ່ຄົນໄທສ່ວນຫລາຍຍັງຖືກຄົນລາວເປັນມິດ ເປັນເພື່ອນທີ່ດີ ມີການພົວພັນກັນ ຫລາຍເຊັ່ນຄົນແລ້ວ ສ່ວນພວກທີ່ສ້າງຄວາມແຕກແຍກ ໃຫ້ຄົນລາວຄົນໄທ ກໍຄືພວກທີ່ ບໍ່ໄດ້ຮັບຈິດໃຈອັນແທ້ຈິງ, ຄົນລາວຄົນໄທ ມີການໄປມາຫາສູ່ ການຊ່ອຍເຫລືອກັນ ຕລອດມາ ແຕ່ພວກທີ່ອິດສາລິດຫຍາ ພວກຂົ່ມເພິ່ນຍໍໂຕ ມັກສ້າງຄວາມແຕກແຍກສ້າງຄວາມກຽດຊັງ, ຍ້ອນສອງປະເທດນີ້ມິພາສາຄ້າຍກັນເຂົ້າໃຈກັນ, ໃນເຂດຊາຍແດນ ການໄປມາຫາສູ່ ແທບຈະບໍ່ໄດ້ໃຊ້ຫນັງສືຜ່ານແດນເລີຍ. ຍ້ອນຄວາມໄວ້ເນື່ອເຊື່ອໃຈ ຍ້ອນຄົນລາວຄົນໄທຢູປະປົນກັນໄປ ໄປແຕ່ງດອງຝັ່ງນັ້ນ ຝັ່ງນັ້ນມາແຕ່ງດອງຝັ່ງນີ້, ເລື່ອງການທຳງານກໍມີ ຄົນລາວມາທຳງານຢູ່ລາວກໍຈຳນວນຫລວງຫລາຍ ຄົນລາວໄປທຳງານເມືອງໄທຍກໍຫລວງຫລາຍແສນ.

ສະນັ້ນ ການຕັ້ງກະທູ້ການໂຈມຕີ ກໍ່ຢ່າໄປຕິລວາດກວາດພຽງ ເວົ້າວ່າຂະເຈົ້າໂງ່ຂະເຈົ້າບໍ່ດີຫມົດ ປະເທດໃດກໍມີທັງຄົນດີຄົນບໍ່ດີ ຄົນບໍດີກໍຈົ່ງໃຫ້ອະໄພ ຄົນດີກໍຈົງຄົບເປັນເພື່ອນ, ຂະນາດຄົນເຮົາຍັງຮູບຮ່າງຫນ້າຕາແຕກຕ່າງກັນ, ບາງຄົນຂີ້ຮ້າຍ ບາງຄົນງາມ ກໍໄປປະກວດນາງງາມ, ບາງຄົນກະຕູ້ຍ ປານຍັກຂີນີປາກແດງ, ບາງຄົນກໍສົບເຫວີ, ບາງຄົນກໍປາກເຈີ່ງ, ບາງຄົນກໍພິກົນພິການ ຫູຫນວກ ຕາບອດ, ບາງຄົນກໍຫລາຍເມຍ, ແລະອີກຫລາຍໆກໍລະນີ.

ຄິດວ່າ ຍັງໃນອານາຄົດ ກະຊິມີການກະທົບກະທັ້ງກັນ ຍ້ອນບຸກຄົນ ບໍ່ດີ ທີ່ອິດສາໃນຄຸນຄວາມດີ ໃນຄົນລາວຄົນ ໄທ ທີ່ມີມິດຕະພາບທີ່ດີ ເຂົ້າໃຈພາສາກັນສ່ວນຫລາຍ ຍ້ອນຄວາມມີນ້ຳໃຈ ຂອງຄົນສອງປະເທດ. ສ່ວນຄົນບໍ່ດີມາສ້າງຄວາມເຂົ້າໃຈຜິດ ຄວາມແຕກແຍກ ກໍຈົ່ງໃຫ້ອະໄພເຂົາ ຢ່າໄປຈອງເວນ ຈົ່ງໃຫ້ອະໄພ ຍ້ອນນິໃສ ມັນແກ້ງ່າຍ ສັນດານມັນແກ້ຍາກ.

ຖ້າຂຽນບໍ່ຖືກໃຈ ຂໍອະໄພຜູ້ອ່ານ ຈາກໃຈຈິງ.

__________________
Anonymous

Date:

Anonymous wrote:

ການເວົ້າເລື່ອງການເມືອງໄທເວົ້າເຖິງປະເທດ ບາງບຸກຄົນກະຕັ້ງກະທູ້ ດັກດານ ເພື່ອຄວາມສະໃຈໂພດ, ເຊັ່ນວ່າ ໄທໂງ່ ແລະບາງອັນໄປກ້າວກ່າຍປະເທດເຂົາເຈົ້າເກີນໄປໂພດ ຈິ່ງຢູ່ ການຮຽນການ ສອນ ຂອງຄົນ ໃນໂຮງຮຽນ ໃນທົ່ວສັງຄົມ ໄທ ເຂົາຊິດູຖູຸກຢຽດຢາມຄົນລາວປະເທດລາວ ມອງປະເທດລາວຕ້ອຍຕ່ຳ.

 ເຖິງວ່າຂ້ອຍຈະບໍ່ເຄີຍໄປນັ້ງຮຽນໃນໂຮງຮຽນໄທ ແຕ່ຂ້ອຍກໍ່ບໍ່ເຊື່ອວ່າຫຼັກສູດການສຶກສາຂອງໄທ

ຈະສອນໃຫ້ນັກຮຽນໄທດູຖູກຢຽດຢາມຄົນລາວປະເທດລາວ, ມັນບໍ່ຄືຫຼັກສູດການສຶກສາຂອງລາວ

ໃນສະໃໝກວາດລ້າງທີ່ເລີ້ມສອນຕັ້ງແຕ່ໂຮງຮຽນອະນຸບານໃຫ້ເຍົາວະຊົນລາວຮູ້ສຶກຄຽດແຄ້ນ

ແລະຢາກດັບສູນຈັກກະພັດອາເມຣິກາແລະລູກແຫຼ້ງຕີນມືຂອງມັນ.

__________________
ຄົນລາວສະຫຼາດສ່ອງໃສ

Date:

ປາຄັບຂອງ wrote:

ຕັ້ງແຕ່ໃດມາບໍ່ວ່າຈະຢູ່ໃນສະພາກາເຟ ສະພາເຫຼົ້າວາຍນ໌ ສະພາບັກຂາຈ້າງ

ສະພາເບັຽລາວ ຈົນມາຮອດສະພາໂລກໄຊເບີ, ຈະສັງເກດເຫັນວ່າຄົນລາວ

ເຮົາສ່ວນຫຼາຍຈະຍົກເອົາສະພາບການທີ່ເກີດຂຶ້ນໃນປະເທດໄທມາສົນທະນາ

ມາພະນັນກັນທັງໆທີ່ສະພາບການໃນບ້ານກໍ່ມີຫຼາຍໆບັນຫາທີ່ເຮັດໃຫ້ປະຊາ

ຊົນໄດ້ຮັບຄວາມເດືອດຮ້ອນ ເປັນຕົ້ນແມ່ນບັນຫາການຍຶດດິນດອນຕ່ອນຫຍ້າ

ບັນຫາເງິນເດືອນພະນັກງານ ບັນຫາຄ່າຄອງຊີບຖີບຕົວສູງ...ແຕ່ພວກເຮົາບໍສົນ

ໃຈ ຕັ້ງບົດສົນທະນາຂຶ້ນມາກໍ່ມີຄົນເຂົ້າມາປະກອບຄໍາເຫັນມະຍ່ອມມະແຍ່ມ

ບໍ່ຫຼາຍຄືກັບບົດສົນທະນາທີ່ກ່ຽວກັບປະເທດໄທ.

ເປັນດ້ວຍເຫດໃດ?

ມັນເປັນສັນດານຄົນລາວມັກເວົ້າພື້ນສອດຮູ້ເລື່ອງຊາວບ້ານ!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard