Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີຄົນຢາກຫຍຸດ ກິນເຫຼົ້າບໍ່...ມີຂ່າວດີມາບອກ
Anonymous

Date:
ມີຄົນຢາກຫຍຸດ ກິນເຫຼົ້າບໍ່...ມີຂ່າວດີມາບອກ




__________________
Anonymous

Date:

My name is Anonymous and I am alcoholic.

ຂ້ອຍເລີ້ມກິນເຫຼົ້າສູບຢາຕັ້ງແຕ່ອາຍຸ 13 ປີ, ຕອນນັ້ນຂ້ອຍມັກຜູ່ສາວພູບັງເຢາະ

ທຸກໆຄືນຈະຊວນໝູ່ໄປລົມສາວຢູ່ພູໜ່ວຍນັ້ນ ແລະເວລາໄປຮອດ ຜູ່ສາວຈະຫອບ

ສາດ ຕະກຽງ ເຫຼົ້າ ແລະຢາສູບ ພາກັນໄປນັ່ງລົມກັນຢູ່ກ້ອງກົກໝາກຈອງ. ຜູ່ສາວ

ລາວເທິງບ້ານນັ້ນງາມຫຼາຍເດີ, ເວລາເດືອນແຈ້ງ ນັ່ງແຍງເບິ່ງແຕ່ລະຄົນແມ່ນງາມ

ເໝືອນນາງເອກໂບລິບູດ.

ຂ້ອຍທຽວໄປລົມປະມານ 3 ປີ ແຕ່ບໍ່ໄດ້ກັບຜູ່ສາວທີ່ຂ້ອຍຮັກເພາະຕ້ອງໄດ້ເດີນທາງ

ໄປສຶກສາຕໍ່ຢູ່ປະເທດເພື່ອນບ້ານ. ຈາກນັ້ນມາ ທຸກຄັ້ງທີ່ຂ້ອຍຄິດຮອດຜູ່ສາວ ຂ້ອຍ

ຈະເອົາເຫຼົ້າຂາວມາກິນແກ້ກຸ້ມ, ກິນເມົາແລ້ວກໍ່ລະເມີເພີ້ຝັນຫາສາວບັງເຢາະ.

ຂ້ອຍໄດ້ປຶກສາກັບທ່ານໝໍແລ້ວ ແຕ່ເພິ່ນບໍ່ມີຢາປົວ ເພິ່ນບອກໃຫ້ໄປບໍາບັດຢູ່ສູນບໍາ

ບັດ ແຕ່ຄ່າໃຊ້ຈ່າຍແພງຫລາຍ ບໍລິສັດປະກັນສັງຄົມກໍ່ບໍ່ຄຸ້ມຄອງ ຕ້ອງໄດ້ຈົກເງິນຈາກ

ຖົງຕົນເອງ.

ຂ້ອຍຢາກດື່ມເບັຽຫລາຍທີ່ສຸດແມ່ນເວລາວຫິວເຂົ້າ ເວລາໃຈຮ້າຍ ເວລາໂດດດ່ຽວ ແລະ

ເວລາມາແຕ່ວຽກເມື່ອຍໆ ຊຶ່ງພາສາອັງກິດເອີ້ນວ່າ HALT ຊຶ່ງຫຍໍ້ມາຈາກ Hungry,

Angry, Lonely ແລະ  Tire ນັ້ນເອງ. ເບັຽທີ່ຂ້ອຍດື່ມກໍ່ແມ່ນເບັຽ Ultralite ຊຶ່ງເປັນ

ເບັຽທີ່ມີເຊື້ອເຫຼົ້ານ້ອຍທີ່ສຸດ ຂ້ອຍກິນມື້ນຶ່ງປະມານ 4 ແກ້ວ (ແກ້ວນຶ່ງມີປະລິມານ

12 Fl.Oz.), ຂ້ອຍຢາກເຊົາເພາະເວລາຂ້ອຍດື່ມເບັຽແກ້ວນຶ່ງ ຂ້ອຍຈະສູບຢາກອກນຶ່ງ

ແລະເວລາກິນເບັຽສູບຢາ ຂ້ອຍຈະຖືກເມັຽເຕະອອກມານອນນອກຫ້ອງເພາະລາວເໝັນ

ກິ່ນຢາສູບ ແລະນົກເຂົາຂອງຂ້ອຍກໍ່ບໍ່ຂັນດີ.

ຂອບໃຈຫຼາຍໆເດີທີ່ເອົາວິທີອອກເຫຼົ້າອອກເບັຽມາໃຫ້ອ່ານປະດັບຄວາມຮູ້, ຈະລອງນໍາໄປ

ປະຕິບັດ ຖ້າໄດ້ຜົນຈະເຂົ້າມາບອກເດີ.



__________________
Anonymous

Date:

ໝໍນີ້ເວົ້າ ພີລຶກເວີຍ, ຜູ້ສາວເພີ່ນ ຢູ່ ພູ ບັງເຢາະ

ຜູ້ສາວແມ່ນຄົນຢູ່ຫວະ ຫລຶເປັນຜີບັງບົດ ?



__________________


Guru

Status: Offline
Posts: 1010
Date:

Anonymous wrote:

My name is Anonymous and I am alcoholic.

ຂ້ອຍເລີ້ມກິນເຫຼົ້າສູບຢາຕັ້ງແຕ່ອາຍຸ 13 ປີ, ຕອນນັ້ນຂ້ອຍມັກຜູ່ສາວພູບັງເຢາະ

ທຸກໆຄືນຈະຊວນໝູ່ໄປລົມສາວຢູ່ພູໜ່ວຍນັ້ນ ແລະເວລາໄປຮອດ ຜູ່ສາວຈະຫອບ

.....................................................


 

ຂ້ອຍກຳລັງຫລຸດຜ່ອນຄືກັນ.......

ສາເຫດທີ່ຂ້ອຍໄປກິນສ່ວນຫລາຍແມ່ນ ຮັກສາສັງຄົມ

ວິທີຂອງຂ້ອຍແມ່ນ ຈາກທີ່ກິນເທື່ອລະ 1/4 - 1/2 ຈອກ ກໍ່ມາຈິບເທື່ອລະຄຳ

ວິທີນີ້ກິນໝົດມື້ກໍ່ໄດ້ເພາະຈິບເທື່ອລະຄຳ ໝູ່ໝົດ 4-6 ເທື່ອເຮົາຈັ່ງໝົດ ໃຜຊິວ່າຫຍັງກໍ່ຊ່າງ

ແຕ່ເຮົາກະບອກເພິ່ນວ່າ ເຈັບກະເພາະ ໂດຍສະເພາະກ່ອນຈະກິນຈອກທຳອິດແມ່ນ ບອກເພິ່ນໂລດ

 



__________________
Anonymous

Date:

ຂ້ອຍກໍ່ກິນຕອນໄປຮ່ວມຊຸມແຊວສັງສັນໃນງານສະຫຼອງຕ່າງໆ ງົດຊື້ມານັ່ງກິນຄົນດຽວດົນແລ້ວ

ແຕ່ເວລາໄດ້ກິນບໍ່ສາມາດກໍານົດປະລິມານໄດ້ ຕັ້ງໃຈວ່າຈະກິນຈອກດຽວແຕ່ເມື່ອໝູ່ຫຍິ້ນມາໃຫ້

ພັດບໍ່ສາມາດປະຕິເສດໄດ້ ຖ້າປະຕິເສດເທື່ອໜ້າກໍ່ຢ້ານໝູ່ບໍ່ເອີ້ນໄປກິນເຫຼົ້າກາບັກຂາຈ່າງແຂບຟ້າອີກ !



__________________
Anonymous

Date:

ສ. ສາຍບຸນມີ ບໍ່ຢ້ານຫາຍສາຍສູນບໍ? ຖ້າຄົນລາວເຊົາດື່ມເຫຼົ້າເມົາເບັຽ ລັດຖະບານລາວຈະມີລາຍໄດ້ເຂົ້າຖົງຫວາ?

ເພາະຕາມທີ່ຮູ້ ລັດຖະບານລາວມີສ່ວນໄດ້ກັບບໍລິສັດເບັຽລາວເຖິງ 70% ແລ້ວໃດ໋ !



__________________
Anonymous

Date:

ສະບາຍດີ,  My name is Anonymous and I am alcoholic.

ມື້ນີ້ເປັນມື້ທີ4 ທີ່ຂ້ອຍບໍ່ໄດ້ດື່ມເຫຼົ້າເພາະອີ່ນາຍຕຸ້ຍແຂ້ວຄໍາບໍ່ໃຫ້ຂ້ອຍຕິດຖ້າຂ້ອຍບໍ່ໃຊ້ໜີ້ເກົ່າໃຫ້ໝົດກ່ອນ

ຄິດວ່າຈະຂ້າມຂົວໄປຮັບຈ້າງເປົ່າໝາກຫວີດໃຫ້ກໍານັນສຸເທບເອົາເງິນມາຊື້ເຫຼົ້າກິນ ແຕ່ບໍ່ມີເງິນໄປເຮັດບັດ

ຜ່ານແດນ, ທ່ານຄົນໃຕ້ໃຫ້ຂ້ອຍຢືມໄດ້ບໍ່ຈັກສອງຮ້ອຍບາດ?



__________________
Anonymous

Date:

Anonymous wrote:

ສະບາຍດີ,  My name is Anonymous and I am alcoholic.

ມື້ນີ້ເປັນມື້ທີ4 ທີ່ຂ້ອຍບໍ່ໄດ້ດື່ມເຫຼົ້າເພາະອີ່ນາຍຕຸ້ຍແຂ້ວຄໍາບໍ່ໃຫ້ຂ້ອຍຕິດຖ້າຂ້ອຍບໍ່ໃຊ້ໜີ້ເກົ່າໃຫ້ໝົດກ່ອນ

ຄິດວ່າຈະຂ້າມຂົວໄປຮັບຈ້າງເປົ່າໝາກຫວີດໃຫ້ກໍານັນສຸເທບເອົາເງິນມາຊື້ເຫຼົ້າກິນ ແຕ່ບໍ່ມີເງິນໄປເຮັດບັດ

ຜ່ານແດນ, ທ່ານຄົນໃຕ້ໃຫ້ຂ້ອຍຢືມໄດ້ບໍ່ຈັກສອງຮ້ອຍບາດ?


 ຄົນໃຕ້: ເຈົ້າກໍບອກອີ່ນາຍຕຸ້ຍແຂ້ວຄຳຕິ ວ່າຂ້ອຍຊິຈ່າຍຄ່າເບຍເປັນເງິນບາດໄດ້ບໍ ( ບາດຫນ້າ) ບາງເທື່ອລາວຊິໃຫ້ຕິດຢູ່ຈັກສອງສາມແກ້ວ.

ຫຼືມາຕິດແຖບບ້ານຄົນໃຕ້ກໍໄດ້ເດີມາເມືອງໂພນທອງພີ້ພໍໄດ້ຕິດຢູ່ເທື່ອລະສອງສາມແກ້ວ ຫຼືບໍ່ກໍຈ່າຍເງິນຢີ່ປຸ່ນກໍໄດ້ (ເງິນເຢັນ)



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍບອກບໍ່ໄດ້ ຂ້ອຍແມ່ນຄົນຂີ້ເຫຼົ້າ. ທື້ນີ້ເປັນມື້ທີ5 ທີ່ຂ້ອຍບໍ່ດື່ມເບັຽບໍ່ສູບຢາ

ຂ້ອຍຮູ້ສຶກມີອາລົມຫລຸດຫງິດຫລາຍ ໃຈຮ້າຍງ່າຍ ແລະມີອາການມືຈັງ, ໝູ່ໂທມາເອີ້ນໄປ

ຊຸມ2ເທື່ອແລ້ວ ເຂົາຊິເຮັດອົບແບ້ ຈາກນັ້ນເຂົາຈະພາໄປຫລິ້ນສາວແຕ່ຂ້ອຍຕົວະເຂົາວ່າຂ້ອຍ

ຕ້ອງໄດ້ໄປຖາງຫຍ້າສວນຊ່ອຍພໍ່ລຸງອາດຈະກັບມາຄໍ່າ, ໝູ່ກໍ່ວ່າ ຖາງຫຍ້າແລ້ວໃຫ້ຂ້ຽວມາ

ເດີ ມື້ນີ້ກິນໝົດມື້ໝົດຄືນ ຫາຍຫ່ວງ.



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍປິດລັບ ແລະຂ້ອຍເປັນຄົນຂີ້ເຫຼົ້າ. ມື້ນີ້ເປັນມື້ນີ6 ທີ່ຂ້ອຍໄດ້ອົດດື່ມ

ສຸຣາແລະບໍ່ສູບຢາ. ເຫດຜົນທີ່ຂ້ອຍຢາກເຊົາເປັນຄົນຂີ້ເມົາຍ້ອນວ່າຂ້ອຍຢາກໄດ້ເມັຽ

ທ່ານໝໍບອກວ່າຖ້າຂ້ອຍຍັງສືບຕໍ່ດື່ມເຫົູ້າສູບຢາ ນົກເຂົາຂ້ອຍຈະບໍ່ຂັນຕະລອດການ.



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍປິດລັບ ແລະຂ້ອຍເປັນຄົນຂີ້ເຫຼົ້າ. ມື້ນີ້ເປັນມື້ທີ7 ທີ່ຂ້ອຍບໍ່ໄດ້ດື່ມBeerlaoກ່ອນມາເຮັດການ

ເຖິງວ່າຈະມີອາການວິນຫົວຕາລາຍເລັກນ້ອຍ ແຕ່ຂ້ອຍກໍ່ຈະພະຍາຍາມຜ່ານຜ່າເພື່ອຄວາມກ້າວໜ້າ.

One day at a time.



__________________
Anonymous

Date:

ທຸກຢ່າງມັນຂຶ້ນກັບໃຈເຮົາເອງ 

ຖ້າຢາກຢຸດກໍ່ຢຸດໄດ້

ແຕ່ຖ້າບໍ່ຢາກຢຸດມັນຫາກມີເລື່ອງແກ້ໂຕ ຕະຫລອດ ຍ້ອນນັ້ນຍ້ອນນີ້

 

ແນວທາງຂອງ ທ່ານທີ່ຂຽນຂ້າງເທິງນັ້ນແມ່ນດີ ມີປະໂຫຍດຫລາຍ ສຳລັບຜູ້ທີ່ມັກດື່ມເຫລົ້າ 

ຫລາຍ ແລະຢາກອອກຈາກເຫລົ້າ.

 

ເຫລົ້າແມ່ນຢາເສບຕິດ ເຫລົ້າແມ່ນຢາພິດ 

ຍ້ອນມີພິດ ຄົນຈຶ່ງເມົາ ຂາດສະຕິ ຫລົງໆ ລືມໆ 

ແຕ່ຄົນກະຍັງດືມມັນ ຍ້ອນບໍ່ຮູ້ທາງອອກ ເລີຍເຂົ້າໃຈຜິດວ່ານີ້ຄືທາງທີ່ດີທີ່ສຸດ

 

ທັງໆ ທີ່ວ່າ ເຫລົ້າ ເປັນນ້ຳທີ່ດື່ມຍາກທີ່ສຸດ ໃນບັນດານ້ຳດື່ມ ນ້ຳໝາກໄມ້ທັງຫລາຍ

ລາຄາກໍ່ສູງອີກ 

ເບັຍ 12 ແກ້ວໃຫຍ່     1 ລາງ ລາຄາ 95 000 - 100​ 000 ກີບ

ນ້ຳດື່ມບໍຣິສຸດ 24 ຂວດ     1 ແກັດ ລາຄາ 35000 ກີບ

ນ້ຳຫວານລາວ 24 ແກ້ວ    1 ລາງ  ລາຄາ  37500 - 40000 ກີບ



__________________
Anonymous

Date:

ສະບາຍດີ, ຊື່ນ້ອຍປິດລັບ ແລະ ຂ້ອຍແມ່ນຄົນຂີ້ເຫຼົ້າ.

ທໍາອິດ ຄິດວ່າຈະເຂົ້າມາບອກຖ້າອົດສຸຣາຢາສູບໄດ້ນຶ່ງເດືອນ ແຕ່ກໍ່ອົດໃຈບໍ່ໄດ້

ເພາະຮູ້ສຶກດີໃຈຫຼາຍທີ່ຕົນອົດສຸຣາຢາສູບໄດ້ເກືອບ 9 ວັນແລ້ວໃນຮອບປີ 2014

ເວົ້າໃຫ້ໝູ່ຂີ້ເຫຼ້າຟັງ ພວກມັນພັດບອກວ່າຖ້າຮັກພັກແລະລັດຕ້ອງສືບຕໍ່ກິນເຫຼົ້າ

ເມົາຢາ ແຕ່ຂ້ອຍພັດຄິດວ່າ ຖ້າຂ້ອຍບໍ່ຮັກສຸຂະພາບຂອງຂ້ອຍເອງແລ້ວຂ້ອຍຈະ

ໄປຮັກຄົນອື່ນໄດ້ແນວໃດ? ຂ້ອຍຄິດແບບນີ້ ເປັນການເຫັນແກ່ຕົວເກີນໄປຫຼືບໍ່?



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍປິດລັບ ແລະຂ້ອຍເປັນຄົນຂີ້ເຫຼົ້າ.

ມື້ນີ້ກໍ່ເປັນອີກມື້ນຶ່ງ ທີ່ຂ້ອຍອອກບ້ານໄປເຮັດວຽກໂດຍປາດສະຈາກນໍ້າເມົາລ່ອງຄໍ

ຕອນນັ່ງລົດເມມາການຂ້ອຍຮູ້ສຶກຢາກຮ້າຍໃຫ້ພໍ່ລຸງທີ່ນັ່ງຢູ່ຂ້າງໆເພາະລາວໄອໂດຍ

ບໍ່ອັດປາກໃສ່ແຂນສອກຕົນເອງຄືອ້າຍກິນ້ອຍແນະນໍາທາງໂທລະພາບ ຫລືວ່າລາວ

ຢ້ານເສື້ອແວດລາວເປື້ອນບໍຫລືແນວໃດຈຶ່ງໄອແບບບໍ່ເກງໃຈໃຜເລີຍ.

ພໍເຂົ້າມາຮອດໂຮງງານກໍ່ຄິດຢາກຮ້າຍໜ່ວຍປ້ອງກັນທີ່ຍາມຢູ່ທາງເຂົ້າ ມັນເຄີຍເຫັນ

ຂ້ອຍທຸກມື້ແຕ່ເສືອກມາຖາມເບິ່ງບັດປະຈໍາຕົວ, ຖ້າໄດ້ດື່ມເບຍຄືແຕ່ກ່ອນ ຢ້ານໄດ້ຍິງ

ໝາກກະຖຸນໃສ່ມັນແທ້ເດີ.

ໄປທໍາຄວາມສະອາດຫ້ອງນໍ້າໃຫ້ຫົວໜ້າກ່ອນ, ໂຊກດີທຸກຄົນ.



__________________
Anonymous

Date:

Anonymous wrote:


 ສະໄໝເຫຼົ້າໄລອອນຫຼືສະໄໝຮ້ານຂາຍເບຍສົດຂ້ອຍກໍ່ນັກດື່ມຄົນນື່ງຕໍ່ມາຂ້ອຍມີບັນຫາເລື່ອງສຸຂະພາບ

ແຕ່ບໍ່ກ່ຽວກັບການກິນເຫຼົ້າພ້ອມນັ້ນຂ້ອຍກໍ່ມີແນວຄິດຢາກເຊົາດື່ມຂ້ອຍກໍ່ເລີຍປະຕິເສດການດື່ມກັບໜູ່

ມາເລື້ອຍໂດຍບອກວ່າໝໍບໍ່ໃຫ້ດື່ມຂ້ອຍກໍ່ເລີຍເຊົາດື່ມມາໄດ້ເກືອບ 10 ປີ ແລ້ວ

ດ້ານສັງຄົມພາຍຫຼັງເຊົາດື່ມຄື: ຖ້າພົບປະກັບໝຸ່ທີ່ຍັງມັກດື່ມຢູ່ກໍ່ຊວນກັນໄປພົບປະຕາມຮ້ານເຫຼົ້າເບຍ

ເໝືອນເດີມແຕ່ຂ້ອຍຈະບໍ່ດື່ມເຫຼົ້າແຕ່ດື່ມຢ່າງອື່ນແທນແຕ່ຖ້າເປັນຮ້ານທີ່ມີສາວບໍລິການສາວໆຈະເລືອກ

ຂ້ອຍກ່ອນໝູ່ເພາະເຂົາຄິດວ່າຂ້ອຍບໍ່ດື່ມເຫຼົ້າຂອງຂ້ອຍແຂງດີບໍ່ໄດ້ກະຕຸ້ນຍາກແຕ່ຄວາມຈິງກໍ່ເປັນເຊັ່ນນັ້ນ

ຖ້າພົບປະກັບເພື່ອນໆທີ່ບໍ່ມັກດື່ມກໍ່ຊວນກັນໄປກິນຕາມຮ້ານ ຟິສຊາຫຼືກິນອາຫານແພງແດ່ກໍ່ໄດ້ເພາະເຮົາ

ບໍ່ມັກດື່ມມັນກະພໍມີເງີນເຫຼືອໄວ້ເກັບແມ່ນບໍ່ແຕ່ບໍ່ໝາຍຄວາມວ່າເຮົາເຮັດການໄດ້ເງີນເດືອນຫຼາຍດອກ

ແຕ່ມັນເປັນເງີນເກັບທີ່ເຮົາຄວນຈະເກັບມັນໄດ້ຢູ່

ແຕ່ເການພົບປະກັບໝູ່ຄູ່ອາດຈະບໍ່ເຕັມ 100 ເໝືອນເດີມເພາະບາງຄົນເຂົາບໍ່ຊັກຊວນໄປກິນເຫຼົາເພາະຮູ້

ເຮົາບໍ່ມັກດື່ມແຕ່ສຳລັບຂ້ອຍແມ່ນຍັງໄປພົບປະກັບໝູ່ເພື່ອນທຸກກຸ່ມເໝືອນເດີມ,

ສຸດທ້າຍຍັງເຮັດຂອງໄດ້ດີເໝືອນເດີມ



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍປິດລັບ ແລະ ຂ້ອຍເປັນຄົນຂີ້ເຫຼົ້າ.

ຂ້ອຍລືມນັບແລ້ວ ມື້ນີ້ເປັນມື້ທີເທົ່າໃດທີ່ຂ້ອຍໄດ້ງົດການດື່ມການເມົາ, ໝູ່ໂທມາແຕ່ເຊົ້າໆ

ແຕ່ຂ້ອຍກໍ່ບໍ່ຮັບເພາະຮູ້ວ່າມັນໂທມາເອີ້ນໄປດື່ມເຫຼົ້າຊຸມຢາ ບໍ່ໂທມາເລື່ອງອື່ນດອກ.

ກິນເຂົ້າເຊົ້າແລ້ວ ຊິອອກໄປລີ້ນອນຢູ່ນາ ແລະຈະປິດມືຖືໄວ້ ໃຜມີວຽກດ່ວນໃຫ້ໂທໄປເບີນີ້:

20-9999-9999



__________________
Anonymous

Date:

970056_426395617468191_1180683346_n.jpg

อีพวกสันดานไพร่ ลืมกำพืด ดูถูกรากเหง้าของตัวเอง อายภาษาตัวเอง จะกี่ร้อยปีพวกหล่อนก็ยังมีนิสัยเหมือนบรรพบุรุษของพวกหล่อนไม่มีเปลี่ยนเลยนะ อ่านซะ พวกหล่อนจะได้ตาสว่าง

Spoiler



__________________
Anonymous

Date:

ສະບາຍດີ, ຊື່ຂ້ອຍປິດລັບ ແລະຂ້ອຍເປັນຄົນຂີ້ເຫຼົ້າ.

ມື້ນີ້ເປັນມື້ທີ່ທ້າທາຍຂ້ອຍຫຼາຍ, ຕື່ນເຊົ້າຂຶ້ນມາໄດ້ຍິນແມ່ເດັກນ້ອຍຈົ່ມຍຸກໆຍິກໆໃສ່ວ່າ

ຂ້ອຍບໍ່ໄດ້ວຽກບໍ່ໄດ້ງານຫຍັງ ອາໃສແຕ່ກິນນໍາເມັຽແນວນັ້ນແນວນີ້ ຈົນຂ້ອຍເກືອບເປີດ

ຕູ້ເຢັນເອົາເບັຽລ່ອງຄໍ, ແຕ່ໂຊກດີລູກຊາຍກຶ້ງຕາໃສ່ ຂ້ອຍເລີຍຕ້ອງໄດ້ຈັບເອົາກະຕຸກນົມ

ອອກມາກິນແທນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard