Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຕັ້ງ 7ຄະນະສະເພາະກິດ
Anonymous

Date:
ລັດຕັ້ງ 7ຄະນະສະເພາະກິດ


ລັດຕັ້ງ 7 ຄະນະ​ສະ​ເພາະ​ກິດ​ເພື່ອ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ.

 


 
2.jpg
      ທ່ານ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ໃຫ້​ຮູ້​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​​ເຮັດ​ວຽກ ​ແລະ ​ໂອ້​ລົມ​ຄະນະ​ນຳ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ບໍ່​ດົນ​ນີ້ວ່າ: ລັດຖະບານ​ໄດ້​ຕັ້ງ ຄະນະ​ກຳມະການ​ສະ​ເພາະ​ກິດ 7 ໜ່ວຍ​ງານ ຄື​ໜ່ວຍ​ງານ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ​ຂະ​ແໜງ​ພາສີ, ສ່ວຍ​ສາ​ອາກອນ, ການ​ຄ້າ, ທີ່​ດິນ ​ແລະ ຊັບ​ສິນ​ຂອງ​ລັດ, ໜ່ວຍ​ງານ​ກວດກາ​ໄມ້ ​ແລະ ການ​ຄ້າ​ໄມ້, ໜ່ວຍ​ງານ​ກວດກາ​ຈຳນວນ​ພົນລະ​ເຮືອນ ​ແລະ ໜ່ວຍ​ງານ​ກວດກາ​ຈຳ ນວນ​ພົນ​ໃນ​ກອງ​ກຳລັງ​ປະກອບ​ອາວຸດ ເພື່ອ​ຊຸກຍູ້​ໃຫ້ການ​ເກັບ​ລາຍ​ຮັບ​ແຫ່ງ​ຊາດ​ໄດ້​ຕາມ​ແຜນ​ກຳນົດ​ໄວ້ປະກອບສ່ວນ​ຮັບ ປະກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະ​ຫາ​ພາກ, ພາຍຫລັງ​ສົກ​ປີຜ່ານ ມາການ​ເກັບ​ລາຍ​ຮັບ​ງົບປະມານ​ແມ່ນ​ບໍ່​ໄດ້​ຕາມ​ຄາດໝາຍ. ຂະນະ​ດຽວ​ກັນລາຍ​ຈ່າຍ​ກໍ​ເພີ່ມ​ສູງ​ຂຶ້ນ ທັງ​ການ​ເພີ່ມ​ຂຶ້ນຂອງ​ດັດຊະນີ​ເງິນ​ເດືອນ ​ແລະ ຂະ​ແໜງ​ການ​ຕ່າງໆ. ຂະນະ​ທີ່ກະຊວງ​ການ​ເງິນ​ລາຍ​ງານ​ວ່າ: ການ​ເກັບ​ລາຍ​ຮັບ​ໃນ​ໄຕ​ມາດ​ທີ 1 ​ໄດ້​ພຽງ 10 ກວ່າ​ສ່ວນ​ຮ້ອຍ ​ເຊິ່ງ​ເປັນ​ໂຕ​ເລກທີ່​ຕ່ຳ ຫລາຍ.


__________________
Anonymous

Date:

ຕັ້ງຂື້ນມາເປືອງພາສີປະຊາຊົນອີກຕື່ມ.7 ຄະນະ ກະບໍ່ຕ່າງຫັຽງກັບການເພີ້ມ 7 ກຸ່ມ

ສໍ້ກົງເພີ້ມອີກ ຫຼື ເວົ້າອີກຢ່າງນຶ່ງເອົາຄົນຂ້ອຍເຂົ້າໄປກົງກິນນຳແດ່.ຄວນຕັ້ງເປັນ

11 ຄະນະ ໃຫ້ມັນເທົ່າກັບ ກກກມສກພ ເລີຍ ມັນຈຶ່ງຊິແລ້ວໄປໂລດ.



__________________
Anonymous

Date:

 

Here is one of the how to..

 



__________________
Anonymous

Date:

ເຊີນຕັ້ງມາ 1000000000....ຄະນະໂລດ ພວກທີ່ມາຂູດຮີດປະຊາຊົນນັ້ນນາ ແນວຫົວໂປ່ມັນພຸ້ນພາເຮັດ ລູກນ້ອງມັນກາເຮັດນຳລະ ຈັບມັນເຂົ້າຄຸກແມ໋ຕົວເອງກໍ່ຈະຕິດລ່າງແຫໄປນຳ ກໍ່ເລີຍໄດ້ແຕ່ເວົ້າຊັ້ນເວົ້າຊີ້ພໍໃຫ້ມັນຄື ບັນດາລັດທະມົນຕີ ຫຼື ຄະນະລັດຖະບານຕ່າງໆບໍ່ຮູ້ອ້າຍປະເທດອ້ອມຂ້າງເຂົາແດ່ບໍ່ ເຂົາໄປໃສນາຫາແຕ່ແນວຊິແລກປ່ຽນສິນຄ້າກັນ ບາດອ້າຍໂຕລາລໍແຕ່ຊິຂໍທານ ໄດ້ມາແລ້ວບໍ່ມີຜົນເປັນຊິ້ນເປັນອັນຈັກຢ່າງ



__________________
Anonymous

Date:

ເກັ່ງແຕ່ສ້າງຄຳເວົ້າ ແຕ່ເວລາປະຕິບັດເຮັດຫຍັງກະບໍ່ເປັນຕາສິແຕກ



__________________
Anonymous

Date:

ຜູ້ໃນຮູບນັ້ນລະໂຕການໃຫຍ່ ເອົາເງິນກ້ອງໂຕະນຳໂຄງການເຈັກ.ຢ່າມາເສຍຂີ້ໝາປົກຫນ້າເລີຍ.

ບໍ່ມີໃຜເຊື່ອດອກຖ້າບໍ່ເຫນັຄວາມຈິ່ງກ່ອນ.



__________________
Anonymous

Date:

Anonymous wrote:

ຕັ້ງຂື້ນມາເປືອງພາສີປະຊາຊົນອີກຕື່ມ.7 ຄະນະ ກະບໍ່ຕ່າງຫັຽງກັບການເພີ້ມ 7 ກຸ່ມ

ສໍ້ກົງເພີ້ມອີກ ຫຼື ເວົ້າອີກຢ່າງນຶ່ງເອົາຄົນຂ້ອຍເຂົ້າໄປກົງກິນນຳແດ່.ຄວນຕັ້ງເປັນ

11 ຄະນະ ໃຫ້ມັນເທົ່າກັບ ກກກມສກພ ເລີຍ ມັນຈຶ່ງຊິແລ້ວໄປໂລດ.


 ເຫັນດີເປັນຢ່າງຍິ່ງກັບຄວາມເຫັນທ່ານ.



__________________
Anonymous

Date:

Anonymous wrote:

 

Here is one of the how to..

 

 


 ເຫັນຄລິບແລ້ວ ຂ້າພະເຈົ້າງົງ ພໍປານໄກ່ຕາແຕກເລີຍ  ທ່ານໃດເກັ່ງດ້ານ ໄອທີ ກະຊ່ວຍຝາກຄລິບນີ້ໃຫ້ຫ້ອງການສະພາແຫ່ງຊາດ ໃຫ້ທານແດ່ທ້ອນ ຫຼືຖ້າເປັນໄປໄດ້ກໍຝາກໃຫ້ກະຊວງກະສິກຳປ່າໄມ້ນຳ ພ້ອມທັງສະພາລັດຖະມົນຕີດ້ວຍຈະເປັນພະຄຸນຢ່າງສູງ ...ເບິ່ງແລ້ວຄືຈັ່ງວ່າບ້ານເຮົາບໍ່ມີຂື່ມີແປແລ້ວ !  ຖ້າປະເທດເຮົາຂາຍໄມ້ຫຼາຍປານນີ້ ເປັນຫຍັງລັດເຮົາຍັງຂາດດູນງົບຢູ່ ??? ຖ້າບໍ່ປູກປ່າຢ່າງຈິງຈັງແລ້ວ ລາວເຮົາຈະກາຍເປັນປະເທດແຫ້ງແລ້ງ  ລາເລີຍຄຳວ່າ ໝໍ້ໄຟແຫ່ງເອເຊັຽ !!



__________________
Anonymous

Date:

ຄະນະກຳມະການສະເພາະກິດ ຫມາຍຄວາມວ່າ ຫນວ່ຍກວດກາ ແລະຂຸກຍູ້ ບໍ່ແມ່ນຫນວ່ຍງານເກັບລາຍຮັບເດີ

ການຕັ້ງຫນວ່ຍງານນີ້ຂຶ້ນມາ ກໍເພື່ອກວດພວກຮັ່ງມີຜິດປົກະຕິຍອ້ນສໍ້ລາດບັງຫລວງນີ້ລະ

ດັ່ງນັ້ນ ພວກນີ້ລະຈະເອົາຄົນຂີ້ລັກເຂົ້າຄຸກໄດ້

ແຕ່ນອກຈາກ ຄະນະນິ້ແລວ້ ຕອ້ງມີອີກຄະນະນຶ່ງ ທີ່ສູງກວ່າ ທີ່ສາມາດກວດກາ ພວກນິ້ອີກ

ແນ່ນອນຄະນະດັ່ງກ່າວຕອ້ງ ເອກະລາດ ອີຫລີ ບໍ່ຕອ້ງຢ້ານອຳນາດລັດ ຫລືທອ້ງຖິ່ນ 

ໂດຍສະເພາະແມ່ນຫນວ່ຍງານ ພາສີ ອາກອນ ທີ່ດິນ ປ່າໄມ້ ລວມໄປຮອດກອງທັບທີ່ກຽ່ວຂອ້ງກັບການສ້າງລາຍຮັບ 

 

ຈົ່ງເຂົ້າໃຈວ່າ ພະນັກງານຈຳນວນຫລາຍ ແມ່ນຮັກຊາດ ບໍ່ສໍ້ລາດບັງຫລວງແທ້ໆ ຜູ້ນຳຫລາຍຄົນ ລັດຖະມົນຕີຫລາຍຄົນ ກໍ່ບໍ່ມີຫຍັງແທ້ໆ

ຕົວຢ່າງລຸງໃກສອນ ສຸພາ ຫນູຮັກ ເພິ່ນກໍບໍ່ມີຫຍັງ ລັດຖະມຸນຕີ ຫລາຍຄົນ ກໍ່ບໍ່ມີຫຍັງ ອອກບຳນານໄປ ກໍໄດ້ລົດຄັນດຽວ ບໍ່ສົມກັບ ທີ່ໄດ້ທຸ້ມເທມາ

 

ແຕ່ບັນດາ ວົງຄະນະຍາດຫັ້ນຕີ ສວຍໃຊ້ອຳນາດ ແລະຊື່ສຽງຂອງເພິ່ນ

ຍອ້ນແນວນັ້ນ ພະນັກງານຂັ້ນນອ້ຍຈຶ່ງບໍ່ຢຳເກງຫຍັງ ສາວໄດ້ສາວເອົາ

 

ດັ່ງນັ້ນຢາກ ກຳຈັດການສໍ້ລາດບັງຫລວງໄດ້ ສວ່ນນຶ່ງຕອ້ງຈັດການກັບ ບັນດາເຄືອຂ່າຍທີ່ອາໃສຊື່ສຽງຜູ້ໃຫຍ່ ຜູ້ວິ່ງເຕັ້ນ ເອົາລາຍເຊັນ ຜູ້ຈ່າຍກອ້ງໂຕະ ແລະບັນດາບໍລິສັດໃຫຍ່ໆ ທີ່ຜູກຂາດການຄ້າການລົງທຶນໃຫ້ໄດ້

 



__________________
ຊະນະໄພ

Date:

ການຕັ້ງຄະນະສະເພາະກິດທີ່ເຮັດໜ້າທີ່ກວດກາການປະຕິບັດໜ້າທີ່ຂອງພະນັກງານລັດໂດຍສະເພາະ ແມ່ນເຫັນດີທີ່ສຸດ ແຕ່ວ່າຕ້ອງໄດ້ມອບອຳນາດເດັດຂາດໃຫ້ເຂົາເຈົ້າ ມີງົບປະມານພຽງພໍ ມີພາຫະນະຄົບຖ້ວນ ມີບຳເນັດໃຫ້ຕາມຜົນງານ ບໍ່ໃຫ້ເຮັດຄືຜ່ານມາ ຄະນະສະເພາະກິດລົງໄປປະກອບເອກະສານເອງ ກວດກາເອງ ຮ່ວມກັບເຈົ້າໜ້າທີ່ ໄປກິນເຂົ້ານຳເຂົາ ໄປດື່ມເຫຼົ້ານຳເຂົາ ສຸດທ້າຍໄປສົມຮູ້ຮ່ວມຄິດນຳເຂົາ ສໍ່າວ່າແຕ່ງໄປໂກງຊ່ວຍກັນ ສິ່ງສຳຄັນຄະນະສະເພາະກິດທຸກຄົນຕ້ອງແຈ້ງຊັບສີນ ກ່ອນ ແລະຫຼັງການປະຕິບັດໜ້າທີ່ ທຸກໆຄະດີທີ່ກວດພົບຕ້ທງປະຕິບັດໂທດຕາມກົດໝາຍ



__________________
Anonymous

Date:

ເຮັດໄດ້ກໍ່ດີເພາະພະນັກງານທີ່ໄດ້ເງິນສ່ວນຫຼາຍກໍ່ພວກມີຕຳແຫນ່ງ

ແຕ່ຂ້ອຍຄິດຍ້ານບໍ່ໄດ້ຖ້າເບິ່ງໂລດ



__________________
Anonymous

Date:

Anonymous wrote:

ລັດຕັ້ງ 7 ຄະນະ​ສະ​ເພາະ​ກິດ​ເພື່ອ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ.

 


 
2.jpg
      ທ່ານ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ໃຫ້​ຮູ້​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​​ເຮັດ​ວຽກ ​ແລະ ​ໂອ້​ລົມ​ຄະນະ​ນຳ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ບໍ່​ດົນ​ນີ້ວ່າ: ລັດຖະບານ​ໄດ້​ຕັ້ງ ຄະນະ​ກຳມະການ​ສະ​ເພາະ​ກິດ 7 ໜ່ວຍ​ງານ ຄື​ໜ່ວຍ​ງານ​ຕິດຕາມ​ຊຸກຍູ້​ການ​ເກັບ​ລາຍ​ຮັບ​ຂະ​ແໜງ​ພາສີ, ສ່ວຍ​ສາ​ອາກອນ, ການ​ຄ້າ, ທີ່​ດິນ ​ແລະ ຊັບ​ສິນ​ຂອງ​ລັດ, ໜ່ວຍ​ງານ​ກວດກາ​ໄມ້ ​ແລະ ການ​ຄ້າ​ໄມ້, ໜ່ວຍ​ງານ​ກວດກາ​ຈຳນວນ​ພົນລະ​ເຮືອນ ​ແລະ ໜ່ວຍ​ງານ​ກວດກາ​ຈຳ ນວນ​ພົນ​ໃນ​ກອງ​ກຳລັງ​ປະກອບ​ອາວຸດ ເພື່ອ​ຊຸກຍູ້​ໃຫ້ການ​ເກັບ​ລາຍ​ຮັບ​ແຫ່ງ​ຊາດ​ໄດ້​ຕາມ​ແຜນ​ກຳນົດ​ໄວ້ປະກອບສ່ວນ​ຮັບ ປະກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະ​ຫາ​ພາກ, ພາຍຫລັງ​ສົກ​ປີຜ່ານ ມາການ​ເກັບ​ລາຍ​ຮັບ​ງົບປະມານ​ແມ່ນ​ບໍ່​ໄດ້​ຕາມ​ຄາດໝາຍ. ຂະນະ​ດຽວ​ກັນລາຍ​ຈ່າຍ​ກໍ​ເພີ່ມ​ສູງ​ຂຶ້ນ ທັງ​ການ​ເພີ່ມ​ຂຶ້ນຂອງ​ດັດຊະນີ​ເງິນ​ເດືອນ ​ແລະ ຂະ​ແໜງ​ການ​ຕ່າງໆ. ຂະນະ​ທີ່ກະຊວງ​ການ​ເງິນ​ລາຍ​ງານ​ວ່າ: ການ​ເກັບ​ລາຍ​ຮັບ​ໃນ​ໄຕ​ມາດ​ທີ 1 ​ໄດ້​ພຽງ 10 ກວ່າ​ສ່ວນ​ຮ້ອຍ ​ເຊິ່ງ​ເປັນ​ໂຕ​ເລກທີ່​ຕ່ຳ ຫລາຍ.

   ພັກ ລັດເພິ່ນຕັ້ງ 7ຄະນະມາໄວ້ສະເພາະກິນ ມັນບໍ່ແມ່ນເພິ່ນຕັ້ງຄະນະສະເພາະກິດ ທ່ານເອີຍ.



__________________
Anonymous

Date:

ຊະນະໄພ wrote:

ການຕັ້ງຄະນະສະເພາະກິດທີ່ເຮັດໜ້າທີ່ກວດກາການປະຕິບັດໜ້າທີ່ຂອງພະນັກງານລັດໂດຍສະເພາະ ແມ່ນເຫັນດີທີ່ສຸດ ແຕ່ວ່າຕ້ອງໄດ້ມອບອຳນາດເດັດຂາດໃຫ້ເຂົາເຈົ້າ ມີງົບປະມານພຽງພໍ ມີພາຫະນະຄົບຖ້ວນ ມີບຳເນັດໃຫ້ຕາມຜົນງານ ບໍ່ໃຫ້ເຮັດຄືຜ່ານມາ ຄະນະສະເພາະກິດລົງໄປປະກອບເອກະສານເອງ ກວດກາເອງ ຮ່ວມກັບເຈົ້າໜ້າທີ່ ໄປກິນເຂົ້ານຳເຂົາ ໄປດື່ມເຫຼົ້ານຳເຂົາ ສຸດທ້າຍໄປສົມຮູ້ຮ່ວມຄິດນຳເຂົາ ສໍ່າວ່າແຕ່ງໄປໂກງຊ່ວຍກັນ ສິ່ງສຳຄັນຄະນະສະເພາະກິດທຸກຄົນຕ້ອງແຈ້ງຊັບສີນ ກ່ອນ ແລະຫຼັງການປະຕິບັດໜ້າທີ່ ທຸກໆຄະດີທີ່ກວດພົບຕ້ທງປະຕິບັດໂທດຕາມກົດໝາຍ


 ຂ້ອຍເຫັນດີກັບແນວຄວາມຄິດເຫັນຂອງທ່ານຊະນະໄພ  ທຸກມື້ນີ້ເຈົ້າໜ້າທີ່ອອກໄປເຮັດວຽກສ່ວນຫຼາຍແມ່ນຍາກອາໃສຈົນເປັນຜູ້ລ້ຽງເກືອ,ໝາຍຄວາມວ່າເຈົ້າ

ໄປປາບໂຈນແຕ່ເຈົ້າພັດໃຫ້ໂຈນລ້ຽງເຂົ້າ,ລ້ຽງເຫຼົ້າແລະຂີ່ລົດຮ່ວມກັນອີກດ້ວຍ.ຖືວ່າເຈົ້າໜ້າທີ່ກໍ່ໄດ້ແຕ່ນຸ່ງເຄື່ອງແບບເທົ່ານັ້ນ,ທາງໃນກໍ່ແມ່ນຈອມໂຈນນັ້ນແລ

ພວກເຮົາສັງເກດເຫັນຄື:ເກີດອຸປະຕິເຫດລົດຕຳກັນຢູ່ຕາມຖະໜົນ,ຄູ່ກໍລະນີຝ່າຍໜື່ງບໍ່ມີປະກັນໄພແລະອີກຝ່າຍໜື່ງມີປະກັນໄພ,ບໍລິສັດປະກັນໄພເອົາລົດໄປຮັບເອົາ

ເຈົ້າໜ້າທີ່ຕຳຫຼວດມາວັກແທກແຕ້ມແຜນວາດອອກມາແມ່ນຝ່າຍລົດທີ່ມີປະກັນໄພບໍ່ມີຄວາມຜິດ,ຖືວ່າຕຳຫຼວດຄົນນັ້ນແມ່ນຮັບໃຊ້ບໍລິສັດປະກັນໄພໂອໂຕມະຕິກເລີຍ.

ສຸດທ້າຍມາສູເຟີຂັບລົດທີ່ມີປະກັນໄພນັ້ນໄດ້ຈ່າຍຄ່າປິ່ນປົວຄົນເຈັບແລະຄ່າສອ້ມແປງລົດຄັນດັ່ງກ່າວໃຫ້ຄູ່ກໍລະນີ້.ອັນນີ້ແມ່ນຕົວຈີ່ງ ບໍ່ເຊື້ອຈົ່ງຄ້ອຍສັງເກດເບິ່ງເນີພວກທ່ານເຮີຍ

ຫຼາຍທ່ານໄດ້ຖຶກໂດນມາແລ້ວ.

 



__________________
Anonymous

Date:

​​​ຖ້າ 7 ຄະນະສະເພາະກິດ ບໍ່​ເປັນ​ຄົນຂອງພັກ ​ແມ່ນ​ຂ້າພະ​ເຈົ້າເຫັນ​ດີ ​ໃຫ້​ປະຊາຊົນ​ເລື່ອ​ກ​ເອົາ ​ເປັນ​ຜູ້​ທີ່ມີ​ຄວາມ​ຮູ້​ ​ແລະ​ຄວາມ​ສາມາດ​ແທ້ ​ແລະ​ເຮັດ​ວຽກ​​ໃຫ້​ປະຊາ​ຊົນ ມີ ບົດບາດ ​ແລະສິດ ຕາມ​ກົດໝາຍ ​ແລະ​ບໍ່​ຖືກ ລັດ​​ຖະບານ​ກົດ​ດັນ.



__________________
Anonymous

Date:

7ຄະນະສະເພາະກິດມີໃຜແດ່ 

1,

2,

3,

4,

5,

6,

7

 



__________________
Anonymous

Date:

Anonymous wrote:

7ຄະນະສະເພາະກິດມີໃຜແດ່    -  ມີຝ່າຍກວດກາຂອງບັນດາກະຊວງຕ່າງໆຄື

1,           ກະຊວງການເງິນ

2,           ກະຊວງພາຍໃນ

3,           ກົມຊັບສິນ

4,           ກົມພາສີ ອາກອນ

5,           ກະຊວງກະສິກຳ - ປ່າໄມ້ ແລະຊົນລະປະທາ                   6,           ກະຊວງຊັບພະຍາກອນ

7,           ກະຊວງແຜນການແລະການລົງທຶນ

 


 ອັນນີ້ ແມ່ນການຄາດເດົາໍື່ໆເດີ ພີ່ນ້ອງຊາວເນດທັງຫຼາຍ  ...  ຜູ້ໃດຮູ້ກະຊ່ວຍປະກອບຄຳເຫັນດ້ວຍ ໆ.



__________________
Anonymous

Date:

ກວດກາພັກລັດ

ກະຊວງປອ້ງກັນຊາດ

ອົງການຈັດຕັ້ງມະຫາຊົນ

ເອກະຊົນ 

ອຳນາດການປົກຄອງທອ້ງຖິ່ນ

ປະຊາຊົນທອ້ງຖິ່ນ

 

ຄວນມີ



__________________
Anonymous

Date:

Anonymous wrote:
ຊະນະໄພ wrote:

ການຕັ້ງຄະນະສະເພາະກິດທີ່ເຮັດໜ້າທີ່ກວດກາການປະຕິບັດໜ້າທີ່ຂອງພະນັກງານລັດໂດຍສະເພາະ ແມ່ນເຫັນດີທີ່ສຸດ ແຕ່ວ່າຕ້ອງໄດ້ມອບອຳນາດເດັດຂາດໃຫ້ເຂົາເຈົ້າ ມີງົບປະມານພຽງພໍ ມີພາຫະນະຄົບຖ້ວນ ມີບຳເນັດໃຫ້ຕາມຜົນງານ ບໍ່ໃຫ້ເຮັດຄືຜ່ານມາ ຄະນະສະເພາະກິດລົງໄປປະກອບເອກະສານເອງ ກວດກາເອງ ຮ່ວມກັບເຈົ້າໜ້າທີ່ ໄປກິນເຂົ້ານຳເຂົາ ໄປດື່ມເຫຼົ້ານຳເຂົາ ສຸດທ້າຍໄປສົມຮູ້ຮ່ວມຄິດນຳເຂົາ ສໍ່າວ່າແຕ່ງໄປໂກງຊ່ວຍກັນ ສິ່ງສຳຄັນຄະນະສະເພາະກິດທຸກຄົນຕ້ອງແຈ້ງຊັບສີນ ກ່ອນ ແລະຫຼັງການປະຕິບັດໜ້າທີ່ ທຸກໆຄະດີທີ່ກວດພົບຕ້ທງປະຕິບັດໂທດຕາມກົດໝາຍ


 ຂ້ອຍເຫັນດີກັບແນວຄວາມຄິດເຫັນຂອງທ່ານຊະນະໄພ  ທຸກມື້ນີ້ເຈົ້າໜ້າທີ່ອອກໄປເຮັດວຽກສ່ວນຫຼາຍແມ່ນຍາກອາໃສຈົນເປັນຜູ້ລ້ຽງເກືອ,ໝາຍຄວາມວ່າເຈົ້າ

ໄປປາບໂຈນແຕ່ເຈົ້າພັດໃຫ້ໂຈນລ້ຽງເຂົ້າ,ລ້ຽງເຫຼົ້າແລະຂີ່ລົດຮ່ວມກັນອີກດ້ວຍ.ຖືວ່າເຈົ້າໜ້າທີ່ກໍ່ໄດ້ແຕ່ນຸ່ງເຄື່ອງແບບເທົ່ານັ້ນ,ທາງໃນກໍ່ແມ່ນຈອມໂຈນນັ້ນແລ

ພວກເຮົາສັງເກດເຫັນຄື:ເກີດອຸປະຕິເຫດລົດຕຳກັນຢູ່ຕາມຖະໜົນ,ຄູ່ກໍລະນີຝ່າຍໜື່ງບໍ່ມີປະກັນໄພແລະອີກຝ່າຍໜື່ງມີປະກັນໄພ,ບໍລິສັດປະກັນໄພເອົາລົດໄປຮັບເອົາ

ເຈົ້າໜ້າທີ່ຕຳຫຼວດມາວັກແທກແຕ້ມແຜນວາດອອກມາແມ່ນຝ່າຍລົດທີ່ມີປະກັນໄພບໍ່ມີຄວາມຜິດ,ຖືວ່າຕຳຫຼວດຄົນນັ້ນແມ່ນຮັບໃຊ້ບໍລິສັດປະກັນໄພໂອໂຕມະຕິກເລີຍ.

ສຸດທ້າຍມາສູເຟີຂັບລົດທີ່ມີປະກັນໄພນັ້ນໄດ້ຈ່າຍຄ່າປິ່ນປົວຄົນເຈັບແລະຄ່າສອ້ມແປງລົດຄັນດັ່ງກ່າວໃຫ້ຄູ່ກໍລະນີ້.ອັນນີ້ແມ່ນຕົວຈີ່ງ ບໍ່ເຊື້ອຈົ່ງຄ້ອຍສັງເກດເບິ່ງເນີພວກທ່ານເຮີຍ

ຫຼາຍທ່ານໄດ້ຖຶກໂດນມາແລ້ວ.

 


 ທຸກມື້ນີ້ໃຜກະມີໂທລະສັບ ຖ່າຍຮູບ ຖ່າຍຄິບ ໄດ້ແລ້ວ ໃໍຊ້ເທັກໂນໂລຢີໃຫ້ເປັນປະໂຫຍດແກ່ບ້ານເມືອງ

ຖ້າເຫັນປະກົດການບໍ່ນ່າໄວ້ໄວາງໃຈຂອງພະນັກງານລັດ ພາກັນຖ່າຍຄິບໄວ້ເທາະ ເພື່ອວ່າຜົນງານຂອງທ່ານອາດຈະເປັນປະໂຫຍດ ແນວໃດແນວຫນື່ງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard