Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອີກແລ້ວ...ໃໝ້ກ້ຽງແຊະ !
ຈານສົມ

Date:
ອີກແລ້ວ...ໃໝ້ກ້ຽງແຊະ !

ເວລາ 16:00 ໂມງ ຂອງມື້ນີ້ (6 ມັງກອນ 2014 )ໄດ້ເກີດໄຟໃໝ້ເຮືອນຂອງນາງ ວົງ ,ອາຍຸ50 ປີ, ອາຊີບຂາຍເລກ, ປະຊາຊົນ ບ້ານ ສີສັງວອນ, ມ. ໃຊເສດຖາ, ນວຈ. ໄຟໃໝ້ໃຊ້ເວລາປະມານ40-50ນາທີ

ເຜົາຜານໄປໝົດຫລັງ ແຕ່ກໍ່ຍັງດີບໍ່ໄດ້ລາມໄປ ບ້ານໃກ້ຄຽງແຕ່ຢ່າງໃດ,ສ່ວນລົດດັບເພີງນັ້ນ

 ມາຮອດຕອນໄຟໃໝ້ໝົດແລ້ວ ແລະກໍ່ຈອດໄວ້ ລໍຖ້າລົດມອດໄຟສຸກເສີນ ຂອງບໍລິສັດ ໄຟຟ້າລາວ ມາຕັດສາຍໄຟ ຫລື ປະມານ ໜື່ງຊົ່ວໂມງຕໍ່ມາ ສຸດທ້າຍເລີຍໃໝ້ກ້ຽງແຊະ

ມີ ຄລິບ ຖ່າຍໄວ້ໃນມືຖືຢູ ແຕ່ເອົາລົງບໍ່ເປັນ...ບອກແດ່ວິທີແດ່ ຄັນຢາກເບີ່ງ

(ຈົບຂ່າວ)

__________________
Anonymous

Date:

ອັນລົດດັບເພິງມັນຂັບເອົາມາຈອດໄວ້ຊື່ໆເຮັດຫຍັງວະ ເປືອງຄ່ານ້ຳມັນລົດແທ້ເດ

__________________
Anonymous

Date:

Anonymous wrote:

ອັນລົດດັບເພິງມັນຂັບເອົາມາຈອດໄວ້ຊື່ໆເຮັດຫຍັງວະ ເປືອງຄ່ານ້ຳມັນລົດແທ້ເດ

 That's The lao communist enlightened way to put out the fire …

Not quite sure where did they get all these efficient ways to put out the fire from.

__________________
Anonymous

Date:

ເບິ່ງວີດີໂອຢູ່ບ່ອນນີ້    video_camera_flash_tally_lg_wht.gif

__________________

Guru

Status: Offline
Posts: 1010
Date:

ລົດດັບເພີງກະດຽວວ່າມັນຢູ່ບ້ານດົງປ່າລານຫັ້ນນະ ອີກຢ່າງຂ້ອຍວ່າລົດມັນກະຕິດແນ່ ຫນ້າຈະມີລົດມ້າຂາວເຄຍທາງໃຫ້

__________________
Anonymous

Date:

ຍັງໄກແສນໄກກັບຄວາມຈະເລີນຫລາຍສະຫາຍຜູ້ນຳເອີຍອັນປະເທດຂອງພວກເຮົານີ້. ອີກ 60 ປີຈະທັນໜອງຄາຍປະເທດໄທດຽວນີບໍ່?

ຈັ່ງແມ່ນເປັນຮ້າຍແທ້ໆອັນໜ່ວຍຫຼືກົມດັບເພີງບ້ານເຮົາເມືອງເຮົານີ້. ບໍ່ວ່າແຕ່ແຕ່ພາກສ່ວນໃດກໍເປັນຕາຍຫ່າຄືກັນ, ໄດ້ຍິນຂ່າວສຸບ

ສິບກັນວ່າບໍ່ວ່າໜ່ວຍດັບເພີງ  ໜ່ວຍກູ້ໄພ  ເຈົ້າໜ້າທີ່ຕຳຫລວດແມ່ນພາກັນຊອມເອົາແຕ່ຊອງຂາວຈາກຜູ້ຮ້ອງທຸກເສຍກ່ອນໆຈະ

ລົງມືປະຕິບັດງານ. ດັ່ງລົດດັບເພີງມາເຖິງເຮືອນໄຟໄໝ້ກໍບໍ່ລົງມືເຮັດຫຍັງ ພາກັນຢືນເບິ່ງທຳທ່າລໍຖ້າອັນນັ້ນອັນນີ້ ທາດແທ້ແມ່ນລໍຖ້າໄດ້

ຊອງຂາວຈາກເຈົ້າຂອງເຮືອນທີ່ໄຟກຳລັງໄໝ້ຢູ່ນັ້ນ ດັ່ງກໍລະນີໄຟໄໝ້ເຮືອນຫລັງທີ່ວ່າຢູ່ນີ້ ຖ້າມາຮອດປຶບລົງມືປັບເຮືອນຫລັງນີ້ກໍບໍ່ຖືກໄຟ

ໄໝ້ຈົນກ້ຽງແຊະ, ກໍຍ້ອນເຈົ້າຂອງເຮືອນບໍ່ປ່ອນຊອງຂາວນັ້ນລະພີ່ນ້ອງເອີຍ. ອັນໜ່ວຍກູ້ໄພລົດເກີດອຸບັດເຫດນັ້ນກໍຕາຍຫ່າຄືກັນເຫັນ

ກັບຕາມາແລ້ວ ມີອຸບັດເຫດລົດສະປອດຕຳຄົນຂ້າມທາງຢູ່ຖະໜົນຫລັງດົງໂດກ ພໍລົດໜ່ວຍກູ້ໄພມາເຖິງ ພະນັກງານກູ້ໄພທັງ 3 ຄົນພາກັນແລ່ນ

ໄປຫາບັກເຈົ້າຂອງລົດສະປອດພຸ້ນ ແທນທີ່ໆຈະແລ່ນໄປຊ່ວຍຜູ້ຍ່າງຂ້າມທາງທີ່ຖືກລົດຕຳຈົນຟົ້ງໄປນອນແຜ່ໝົດສະຕິຢູ່ຂ້າງທາງພຸ້ນ. ເບິ່ງພວກ

ເພິ່ນພາກັນຢືນລົມກັບບັກເຈົ້າຂອງລົດສະປອດນັ້ນທັງໆທີ່ມັນບໍ່ບໍ່ເຈັບບໍ່ປວດຫຍັງຫຍັງໝົດມີແຕ່ຢືນຂາສັ່ນຢູ່ເພາະມັນຢ້ານຜູ້ມັນເອົາລົດຕຳນັ້ນ

ຕາຍ ມັນຈົນບອກພວກກູ້ໄພນັ້ນໃຫ້ໄປຊ່ອຍຜູ້ມັນເອົາລົດຕຳພຸ້ນ ບໍ່ໃຫ້ຮ່ວງນຳມັນ. ບຶດນຶ່ງຕຳຫລວດສອງຄົນກໍມາຮອດ ກໍພາກັນແລ່ນໄປຫາ

ບັກເຈົ້າຂອງລົດສະປອດຄືກັນກັບໜ່ວຍກູ້ໄພ 3 ຄົນນັ້ນ. ເມື່ອມາສັງເກດເບິ່ງແລ້ວກໍເຫັນໄດ້ວ່າ ແລ່ນເຂົ້າຫາຜູ້ທີ່ເຂົາຄິດວ່າມີເງິນເສຍກ່ອນເພື່ອ

ຫວັງຈະໄດ້ແອ້ມຫ້າແອ້ມສິບ ສ່ວນຜູ້ບາດເຈັບສະຫລົບຢູ່ນັ້ນ ພວກເຂົາແນ່ນອນຕ້ອງຄິດວ່າຄົນຍ່າງຕາມທ້ອງຖະໜົນເປັນຄົນບໍ່ມີເງິນ.

ຍັງໄກຫລາຍໄກຈາກຄວາມຈະເລີນທ່ານສະຫາຍຜູ້ນຳເອີຍ. ຄວນສ່ອງແສງໄປຫາພາກສ່ວນກ່ຽວຂ້ອງທູດພາກສ່ວນແດ່ເດີ້ ບໍ່ແມ່ນຫວັງແຕ່ຜົນ

ຈາກປະຊາຊົນຜູ້ທີ່ຖືກອຸບັດເຫດຫລືໄພຕ່າງໆເສຍກ່ອນໆຈະລົງມືຊ່ວຍຫລືປະຕິບັດງານ.

__________________
Anonymous

Date:

ມາດຕາຖານລາວ ຖ້າບໍ່ບອກວ່າດ້ອຍພັດທະນາ ສິໃຫ້ວ່າແນວໄດ໋

__________________
Anonymous

Date:

ຮ້ອຍປີ ພັນຊາດ... 

ກະບໍ່ມີຫຍັງປ່ຽນແປງ no

Same old s@#$  frustrated.gif

No one to blame..., but ຄົນລາວ...ນິໃສ ຄົນລາວ...brushteeth.gif

 ມັນເປັນຄືເກົ່າຄືເດີມ ນັບເທື່ອບໍ່ໄດ້ແລ້ວ. ຈົນປະຊາຊົນເວົ້າໃຫ້ມັນວ່າ ມັນມາມອດເອົາຖ່ານ ໄປໃຫ້ເມຍມັນ ກັບແມ່ມັນ ດັງໄຟ ຈີ່ກ້ວຍຂາຍ. ມີບາງກໍລະນີທີ່ຜ່ານມາ ເມື່ອໄດ້ຮັບແຈ້ງເຫດແລ້ວ ພວກມັນບອກວ່າ ຍັງບໍ່ມີນໍ້າໃນລົດມອດໄປ ແລະ ແລ່ນໄປດູດເອົານໍ້າ (ນໍ້າເນົ່າ) ຈຶ່ງໄດ້ແລ້ນໄປບ່ອນໄຟໄໝ້, ຈອດລົດແລ້ວຢືນເບິ່ງໄຟໄປນໍາ ແກະຂີ້ຕານໍາ. ບອກວ່າຍັງລໍຖ້າ ພວກໄຟຟ້າ ມາຕັດໄຟກ່ອນ. ໂອ!  ຫ່າແຫກປອດມັນເອີຍ.

__________________
Anonymous

Date:

Anonymous wrote:

ຮ້ອຍປີ ພັນຊາດ... 

ກະບໍ່ມີຫຍັງປ່ຽນແປງ no

Same old s@#$  frustrated.gif

No one to blame..., but ຄົນລາວ...ນິໃສ ຄົນລາວ...brushteeth.gif

 ເຫັນດີນຳທ່ານ ຮ້ອຍເລີຍ ! ລາວ ສ່ວນຫຼາຍໆ ມັນກະເປັນລາວຢູ່ວັນຍັ້ງຄ່ຳ ຫັ້ນລະ ທ່ານເອີຍ ! ຄັນຄົນໄທເຂົາດ່າ ກະຄຽດຕາດຳຕາແດງ ! ເຮັດຫຍັງລົງໄປມີແຕ່ຢາກໄດ້ tip ກ່ອນ, ຂ້ອຍລະປວດຮາກນຳພວກນີ້ ແທ້ໆ ອາວເອີຍ ! ຄັນພວກເພິ່ນເຮັດວຽກດີ ຄົນເຂົາມີເງິນ ພວກເພິ່ນຈະບໍ່ລັ່ງເລໃຈທີ່ຈະມອບຂອງຂວັນໃຫ້ຜູ້ທີ່ສ້າງຄວາມດີໄວ້ ແມ່ນບໍ່ຮູ້ບ່ອນຢູ່ ພວກເພິ່ນກໍຍັງຊິໄປຊອກໄປຫາ, ແຕ່ທຳໂຕແບບນີ້ ໄດ້ເງິນໄປແລ້ວ ມີຄົນປ້ອຍນຳຫຼັງ ກະຍັງຊິດີໃຈຢູ່ບໍ ??

__________________
Anonymous

Date:

Anonymous wrote:

ອັນລົດດັບເພິງມັນຂັບເອົາມາຈອດໄວ້ຊື່ໆເຮັດຫຍັງວະ ເປືອງຄ່ານ້ຳມັນລົດແທ້ເດ

 ຂ້ອຍເຫັນມາຫລາຍບ່ອນແລ້ວ ອັນລົດດັບໄຟມັນເຂົາບໍ່ໄດ້ ກໍ່ຍ້ອນພວກຄົນມາຫຸ້ມເບິ່ງ

ຫັ້ນນາ ຈັກມາແຕ່ໃສ ຈັ່ງແມ່ນມັນຫລາຍ ຫລືວ່າມາຖ້າລັກກະບໍ່ຮູ້

ແລະອີກຢ່າງໜຶ່ງລົດດັບໄຟບາງເທື່ອກໍ່ມາຊ້າຜິດປົກກະຕິ ຈັກເປັນຫຍັງ

ສົງໃສຍັງບໍ່ທັນໄດ້ຕື່ມນ້ຳໃສ່ຖັງເພື່ອຈະດັບໄຟ ເວລາຄົນໂທມາ ຈັ່ງໄປຕື່ມນ້ຳ

ໂອຍ! ມັນເລີຍມາຊ້າບໍ່ທັນໄຟຊ້ຳ. ໄຟມັນກິນເຮືອນໄປໝົດກ່ອນແລ້ວ

ອ້າຍໄຟນີ້ມັນກິນເຮືອນໄວໄວ ແຕ່ພວກດັບໄຟຍັງບໍ່ເຂົ້າໃຈຄັກເທື່ອວ່າອ້າຍໄຟມັນ

ມີປາກໃຫຍ່ສ່ຳໃດ. ກໍ່ເລີຍມາຊ້າຈັກໜ່ອຍ ຊັ້ນດອກຫວ໋າ

__________________
Anonymous

Date:

ຄິດມາແລ້ວ ຄືຈະຫວັງເພີ່ງຫຍັງຈາກພາກລັດບໍ່ໄດ້ເລີຍ,

ເຮັດຫຍັງຢາກໄດ້ແຕ່ເງິນ ຈັນຍາບັນ ຄວາມເປັນມະນຸດຫາຍາກຈາກພາກລັດ

ພວກເຮົາຕ້ອງຊ່ວຍຕົວເອງແລ້ວທ່ານເອີຍ ເພີ່ນຕົນເອງດີທີ່ສຸດ 

ແຕ່ຢ່າໂກງກິນເພື່ອຄວາມສຸກຕົນເອງກໍ່ພໍແລ້ວ

__________________
Anonymous

Date:

ຈະຫວັງຫຍັງຈາກພັກລັດອີກ ເບີ່ງແຕ່ເງິນເດືອນຍັງບໍ່ມີຈ່າຍໃຫ້ພະນັກງານແລ້ວ ທຸກວັນີ້ລໍຖ້າແຕ່ຂໍທານ

__________________
Anonymous

Date:

ທູກມື້ນີ້ຄົນລາວສ່ວນໜຶ່ງກໍ່ພາກັນຂ້າມໄປປິ່ນປົວຍູ້ຝັ່ງໄທ ຍ້ອນຄວາມບໍ່ເຊື່ອມັ່ນໃນໂຮງແພດໝໍພາຍໃນປະເທດ

ຕໍ່ໄປຍ້ານສິໄດ້ຂ້າມໄປໃຊ້ບໍລິການໜ່ວຍບັນເທາສາທາລະນະໄພຂອງຝັ່ງພຸ້ນອີກແທ້ໆລະບາດນີ້ ຍ້ອນຄວາມບໍ່ມີປະສິດທິພາບຂອງຜູ້ກ່ຽວທັ້ງຫຼາຍ

__________________
Anonymous

Date:

Anonymous wrote:

ເບິ່ງວີດີໂອຢູ່ບ່ອນນີ້    video_camera_flash_tally_lg_wht.gif

ພະນັກງານດັບເພີງເມື່ອມາຮອດບ່ອນໄຟໃໝ້ແລ້ວຄືບໍ່ພາກັນຮີບເລັ່ງແດ່ ພາກັນຍ່າງເດີ້ມໆແທ້ ປານພະເອກ ໝຽນຄົນບໍ່ເຄີຍຝືກອົບຮົມວຽກງານປະເພດນີ້ມາກ່ອນ

 ກໍຍັງວ່າພວກມັນພາກັນລໍຖ້າຊອງຂາວຜ້າປ່າຈາກເຈົ້າຂອງເຮືອນ

ສັນດານພວກເຂົາເປັນແນວນີ້ ບໍ່ແມ່ນວ່າພວກເຂົາບໍ່ໄດ້ຝຶກມາ.

__________________
ສັງສິນໄຊ

Date:

ຢ່າດ່າເອົາແຕ່ສະໃຈເຖາະ ໄຟຟ້າຍັງບໍ່ຕັດແລ້ວ ຊິໄຫ້ເພີ່ນສີດນ້ຳໄດ້ຈັ່ງໃດພວກເຈົ້າກະລອງຕັ້ງສະຕິຄິດເບີ່ງກ່ອນດ່າບໍ່!

ຖ້າໄຟຟ້າຊອດຄົນຕາຍ (ຜູ້ມາຫຸ້ມເບິ່ງ, ຜູ້ມອດໄຟ) ແຮ່ງຊິເປັນເລື່ອງໃຫ່ຍຊໍ້າ. ອີກຢ່າງກະຕ້ອງເບິ່ງວ່າມີຄົນໂທໄປແຈ້ງ

ນັ້ນແຈ້ງຊ້າໄວປານໃດ ແລະ ອື່ນໆ. ຕ້ອງຄິດເພື່່ອເພີ່ນເພື່ອໂຕແດ່ຂ້ອຍວ່າ ພວກເຂົາເຈົ້າກະເຮັດເທົ່າທີ່ມີຄວາມສາມາດ ແລະ ອຸປະກອນທີ່ມີຢູ່ແລ້ວ.

ແຕ່ແນວໃດກໍ່ຕາມ ຂ້ອຍຄິດວ່າຄວນມີການປັບປຸງການເຮັດວຽກ ແລະ ປະສານງານກັບໜ່ວຍງານອືນໆ

ທີ່ກ່ຽວຂ້ອງເຊັ່ນ: ໄຟຟ້າລາວ, ບໍລິສັດນ້ຳປະປາ ແລະ ອືານໆ, ເພີ່ມຈຳນວນກອກນໍ້າສຳລັບມອດໄຟໃນແຕ່ລະຈຸດຂອງ

ເມືອງຄືຢູ່ປະເທດທີ່ຈະເລີນແລ້ວ ເພາະຊາເຄີຍເຫັນເພີ່ນກະບໍ່ໄດ້ເປັງນ້ຳໃສ່ລົດຖ້າໄວ້ກ່ອນຄືກັນດອກ ມີແຕ່ມາໄຂກອກນ້ຳມອດໄຟຕາມຈຸດຕ່າງໆນັ້ນແຫຼະ

ຈັ່ງໃດກໍ່ຂໍສະແດງຄວາມເສຍໃຈກັບຜູ້ຖືກເຄາະຮ້າຍນຳ

__________________
Anonymous

Date:

ລົດ ມອດໄຟ ຢູ່ເຂດສາມແຍກດົງປະລານ ຄືວ່າດົນແທ້ ທີ່ຈິງ ດົງປະລານ ຫາ ສີສັງວອນ ເປີດຫວໍແລ່ນ ໃຊ້ເວລາ ສິບນາທີ ກະຮອດແລ້ວ ອັນນີ້ ຈົນຮອດຊົ່ວໂມງ ຄືວ່າລະນໍ ບໍ່ແມ່ນເຮືອນ ພໍ່-ແມ່ເຂົາ , ປານນັ້ນເຫັນຝຶກອົບຮົມຕະຫລອດ ເສຽດາຍງົບປະມານທີ່ເກັບພາສີຈາກປະຊາຊົນ ເສຍຖີ້ມລ້າ...ທຸ໋ຍ

nononono

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard