Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກຳນັນ ເທບ ໃຊ້ເດັກນ້ອຍຂຶ້ນມາດ່າ ນາຍົກ ປູ ແລະຄົນເສື້ອແດງ.
Anonymous

Date:
ກຳນັນ ເທບ ໃຊ້ເດັກນ້ອຍຂຶ້ນມາດ່າ ນາຍົກ ປູ ແລະຄົນເສື້ອແດງ.


ບໍ່ໜ້າເຊື່ອເລີຍ ເທບເທືອກ ໃຊ້ເດັກນ້ອຍຜູູ່ຍິງ 5 ຂວບຂຶ້ນເວທີ່ຂອງຜູ່ຊຸມນຸມດ່ານາຍຍົກ ປູ ວ່າເປັນຄົນຊົ່ວເປັນຄົນ

ບໍ່ດີຂອງປະເທດ ສັ່ງໃຫ້ນາຍຍົກ ປູ ໃຫ້ພາຄອບຄົວໜີໄປຢູ່ ດູບາຍ ວ່າປະຊາຊົນໄທບໍ່ຕ້ອງການຄົນຊົ່ວໆແບບນາຍົກ ປູ

ອີກແລ້ວ, ແລະເດັກຍິງ 5 ຂວບຄົນນັ້ນຍັງເອີ້ນພວກເສື້ອແດງວ່າພວກ ຄວາຍແດງ ພວກບໍ່ມີການສຶກສາ ພວກຫລ້າ

ຫລັງ. ບໍ່ໜ້າເຊື່ອເລີຍຜູ້ເປັນພໍ່ແມ່ຜູ້ປົກຄອງເດັກຍິງຄົນນັ້ນຍັງໃຫ້ຂຶ້ນໄປໃຊ້ຖ້ອຍຄວາມທີ່ແສນຫຍາບຄາຍ ສອນໃຫ້

ເດັກມີນິໄສກ້າວຣ້າວແຕ່ຍັງເຍົາ ບາດໂຕຂຶ້ນມາຄົງຈະເປັນຄົນກ້າວຣ້າວດ່າພໍ່ດ່າແມ່ຂອງຜູ້ກ່ຽວເອງ.

 

ປະເທດໄທບໍ່ມີກົດໝາຍຄຸ້ມຄອງເດັກແດ່ບໍ່ ຢາກຖາມຄົນໄທແດ່. ທີ່ຈິງແລ້ວແມ່ນເທບເທືອກແລະກຸ່ມຜູ້ປະທ້ວງທີ່

ເປັນຄົນບໍ່ດີຂອງປະເທດ ແລະເປັນຄວາຍ ເພາະພວກນີ້ສອນໃຫ້ເດັກນ້ອຍຂຶ້ນເວທີດ່າຜູ້ຫລັກຜູ້ໃຫຍ່ ແທນທີ່ຈະສອນ

ເດັກໃຫ້ເປັນຄົນດີ. ເປັນຕາຢາກຫົວຂັວນນັກການເມືອງໄທຂອງຟາກຝ່າຍ ກປປສ ເນາະທີ່ເຕັມໄປດ້ວຍສຳມະຊິທີ່ມີ

ການສຶກສາສູງ ເປັນຮອດສາດສະດາຈານສອນຢູ່ມະຫາໄລເປັນສ່ວນຫລາຍ ແຕ່ພາກັນມາສອນເດັກນ້ອຍ 5 ຂວບໃຫ້

ເປັນຄົນບໍ່ດີເສຍເອງ. ຄົນທົ່ວໂລກຈົນພາກັນງົງເມື່ເຫັນເດັກຍິງ 5 ຂວບຄົນນັ້ນຂຶ້ນເວທີກ່າວຄຳປາໄສດ່ານາຍົກ ປູ ແລະ

ພວກເສືອ້ແດງ ແລະຕ່າງກໍວິພາກວິຈານກັນວ່າ ເທບເທືອກ ແລະກຸ່ມ ກປປສ ເປັນອັນຕະພານຂອງປະເທດທີ່ໃຊ້ເດັກນ້ອຍ

ເປັນເຄື່ອງມື. 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard