Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕີລາຄາ ຜົນງານນັກກິລາລາວ ຈາກຊີເກມ ປະເທດພະມ້າ...
Anonymous

Date:
ຕີລາຄາ ຜົນງານນັກກິລາລາວ ຈາກຊີເກມ ປະເທດພະມ້າ...

ການແຂ່ງຂັນ, ບໍ່ແມ່ນບ່ອນຫາປະສົບການ:::::

ຈາກຜົນງານຂອງທັບນັກກິລາລາວ ທີ່ຍາດມາໄດ້ເຖິງ 79 ຫລຽນ, ໃນນັ້ນ 13 ຫລຽນຄໍາ, 17 ຫລຽນເງິນ ແລະ 49 ຫລຽນທອງເຊິ່ງແນ່ນອນວາ ຫລາຍຄົນຕ້ອງເບິ່ງໄປໃນທິດທາງດຽວກັນຄື ເປັນຄວາມສໍາເລັດທີ່ເກີນເປົ້າ! ເພາະຕັ້ງເອົາໄວ້ ກ່ອນອອກເດີນທາງ ສູ່ຊີເກມ ຄັ້ງທີ 27 ທີ່ ສະຫະພາບມຽນມາ ພຽງ 10 ຫລຽນຄໍາເທົ່ານັ້ນ. ແຕ່ຫາກວ່າ ໃນຄວາມເປັນຈິງ, 13 ຫລຽນຄໍາ ທີ່ກ່າວມາ ມັນບໍ່ໄດມາແຕ່ສະເພາະກິລາ ທີ່ຕັ້ງເອົາໄວ້ທັງໝົດ ເຊັ່ນ: ຄາດວ່າຈະໄດ້ຈາກກິລາຊິນຫລົງ 2 ຫລຽນຄໍາ ກໍ່ບໍ່ໄດ້ຈັກຫລຽນ; ຈະໄດ້ຈາກ ມວຍ, ເທຄວັນໂດ, ຢູໂດ, ປະເພດລະ 2 ຫລຽນຄໍາ ກໍ່ໄດ້ມາພຽງຜູ້ລະ 1 ຫລຽນຄໍາເທົ່ານັ້ນ; ຈະໄດ້ຈາກ ກາຣາເຕໂດ 1 ຫລຽນຄໍາ ກໍ່ບໍ່ໄດ້ຈັກຫລຽນ; ກິລາແຄມໂປ 1 ຫລຽນຄໍາ ແລະ ຍັງຝັນວ່າຈະໄດ້ຈາກກິລາໝາກເສິກ ອີກຈັກ 1 ຫລຽນຄໍາ ແຕກໍ່ບໍ່ມີຈັກຫລຽນຕິດມືເລີຍ!
ຂະນະດຽວກັນ, ໃນບາງປະເພດກິລາ ທີ່ພວກເຮົາ ບໍ່ຄິດວ່າຈະໄດ້ ຊໍ້າພັດຜິດຄວາມຄາດໝາຍ ເຊັ່ນ: ລົດຖີບ, ຍິງທະນູ. ນອກຈາກນັ້ນ ສະນຸກເກີ ຍັງສິວສຽດທີ່ຈະໄດ້ຫລຽນຄຳ ເພາະເຂົ້າເຖິງຮອບຊີງຊະນະເລີດ.

ດັ່ງນັ້ນ, ການເຂົ້າຮວມຊີເກມ 27 ຂອງ ທັບນັກກິລາລາວ ໃນຄັ້ງນີ້ ຈຶ່ງມີທັງຄວາມສຳເລັດທີ່ເກີນເປົ້າ ແລະ ຄວາມລົ້ມເຫລວທີ່ເກີນຄາດເຊັ່ນກັນ ດັ່ງທີ່ກາວມາ ຄວາມສຳເລັດອັນສູງສຸດ ຕອງຍົກໃຫກິລາເປຕັງ ເຊິ່ງກ່ອນເຂົ້າຮວມຕັ້ງເປົ້າພຽງ 2 ຫລຽນຄຳເທົ່ານັ້ນ. ແຕເຖິງເວລາ ສາມາດທະລຸເກີນເປົ້າເຖິງ 4 ຫລຽນຄຳ ແລະ ເປັນກິລາພຽງປະເພດດຽວຂອງລາວ ທີ່ສາງສະຖິຕິຍາດຫລຽນສູງສຸດ ໃຫແກ່ທັບນັກກິລາລາວໃນຊີເກມ ຄັ້ງນີ້. ຍິ່ງໄປກວານັ້ນ ຍັງທຳລາຍສະຖິຕິຂອງປະເທດໄທ ທີ່ເຄີຍເປັນເຈົ້າຫລຽນຄຳ ກິລາເປຕັງ ໃນຊີເກມມາໂດຍຕະຫລອດ . ຍິ່ງໄປກ່ວານີ້, ສິ່ງທີ່ໜ້າພູມໃຈທີ່ສຸດ ຂອງ 13 ຫລຽນຄຳ ຂອງນັກກິລາລາວຍາດໄດ້ມາ ສວນໃຫຍ່ໄດ້ມາຈາກກິລາປະເພດທີ່ໃຊ້ຄວາມສາມາດສະເພາະໂຕລວ້ນໆເຊັ່ນ: ໂວວີນາມ, ໃນປະເພດຕໍ່ສູ ທີ່ສາມາດເອົາຊະນະຄູ່ຕໍ່ສູ້ຈາກປະເທດຕົ້ນຕຳລາໂວວີນາມ (ຫວຽດນາມ) ໄປແບບຂາວສະອາດ; ກິລາມວຍ ກໍ່ຊະນະຄູຕໍ່ສູຈາກປະເທດໄທ; ກິລາ ຢູໂດ ກໍ່ເອົາຊະນະໃນປະເພດຕໍ່ສູ ເຊິ່ງສາມາດນ໊ອກເອົ້າ ຕັ້ງແຕຮອບແຮກ ເຖິງຮອບສຸດທ້າຍ; ເທຄວັນໂດ ກໍ່ຊະນະນັກກິລາໄທ; ວູຊູ ກໍ່ຊະນະນັກກິລາໄທ; ລົດຖີບ ກໍ່ທຳລາຍສະຖິຕິຊີເກມ ດວຍການເຂົ້າເສັ້ນໄຊ ຖິ້ມໄລຍະຫາງອັນດັບສອງ ແລະ ສາມ ອິນໂດເນເຊຍ ແລະ ຫວຽດນາມ ໄປແບບບໍ່ເຫັນຝຸ່ນ ເຖິງ 1 ນາທີກວ່າ (ປະມານ 2 ກິໂລແມັດ); ຍິງທະນູ ປະເພດຄູປະສົມ ກໍ່ຍັງສ້າງຄວາມແປກປະຫລາດ ຫລື ເຊີໄພຣສ໌ ໃຫ້ວົງການທະນູອາຊຽນ ໃນຮອບສະຕະວັດ ແລະ ກາຍເປັນສະຖິຕິ ໃໝ່ ທີ່ທະນູອາຊຽນ ຕ້ອງຫັນໜາມາຫລຽວເບິ່ງທະນູຂອງລາວ ແລະ ຈະບໍ່ກ້າສົບປະໝາດອີກຕໍ່ໄປ. ແລະ ທີ່ໜ້າຕົບມືໃຫທີ່ສຸດ ກໍ່ຄືສະນຸກເກີ ບິນລຽດ ເປັນປະເພດກິລາທີ່ຢູນອກສາຍຕາແມນແຕ່ຂອງທັບນັກກິລາລາວເອງ ແລະ ຂອງວົງການສະນຸກເກີອາຊຽນ ເພາະພວກເຂົາບໍ່ຄາດຄິດມາກ່ອນ ວ່າຈະມີນັກສະນຸກເກີລາວ ບຸປ່າຜ່າດົງ ເຂົ້າໄປເຖິງຮອບຊີງຫລຽນຄໍາໄດ້. ເຊັ່ນດຽວກັບ ກິລາແລ່ນ-ລານ ໃນຊີເກມຄັ້ງນີ້ ກໍ່ໄດ້ຕິດມືມາ ເຖິງຈະສອງຫລຽນທອງ ກໍ່ຕາມ ແຕ່ກໍ່ໄດ້ມາຈາກລາຍການ ແລ່ນ 10.000 ແມັດຍິງ ແລະ ເຕັ້ນຂາມຮົ້ວ 110 ແມັດຊາຍ ເຊິ່ງເປັນຜົນງານທີ່ດີທີ່ສຸດ ຂອງກິລາ ແລ່ນລານ ຂອງລາວ ໃນຮອບ 14 ປີເລີຍ.

ແນວໃດກໍ່ຕາມ, ຄຽງຄູ່ກັບຄວາມສຳເລັດ ກໍ່ຄືບໍ່ປະສົບຜົນສຳເລັດ ຫລື ພາສາກິລາເອີ້ນວ່າ “ລົ້ມເຫລວ” ດັ່ງຫລາຍປະເພດກິລາ ທີ່ກາວມາຂາງເທີງ ເຊັ່ນ ກິລາ ປັນຈັກສີລັດ ທີ່ໄປຄັ້ງນີ້ ຕ້ອງບອກວ່າ ລົ້ມເຫລວທີ່ສຸດ ເນື່ອງຈາກບໍ່ມີແມ່ນແຕ່ຫລຽນທອງຈັກຫລຽນ ຕິດມືມາເລີຍ; ກາຣາເຕໂດ ໄດ້ມາພຽງ 4 ຫລຽນທອງເທົ່ານັ້ນ ຈາກທີ່ເຄີຍມີຫລຽນຄຳ ຫລຽນເງິນ ເປັນຢາງຫນອຍ ໃນຄັ້ງທີ່ຜານມາ ແລະ ຕັ້ງເປົ້າເອົາໄວ້ວ່າ ຈະມີ 1 ຫລຽນຄຳໃນຄັ້ງນີ້; ມວຍກໍ່ຕອງບອກວາ ລົ້ມເຫລວເລັກນ້ອຍ ເພາະເປັນກິລາມວຍລາວ ທີ່ເຄີຍສ້າງສະຖິຕິ ກວາດຫລຽນຄຳຫາຍທີ່ສຸດ ໃນຊີເກມ ຄັ້ງທີ 25 ທີ່ ສປປລາວ ເປັນເຈົ້າພາບ. ແຕ່ມາຄັ້ງນີ້ ໄດມາພຽງ 1 ຫລຽນຄຳເທົ່ານັ້ນ; ກິລາໝາກເສິກ ກ່ອນໄປກໍ່ບອກວາ ໝັ້ນໃຈຈະສາງເຊີໄພຣສ໌ໃຫ້ເຫັນ ຫລືບໍ່ຢາງຫນ້ອຍກະຕອງມີຫລຽນລາງວັນ ຕິດມືມາຝາກ. ແຕ່ສຸດທ້າຍ ກໍ່ໄດ້ແຕ່ຄຳຫລຽນທີ່ລະນຶກເທົ່ານັ້ນ; ກິລາແຄມໂປ ກໍ່ຜິດຄວາມຄາດໝາຍ ບໍ່ໄດ້ຈັກຫລຽນຄຳ. ສ່ວນກິລາທີ່ຕອງທຳໃຈໄວ້ແລ້ວກໍ່ມີ ລອຍນ້ຳ, ປິ່ງປອງ, ເພາະຕ້ອງຍອມຮັບວ່າ ສູ້ເຂົາບໍ່ໄດ້ແທ້ໃນພູມີພາກນີ້ ແລະ ສຸດທ້າຍ ກິລາບານເຕະ ທັງຟຸດບອລ ຊາຍຍິງ ແລະ ຟຸດຊອລ ໂດຍສະເພາະຟຸດບອລຍິງຊາຍ ທີ່ປະກາດໜັກໜາວ່າ ຈະຜ່ານເຂົ້າຮອບສອງໄດ້.ແຕສຸດທ້າຍກໍ່ພອມໃຈກັນກັບບ້ານ ກອນເວລາອັນຄວນ!

ສິ່ງທີ່ກາວມາທັງໝົດທັງມວນ ແນ່ນອນວາບໍ່ມີໃຜຕຳນິ ເພາະນັກກິລາລາວເຮົາ ພວກເຂົາໄດ້ເຮັດສຸດຄວາມສາມາດແລ້ວ, ພວກເຂົາຜ່ານຂະບວນການຄັດເລືອກ ກັ່ນກອງ ຢາງຖີ່ຖ້ວນມາຮຽບຮ້ອຍແລ້ວ. ແຕ່ທີ່ຢາກຝາກເຖິງກໍ່ຄື ຢາກໃຫ້ເນັ້ນໜັກ ໃນຂັ້ນຕອນການຄັດເລືອກ ນັກກິລາຕິດທີມຊາດ ເພາະໄດ້ຍິນຄູຝຶກ ຫລື ຜູ້ຈັດການທີມຫລາຍປະເພດ ມັກເວົ້າວ່າ “ມາຄັ້ງນີ້ ເພື່ອຫາປະສົບການເທົ່ານັ້ນ!”. ຄົນອື່ນຈະຄິດແນວໃດບໍ່ຮູ້. ແຕ່ “ຄົນຂ້າງສະໜາມ” ຄຶດວ່າ “ມັນໝົດເວລາແລວ ທີ່ຈະກາວຄຳນີ້!” ເພາະນີ້ຄືການມາແຂ່ງຂັນກັບນາໆປະເທດ ມາແຂ່ງຂັນ ກໍ່ຄືການມາຕາງໜ້າຊາດ ຕາງໜ້າປະຊາຊົນທັງປະເທດ. 

ສະນັ້ນ, ການຈະຫາປະສົບການ ກໍ່ຕ້ອງຫາໃນໄລຍະການເກັບໂຕ ຝຶກຊ້ອມພຸ້ນ ຫາກບໍ່ແມນມາຫາປະສົບການ ໃນເວລາແຂ່ງຂັນ ແລະ ຖ້ານັກກິລາປະເພດໃດ ບໍ່ຜ່ານມາດຕະຖານການຄັດເລືອກໄດ້ແທ້ ກໍ່ຄວນສະຫລະສິດ ຫລືບໍ່ສົ່ງເຂົ້າຮວມການແຂ່ງຂັນເລີຍ ເພາະການເຂົ້າຮ່ວມ ແຕ່ລະຄັ້ງ ມັນໝາຍເຖິງ ການໃຊ້ທຶນຮອນອັນມະຫາສານ ຂອງລັດຖະບານນັ້ນເອງ!

ຂ້າພະເຈົ້າຄິດວ່າ ຖ້າຫາກທ່ານ ໄດ້ຍິນເພງຊາດລາວ ແລະ ໄດ້ເຫັນທຸງຊາດລາວ ປິ່ວສະບັດ ບົນດິນແດນຕ່າງຊາດ ທ່ານຈະພາກພູມໃຈສໍ່າໃດ? ບາງຄັ້ງ ຂ້າພະເຈົ້າເຖິງກັບຕື້ນຕັນໃຈ ຈົນ ຕາຊຶມເບົ້າ ກໍ່ມີ. ແຕ່ກົງກັນຂາມ ກໍ່ເສົ້າໃຈເວລາທີ່ໄດ້ເຫັນ ນັກກິລາລາວຖືກເຂົາຕີ ຫລື ເຂົາເອົາຊະນະເຮົາໄປແບບໃກ້ຄຽງເຂົາ ບໍ່ໄດ້ເລີຍ. ຈຶ່ງບໍ່ຢາກໄດ້ຍິນກັບການແກ້ໂຕ ຍ້ອນຄຳວ່າ “ໄປຫາປະສົບການ” ເພາະມັນໝົດເວລາແລ້ວອີ່ຫລີ ກັບຄຳນີ້! ຖ້າຫາກເປັນຫລາຍປີກ່ອນ ອາດຈະຍັງພໍຮັບໄດ້. ແຕ່ໃນສະພາບປັດຈຸບັນ, ພັກ ແລະ ລັດຖະບານເຮົາ ໄດ້ຊຸກຍູ້ສົ່ງເສີມ ແລະ ຍົກລະດັບວົງການກິລາລາວ ຢ່າງເຕັມສ່ວນ. ເຊັ່ນດຽວກັບສັງຄົມ ກໍ່ຄືພາກເອກະຊົນ ກໍ່ບໍ່ໄດ້ປະຖິ້ມ ພວກເພິ່ນເປັນກຳລັງໃຈ ແລະ ອັດສີດ ຢູສະເໝີ ນັ້ນເອງ!

__________________
Anonymous

Date:
RE: ຕີລາຄາ ຜົນງານນັກກິລາລາວ ຈາກຊີເກມ ປະເທດພະມ້າ...

ເວົ້າໄດ້ດີ ຊົມເຊີຍໆ ເອົາສະເພາະບານເຕະຊາຍ ຕໍ່ໄປເປັນເລື້ອງທີ່ຍາກຫຼາຍສິຜ່ານແຕ່ລະທີມໄດ້

ທີມໃນລະດັບດຽວກັນກະບໍ່ແມ່ນສິເອົາຊະນະໄດ້ງ່າຍໆແລ້ວ ບໍ່ວ່າສິເປັນກຳປູເຈຍ ຕິມໍ ຫຼືແມ້ແຕ່ບູໄນ

ທີມລະດັບຫົວໆບໍ່ຕ້ອງໄປເວົ້າເຖິງ ເບິ່ງຈາກຜົນການແຂ່ງຂັນທີ່ຜ່ານມາເອົາເຖາະ

__________________
Anonymous

Date:

Anonymous wrote:

ຂໍຊົມເຊີຍ ໃນຄວາມປະສົບຜົນສໍາເລັດ.... ແລະ ຄວນຮັກສາສະຖິຕິທີ່ຕົນເອງເຄີຍເຮັດໄດ້. ໃຫ້ກໍາລັງນັກກິລາໝົດທຸກຄົນເດີ.

YOU NEVER WALK ALONE.... 

__________________
Anonymous

Date:

Keep up the great jobs!

__________________
Anonymous

Date:

ຂຽນພາສາແບບນີ້ ອ່ານງ່າຍ ຫລ່ຽນໄຫຼ ປານຂີ່ລົດຖີບ

ຈັ່ງຊີ້ຈຶ່ງຖືວ່າເປັນນັກຂ່າວທີ່ໄດ້ມາດຕະຖານ

ຂອບໃຈ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard