Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດເມສາທາລະນະ ໂດຍການໃຊ້ ບັດເອເລັກໂທນິກ ຈ່າຍຄ່າໂດຍສານ ຈະເປີດໃຫ້ບໍລິການໃນວຽງຈັນ
Anonymous

Date:
ລົດເມສາທາລະນະ ໂດຍການໃຊ້ ບັດເອເລັກໂທນິກ ຈ່າຍຄ່າໂດຍສານ ຈະເປີດໃຫ້ບໍລິການໃນວຽງຈັນ


 ເພື່ອແກ້ໄຂການຈາລະຈອນ ພວກທ່ານຄິດວ່າຈະໄດ້ຜົນບໍ?

20819317932462266325.png



__________________
Anonymous

Date:
RE: ລົດເມສາທາລະນະ ໂດຍການໃຊ້ ບັດເອເລັກໂທນິກ ຈ່າຍຄ່າໂດຍສານ ຈະເປີດໃຫ້ບໍລິການໃນວຽງຈັນ


ຖ້າລົດເມແລ່ນຄືຄູ່ມື້ນີ້ ແຮງເປັນຕົ້ນເຫດໃຫ້ລົດຕິດ

1. ລົດເມຄັນໃຫຍ່ ຄັບທາງ

2.ລົດເມຄິດຢາກຈອດໃສກໍ່ຈອດ ສະຖານີຈອດຕາມບ້ານ ຕາມ

    ເສັ້ນທາງ ແມ່ນເພິ່ນບໍ່ເຮັດ ທາງເວັ້ນສະເພາະລົດເມ ໃຫ້ຈອດເອົາ

    ຕົນຕາມສະຖານທີ່ກຳນົດ ອັນນີ້ວ່າແຕ່ມີ ຄົນກວກລົດ ບໍ່ທັນຮອດ

     ໃຕ້ຕາລ້ຽວ ເບກກະທັນຫັນ ຜູ້ມາທາງ ຫຼັງບໍ່ລະວັງເກືອບ ທຸກຯຄັ້ງ

3.ໃຫ້ມີລະບຽບການ, ຖ້າເຫັນລົດເມຄັນໃດຈອດເອົາຄົນຊະຊາຍ  

     ຫຼືລົດໂດຍສານທຸກປະເພດ ຕ້ອງປັບໃໝ ຫຼືບໍ່ກໍ່ບໍ່ຕ້ອງຈອດເອົາ

     ເພາະຖ້າລົດບໍ່ຖືກສະຖານທີ່

              ຖ້າເຮັດໄດ້ລະດັບນີ້ ບໍ່ຈຳເປັນມີບັດມີເບິດ ຈະແກ້ໄດ້ສ່ວນໜື່ງ

 



__________________
Anonymous

Date:

Anonymous wrote:

ຖ້າລົດເມແລ່ນຄືຄູ່ມື້ນີ້ ແຮງເປັນຕົ້ນເຫດໃຫ້ລົດຕິດ

1. ລົດເມຄັນໃຫຍ່ ຄັບທາງ

2.ລົດເມຄິດຢາກຈອດໃສກໍ່ຈອດ ສະຖານີຈອດຕາມບ້ານ ຕາມ

    ເສັ້ນທາງ ແມ່ນເພິ່ນບໍ່ເຮັດ ທາງເວັ້ນສະເພາະລົດເມ ໃຫ້ຈອດເອົາ

    ຕົນຕາມສະຖານທີ່ກຳນົດ ອັນນີ້ວ່າແຕ່ມີ ຄົນກວກລົດ ບໍ່ທັນຮອດ

     ໃຕ້ຕາລ້ຽວ ເບກກະທັນຫັນ ຜູ້ມາທາງ ຫຼັງບໍ່ລະວັງເກືອບ ທຸກຯຄັ້ງ

3.ໃຫ້ມີລະບຽບການ, ຖ້າເຫັນລົດເມຄັນໃດຈອດເອົາຄົນຊະຊາຍ  

     ຫຼືລົດໂດຍສານທຸກປະເພດ ຕ້ອງປັບໃໝ ຫຼືບໍ່ກໍ່ບໍ່ຕ້ອງຈອດເອົາ

     ເພາະຖ້າລົດບໍ່ຖືກສະຖານທີ່

              ຖ້າເຮັດໄດ້ລະດັບນີ້ ບໍ່ຈຳເປັນມີບັດມີເບິດ ຈະແກ້ໄດ້ສ່ວນໜື່ງ

 


 Start from the top down...



__________________


Guru

Status: Offline
Posts: 1010
Date:

ລົດເມນ້ອຍ  30-40 ບ່ອນນັ່ງຕິດແອບໍ່ແຫຍ້ກັນ ເທື່ອລະ 1000-2000 ກີບກະຊິ OK ຢູ່ພໍທຽວການ ຄັນແພງກວ່ານັ້ນກະບໍ່ສູ້ລົດຈັກ

ໃສ່ນ້ຳມັນ 10 ກີບຂີ່ໄດ້ 40-50 km

ມີທຸກໆ 20-30 ນາທີແຕ່ 7:00-18:30



__________________
Anonymous

Date:

1. ຈອດເອົາຜູ່ໂດຍສານຂຶ້ນລົງ ຕາມສະຖານີ ແລະຕາມປ້າຍສະເພາະຂອງລົດເມ...

2. ປະຕິບັດຕາມເວລາຢ່າງເຄັ່ງຄັດ ມີແຜນເດີນລົດຄັກແນ່ ອອກຄິວຈັກໂມງ ຮອດປ້າຍນີ້ ນັ້ນຈັກໂມງ... ບໍຈຳເປັນໃຫ້ອອກທຸກໆ 20 ຫຼື 30 ນາທີດອກ, ທຸກໆຊົ່ວໂມງອອກຖ້ຽວໜຶ່ງຍັງດີ ແຕ່ອາດຈະມີເພີ່ມຖ້ຽວພິເສດຂຶ້ນມາສະເພາະຊ່ວງ ເຂົ້າການ ແລະເລີກການນັ້ນ...

3. ຄົນຂັບລົດ ຕ້ອງໄດ້ກິນເງິນເດືອນ ບໍແມ່ນເປັນຜູ່ເຊົ່າລົດຂັບ ຄືຊູ່ມື້ນີ້

4. ບໍຈຳເປັນເຖິງຮອດບັດອີເລັກໂທຣນິກ ບັດເຈ້ຍທຳມະດາກໍໄດ້ແລ້ວ(ບັດໜຶ່ງມື້, ສິບມື້, ສາມສິບມື້ ກໍວ່າໄປ) ແຕ່ໃຫ້ສາມາດຫາຊຶ້ໄດ້ງ່າຍ ຄືບັດເຕີມເງິນໂທລະສັບ ຫາຊື້ໄດ້ຕາມສະຖານີລົດເມ ເທິງລົດເມ ຫຼື ຮ້ານສະດວກຊື້...

 

ສຸດທ້າຍລົດຄັນໃດທີ່ມັນເກົ່າເຮັ່ງຄວນເອົາໄປຖິ້ມໄດ້ແລ້ວ ແລະຫ້າມຮັບຜູ່ໂດຍສານເກີນຂະໜາດ



__________________
Anonymous

Date:

ການໃຊ້ບັດເອເລັກໂຕຣນິກຈ່າຍຄ່າລົດເມເປັນການອໍານວຍຄວາມສະດວກຫຼາຍ

ທັງຜູ່ໂດຍສານແລະພະນັກງານຂັບລົດເມ. 

2 ປີທໍາອິດທີ່ OCTA ນໍາໃຊ້ບັດເອເລັກໂຕຣນິກທຸກຢ່າງໄດ້ຜົນຕາມຄາດ, ພໍກ້າວ

ເຂົ້າປີທີ 3 ບໍຣິສັດນີ້ກໍ່ເລີ້ມຂາດຣາຍໄດ້ເພາະ 1/4 ຂອງຜູ່ໂດຍສານໃຊ້ເງິນສົດ

ແຕ່ 3/8 ຂອງຜູ່ໃຊ້ບັດພັດໃຊ້ບັດຂອງທ້າວສໍາລີ, ໝາຍຄວາມວ່າ ຖ້າຊື້ບັດຂອງ

OCTA ໃນລາຄາ 25 ໂດລາຈະຂີ່ໄດ້ 30 ຖ້ຽວ ແຕ່ຖ້າຊື້ບັດຈາກທ້າວສໍາລີໃນ

ລາຄາ 15 ໂດລາຈະຂີ່ລົດເມໄດ້ 30 ຖ້ຽວ. ທ້າວສໍາລີເອົາເງິນໄປກິນເກືອບ 3 ປີ

OCTA ຈຶ່ງມາປະເຕີກປະຕາກ.

ຄິດວ່າ VPTE ຄົງມີຝາໄຟແຂງແກ່ນເພື່ອປ້ອງກັນການເຈາະຂອງທ້າວສໍາລີ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard