Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແນະນຳຂອງແກ້ມຍາມຫນາວ


Guru

Status: Offline
Posts: 1010
Date:
ແນະນຳຂອງແກ້ມຍາມຫນາວ


ມີຮ້ານຈີ່ຫນັງ ຢູ່ແຖວກົງກັນຂ້າມກັບຮ້ານໝ້ຽງເຈົ້າເກົ່າ

ຊຸດລະ 20 ພັນໄດ້ຫນັງ 5 ຕ່ອນ ຟັງແລ້ວຄືວ່າແພງ ແຕ່ລົດຊາດແມ່ນຮັບປະກັນເລີຍ

ຊື້ 2 ຊຸດແກ້ມໄດ້ 4-5 ຄົນ



__________________
Anonymous

Date:

ມີຮ້ານຈີ່ຫນັງ ຢູ່ແຖວກົງກັນຂ້າມກັບຮ້ານໝ້ຽງເຈົ້າເກົ່າ ຊຸດລະ 20 ພັນໄດ້ຫນັງ 5 ຕ່ອນ ຟັງແລ້ວຄືວ່າແພງ ແຕ່ລົດຊາດແມ່ນຮັບປະກັນເລີຍ ຊື້ 2 ຊຸດແກ້ມໄດ້ 4-5 ຄົນ

_________________________________________________________________________________

ຂອບໃຈທ່ານ Luffy ຫຼາຍໆ  ແຂ້ວປອມເພ ! ໄປໃຫ້ຊ່າງແຂວທຽມແປງໃຫ້ກ່ອນຈັ່ງຊິໄປຊອກຊື້້ໜັງສຸດແຊບຂອງທ່ານຫັ້ນນາ !!!



__________________
Anonymous

Date:

ຮ້ານໄດ໋ແຖວໄດ໋ມີເມັດບັກຂາມຄົ່ວຂາຍແດ



__________________
Anonymous

Date:

"ກິນຫອຍເຂົ້າຍັງ ກິນໜັງເຂົ້າໝົດ." ຕອນຍັງນ້ອຍ ພໍ່ແມ່ຂ້ອຍຊື້ໜັງເປັນໂຄ້ນມາໄວ້ໃຫ້ພວກຂ້ອຍຈີ່ກິນ

ກັບເຂົ້າຕອນຍ່າງໄປໂຮງຮຽນ. ຫຍໍ້າໜັງແຫຼກ ກິນເຂົ້າໝົດປັ້ນພໍດີຮອດຕອນເຂົ້າລຽນແຖວເຄົາລົບທຸງ.

ກິລາທີ່ນິຍົມກໍ່ແມ່ນກິລາຫຍໍ້າແກ່ນຂາມທີ່ແຂງເໝືອນໝາກຫົວຜີຫຼ້ອນ, ເວກາກິນຂ້ອຍກໍ່ໃຊ້ແຂ້ວປອກ

ແທນມີດສອງຄົມ. ແຕ່ບໍ່ແຂ້ວໂຄບແຕກ ແຂ້ວ canine ຫັກຕອນເສັງໃຊ້ແຂ້ວໄຂເບຍກັບຄົນຟິລິປິນ

ທັນຕະແພດປະຈໍາໂຮງຮຽນສົ່ງໄປໃສ່ຢູ່ໂຮງໝໍເມືອງ ເຂົາໄລ່ເອົານໍາເຫຼັ້ມນຶ່ງ 85 ພັນເປໂຊ, ແຕ່ນັ້ນມາຂ້ອຍ

ຈຶ່ງຮູ້ຄຸນຄ່າຂອງແຂ້ວ.

ປັດຈຸບັນນີ້ ຄົນໃນປະເທດລາວມີລາຍໄດ້ມີຖານະດີຂຶ້ນຫຼາຍຮ້ອຍເທົ່າຖ້າທຽບໃສ່ກ່ອນປີ 1975, ແຕ່ລະຄົນ

ມີລົດເມີຊແດດຂີ່ໄປການ ມີເຫຼົ້າຄໍຍັກດື່ມແກ້ມຂາຂາວສາວນ້ອຍ, ທ່ານ luffy​ ແນະນໍາໜັງຫຍາບໆໃຫ້

ເພິ່ນແກ້ມໄດ້ແນວໃດນໍ?



__________________
Anonymous

Date:

ຫນັງສະໃຫມນີ້ ທັງນຸ້ມ ທັງອອ່ນ

ຮູ້ບໍ່ວ່າ ເຂົາແຊ່ຫຍັງແດ່ ຈຶ່ງທຳໃຫ້ອອ່ນ ນຸ້ມ



__________________
Anonymous

Date:

ສົງກະໄສເຂົາເອົາຍ່ຽວແມ່ລູກອ່ອນແຊ່ ຄືກັນກັບດອງໝາກໄມ້ຕ່າງໆນຳລໍ້ກະລິ່ງ ! ລະວັງໃຫ້ດີ  ດອງໝາກຂາມ, ດອງໝາກແຊວ, ດອງໝາກຕ້ອງ ອັນແຊບໆຫັ້ນ ! ລະວັງຖືກຂອງແທ້ເດີ ພີ່ນ້ອງຊາວເນັດເອີຍ !!! ອີໆໆໆໆໆ !



__________________
Anonymous

Date:

 

 

ອ້າຍເວບມາສເຕີ້ເອີຍຍຍຍຍຍຍຍ  

ອ້າຍເວບເຈົ້າຢູ່ໃສ  ຮີບມາເກັບເງິນຄ່າໂຄສະນານຳອີຕາ luffy ແດ່

 

ອີຕາອັນນີ້ກະເປັນຕາຮ້າຍນໍ

ມື້ໜຶ່ງມາຄຸຍວ່າໂຕເອງນັ່ງສະມາທິເຮັດວິປັດສະນາ  ໂອຍຍ ຈັ່ງແມ່ນຢູ່ໃນສິນກິນໃນທັມນໍ

ມື້ນີ້ຜັ່່່່ດມາຊວນຄົນຊິແຕກເຫຼົ້າ  ຍ້ອນຢາກຂາຍຈີ່ໜັງໝາ

ຈັ່ງແມ່ນໂພດ  ຈັ່ງແມ່ນຄືຄົນໄທຍເຂົາເວົ້າ  ປາກວ່າ ຕາຂຍິບ   ຫຼື  ມືຖືສາກ ປາກຖືສິນ 

ຄັກອີຫຼີ!



__________________
Anonymous

Date:

ດອງຍຽ່ວແມ່ນດີຫລາຍ ເພາະດອງແບບທຳມະຊາດ

ແຕ່ຖ້າເຂົາແຊ່ໃສ່ ໂສດາໄຟ ເດລະ

ລະວັງໃສ້ເປື່ອຍແດ່ເນີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard