Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເທວະດາເອີຍສາມເດືອນແລ້ວເງີນຍັງບໍອອກ
Anonymous

Date:
ເທວະດາເອີຍສາມເດືອນແລ້ວເງີນຍັງບໍອອກ

ຍ້ອນການຫາຍສາບສູນຂອງທ່ານສົມບັດສົມພອນ ຕ່າງປະເທດຫລາຍປະເທດງົດການຊ່ອຍ

ເຫລືອໄຫ້ປະເທດລາວ ທາງການລາວຈື່ງຂາດເງີນມາຈ່າຍໄຫ້ພະນັກງານ ອາໃສແຕ່ເງີນເກັບ

ພາສີ ພວກພາສີເກັບເຂົ້າຖົງເຂົາໝົດ

__________________
Anonymous

Date:

แม่นแท้บໍ່ ?

__________________
Anonymous

Date:

1. ພາສີ ຢູ່ຕາມດ່ານ, ພາສີຢູ່ຕາມຕົວເມືອງ

                ເງິນເດືອນຊໍ່າໃດ ລາຄາລົດຊໍ່າໃດ ມີບໍ່ພາສີຜູ້ໃດຂີ່ລົດຈັກ

ມີບໍ່ພາສີຜູ້ໃດ ຢູ່ເຮືອນຫ້ອງແຖວ

ເຮືອນພາສີ ຫລັງໃດກໍາຊໍ່າຄາລືຫາດ ລົດຢູ່ເຮືອນ 2-3 ຄັນ

               ບໍ່ເຄີຍມີພາສີຄົນໃດ ຈົມເລື່ອງເງິນເດືອນບໍ່ອອກ ມີແຕ່

ວ່າ ມື້ນີ້ຈະໄປຮ້ານໃດ ປ່ຽນຍີຫໍ້ລົດຂີ່ ປານປ່ຽນ....ແລ້ວພັກລັດບໍ່ຄິດກວດກາ

ວ່າ ຈຳນວນເງີນດັ່ງກ່າວນັ້ນໄດ້ມາຈັງໃດ ມີທຸລະກິດຫຍັງ ກ່ອນເຂົ້າມາ

       ແລ້ວຊິໃຫ້ເງິນເຂົ້າລັດໄດ້ແນວໃດ ຖິາບໍ່ປາບປາມພວກນີ້ ຍັງອີກໄກ ຊິໄດ້ເງິນ

ເດືອນຖືກຕ້ອງຕາມເດືອນ

__________________
Anonymous

Date:

ຄິດບໍ່ອອກ ສ່າເພີ່ນຊິແກ້ແນວໃດ ລະບອບໃດຈຸນີ້ເຂົາກໍຮັ່ງ ລູກຫລານຜູ້ໃຫຍ່ກໍມັກໄປເຮັດວຍກໃນຂົງເຂດນີ້ ອັນຕະຣາຍທ່ີສຸດແມ່ນ ມີຈຸອາກອນໄປເລາະຕາມບ້ານຕ່າງໆ ໄປຖາມ ເອົາເງິນອາກອນ ແບບບໍ່ມີກົດໝາຍອ້າງອີງໄດ້ເທົ້າໃດກໍເອົາ ເວົ້າຫລາຍເອົາໜ້ອຍກໍໄດ້ ບໍ່ຮູ້ວ່າ ເອົາເຂົ້າລັພດແທ້ ຫລືເຂົາຖົງພວກເຂົາແລະນາຍພວກເຂົາ ຈຸພາສີນີ້ເຂົາວ່າໃຜຫາເງິນໃຫ້ນາຍໄດ້ດີແມ່ນໄດ້ຢູ່ບ່ອນດີດົນວ້າຊັ້ນ ຈັດມັນແມ່ນຊຳ່ໃດຜູ້ໃຫຍ່ຈຸກວດກາບໍ່ສົນຫລືວ່າໄດ້ກິນນຳກັນ ແມ່ນບໍ່?

__________________
Anonymous

Date:

Anonymous wrote:

 ແນວມັນສະແຕກແດກຫ່ານຳກັນໃຜຊິກວດໃຜ.ຄືເຈົ້າເວົ້ານັ້ນລະ.ບັກລູກນ້ອງພື້ນຖານໄປຂູດນຳພໍ່ຄ້າ

ປະຊາຊົນ,ນຳໄປປັນໃຫ້ບັກເຈົ້ານາຍທີ່ຫ້ອງການ,ບັກນີ້ໄປແບ່ງບັກກວດກາຂັ້ນສູນກາງ.

ເປັນແນວນີ້ແລ້ວລູກອີ່ກະລີໃດມັນຊິໄປເອົາຜິດກັນໄດ້.ມັັນກະເປັນກະລີນຳກັນໝົດທີບໃນພວກ

ຄຸ້ມອຳນາດ.

__________________
Anonymous

Date:

ລັດລົ້ມເຫຼວໃນການບໍລິຫານຈັດການ ຖ້າເປັນເອັກກະຊົນບໍ່ຕ່າງຫຍັງກັບລໍລິສັດລົມລະລາຍ

__________________
Anonymous

Date:

ອຸ່ນອຽນ ທຸນທ່ຽງເດີສະຫາຍ

__________________
Anonymous

Date:

ລໍໄປຖາມນຳເທວະດາ ທີ່ເພິ່ນຢູ່ຫໍ ຕໍ່ໜ້າວັດສີສະເກດ ແລະ ຂ້າງວັດພະແກ້ວເບິ່ງ

ບາງເທື່ອເພິ່ນມີຄຳຕອບໃຫ້.

__________________
Anonymous

Date:

Anonymous wrote:

ອຸ່ນອຽນ ທຸນທ່ຽງເດີສະຫາຍ

ຈະເວົ້າຫຍັງເດນໍ   ຊ່ອຍແປພາສາ(ລາວ)ເປັນລາວ ໃຫ້ຄົນລາວຟັງແດ່

__________________
Anonymous

Date:

Anonymous wrote:
Anonymous wrote:

ອຸ່ນອຽນ ທຸນທ່ຽງເດີສະຫາຍ

ຈະເວົ້າຫຍັງເດນໍ   ຊ່ອຍແປພາສາ(ລາວ)ເປັນລາວ ໃຫ້ຄົນລາວຟັງແດ່

 ສະແດງວ່າ ທ່ານບໍ່ແມ່ນຄົນລາວຈິ່ງບໍ່ເຂົ້າໃຈພາສາລາວ (ອຸ່ນອຽນ ທຸນທ່ຽງ) ກໍ່ແປວ່າບໍ່ງ່ຽງຊ້າຍງ່ຽງຂວາຫຼືບໍ່ເຊພຸ້ນເຊພີ້ຫຼືມີຄວາມເຊື່ອໝັ້ນໃນອຸດົມການຂອງຜູ້ໃດຜູ້ໜຶ່ງ...

__________________
Anonymous

Date:

ຮ້ອງຫາເທວະດາເຮັດຫຍັງ?

ຄືບໍ່ຮ້ອງຫາລັດຖະມົນຕີຄັງພຸ້ນ ແລະຖາມເພິ່ນວ່າ

ເງິນໃນຄັງຫລວງເອົາໄປໃສໝົດ? ບໍ່ແມ່ນມີປວກ

ມາແຫ້ນກິນໝົດຫວາ? ຫາຢາຂ້າປວກມາປ້ອງ

ກັນແດ່ເດີ້ທ່ານ ລຖມຕ ຄັງເອີຍ.

__________________
Anonymous

Date:

04831617056462161648.png75152588124007472113.jpga>ລັດຖະບານ ແລະ ຜູ້້ນໍາສະຫລາດຊ່ງໃສໂພດ ມັນສະແຕກຫົວປະຊາຊົນຜູ້ທຸກຍາກ ຫາເຊົ້າກີນຄໍ່າ ອີກບໍ່ດົນມັນຈະໄດ້ຖືກຍີງເປົ້າຄື ນາຍຍົກ  ຣູມານີ່ ມີສອງສະໄໝ ນາຍຍົກຮູມານີ່ ຖືກຍິງເປົ້າຍອ້ນການສໍ້ໂກງ ຢ່າເມົາແຕ່ຄິດວ່າໂຕເອງມີອໍານາດແລ້ວບໍ່ມີໃຜຈະເຮັດຫຍັງໃຫ້ໂຕໄດ້ ນັ້ນແມ່ນຄິດຜິດແລ້ວ ເບີ່ງຕົວຢ່າງນີ້

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ອຸ່ນອຽນ ທຸນທ່ຽງເດີສະຫາຍ

ຈະເວົ້າຫຍັງເດນໍ   ຊ່ອຍແປພາສາ(ລາວ)ເປັນລາວ ໃຫ້ຄົນລາວຟັງແດ່

 ສະແດງວ່າ ທ່ານບໍ່ແມ່ນຄົນລາວຈິ່ງບໍ່ເຂົ້າໃຈພາສາລາວ (ອຸ່ນອຽນ ທຸນທ່ຽງ) ກໍ່ແປວ່າບໍ່ງ່ຽງຊ້າຍງ່ຽງຂວາຫຼືບໍ່ເຊພຸ້ນເຊພີ້ຫຼືມີຄວາມເຊື່ອໝັ້ນໃນອຸດົມການຂອງຜູ້ໃດຜູ້ໜຶ່ງ...

ຈັກແຫຼ້ວ  ໂຄດເຫງົ້າຜູ້ຂ້າຕາມເພິ່ນບອກເພິ່ນກະວ່າເພິ່ນເປັນລາວ  ຫຼືເພິ່ນຕົວະຜູ້ຂ້າຊັ້ນບໍ່ນໍ

ຜູ້ຂ້າກະເກີດຢູ່ເມືອງລາວ ໃຫຍ່ຢູ່ເມືອງລາວ  ຫຼືຜູ້ຂ້າເຂົ້າໃຈຜິດໄປເອງ  ທີ່ແທ້ບ່ອນຜູ້ຂ້າເກີດບໍ່ແມ່ນເມືອງລາວ

ບ້ານເກີດຂອງຜູ້ຂ້າທີ່່ມີໂຄດເຫງົ້າເປັນລາວຂີ້ຕົວະ  ຄູບາອາຈານລາວຂີ້ຕົວະສອນຜູ້ຂ້າວ່າ.....

... ອຸ່ນ  ມີຄວາມໝາຍກົງກັນຂ້າມກັບ ເຢັນ

ອຽນ  ເພິ່ນບໍ່ໄດ້ສອນແລະບໍ່ເຄີຍເວົ້າໃຫ້ໄດ້ຍິນ  

ໄດ້ຍິນແຕ່ຄຳວ່າ ອ່ຽນ  ເຊິ່ງແປວ່າປາຊະນິດໜຶ່ງໂຕຍາວ ໆ ຄ້າຍຄືງູ

ຫຼື ອຽງ  ເຊິ່ງມີຄວາມໝາຍດຽວກັບ ງ່ຽງ  ຈະເວົ້າວ່າ ອຽງຫູຟັງ  ຫຼື ງ່ຽງຫູຢັງກໍ່ໄດ້  ອຽງຊ້າຍອຽງຂວາ

ນອກຈາກນັ້ນ  ໄດ້ຍິນແຕ່ຄົນໄທຍເຂົາເວົ້າຄຳວ່າ ອຽນ ທີ່ມີຄວາມໝາຍວ່າ  ເບື່ອໝ່າຍ  ເປັນຕາຢາກຮາກ (ອາຫານໃສ່ນ້ຳມັນຫຼາຍມີຣົສຊາດ ອຽນ)

ສະນັ້ນ ທັງອຸ່ນແລະອຽນປະກອບເຂົ້າກັນເປັນ  ອຸ່ນອຽນ  ຜູ້ຂ້າຈຶ່ງບໍ່ເຄີຍໄດ້ຍິນ

ທຸນທ່ຽງ  ນີ້ອີກຄຳ

ຜູ້ຂ້າຮູ້ແຕ່ວ່າ  ທຸນ ນີ້ລາວບາງບ່ອນກໍ່ເອີ້ນ ທຶນ  ບາງບ່ອນເອີ້ນ ທຸນ

ທ່ຽງ  ນີ້ຕາມທີ່ຮູ້ແມ່ນ  ຊື່ກົງ   ເຊັ່ນຕາເວັນຢູ່ເທິງຫົວເອີ້ນວ່າຍາມທ່ຽງ

ຄົນຊື່ ຄົນມີຄວາມຍຸດຕິທັມເພິ່ນເອີ້ນວ່າ ຄົນທ່ຽງທັມ

ຄົນມືບໍ່ສັ່ນເຮັດຫຍັງກໍ່ງາມ  ເຂົາເອີ້ນຄົນມືທ່ຽງ

ແລ້ວ ທຸນທ່ຽງ  ມັນຊິແປວ່າຈັ່ງໃດ(ໃນຄວາມຄຶດຂອງລາວບໍແທ້ຢ່າງຜູ້ຂ້າເດີຍາທ່ານ)

ຖ້າເວົ້າ  ທຸ່ນທ່ຽງ  ຜູ້ຂ້າກໍ່ຍັງພໍຊິຕີຄວາມໝາຍໄດ້ຢູ່

ທຸ່ນ  ແມ່ນຂອງຊະນິດໜຶ່ງທີ່ຄົນຜູກໄວ້ໃຫ້ຟູຢູ່ເທິງນ້ຳ  ເພື່ອບອກຈຸດໃຫ້ຄົນເຫັນ

ເຊັ່ນທຸ່ນເຮືອ  ທີ່ເຮັດໃຫ້ຄົນຂີ່ເຮືອຮູ້ວ່າບ່ອນນັ້ນແມ່ນຫຍັງ  

ທຸ່ນເບັດ  ເວລາປາຕອດເບັດຈະເຫັນທຸ່ນມັນຕີງ

ທຸ່ນອວນ  

ທຸ່ນທ່ຽງ  ຈຶ່ງໜ້າຈະມີຄວາມໝາຍດັ່ງ  ທຸ່ນ ທີ່ບໍ່ເໜັງຕີງ  ມີຄວາມໝັ້ນຄົງ  ບໍ່ວອກແວກ

ທັງເໝິດນິ້ເປັນຄວາມຮູ້ສ່ວນໂຕອັນໜ້ອຍ ໆ ຂອງຄົນຜູ້ໜຶ່ງທີ່ອາດຈະຫຼົງຜິດຄຶດວ່າໂຕເອງເປັນຄົນລາວ  

ຜູ້ຂ້າບໍ່ໄດ້ຢືນກະຕ່າຍຂາດຽວວ່າທີ່ທ່ານຂຽນມານັ້ນຕ້ອງຜິດຢ່າງແນ່ນອນ  ມີແຕ່ຖາມຢາກຮູ້ທໍ່ນັ້ນ

ປະເທດລາວກວ້າງໃຫຍ່ໄພສານ  ພາສາທາງເໜືອເວົ້າແນວໜຶ່ງ  ທາງໃຕ້ເວົ້າແນວໜຶ່ງ

ລາງເທື່ອບ້ານຫ່າງກັນຊາວກວ່າຫຼັກຍັງເອີ້ນສິ່ງຂອງຜັກຫຍ້າບໍ່ຄືກັນ

ທາງບ້ານເມືອງທ່ານເວົ້າແນວນັ້ນ  ທ່ານອະທິບາຍມາຜູ້ຂ້າກໍ່ເຂົ້າໃຈແລະຍອມຮັບດ້ວຍເຫດຜົນແລ້ວ  

ເພາະທີ່ທ່ານຢູ່ແມ່ນເມືອງລາວແທ້ ໆ  ລາວອີຫຼີອີ່ຫຼໍ  ລາວກະດັກກະດໍ້

ໂຄດເຫງົ້າເຊື້ອສາຍທ່ານຕ້ອງມາຈາກຂຸນບູລົມໂດຍກົງຢ່າງແນ່ນອນ

ລາວຕີນດຳຫຳແຫຼ້  ລາວທຽມແບບຜູ້ຂ້າບໍ່ກ້າຖຽງທ່ານດອກອາດຍາເອີຍ

__________________
Anonymous

Date:

ອຸ່ນອ່ຽນ ທຸ່ນທ່ຽງ ນີ້ແມ່ນສັບສຳນວນໃນພາສາລາວເຮົາ ຢ່າໄດ້ແຍກອອກມາແປ ມັນຈະເປັນອີກຄວາມໝາຍໜຶ່ງ (ອຸ່ນອ່ຽນ ກໍ່ໝາຍຄວາມວ່າໃຫ້ເຊື່ອຫມັ້ນຕົນເອງ ຄືມີ ຄວາມອົບອຸ່ນຢູ່ໃນໃຈສເມີ) (ທຸ່ນທ່ຽງ ຄືບໍ່ງ່ຽງຊ້າຍງ່ຽງຂວາ ບໍ່ເວພຸ້ນເວພີ້ ຫລື ວ່າໃຫ້ມີ ສະຕິ) ເຂົ້າໃຈແລ້ວບໍ? ຖ້າບໍ່ເຂົ້າໃຈກໍ່ບໍ່ຮູ້ຈະອະທິບາຍແບບໃດ

__________________
Anonymous

Date:

86193341670778233765.png

 ມັນສີ້ອຸ່ນອ່ຽນ,ທຸ່ນທ່ຽງໄດ້ແນວໃດ ສາມສີ່ເດືອນ ເງິນເດືອນຍັງບໍ່ໄດ້ຮັບ.

ທ້ອງມັນຮ້ອງໂກ້ເກ້ກຢູ່.ພວກກູຫິວ,ແຕ່ພວກຢູ່ແດກຈົນທ້ອງຊິແຕກ

ມັນກະເວົ້າໄດ້ຕິ.

ສົມນ້ຳໜ້າ

ປະຕິວັດສ່ອງແສງ  ແຈ້ງສ່ອງທົ່ວເມືອງລາວ ຮາຮາຮາ

ພັກນຳພາ  ພັກຕ້ອງດີທີ່ສຸດ

ແມ່ນແລ້ວ  ດີສຳລັບພວກຢູ່ປ່າຢູ່ດົງໃຫ້ໄດ້ເຂົ້າມາຍ່າງອາດໆໃນເມືອງ

ໃຫ້ໄດ້ຍໍຄໍສັ່ນລິກໆປານກະປອມໃສ່ສ້ອຍ

ສົມນ້ຳໜ້າອີກເທື່ອໜຶ່ງ  ຊົມເຊີຍ  ຊົມເຊີຍ

__________________
Anonymous

Date:

Ministry of finance is to ask for your monthly pay, not the angel , i thought you are very smart.no  wrong place to ask for.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard