Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍອ້ນຫຍັງ ຜົນເສຍຫາຍຈາກອຸທົກກະໄພ ໃນປີ 2013 ເພີ່ມຂຶ້ນເກືອບ 3 ທົບທຽບໃສ່ປີ 2009
Anonymous

Date:
ຍອ້ນຫຍັງ ຜົນເສຍຫາຍຈາກອຸທົກກະໄພ ໃນປີ 2013 ເພີ່ມຂຶ້ນເກືອບ 3 ທົບທຽບໃສ່ປີ 2009


ຜົນເສຍຫາຍຈາກອຸທົກກະໄພ ໃນປີ 2013 ເພີ່ມຂຶ້ນເກືອບ 3 ທົບທຽບໃສ່ປີ 2009
ວັນທີ 12 ທັນວາ 2013 - ເວລາ 10:48:31 ສົ່ງຂ່າວນີ້ໃຫ້ເພື່ອນພິມຂ່າວນີ້ 
 
Divider

ໃນ​ປີ 2013 ນີ້, ​ສປປ ລາວ ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ອຸ​ທົກ​ກະ​ໄພ ທີ່​ເກີດ​ຈາກ​ພະຍຸ​ໄຕ້​ຝຸ່ນ ແລະ ລົມ​ມໍ​ລະ​ສຸມ​ຕາເວັນ​ອອກ​ສ່ຽງ​ໃຕ້​ຢ່າງ​ໜັກໜ່ວງ, ແກ່ຍາວ ແລະ ກວມ​ເອົາ​ພື້ນ​ທີ່​ເປັນ​ຈຳນວນ​ກວ້າງ ສົ່ງ​ຜົນ​ກະທົບ​ຕໍ່ 12 ແຂວງ 62 ເມືອງ, 1.159 ບ້ານ ຊຶ່ງ​ຜົນ​ເສຍ​ຫາຍ​ໃນ​ປີ​ນີ້ ຖ້າ​ທຽບໃສ່​ພະຍຸ​ໄຮ​ມາ ແລະ ນົກ​ເຕັນ ໃນ​ປີ 2009 ແມ່ນ​ເພີ່ມ​ຂຶ້ນ​ເກືອບ 3 ທົບ, ອັນ​ໄດ້​ສົ່ງ​ຜົນ​ກະທົບ​ຕາມ​ມາ​ບໍ່​ໜ້ອຍ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃນ​ສົກ​ປີ 2012-2013 ກໍ​ຄື​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.



__________________
Anonymous

Date:
RE: ຍອ້ນຫຍັງ ຜົນເສຍຫາຍຈາກອຸທົກກະໄພ ໃນປີ 2013 ເພີ່ມຂຶ້ນເກືອບ 3 ທົບທຽບໃສ່ປີ 2009


ຍ້ອນແກວມາລັກຕັດໄມ້ຫຼາຍໂພດ.



__________________
Anonymous

Date:

Anonymous wrote:

ຍ້ອນແກວມາລັກຕັດໄມ້ຫຼາຍໂພດ.


ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນປະເທດທີ່ມີເຈົ້າໜ້າທີ່ຮັກສາຊາຍແດນ

ເກ່ງກ້າສາມາດ ບໍ່ມີມົດໂຕໃດສາມາດເລັດລອດສາຍຕາຂອງເຈົ້າໜ້າທີ່ຮັກສາຊາຍແດນໄດ້ດັ່ງ

ທີ່ຫລາຍຄົນເຄີຍຮູ້ຂ່າວຫັ້ນລະເພິ່ນຈັບຄົນໄທໄດ້ຕອນເຂົາລັກເຂົ້າມາຕັດໄມ້ຢູ່ເຂດ3ໝູ່ບ້ານຈົນ

ສົງຄາມ, ເມື່ອຕົ້ນປີນີ້ກໍ່ຈັບໄດ້ຄົນກໍາພຄເຈັຽທີ່ເຂົ້າມາລັກຕັດໄມ້ໃນດິນລາວ.

ຄົນວຽດນາມເປັນອ້າຍນ້ອງຂອງຜູ່ນໍາ, ທ່ານໄກສອນ ພົມວິຫານ ກໍ່ໄດ້ເຊັນຍົກຊັບພະຍາກອນທໍາມະຊາດໃນປະເທດລາວໃຫ້ວຽດນາມ

ຕັ້ງແຕ່ວັນທີ 17 ກໍລະກົດ 1977. ສະນັ້ນຄົນວຽດນາມຈຶ່ງສາມາດເຂົ້າມາຕັດໄມ້ໃນດິນລາວຢ່າງຖືກຕ້ອງຕາມກົດໝາຍ. 



__________________
Anonymous

Date:

ຜົນເສັຍຫາຍສວ່ນຫລາຍແມ່ນເກີດຢູ່ແຂວງພາກເຫນືອ ຫລືພູດອຍ

ຍອ້ນຫຍັງ?

ໃນເມື່ອຕົ້ນໄມ້ໄຫຍ່ຖືກຕັດ ແນວກຳບັງບໍ່ໃຫ້ນຳ້ຫ່າໄຫລແຮງ ກໍບໍ່ມີແລວ້ ທຳໃຫ້ນຳ້ໄຫລຈາກທີ່ສູງ ຫລືຈອມພູ ລົງມາເຕົ້າໂຮມຢູ່ລຸ່ມນຳ້ຢ່າງໄວວາ 

ແລວ້ກໍຈະເກີດນຳ້ຖວ້ມ ຢ່າງກະທັນຫັນ ພອ້ມທັງເກີດກະແສນຳ້ພັດຢ່າງແຮງ ຍອ້ນມວນນຳ້ໄດ້ໂຕນລົງມາຈາກທີ່ສູງ

ນັ້ນຄື ສາເຫດທີ່ທຳໃຫ້ເກີດຜົນເສັຍຫາຍດ້ານຊີວິດ ແລະຊັບສິນຢ່າງຫລວງຫລາຍ

 

ປະຊາຊົນລາວສວ່ນຫລາຍແມ່ນອາໃສຢູ່ແຄມນຳ້ ຮອ່ມພູ ຮອ່ມຫວ້ຍ ຊຶ່ງແຕ່ກອ່ນບໍ່ເຄີຍມີເຫດການ ນຳ້ພັດ ບ້ານເຮືອນ ມາກອ່ນ ແຕ່ມາດຽວນີ້ ແມ່ນເກີດຂຶ້ນທຸກປີ 

 ປະຊາຊົນຄວນຮູ້ ແລະ ພາກັນປອ້ງກັນເຫດຮ້າຍ ຈາກນຳ້ຫ່າດັ່ງກ່າວ

 



__________________
Anonymous

Date:

ເປັນຍ້ອນ ບາບກັມ ແລະຄວາມເຂັດຂວງ ຂອງພວກຜູ່ນໍາ ເທວະດາເລີຍລົງໂທດ.



__________________
Anonymous

Date:

Yeah!...allowing vietnameses cutting down all the big trees means destroying the ecology system which will bring heavy flood , drought and starvation into every part of our country ...



__________________


Guru

Status: Offline
Posts: 1010
Date:

1.ເຮັດເຂື່ອນ

2.ຕັດຕົ້ນໄມ້ໃນປ່າ



__________________
Anonymous

Date:

ເລື້ອງຕັດໄມ້ທຳລາຍປ່າ 

ປຊຊ ກໍມີສ່ວນ ຍອ້ນຖາງໄຮ່ປູກເຂົ້າ ເຫັນກົກໄມ້ໃຫຍ່ແຮ່ງມັກ

ອີກດ້ານນຶ່ງ ການສ້າງທາງ ກໍເປັນເຫດໃຫ້ນຳ້ຊຸແຮງ ຄືນຳ້ໂຕນຕາດພຸ້ນລະ

 

ພວກເຮົາແຕ່ລະຄົນ ຄວນສຳນຶກປູກຕົ້ນໄມ້ກັນເທາະ

ບໍ່ຕອ້ງຖ້າໃຫ້ນາຍທຶນມາສຳປະທານດອກ ດິນໃຜດິນມັນ ປູກໄມ້ໄວ້ຂາຍເອງ ກຸ້ມຮອດລູກຮອດຫລານພຸ້ນນາ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard