Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ວຍອະທິບາຍໃຫ້ຟັງແດ່ທ່ານຜູ້ຮູ້ກ່ຽວກັບພຣະບາງ
ຊະນະໄພ

Date:
ຊ່ວຍອະທິບາຍໃຫ້ຟັງແດ່ທ່ານຜູ້ຮູ້ກ່ຽວກັບພຣະບາງ


ເລີ້ມມື້ນີ້ຈະໄດ້ມີພິທີແຫ່ພຣະບາງໄປປະດິດສະຖານຢູ່ຫໍພຣະບາງ ຊຶ່ງເພິ່ນບໍ່ໄດ້ມີຫໍປະດິດໄວ້ເປັນຂອງຕົນເອງມາຫລາຍຮ້ອຍປີ ຜ່ານມາແມ່ນຖືກຊ່ວງຊີງກັນໄປມາ ແລະສຸດທ້າຍກໍ່ມີຂ່າວວ່າລັດຖະບານໄປຈຳເອົາຍົນແດ່ ຖືກລັກໄປແດ່ ຖືກເອົາໄປເຊື່ອງໄວ້ຢູ່ທະນາຄານແຫ່ງຊາດແດ່ ແລະກໍ່ບໍ່ເຫັນໃຜອອກມາຊີ້ແຈງ ໂດຍສະເພາະລັດຖະບານ ແລະນັກໂບຮານຄະດີ ສະນັ້ນຈຶ່ງເຮັດໃຫ້ກາຍເປັນທີ່ສົນໃຈຂອງຊາວລາວ ລວມທັງຊ້າງເຜືອກທີ່ວ່າຕາຍແລ້ວພັດເຫັນຢູ່ນີ້ອີກ 

ຊ່ວຍອອກມາຊີ້ແຈງແດ່ ໃນທາງສ້າງສັນເດີ ນີ້ແມ່ນບາງພາບທີ່ເຫັນເພິ່ນລົງຂ່າວເລີຍເອົາມາໃຫ້ເບິ່ງ ປາກົດວ່າມີຫລາຍອົງແທ້ ງົງ ງົງ ງົງ

 

1471905_685197111511964_1602611727_n.jpg999631_685664061465269_683276096_n.jpg1456533_1415552485348648_1122619154_n.jpg

 



__________________
Anonymous

Date:
RE: ຊ່ວຍອະທິບາຍໃຫ້ຟັງແດ່ທ່ານຜູ້ຮູ້ກ່ຽວກັບພຣະບາງ


1456533_1415552485348648_1122619154_n.jpg

 


 ນີ້ຄືພະບາງອົງຈິງທີ່ປະດິດສະຖານຢູ່ພະລາດຊະວັງຫລວງພະບາງນັບແຕ່ສະຫຍາມໄດ້ສົ່ງຄືນໃຫ້ລາວ

ເປັນຕົ້ນມາຈົນຮອດປີ 1976. ຫລັງຈາກປີ 76 ເປັນຕົ້ນມາບໍ່ມີໃຜຮູ້ແລະເຫັນພະບາງທີ່ມີຮູບຊົງ

ແບບໃນຮູບນີ້ຢູ່ໃນພະລາດຊະວັງ ຫລືສະຖານທີ່ວັດວາອາຮາມຕ່າງໆໃນນະຄອນພລວງພະບາງອີກ

ເລີຍ.  ອັນພະບາງທີ່ຊາວຫລວງພະບາງນຳແຫ່ອອກມາໃຫ້ປະຊາຊົນຫົດສົງໃນຍາມບຸນປີໃໝ່ລາວ

ທຸກໆປີນັ້ນແມ່ນພະຕາງຊຶ່ງເປັນພະພຸດທະຮູບເໝືອນພະບາງອີກອົງນຶ່ງ ແລະປະດິດສະຖານຢູ່ທີ່ວັດ

ຊຽງທອງ. ພະບາງອົງຈິງບໍ່ໄດ້ນຳເອົາລົງມາໃຫ້ປະຊາຊົນຫົດສົງໃນວັນປີໃໝ່ລາວຢູ່ຫລວງພະບາວນັບ

ແຕ່ປີ 1948 ພາຍຫລັງທີ່ມີພິທີການຫລ່າມໂສ້ໃສ່ຕີນຂອງພະບາງຕິດກັບແຖ່ນທີ່ເພິ່ນຢືນຢູ່ນັ້ນ. ມີ

ຄົນເກົ່າແກ່ໄດ້ເລົ່າສູ່ຟັງວ່າພະບາງມັກຈະຫາຍຕົວໄປຫາພະແກ້ວມໍລະກົດຢູ່ທີ່ກຸງເທບຕະຫລອດ ຈຶ່ງ

ມີພິທີທາງໄສຍະສາດເຈາະຕີນທັງສອງເບື້ອງຂອງພະບາງແລ້ວເອົາໂສ້ຫລ່າມໄວ້ຢູ່ໃນພະລາດຊະວັງນັ້ນ

ຕາຍໂຕເລີຍ. ຜູ້ທີ່ເຈາະຕີນພະບາງນັ້ນກໍເປັນຕົນຫລວງພະບາງ, ເມື່ອເຈາະຕີນພະບາງແລ້ວ ສາມປີ

ຕໍ່ມາຜູ້ກ່ຽວແລະເມຍກໍເກີດເປັນຄົນຂາແຜະຂຶ້ນ, ຍັງບໍ່ແລ້ວລູກທີ່ເກີດມາກໍຂາແຜະໝົດທັງ 4 ຄົນ

ຊາຍສອງຍິງສອງ. ຄອບຄົວນີ້ແມ່ນເຈົ້າຊີວິດຮັບລ້ຽງດູມາເປັນຢ່າງດີ ຈົນລູກທັງ 4 ຄົນຈົບການສຶກສາ

ມາແຕ່ຕ່າງປະເທດໝົດ ແລະກໍມີຄອບຄົວທັງ 4 ຄົນ. ພໍ່ແມ່ໄດ້ເຖິງແກ່ກຳໄປໃນລະຍະປີ 1960 ແລະ

ລູກທັງ 4 ນັ້ນກໍມີຄອບຄົວໝົທຸກຄົນແລະພາກັນເຮັດການຢູ່ໃນພະລາຊະວັງນັ້ນມາຕະຫລອດ, ແຕ່

ບາບກຳຍັງມາຕົກເຖິງເຊັ່ນຫລານ ເພາະໄດ້ຫລານເກີດອອກມາຂາແຜະເໜືອນກັນໝົດທຸກຄົນ ທັ້ງ 6

ຫລານ. ພະບາງເປັນພະທີ່ສັກສິດທີ່ສຸດໃນສະໄໝກ່ອນໆ, ຕາມຄົນເກົ່າແກ່ເລົ່າສູ່ຟັງ ຍາມເພິ່ນບິນລັກ

ໄປຫາພະແກ້ວມໍລະກົດຈະເປັນແສງປະກາຍອອກເປັນສາມໜ່ວຍ ຄ້ທີ່ຫົວແລະບ່າຂອງເພິ່ນ, ໄປຍາມໃດ

ແມ່ນເປັນແຮມເດືອນແຮມປີຈຶ່ງກັບມາ.

ນຳມາຈາກການບອກເລົ່າຂອງຄົນເກົ່າແກ່ ເຊື່ອແນ່ວ່າຊາວຫລວງພະບາງຈະຮູ້ປະຫວັດນີ້ດີ.

 



__________________


Guru

Status: Offline
Posts: 1010
Date:

ເອົາແຕ່ລາຄາຄຳສົດ 2 ລ້ານ USD



__________________
Anonymous

Date:

ຄັນຊັ້ນອົງແທ້ຄືຊີ່ຖືກລັກໄປແຕ່ດົນແລ້ວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard