Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕ່າງປະເທດຍ້ອງ...ວຽກ​ງານສິດທິ​ມະນຸດ​ຂອງ​ລາວດີຂຶ້ນ
Anonymous

Date:
ຕ່າງປະເທດຍ້ອງ...ວຽກ​ງານສິດທິ​ມະນຸດ​ຂອງ​ລາວດີຂຶ້ນ


ທູດ​ຫລາຍ​ປະ​ເທດ​ຊົມ​ເຊີຍ​ການຈັດຕັ້ງປະຕິບັດ​ວຽກ​ງານສິດທິ​ມະນຸດ​ຂອງ​ລາວ

 


 
world+celebration.jpg
     ​ໃນ​ວັນ​ທີ 10 ທັນວາ​ນີ້ ຢູ່​ໂຮງ​ແຮມ​ເສດ​ຖາ​ພາ​ເລດ ນະຄອນ ຫລວງ​ວຽງ​ຈັນ, ທ່ານ ​ໂລ​ເບີດ ວົນ ລິ​ມຊາ ທູດ​ເຢຍລະ​ມັນ​ປະຈຳ​ລາວ, ທ່ານ ຟີ​ລິບ ​ເມ​ລອນ ທູດ​ອັງ ກິດ​ປະຈຳ​ລາວ, ທ່ານ​ນາງ ມາຣີ ​ແກວ​ເລີ ອຸປະ​ທູດ​ປະ​ເທດ​ຝຣັ່ງປະ ຈຳ​ລາວ ​ແລະ ທ່ານ ມີ​ແຊນ ​ໂກ​ແຟງ ອຸປະ​ທູດ​ສະຫະພາບ​ເອີຣົບ ປະຈຳ​ລາວ ​ໄດ້​ຮ່ວມ​ກັນຖະ  ​ແຫລ​ງກ່ຽວ​ກັບ​ການສະ​ເຫລີ​ມ ສະຫລອງ​ການ​ຮັບຮອງ​ເອົາ​ຖະ​ແຫລ​ງການ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ​ຄົບຮອບ 20 ປີ ​ໂດຍ​ໃນ​ໂອກາດ​ນີ້ນອກຈາກ​ບັນດາ​​ທູດ​ໄດ້​ກ່າວ​ເຖິງ​ຄວາມ​ສຳຄັນ​ຂອງ​ວັນ​ດັ່ງກ່າວ​ແລ້ວຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ສປປ ລາວ ທີ່​ຖື​ສຳຄັນ​ວຽກ​ງານສິດທິ​ມະນຸດ ​ແລະ ຈັດຕັ້ງປະຕິບັດ​ໄດ້​ດີ​ຕະ ຫລອດ​ມາ ​ໂດຍ​ສະ​ເພາະລັດຖະ ບານ​ໄດ້​ຕັດ​ສິນ​ໃຈ​ຕໍ່​ຮ່າງ​ຍຸດ​ທະ​ສາດ​ດ້ານ​ກົດໝາຍ​ເພື່ອ​ຍົກ​ສູງ​ການ​ປະຕິ​ຮູບ​ວຽກ​ງານ​ສິດທິ​ມະນຸດ. ຄຽງ​ຄູ່​ກັນນັ້ນ, ບັນດາ​ທູດ​ກໍ​ໄດ້​ຍົກຍ້ອງ​​ ສປປ ລາວ ທີ່​ໃຫ້​ຄວາມ​ສຳຄັນ​ຍົກ​ສູງ​ບົດບາດ​ສະພາ​ແຫ່ງ​ຊາດ​ໃນ​ການ​ເປັນ​ຕົວ​ແທນ​ແຫ່ງ​ສິດ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດລວມ​ເຖິງ​ຂະ​ບວນ ການ​ສ້າງ​ກົດໝາຍ​ຕ່າງໆ ​ແລະ ສິ່ງ​ສຳຄັນ,ສປປ ລາວ ​​ໄດ້​ໃຫ້​ສັດ ຕະຍາບັນ​ຕໍ່​ສົນທິສັນຍາ​ຂອງ​ສະ ຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ ​ແລະ ນຳ​ໃຊ້​ຄວາມ​ຮຸນ​ແຮງ, ບໍ່​ມີ​ມະນຸດສະທຳ ​ຫລື ການ​ປະຕິບັດ​ເຮັດ​ໃຫ້​ອັບ​ອາຍ​ ລວມ​ໄປ​ເຖິງ​ການ​ຫລຸດ​ໂທດ.


__________________
Anonymous

Date:
RE: ຕ່າງປະເທດຍ້ອງ...ວຽກ​ງານສິດທິ​ມະນຸດ​ຂອງ​ລາວດີຂຶ້ນ


ຍ້ອນເຂົາເຫັນຫວຽດມີສິດຂົນໄມ້ເຕັມລົດເກີນນໍ້າໜັກຈົນຂົວຫັກຍັງເຮັດໄດ້.

ສິດແບບນີ້ບ້ານເຂົາບໍ່ມີ.ຖ້າເຂົາກຳນົດວ່າທາງເສັ້ນນີ້ອະນຸຍາດລົດ 5 ໂຕນຜ່ານ

ໜັກເກີນ 10 ກິໂລກະບໍ່ໄດ້.ຄືແນວນີ້ຕິບໍເຂົາຍ້ອງ.



__________________
Anonymous

Date:

ເວົ້າຢູ່ລາວ ຄັນເວົ້າບໍ່ດີຊິບໍມີເຂົ້າກິນແຖບອາດຈະຫາຍຕົວໄປ ຮາຮາ



__________________
Anonymous

Date:

ເຂົາຕົດພໍໃຫ້ຫມາດີໃຈຊື່ໆນີ້ລະ ຫາກໍ່ຈັບນັກສ້າງສັນພາບຜູ້ດີເດ່ນລາງວັນແມັກໄຊ້ໄຊ້ ໄປຂ້າຍັງບໍ່ຮອດປີຊໍ້າ ແລ້ວຈະວ່າດີຂື້້ນໄດ້ແນວໃດ?  



__________________
Anonymous

Date:

ພວກນີ້ຖືກຈ້າງມາເວົ້າໂດຍສະເພາະເພື່ອກອບກູ້ໜ້າຕາລັດຖະບານຄືນມາຈາກເດຫດການ ອູ້ມ ທ່ານສົມບັດ ສົມພອນ



__________________
Anonymous

Date:

ຝຣັ່ງຍ້ອງກໍ່ຍ້ອນໄດ້ກິນນໍາເຂື່ອນນໍ້າເທືອນ2, ອັງກິດຍ້ອງກໍ່ຍ້ອນຈະໄດ້ຖືກອະນຸຍາດໃຫ້ເຂົ້າມາ

ສໍາຫລວດແລະຂຸດຄົ້ນນໍ້າມັນ-ອາຍແກສທໍາມະຊາດ, ເຍັຽຣະມັນຍ້ອງກໍ່ຍ້ອນໄທຂາຍເພັດນິນ

ຈິນດາທີ່ຂຸດຄົ້ນໃນດິນລາວໄປຂາຍໃຫ້, ສະວິດຕົບມືຊົມເຊີຍເພາະມີມີການນໍາລາວຫລາຍສິບ

ຄົນເປັນລູກຄ້າ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard