Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຢືນຢັນສະໜຳສະໜູນຄວາມພະຍາຍາມປະຊາທິໄຕໃນພະມ້າ
Anonymous

Date:
ລາວຢືນຢັນສະໜຳສະໜູນຄວາມພະຍາຍາມປະຊາທິໄຕໃນພະມ້າ


Laos reaffirms support for Myanmar's democratization efforts

YANGON, Dec. 10 (Xinhua) -- Laos has reaffirmed its support for Myanmar's democratization and national reconciliation efforts, state media reported Tuesday.

Visiting Lao President Choummaly Sayasone made the remarks when he met with his Myanmar counterpart U Thein Sein shortly after his arrival in Nay Pyi Taw Monday on a state visit to Myanmar.

On the occasion, the two leaders discussed promoting bilateral relations and cooperation in boosting border trade,forest, agriculture and livestock breeding sectors, enhancing rural development, poverty alleviation, and education, as well as forming direct air link between the two countries to promote tourism, the report said.

The two leaders also touched on anti-drug trafficking and border security, the report added.

Choummaly's visit to Myanmar, the second since 2007, is reciprocal to a trip of Vientiane by his Myanmar counterpart U Thein Sein in March 2012.

As part of their efforts to facilitate and enhance road connectivity, Myanmar and Laos have started building Mekong River- Crossing Friendship Bridge since February this year to link Louangnamtha province of Laos and Kengluk, Tachilek of Myanmar's Shan state under an agreement signed in March 2012..

The bridge, 690 meters long and 8.5 meters wide with two-lane motor way, has been completed by 35 percent, according to the report.

Upon completion of the bridge by March 2015, the two countries will see smooth and speedy road transportation and the bridge will contribute towards swift flow of commodities and better economic development.

Myanmar and Laos, sharing border of over 230 km, established diplomatic relations in 1955.

 

ບໍຮູ້ວ່າລາວຊິບໍ່ເດີນຕາມເສັ້ນທາງສູ່ປະຊາທິປະໄຕຄືເຂົາບໍ????



__________________
Anonymous

Date:
RE: ລາວຢືນຢັນສະໜຳສະໜູນຄວາມພະຍາຍາມປະຊາທິໄຕໃນພະມ້າ


ບໍ່ໄປສະໜັບສະໜູນກະໄດ້ເຂົາໄປແລ້ວ.ເຂົາມີສອງພັກການເມືອງແລ້ວຢ່າປຶກຫຼາຍ.

ອາຍຄວາມເວົ້າແດ່.ໄປຂາຍໜ້າຄວາມສະຫຼາດສ່ອງໃສແບບບໍ່ເປັນຕາໃສ້ແຕກແທ້.



__________________
Anonymous

Date:

ລາວເຮົາລະທັງຢືນ ທັງຢັນ ມັນຊິບໍ່ລົ້ມບໍ ບາດນີ້ ຄັນຢັນຄ່ອຍໆກະຍັງໄຄແດ່ !!!



__________________
Anonymous

Date:

ຕອບຄຳຖາມການຫາຍໂຕໄປຂອງ ສົມບັດ ສົມພອນ ຕໍ່ປະຊາຄົມໂລກໃຫ້ໄດ້ກ່ອນເຖາະ

 



__________________
Anonymous

Date:

Anonymous wrote:

ບໍ່ໄປສະໜັບສະໜູນກະໄດ້ເຂົາໄປແລ້ວ.ເຂົາມີສອງພັກການເມືອງແລ້ວຢ່າປຶກຫຼາຍ.

ອາຍຄວາມເວົ້າແດ່.ໄປຂາຍໜ້າຄວາມສະຫຼາດສ່ອງໃສແບບບໍ່ເປັນຕາໃສ້ແຕກແທ້.


 ນັກການເມືອງຂັ້ນມາດຕະຖານສາກົນຫລາຍໆປະເທດຍັງບໍ່ສາມາດໄປສະໜັບສະໜູນ

ເພາະເຫັນວ່າປະເທດຂອງພວກເຂົາຍັງຫາທາງອອກໃຫ້ປະເທດຂອງເຂົາຍັງບໍ່ທັນໄດ້ທາງ

ດ້ານກາສະແຫວງຫາປະຊາທິປະໄຕອັນແທ້ຈິງມາໃຫ້ປະຊາຊົນຂອງເຂົາ. ແຕ່ປະທານປະ

ເທດ ສປປລາວ ຍັງເສືອກບັງອາດໄປສະໜັບສະໜູນພະມ້າ ທັ່ງໆທີ່ປະເທດຂອງຕົນເອງ

ຍັງບໍ່ມີປະຊາທິປະໄຕອັນແທ້ຈິງທີ່ຢູ່ໃນລະບົບສາກົນ. ພະມ້າເຂົາມີສອງພັກການເມືອງ

ບາດປະເທດຕົນເອງມີພຽງພັກໂທນພັກດຽວ ແລະທຸກຢ່າງແມ່ນປະຊາຊົນບໍ່ມີປະຊາທິປະ

ໄຕ ບໍ່ສາມາດອອກປາກອອກສຽງຕ້ານລັດຖະບານໄດ້ດັ່ງປະເທດທີ່ມີປະຊາທິປະໄຕທົ່ວໄປ.

ການສຶກສາເປັນບໍ່ເກີດແຫ່ງສະຕິແລະປັນຍາ ຖ້າຂາດການສຶກສາເຮັດຫຍັງໄປກໍຈະພົບແຕ່

ຄວາມຜິດພາດ.



__________________
Anonymous

Date:

ອອກປາກໄປສະໜັບສະໜຸນຄວາມພະຍາຍາມຂອງພະມ້າວາຊັ່ນ ເວົ້າປານປະເທດໂຕເອງມີປະຊາທິປະໄຕດີເລິດປະເສິດກວ່າເຂົາ

ຂໍ້ສັງເກດ ເຂົາຫາກໍ່ເປີດປະເທດ ແຕ່ນານາຊາດຫຼັ່ງໄຫຼເຂົ້າໄປລົງທຶນໃນໂຄງການຂະໜາດໃຫຍ່

ຫັນມາເບຶ່ງລາວ ມີແຕ່ຈີນກັບຫວຽດ ບໍ່ມີໄຜກ້າມາລົງທຶນ ຍ້ອນຍ້ານຄວາມບໍ່ໂປ່ງໃສຂອງລັດຖະບານ



__________________
Anonymous

Date:

ແບບວ່າລາວເຫັນພອ້ມ ແຕ່ບໍ່ເຮັດຕາມ

disbelief

 



__________________
Anonymous

Date:

ຂປລ ສຳພັດບໍໄດ້ລາຍງານເຖິງປະຊາທິປະໄຕໃນພະມ້າ

ໂດຍປະທານປເທດລາວບໍ່ໄດ້ເວົ້າເຖິງເລື່ອງປະຊາທິປະໄຕແຕ່ຢ່າງງໃດ ຫລືວ່າບໍາຢາກຂຽນ ມີແຕ່ຂຽນພາສາອັງກິດໃຫ້ຕ່າງຊາດອ່ານ??

 

 

 

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເທນເຊນ ປະທານາທິບໍດີ  ແຫ່ງ ສາທາລະນະລັດ ສະຫະພາບມຽນມາ  ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຢ້ຽມຢາມ ລັດຖະກິດ ແລະ ຈະເຂົ້າຮ່ວມພິທີເປີດງານມະຫະກຳກິລາຊີເກມ ຄັ້ງທີ 27 ທີ່ ສສ. ມຽນມາ ລະຫວ່າງວັນທີ 9-11 ທັນວາ 2013.
ພາຍຫລັງເດີນທາງໄປເຖິງສະໜາມບິນສາກົນນະຄອນຫລວງເນປີດໍ ໃນວັນທີ 9 ທັນວາ 2013, ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ຖືກ ຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ວູນາ ມອງວິນ (Wunna Maung Lwin), ລັດຖະມົນ ຕີວ່າການກະຊວງການຕ່າງປະເທດມຽນມາ ພ້ອມດ້ວຍຄະນະ ແລະ ບັນດາຂະບວນນັກຮຽນນັກສຶກສາບົນເສັ້ນທາງ ຈາກສະໜາມບິນເຂົ້າສູ່ຕົວເມືອງ. ຈາກນັ້ນ ໃນເວລາ 16:00 ໂມງ ຂອງວັນດຽວກັນ ຢູ່ທໍານຽບ ປະທານາທິບໍດີ,  ທ່ານ ເທນເຊນ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ ໄດ້ຈັດພິທີຕ້ອນຮັບ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຢ່າງເປັນທາງການ; ພິທີໄດ້ຈັດຂຶ້ນຢ່າງສົມກຽດ ເຕັມໄປດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາ ບອັນອົບອຸ່ນ ໂດຍມີບັນດາການນຳຂັ້ນສູງ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ຫລັງຈາກພິທີຕ້ອນຮັບສຳເລັດ, ໄດ້ມີ ການພົບປະສອງຝ່າຍ ລາວ-ມຽນມາ ຢ່າງເປັນທາງການ ທີ່ທຳນຽບປະທານາທິບໍດີ  ຊຶ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຕ່າງໆ ຂອງ ແຕ່ລະປະເທດ, ໂດຍໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບການ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ.ມຽນມາ,  ພ້ອມນັ້ນກໍໄດ້ແລກປ່ຽນທັດສະນະ ຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມ ສົນໃຈຮ່ວມກັນ.
ໃນການແລກປ່ຽນຄຳຄິດຄຳເຫັນ, ຜູ້ນຳທັງສອງ ໄດ້ສະແດງຄວາມເພິ່ງພໍໃຈເປັນຢ່າງ ຍິ່ງຕໍ່ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ໄດ້ຕີ ລາຄາສູງຕໍ່ບັນດາຜົນສຳເລັດ ທີ່ ສອງລັດຖະບານກໍ່ຄືປະຊາຊົນສອງປະເທດຍາດມາໄດ້ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ ໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ. ກ່ຽວກັບການຮ່ວມມືສອງຝ່າຍ, ການນຳຂັ້ນສູງຂອງສອງປະເທດ ໄດ້ເປັນເອກະພາບນຳກັນວ່າ ສອງປະເທດ ລາວ-ມຽນມາ ມີມູນເຊື້ອແຫ່ງສາຍພົວພັນ ທີ່ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ ຮ່ວມມືຊ່ວຍເຫລືອກັນ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ຢືນຢັນຈະສືບຕໍ່ຮ່ວມ ມືກັນເພື່ອປົກປັກຮັກສາມູນເຊື້ອອັນດີງາມ ໃຫ້ຍືນຍົງຕະຫລອດໄປ. ສອງຝ່າຍຍັງໄດ້ເຫັນດີ ຮ່ວມກັນ ໃນການສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ການພົບປະລະ ຫວ່າງຜູ້ນຳຂັ້ນສູງກໍ່ຄືຄະນະຜູ້ແທນ ຂັ້ນຕ່າງໆຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ຢືນຢັນຄືນທັດສະນະຂອງຕົນ ທີ່ຈະສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງ ໃນການປະຕິບັດບັນດາຂໍ້ຕົກລົງທີ່ທັງ ສອງຝ່າຍມີຮ່ວມກັນ ໃຫ້ປະກົດຜົນ ເປັນຈິງເທື່ອລະກ້າວ. ຜູ້ນຳທັງສອງຍັງໄດ້ເຫັນພ້ອມນຳກັນວ່າ ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ, ຕາມແຜນການຈະສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ໃນຕົ້ນປີ 2015 ຈະກາຍເປັນສັນຍາລັກອັນໜັກແໜ້ນແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນ ສອງຊາດລາວ ແລະ ມຽນມາ ທັງເປັນ ການປະກອບສ່ວນເຂົ້າໃນການເຊື່ອມໂຍງປະເທດທັງສອງ ເຂົ້າໃນພາກພື້ນໄດ້ເປັນຢ່າງດີ. ການຮ່ວມມືດ້ານການສຶກສາ, ສອງຝ່າຍ ໄດ້ຊຸກຍູ້ໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງເພີ່ມທະວີການ ຮ່ວມມືໃຫ້ຫລາຍຂຶ້ນຕາມຄວາມສາມາດຕົວຈິງຂອງແຕ່ລະຝ່າຍ. ນອກຈາກນັ້ນ ຜູ້ນຳຂອງສອງປະເທດຍັງ ໄດ້ປຶກສາຫາລື ເພື່ອ ແນໃສ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆເປັນຕົ້ນແມ່ນການສົ່ງເສີມດ້ານການຄ້າ, ການທ່ອງທ່ຽວໂດຍໄດ້ຕົກລົງ ໃຫ້ຂະແໜງການ ກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືກັນ ເພື່ອເປີດຄືນສາຍການບິນໂດຍກົງ ວຽງຈັນ-ຢັ້ງກຸ້ງ; ນອກຈາກນັ້ນ ກໍ່ໄດ້ແລກປ່ຽນຄວາມເຫັນ ກ່ຽວກັບ ການຮ່ວມມືດ້ານຊາຍແດນ, ດ້ານກະສິກຳ, ຊົນລະປະທານ ແລະ ປ່າໄມ້, ການຮ່ວມມືດ້ານການປາບປາມຢາເສບຕິດ, ດ້ານຄົມມະນາຄົມ ແລະ ຂົນສົ່ງ ໂດຍສະເພາະ ແມ່ນເລັ່ງໃສ່ ການນຳໃຊ້ ຂົວມິດຕະພາບລາວ-ມຽນມາ ໃຫ້ເກີດປະໂຫຍດສູງສຸດໃນຕໍ່ໜ້າ. ພ້ອມກັນນັ້ນ ສອງຝ່າຍຍັງໄດ້ເຫັນດີ ທີ່ຈະເພີ່ມທະວີການ ສະໜັບສະໜູນ ແລະ ຮ່ວມມືກັນໃນຂອບກົນໄກພະຫຸພາຄີ ແລະ ກົນໄກການຮ່ວມມືອື່ນໆ ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄືເພື່ອພາ ລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໃນໂລກ.
ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຫ້າງຫາກະກຽມ ຂອງມຽນມາ ໃນການເປັນເຈົ້າພາບ ຈັດງານມະຫາກຳກິລາຊີເກມ ຄັ້ງທີ 27 ຢ່າງດີເລີດ ແລະ ອວຍພອນໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ, ພ້ອມກັນນັ້ນກໍ່ໄດ້ສະແດງຄວາມຂອບ ອົກຂອບໃຈຢ່າງຈິງໃຈຕໍ່ທ່ານ  ປະທານາທິບໍດີ ເທນເຊນ, ລັດຖະບານ  ແລະ ປະຊາຊົນມຽນມາ ທີ່ໄດ້ໃຫ້ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ.ໃນຕອນຄ່ຳຂອງວັນດຽວກັນ ທ່ານ ປະທານາທິບໍດີ ເທນເຊນ ພ້ອມດ້ວຍພັນລະຍາ ກໍ່ໄດ້ເປັນເຈົ້າ ພາບຈັດງານລ້ຽງຮັບຮອງ ໃຫ້ແກ່ ທ່ານ ປະທານປະເທດ ຈູມມາລີ ໄຊຍະສອນ ແລະ ພັນລະຍາ ພ້ອມດ້ວຍຄະນະຢ່າງສົມກຽດ ຢູ່ທີ່ທຳນຽບ ປະທານາທິບໍດີ ແລະ ຕິດຕາມດ້ວຍການຊົມການສະແດງສິລະປະວັນນະຄະດີ ດ້ວຍບັນຍາກາດ ອັນຟົດຟື້ນ.

ສຳລັບ ໃນວັນທີ 10-11 ທັນວາ 2013 ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະສືບຕໍ່ເດີນ ທາງໄປຢ້ຽມຢາມ ເມືອງ ມັນດາເລ, ຢ້ຽມຢາມສະຖານທີ່ທາງປະຫວັດສາດຕ່າງໆ ຫລາຍແຫ່ງ ແລະ ໃນຕອນເຊົ້າ ຂອງວັນທີ 11 ທັນວາ 2013 ທ່ານ ປະທານປະເທດ ຈູມມາລີ ໄຊຍະສອນ ຈະໄດ້ພົບປະກັບທ່ານ ພົນເອກ ອາວຸໂສ ທັນສະເວ ອະດີດປະທານສະພາສັນຕິພາບ ແລະ ການພັດທະນາແຫ່ງລັດ ຂອງສະຫະພາບ ມຽນມາ ແລະ ໃນຕອນແລງ ຂອງວັນ ດຽວກັນ ກໍ່ຈະໄດ້ເຂົ້າຮ່ວມພິທີເປີດງານມະຫາກຳກິລາຊີເກມຄັ້ງທີ 27 ຢ່າງເປັນທາງການ ທີ່ນະຄອນຫລວງ ເນປີດໍ./.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard