Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານມີຄວາມຄິດເຫັນແນວໃດກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນລາວ?
Anonymous

Date:
ທ່ານມີຄວາມຄິດເຫັນແນວໃດກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນລາວ?


1.ມີການສໍ້ຫລາດບັງຫລວງຫລາຍແບບນີ້ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດໃນລາວແນວໃດ?

2. ການຫລີ້ເສັ້ນ ຫລື  ການຜູກຂາດອຳນາດໄວ້ກັບຄົນພຽງກູ່ມດຽວຄວນແກ້ໄຂແນວໃດ?

3. ການຂາຍສຳປະທານເກືອບທຸກຢ່າງແຕ່ປະຊາຊົນຍັງຈົນຢູ່

 



__________________
Anonymous

Date:
RE: ທ່ານມີຄວາມຄິດເຫັນແນວໃດກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນລາວ?


Anonymous wrote:

1.ມີການສໍ້ຫລາດບັງຫລວງຫລາຍແບບນີ້ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດໃນລາວແນວໃດ?

2. ການຫລີ້ເສັ້ນ ຫລື  ການຜູກຂາດອຳນາດໄວ້ກັບຄົນພຽງກູ່ມດຽວຄວນແກ້ໄຂແນວໃດ?

3. ການຂາຍສຳປະທານເກືອບທຸກຢ່າງແຕ່ປະຊາຊົນຍັງຈົນຢູ່

 


 ຂາຍປະເທດໃຫ້ຈີນເລີຍ ເອົາເງິນມາປັນກັນ 6 ລ້າ່ນຄົນ ຈາກນັ້ນກະໂຕໃຜໂຕມັນຊິໄປປະເທດໃດກໍ່ແລ້ວແຕ່



__________________
Anonymous

Date:

ພັດທະນາປະເທດແນວໄດ໋ ຄຶບໍ່ມີຮອດເງິນສິຈ່າຍໃຫ້ພະນັກງານລັດ



__________________
Anonymous

Date:

Anonymous wrote:

1.ມີການສໍ້ຫລາດບັງຫລວງຫລາຍແບບນີ້ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດໃນລາວແນວໃດ?

2. ການຫລີ້ເສັ້ນ ຫລື  ການຜູກຂາດອຳນາດໄວ້ກັບຄົນພຽງກູ່ມດຽວຄວນແກ້ໄຂແນວໃດ?

3. ການຂາຍສຳປະທານເກືອບທຸກຢ່າງແຕ່ປະຊາຊົນຍັງຈົນຢູ່

 


1 ເສດຖະກິດຕົກຕ່ຳ ເຂົ້າຂອງແພງແຕ່ຄ່າແຮງຖຶກ ອັດຕາເງິນເຟີ້ສູງ ເງິນກີບມີຄ່ານ້ອຍ ສະຫຼູບ ປະເທດລ້າຫຼັງດ້ອຍພັດທະນາຄືຍ່າງທີ່ເຫັນໃນປັດຈຸບັນ

2 ແກ້ໄຂບໍ່ໄດ້ຖ້າຍັງເປັນແນວນີ້ຍູ່ ທັ້ງຄວາມຈິງໃຈແກ້ປັນຫາຂອງພັກລັດ ກັບປະຊາຊົນບໍ່ມີຄວາມເຂ້ມແຂງໃນການກວດສອບ

3 ກໍ່ເອົາແຕ່ຂາຍ ແຕ່ບໍ່ສ້າງອາຊີບທີ່ມັ່ນຄົງຍັ່ງຍືນໃຫ້ກັບປະຊາຊົນ ຊັບພະຍາກອນໝົດ ວຽກງານກໍ່ໝົດຕາມ



__________________
Anonymous

Date:

 ທ່ານມີຄວາມຄິດເຫັນແນວໃດກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃນລາວ? Anonymous wrote: 1.ມີການສໍ້ຫລາດບັງຫລວງຫລາຍແບບນີ້ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດໃນລາວແນວໃດ? 2. ການຫລີ້ເສັ້ນ ຫລື ການຜູກຂາດອຳນາດໄວ້ກັບຄົນພຽງກູ່ມດຽວຄວນແກ້ໄຂແນວໃດ? 3. ການຂາຍສຳປະທານເກືອບທຸກຢ່າງແຕ່ປະຊາຊົນຍັງຈົນຢູ່

________________________________________________________________________________________

ຂາຍປະເທດໃຫ້ຈີນເລີຍ ເອົາເງິນມາປັນກັນ 6 ລ້າ່ນຄົນ ຈາກນັ້ນກະໂຕໃຜໂຕມັນຊິໄປປະເທດໃດກໍ່ແລ້ວແຕ່

________________________________________________________________________________________

ມັນຈະເປັນໄປຕາມຊາຕາກຳຂອງປະເທດລາວ, ນິໄສຂອງຄົນລາວກະເປັນແນວນີ້ມາແຕ່ເກີດ ເຊັ່ນ ອວດອົ່ງ ທະນົງຕົວ ບໍ່ຍອມຟັງຄຳເຫັນຈາກຜູ້ອື່ນ ເພາະຄິດວ່າໂຕເອງແນ່ສຸດໆແລ້ວ, ສຸກກ່ອນເຫີ່ມ, ຂີ້ຄ້ານ, ມັກງ່າຍ, ມັກຫຼີ້ນ, ມັກກິນ, ມັກມ່ວນເກີນຄວາມຈຳເປັນ ເຫັນແກ່ໄດ້. ແຕ່ສິ່ງທີ່ກ່າວມານີ້ ຍັງບໍ່ໜ້າເປັນຫ່ວງປານໃດ ອັນທີ່ໜ້າເປັນຫ່ວງແທ້ໆ ແມ່ນແນວຄິດຂອງບັນດາພໍ່ແມ່ ແລະນັກສຶກສາທີ່ມີແນວຄິດອັບປະລັກ ໜ້າກຽດສຸດໆ : ເຮັດຈັ່ງໃດລູກຂ້ອຍຈຶ່ງຊິໄດ້ເຮັດການຢູ່ຂົງເຂດການເງິນ ການທະນາຄານ ຫຼືສານກຳແພງນະຄອນ ພໍຊິມີໃຕ້ຕັ່ງໃຕ້ໂຕະມີອັນຫຍ້ຳອັນກືນແດ່ນາ !  ສ່ວນນັກສຶກສາກໍມີແຕ່ຄິດວ່າຊິກ່າຍແບບໃດຈຶ່ງຊິໄດ້ຄະແນນດີ ໄປເສັງເຂົ້າທະນາຄານ ຫຼືກະຊວງການເງິນຊົ່ວໆກໍບໍ່ໃຫ້ຫຼຸດພະແນກການເງິນແຂວງ.

ຄັນຫາກບໍ່ປ່ຽນແນວຄິດເຫັນແກ່ຕົວແບບທີ່ກ່າວມານີ້ ແລ້ວປັບຕົວໃໝ່  ສ້າງແນວຄິດໃໝ່ໃຫ້ໝົດປວງຊົນຊາວລາວ ຢ່າສຸໄປຄິດວ່າຈະມີການພັດທະນາເສດຖະກິດ-ສັງຄົມໃນລາວ.

ສ່ວນພວກກຳອຳນາດ ກໍຫາກມີສ່ວນໃນການຖ່ວງດືງການພັດທະນາ ແຕ່ຫຼັກໆແລ້ວ ແມ່ນກະໂຕສັງຄົມລາວເອງຕ້ອງມີການປ່ຽນແປງ ຕາບໃດຄົນລາວຍັງສືບຕໍ່ດື່ມເພື່ອຄວາມຈິງໃຈເໝືອນປະຈຸບັນນີ້ ພວກເຮົາກະຊິບໍ່ມົ້ມເປັນທາດຂອງອະບາຍຍະມຸກ ແລ້ວຢ້ຳເທົ້າຢູ່ບ່ອນເກົ່ານີ້ລະ !



__________________
Anonymous

Date:

ການພັດທະນາເສດຖະກິດໃນລາວແມ່ນຈະເລີນເຕີບໂຕຊ້າ ຍ້ອນການບໍລິຫານການຈັດການບໍ່ມີປະສິດທິພາບບໍ່ມີປະສິດທິຜົນ ຜູ້ກຳອຳນາດມັກງ່າຍ ມີຄ່ານິຍົມທີ່ຜິດໂດຍສະເພາະການສໍ້ຫລາດບັງຫລວງ ພະຍາຍາມຂາຍທຸກຢ່າງທີ່ຂວາງໜ້າເຊັນ ບໍ່ຄຳ ປ່າໄມ້ ທີ່ດິນ ແຕ່ຂະນະດຽວກັນຄົນທີ່ລຳລວຍແມ່ນເຈົ້ານາຍ ສ່ວນປະຊາຊົນທຸກເໝືອນເດີມ 



__________________
Anonymous

Date:

ການພັດທະນາຂອງລາວຂາດຄວາມຍືນຍົງຍ້ອນບຸກຄະລາກອນຂາດຄຸນນະພາບ. ຢາກແກ້ໄຂບັນຫາຂອງຊາດຕ້ອງປະຕິບັດດັ່ງນີ້:

1, ປັບປຸງລະບົບການສຶກສາໃຫ້ເຂັ້ມແຂງ, ຕ້ານການສໍ້ໂກງໃນລະບົບການສຶກສາທຸກຮູບແບບ. ໂຍກສູງຄຸນນະພາກການສອນ

2, ປ່ຽນທັດສະນະຄະຕິຂອງຄົນລາວເລື່ອງການເພີ່ງພາເສັ້ນສາຍ

3, ສ້າງວັດທະນະທຳແຫ່ງການຮຽນຮູ້ ແທນ ວັດທະນະທຳຫລິ້ນກິນຟຸຍເຟືອງ

 

ຖ້າຄົນເກັ່ງ ຊາດກໍ່ຈະຈະເລີນເອງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard