Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາໄຫ້ຄົນລາວຫັນມາຮຽນວິຊາຊີບ
Anonymous

Date:
ຢາໄຫ້ຄົນລາວຫັນມາຮຽນວິຊາຊີບ


ວິຊາຊີບ ເປັນວິຊາທີ່ເຫມາະສົມ ແລະຈຳເປັນສຳຫລັບຄົນລາວທຸກຄົນ ໂດຍສະເພາະ ຍາມນີ້ ຍາມເວລາ ອາຊຽນເປັນນຶ່ງດຽວ ຊຶ່ງ ປະເທດເປີດກວ້າງທາງດ້ານແຮງງານ ບໍ່ດັ່ງນັ້ນ ລາວເຮົາຈະມີແຕ່ແຮງງານຕ່າງປະເທດເຕັມໄປຫມົດ ຄົນລາວ ສີເຮັດຫຍັງບໍ່ເປັນ ປຊຊ ລາວ ແຖບຊົນະບົດ ຈະທຸກຍາກຕໍ່ໄປອີກ ດັ່ງນັ້ນ ຈົ່ງຫັນມາຮຽນເອົາວິຊາຊີບກັນເທາະ ຢ່າພາກັນບືນແຕ່ຢາກຮຽນປຮິນຍາຫລາຍ ມັນຊອ່ຍຫຍັງເຮົາບໍ່ໄດ້ປານໃດດອກ

__________________
Anonymous

Date:

Anonymous wrote:

ວິຊາຊີບ ເປັນວິຊາທີ່ເຫມາະສົມ ແລະຈຳເປັນສຳຫລັບຄົນລາວທຸກຄົນ ໂດຍສະເພາະ ຍາມນີ້ ຍາມເວລາ ອາຊຽນເປັນນຶ່ງດຽວ ຊຶ່ງ ປະເທດເປີດກວ້າງທາງດ້ານແຮງງານ ບໍ່ດັ່ງນັ້ນ ລາວເຮົາຈະມີແຕ່ແຮງງານຕ່າງປະເທດເຕັມໄປຫມົດ ຄົນລາວ ສີເຮັດຫຍັງບໍ່ເປັນ ປຊຊ ລາວ ແຖບຊົນະບົດ ຈະທຸກຍາກຕໍ່ໄປອີກ ດັ່ງນັ້ນ ຈົ່ງຫັນມາຮຽນເອົາວິຊາຊີບກັນເທາະ ຢ່າພາກັນບືນແຕ່ຢາກຮຽນປຮິນຍາຫລາຍ ມັນຊອ່ຍຫຍັງເຮົາບໍ່ໄດ້ປານໃດດອກ


 ອືມບາດຄົນຢາກຮຽນແທ້ຮຽນວ່າ ແຕ່ກະເຂົ້າຮຽນບໍ່ໄດ້ ຢ້ອນຮຽນບໍ່ຈົບ



__________________
Anonymous

Date:

ສີມືແຮງງານລາວແມ່ນອ່ອນສຸດໃນອາຊຽນ. ລັດຖະບານຕ້ອງສົ່ງເສີມພາກສ່ວນນີ້ຫລາຍໆ ພາກສ່ວນນີ້ລະຈະເປັນກຳລັງການຜະລິດຫລັກຂອງປະເທດ.

 

ລາວເຮົ່ານຳເຂົ້າແຮງງານມີສີມືຈາກຕ່າງປະເທດເກືອບທຸກຢ່າງ ໂດຍສະເພາະໃນອຸສາຫະກຳກໍ່ສ້າງ, ເຂື່ອນ



__________________
Anonymous

Date:

ຜູ້ຂ້າ ແມ່ນຜູ້ນຶ່ງທີ່ຮຽນກາຍ ມາດຽວນີ້ ລຽ້ງໃກ່ ກໍບໍ່ໄດ້ ລຽ້ງປາ ກໍ່ບໍ່ໄດ້ຂາຍ ເຮັດເຮືອນພັກ ກໍໄປບໍ່ລອດ ຄິດຢາກໄປຮຽນເອາອາຊີບ ກາແຮງບໍ່ສູ້ ຈັ່ງແມ່ນ

__________________
Anonymous

Date:

ອາຊີບດຽວທີ່ຄົນລາວມັກຮຽນທີ່ສຸດແມ່ນອາຊີບເຜາະເຊື້ອເຫຼົ້າເບັຍ

ໃຫ້ບໍຣິສັດເບັຍລາວ ເພາະ 95% ຂອງຊາວໜຸ່ມລາວແມ່ນນັ່ງກິນ

ເບັຍທຸກໆວັນ.



__________________
Anonymous

Date:

ຄົນທີຢາກເຂົ້າໄປຮຽນນັ້ນມັນມີຫຼາຍ ແຕ່ວ່າຍອ້ນພາກສ່ວນພັກລັດບໍ່ໄດ້ເອົາຈິງເອົາຈັ່ງ ໃນເລືອງນີ້ ກອ່ນຈະເຂົ້າຕອ້ງໄດ້ຈ້າງເສຍເງີນມະຫາສານ ເພາະສະນັ້ນ ຜູ້ຢາກຮຽນພັດບໍ່ມີເງີນ, ລອງເປີດຮັບໃຫ້ຮຽນຟຼີ ມີຫໍພັກ ມີອັຕາໃຫ້ກີນຟຼີ ຄືຍຸກ 1980-1990 ເບີ່ງດຸ່ ຄັນບໍ່ເຕັມແຕ່ຄົນເຂົ້າໄປຮຽນ



__________________
Anonymous

Date:

ອາຊີບທີ່ຄົນລາວເກັ່ງທີ່ສຸດແມ່ນຫມໍນວດເດີ- ສ້າງລາຍໄດ້ເຂົ້າປະເທດມະຫາສານ.

ອາຊີບນີ້ລັດຖະບານບໍ່ເຄີຍສົ່ງເສີມເລີຍ ແຕ່ ຄົນລາວເປັນເອງໂດຍທຳມະຊາດ - ບໍ່ຈຳເປັນຕ້ອງເປືອງທຶນສາໂຮງຮຽນກະໄດ້

ອັນນີ້ຄືຈຸດແຂງ



__________________
Anonymous

Date:

ອາຊີບ ກະສິກອນ ປູກຝັງລຽ້ງສັດ ຫັດຖະກຳ ແມ່ນ ອາຊີບທີ່ ຍືນຍົງ ທີ່ສຸດ ແລະ ຊາວກະສິກອນລາວທຸກຄົນ ຕອ້ງໄດ້ຜ່ານການ ຝຶກອົບຮົມ ເພື່ອຍົກປະສິດທິພາບ ການຜລິດ ສວ່ນລັດ ກໍຄວນມີການກະຕຸກຊຸກຍູ້ ແລະອຳນວຍທຸກດ້ານ ເພື່ອສົ່ງເສີມ ກະສິກອນ ໃຫ້ກາຍເປັນຫົວຫນວ່ຍ ທັງການ ຜລິດ ແລະ ທຸລະກິດ ໄປພອ້ມ ລັດ ຄວນໄດ້ຊອ່ຍເຫລືອ ກະສິກອນບໍ່ວ່າດ້ານຂອດ ວິຊາຊີບ ການຜລິດ ແລະຈຳຫນ່າຍ ບໍ່ແມ່ນ ນັ່່ງຖ້າເອົາແຕ່ເງິນເດືອນ ກັບໄປເກັບແຕ່ພາສີ ນຳແຕ່ ປຊຊ ຖ້າ ກະສິກອນ ສາມາດຜລິດໄດ້ຫລາຍ ຜົນຜລິດ ມີຄຸນນະພາບ ມີບອ່ນຈຳຫນ່າຍ ລັດກໍມີລາຍໄດ້ ເງິນດືອນ ລັດກໍໄດ້ປົກະຕິ

__________________
Anonymous

Date:

ອາຊີບ ກະສິກອນ ປູກຝັງລຽ້ງສັດ ຫັດຖະກຳ ແມ່ນ ອາຊີບທີ່ ຍືນຍົງ ທີ່ສຸດ ແລະ ຊາວກະສິກອນລາວທຸກຄົນ ຕອ້ງໄດ້ຜ່ານການ ຝຶກອົບຮົມ ເພື່ອຍົກປະສິດທິພາບ ການຜລິດ ສວ່ນລັດ ກໍຄວນມີການກະຕຸກຊຸກຍູ້ ແລະອຳນວຍທຸກດ້ານ ເພື່ອສົ່ງເສີມ ກະສິກອນ ໃຫ້ກາຍເປັນຫົວຫນວ່ຍ ທັງການ ຜລິດ ແລະ ທຸລະກິດ ໄປພອ້ມ ລັດ ຄວນໄດ້ຊອ່ຍເຫລືອ ກະສິກອນບໍ່ວ່າດ້ານຂອດ ວິຊາຊີບ ການຜລິດ ແລະຈຳຫນ່າຍ ບໍ່ແມ່ນ ນັ່່ງຖ້າເອົາແຕ່ເງິນເດືອນ ກັບໄປເກັບແຕ່ພາສີ ນຳແຕ່ ປຊຊ ຖ້າ ກະສິກອນ ສາມາດຜລິດໄດ້ຫລາຍ ຜົນຜລິດ ມີຄຸນນະພາບ ມີບອ່ນຈຳຫນ່າຍ ລັດກໍມີລາຍໄດ້ ເງິນດືອນ ລັດກໍໄດ້ປົກະຕິ .

_____________________________________________________________________________________________________________________

ທ່ານເວົ້າຖືກ ແຕ່ລັດຖະບານບໍ່ເຄີຍຮູ້ໜ້າທີ່ຂອງຕົນເອງ ເພາະຕັ້ງແຕ່ປົດປ່ອຍມາບໍ່ທັນເຫັນລັດເຮັດຫຍັງກ່ຽວກັບກະສິກອນ ເປັນເລື່ອງເປັນລາວຈັກຢ່າງ ດີແຕ່ເລື່ອງເກັບພາສີທີ່ດິນຊຶ່ງນັບມື້ນັບແພງ ຊ້ຳບໍ່ພໍສ້າງວິລະກຳໃໝ່ ເຮັດໃຫ້ທີ່ດິນກາຍເປັນຊັບສິນ ໂອຍຈັ່ງແມ່ນຄັກ ບາດນີ້ ! ຢາກແບ່ງດິນນາໃຫ້ພີ່ນ້ອງ ກໍຕ້ອງເສັຍອາກອນຊ່ຳຂາຍດິນ ມັນກໍໜ້າຈະມີການຜ່ອນຜັນແດ່ບໍໃນເມື່ອບໍ່ມີໃຜໄດ້ເງິນ  ແຕ່ຕ້ອງໄດ້ຈ່າຍເງິນອັນມະຫາສານ ???



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard