Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການພັດທະນາເຂດຕົວເມືອງປາກເຊ


Member

Status: Offline
Posts: 23
Date:
ການພັດທະນາເຂດຕົວເມືອງປາກເຊ


biggrinbiggrin

ຕາມທີ່ ຂພຈ ສັງເກດໃນໄລຍະຜ່ານມາ (ຫຼາຍປີແລ້ວລະ) ຕອນຍັງເປັນບ່າວເຫັນວ່າ ມີການວາງແຜນເປີດກວ້າງເສັ້ນທາງຄົມະນາຄົມທາງບົກຫຼາຍເສັ້ນນັບທັງເກົ່າແລະໃໝ່ ມີການເທຄອນກີດ, ນີ້ກໍ່ຖືວ່າເປັນການດີທີ່ສຸດສຳລັບການພັດທະນາ ແຕ່ມີເລື່ອງໜຶ່ງທີ່ຍັງຄາໃຈ: ນັ້ນກໍ່ແມ່ນເລືື່ອງການເບີກທາງໃໝ່ຈາກຫຼັກ 8 ເໜືອ ໄປຫາຫຼັກ 8 ໃຕ້ ເຫັນວ່າຍັງບໍ່ຄ່ອຍເໝາະສົມເທົ່າທີ່ຄວນ, ເນື່ອງຈາກວ່າ: - ຜ່ານມາເຫັນມີການສຳຫຼວດ ເຊີເວຕາມຂອບເຂດຕ່າງໆ ບາງຈຸດກໍ່ຖືກບ້ານເຮືອນ ພໍ່ແມ່ປຊຊ, ຖ້າຖືກເຮືອນໃຫຍ່ (ຄົນ) ກໍ່ຫຼີກເວັ້ນໄປທາງອື່ນ ແຕ່ກົງກັນຂ້າມ ຖ້າຖືກເຮືອນ ປຊຊ ແມ່ນຖືກຍົກຍ້າຍໄປທີ່ອື່ນ, ການທົດແທນຊົດເຊີນກໍ່ບໍ່ສົມເຫດສົມຜົນ ຍິ່ງໄປກວ່ານັ້ນ, ຫຼາຍຄອບຄົວຫາເຊົ້າກິນຄ່ຳ, ເຂົ້າຂາດແລງແກງຂາດໝໍ້, ຫາເງິນມາປຸກສ້າງ ອົດກິນອົດຢາກເພື່ອຊິໄດ້ທີ່ສູບຫົວນອນ, ເພື່ອອະນາຄົດລູກຫຼານ, ທີ່ດິນແຕ່ສະໄໝປູ່ຍ່າຕາຍາຍ ກໍ່ໝົດກ້ຽງ, ສິ່ງນີ້ໜ້າຈະມີການທົບທວນຫຼືບໍ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard