Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດວ່າ... ການເມືອງລາວປະຈຸບັນມີອັນໃດໜ້າວິຕົກທີ່ສຸດ?
Anonymous

Date:
ທ່ານຄິດວ່າ... ການເມືອງລາວປະຈຸບັນມີອັນໃດໜ້າວິຕົກທີ່ສຸດ?


ຕາມກົດເກນຂອງການປ່ຽນແປງແລ້ວ. ຖ້າສີ່ງໄດ້ບໍ່ມີການປ່ຽນແປ່ງ ຫລື ຂະຫຍາຍຕົວມັນກໍ່ຈະດັດສູນ ແລະ ເສື່ອມຖອຍໄປ.

 

ການເມືອງລາວຄືຊີເຊັ່ນດຽວກັນວ່າ: ຖ້າລະບົບປະຊາທິປະໄຕກໍ່ຄືການເມືອງເຮົາບໍ່ມີການພັດທະນາ, ຫລື ປ່ຽນແປງ ກໍ່ຄືຈະມີບັນຫາແລະອຸປະສັກໃນອະນາຄົດ.

ແຕ່ຖ້າວ່າພັກເພິ່ນຍັງງຽບແລະບໍ່ຍອມປ່ຽນແປງໃຫ້ປະຊາຊົນຍອມຮັບແນ່ນອນວ່າມັນຈະເກີດບັນຫາໃນອະນາຄົດ. ສະນັ້ນ, ການເມືອງມີອັນໃດທີ່ໜ້າເປັນຫ່ວງໃນປະຈຸບັນ.

 

 



__________________
Anonymous

Date:
RE: ທ່ານຄິດວ່າ... ການເມືອງລາວປະຈຸບັນມີອັນໃດໜ້າວິຕົກທີ່ສຸດ?


Anonymous wrote:

ຕາມກົດເກນຂອງການປ່ຽນແປງແລ້ວ. ຖ້າສີ່ງໄດ້ບໍ່ມີການປ່ຽນແປ່ງ ຫລື ຂະຫຍາຍຕົວມັນກໍ່ຈະດັດສູນ ແລະ ເສື່ອມຖອຍໄປ.

 

ການເມືອງລາວຄືຊີເຊັ່ນດຽວກັນວ່າ: ຖ້າລະບົບປະຊາທິປະໄຕກໍ່ຄືການເມືອງເຮົາບໍ່ມີການພັດທະນາ, ຫລື ປ່ຽນແປງ ກໍ່ຄືຈະມີບັນຫາແລະອຸປະສັກໃນອະນາຄົດ.

ແຕ່ຖ້າວ່າພັກເພິ່ນຍັງງຽບແລະບໍ່ຍອມປ່ຽນແປງໃຫ້ປະຊາຊົນຍອມຮັບແນ່ນອນວ່າມັນຈະເກີດບັນຫາໃນອະນາຄົດ. ສະນັ້ນ, ການເມືອງມີອັນໃດທີ່ໜ້າເປັນຫ່ວງໃນປະຈຸບັນ.

 

 


 ການເມືອງລາວບໍ່ໜ້າສົນໃຈແລະໜ້າເບື່ອ

ການປະຕິຮູບຢ່າງແທ້ຈິງແມ່ນຕອ້ງການຢ່າງຮີບດວ່ນ.

 



__________________


Guru

Status: Offline
Posts: 1010
Date:

1.Corupption

2.ການສຶກສາ

ຄັນໄດ້ 2 ຢ່າງນີ້ ອັນອື່ນມັນຫາກມາ



__________________
Anonymous

Date:

ເລື່ອງ​ການ​ເມືອງ​ແມ່ນ​ຈະ​ພັດທະນາ​ຫລື​ບໍ່​ພັດທະນາ​ນັ້ນມັນ​ບໍ່​ໜ້າ​ວິຕົກ​ພໍ​ເທົ່າ​ໃດ​ດອກ ​ແຕ່​ທີ່​ໜ້າ​ວິຕົກ​ໄປ​ກວ່າ​ນັ້ນກໍ່​ຄື​ເລື່ອງ​ປາກ​ທ້ອງ​ຂອງ​ປະຊາຊົນ ​ແລະ ບັນຫາ​ໄພ​ສັງຄົມ​ຫລາຍ​ກວ່າ ​ເພາະວ່າ​ໃນ​ປະຈຸ​ບັນ​ ຊັບພະຍາກອນ​ທຳ​ມະ​ຊາດ​​ໂດຍ​ສະ​ເພາະ ບໍ່​ແຮ່​ຕ່າງໆ ທີ່​ມີ​ຄຸນຄ່າ​ມະຫາສານ ລັດ​ເພີ່ນ​ກໍ່​ຂາຍ​ໃຫ້​ກັບ​ຕ່າງປະ​ເທດໝົດ​ແລ້ວ​ ​ແລະ ​ໃນ​ຂະນະ​ດຽວ​ກັນ​ດິນ​ດອນ​ຕອນ​ຫຍ້າ​ຂອງ​ປະຊາຊົນ​ທີ່​ໃຊ້​ທຳ​ມາ​ຫາ​ກິນ​ບາງ​ແຫ່ງ​ກໍ່​ຖືກ​ລັດ​ເອົາ​ໃຫ້ ວຽດ ​ແລະ ຈີນ​ສຳ​ປະທານ​ໄປ​ຫລາຍ​ແລ້ວ ​ແຕ່ປະຊາຊົນ​ກໍ່​ຍັງ​ທຸກ​ຍາກ​ຢູ່ ​ແລະ ຍີ່​ງຈະ​ທຸກ​ຍາກ​ອີກ​ຕໍ່​ໄປ​ ​ໃນ​ຂະນະ​ດຽວ​ກັນ​ບັນຫາ​ໄພ​ສັງຄົມ​ຈະ​ຕາມ​ມາ​ເພາະ​ປະຊາຊົນ​ອຶດ​ຍາກ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ບໍ່​ມີ​ທີ່​ທຳ​ມາ​ຫາ​ກິນ ​ແລະ ສຸດ​ທ້າຍ​ຄົນ​ທຸກ​ ​ແລະ ຄົນ​ຊັ້ນກາງທັງຫລາຍ​ຈະ​ລວມຕົວ​ກັນ​ເພື່ອ​ຂັບ​ໄລ່​ຜູ້​ປົກຄອງ​ປະ​ເທດ​ທີ່​ສໍ້​ຫລາດ​ບັງ​ຫລວງ ​ແລະ ຍຶດ​ເອົາ​ເງິນ​ເລົ່າ​ນັ້ນມາ​ພັດທະນາ​ປະ​ເທດ 



__________________
Anonymous

Date:

ເປັນຫ່ວງນຳແຕ່ຜູ້ນຳພັກລັດ ເພີ່ນແກ້ໄຂບັນຫາເສດຖະກິດບໍ່ໄດ້ ມີການສໍ້ຫລາດບັງຫລວງຫລາຍ ເພີ່ນອາດວິຕົກກັງວົນຫລາຍແລ້ວຍ້ານແຕ່ເພີ່ນຄິດສັ້ນ ສິຜູກຄໍຕາຍສັນດອກ



__________________
Anonymous

Date:

Anonymous wrote:

ສຸດ​ທ້າຍ​ຄົນ​ທຸກ​ ​ແລະ ຄົນ​ຊັ້ນກາງທັງຫລາຍ​ຈະ​ລວມຕົວ​ກັນ​ເພື່ອ​ຂັບ​ໄລ່​ຜູ້​ປົກຄອງ​ປະ​ເທດ​ທີ່​ສໍ້​ຫລາດ​ບັງ​ຫລວງ ​ແລະ ຍຶດ​ເອົາ​ເງິນ​ເລົ່າ​ນັ້ນມາ​ພັດທະນາ​ປະ​ເທດ 


 

ຖ້າເປັນປະເທດອື່ນຄຶສິແມ່ນ ແຕ່ຖ້າເປັນປະເທດລາວເຮົາແລ້ວຄຶສິເປັນໄປໄດ້ຍາກ



__________________


Senior Member

Status: Offline
Posts: 268
Date:

ໜ້າເປັນຫວ່ງທີ່ສຸດແມ່ນວິກິດການທາງດ້ານເສດຖະກິດເດີ ເພາະດຽວນີປະເທດເຮົາຂາດເງິນເປັນຢ່າງໜັກ ຖ້າຫາກບໍ່ໄດ້ຮັບການແກ້ໄຂຮີບດ່ວນ ອາດມີການສັ່ນຄອນໄດ້



__________________
ຊະນະໄພ

Date:

ສິ່ງທີ່ຫນ້າວິຕົກທີ່ສຸດຄື

1 ການທີ່ລັດຖະບານບໍ່ສາມາດແກ້ບັນຫາການນຳຂັ້ນສູງໃນແຕ່ລະຂົງເຂດ ສົມຮູ້ຮ່ວມຄິດກັນກັບນັກທຸລະກິດ ສໍ້ລາດບັງຫລວງ ປົກປ້ປອງພັກພວກ ຈຸ້ມເຈື້ອເຊື້ອສາຍ ຊຸກຍູ້ຍາດມາດໃຫ້ສືບທອດຕຳແຫນ່ງຂັ້ນສູງໃນລັດຖະບານ

2 ການກົດຂີ່ຂົ່ມເຫັງປະຊາຊົນ ໂດຍສະເພາະແມ່ນການອະນຸຍາດໃຫ້ຕ່າງປະເທດສຳປະທານທີ່ດີນທັບຊ້ອນເຂດທີ່ຢູ່ອາໃສ ແລະທີ່ທຳກິນຂອງປະຊາຊົນ

3 ການທີ່ຜູ້ນຳລັດຖະບານບໍ່ສາມາດຄວບຄຸມບັນດາເຈົ້າກະຊວງ ແລະເຈົ້າແຂວງ ໃນການໃຊ້ຈ່າຍງົບປະມານ ໂດຍສະເພາະແມ່ນການອະນຸຍາດໃຫ້ເອກະຊົນລົງທຶນກ່ອນໃນການກໍ່ສ້າງໂຄງລ່າງພື້ນຖານ ແລະມີລາຄາເກີນຈິງ ເປັນ 4 ຫາ 5 ເທົ່າຕົວ ຈະເຮັດໃຫ້ລັດຖະບານບໍ່ສາມາດຊຳລະໜີ້ສີນໄດ້ ສຸດທ້າຍກໍ່ຈະກາຍເປັນໄພພິບັດທາງດ້ານເສດຖະກິດ

 

ດ້ວຍເຫດຜົນສາມປະການນີ້ອາດຈະເປັນຈຸດເລີ້ມຕົ້ນໃນການຂັດແຍ່ງກັນພາຍໃນ ແຍ່ງຊີງອຳນາດກັນ ແລະອາດກ້າວໄປສູ່ການປ່ຽນແປງທາງການເມືອງໄດ້

 

ຂໍໃຫ້ການນຳລອງໄປຄິດເບິ່ງວ່າແມ່ນບໍ່ ຄັນບໍ່ແມ່ນກໍ່ຂໍໂທດ



__________________
Anonymous

Date:

ຊະນະໄພ wrote:

ສິ່ງທີ່ຫນ້າວິຕົກທີ່ສຸດຄື

1 ການທີ່ລັດຖະບານບໍ່ສາມາດແກ້ບັນຫາການນຳຂັ້ນສູງໃນແຕ່ລະຂົງເຂດ ສົມຮູ້ຮ່ວມຄິດກັນກັບນັກທຸລະກິດ ສໍ້ລາດບັງຫລວງ ປົກປ້ອງພັກພວກ ຈຸ້ມເຈື້ອເຊື້ອສາຍ ຊຸກຍູ້ຍາດມິດໃຫ້ສືບທອດຕຳແຫນ່ງຂັ້ນສູງໃນລັດຖະບານ

2 ການກົດຂີ່ຂົ່ມເຫັງປະຊາຊົນ ໂດຍສະເພາະແມ່ນການອະນຸຍາດໃຫ້ຕ່າງປະເທດສຳປະທານທີ່ດີນທັບຊ້ອນເຂດທີ່ຢູ່ອາໃສ ແລະທີ່ທຳກິນຂອງປະຊາຊົນ

3 ການທີ່ຜູ້ນຳລັດຖະບານບໍ່ສາມາດຄວບຄຸມບັນດາເຈົ້າກະຊວງ ແລະເຈົ້າແຂວງ ໃນການໃຊ້ຈ່າຍງົບປະມານ ໂດຍສະເພາະແມ່ນການອະນຸຍາດໃຫ້ເອກະຊົນລົງທຶນກ່ອນໃນການກໍ່ສ້າງໂຄງລ່າງພື້ນຖານ ແລະມີລາຄາເກີນຈິງ ເປັນ 4 ຫາ 5 ເທົ່າຕົວ ຈະເຮັດໃຫ້ລັດຖະບານບໍ່ສາມາດຊຳລະໜີ້ສີນໄດ້ ສຸດທ້າຍກໍ່ຈະກາຍເປັນໄພພິບັດທາງດ້ານເສດຖະກິດ

 

ດ້ວຍເຫດຜົນສາມປະການນີ້ອາດຈະເປັນຈຸດເລີ້ມຕົ້ນໃນການຂັດແຍ່ງກັນພາຍໃນ ແຍ່ງຊີງອຳນາດກັນ ແລະອາດກ້າວໄປສູ່ການປ່ຽນແປງທາງການເມືອງໄດ້

 

ຂໍໃຫ້ການນຳລອງໄປຄິດເບິ່ງວ່າແມ່ນບໍ່ ຄັນບໍ່ແມ່ນກໍ່ຂໍໂທດ


 



__________________
Anonymous

Date:

paxathipatai like Thailand? koulabeua.....



__________________
Anonymous

Date:

ເຫັນດີເປັນເອກະພາບກັບຊະນະໄພ ແລະຂໍເຕີ່ມອີກ, ຂ້າພະເຈົ້າລະເປັນຫ່ວງນຳການມາເອົາຊັບພະຍາກອນທຳມະຊາດຂອງຊາດ ທີ່ຕ່າງຊາດມາຊື້ຈ້າງຈອບອອຍການນຳຂັ້ນສູງເຊັ່ນ: ປ່າໄມ້; ບໍ່ແຮ່ຕ່າງໆເຊັ່ນຄຳ ແລະນໍ້າມັນ.

ໄມ້: ຫວຽດນາມມາຕັດເອົາຈົນຫມົດແລ້ວ ມັນເຮັດປານມັນເປັນເຈົ້າຂອງປະເທດ, ມັນຢາກໄດ້ຢູ່ໃສມັນກະໄປເອົາ, ມີປັນຫາຫຍັງທີ່ຂັດຕໍ່ລະບຽບຫລັກການ ພະນັກງານຜູ້ນ້ອຍກວດພໍ້ ມັນຕໍ່ສາຍຫາລູງນັ້ນລູງນີ້ເລີຍ ຜູ້ນ້ອຍກໍ່ມີແຕ່ໂດຍ ແລ້ວຫວຽດນາມກໍ່ຫົວຂວັນພະນັກງານລາວເຮົາຊໍ້າ;

ຫີນກາວ: ຫວຽດນາມມາຂົນເອົາຄືນກັນກັບໄມ້, ລັດຖະບານບໍ່ໄດ້ຫຍັງ ມີແຕ່ຂື້ນແຜນງົບປະມານເຮັດທາງໃຫ້ມັນແກ່ຫີນກາວເມືອບ້ານມັນ, ບ່ອນໃດທາງໄປບໍ່ຮອດ ມັນກໍ່ຂຽນບົດວິພາກເສດຖະກິດມາຍື່ນໃຫ້ລັດຖະບານວ່າເປັນທາງຍຸດທະສາດຈັ່ງຊັ້ນຈັ່ງຊີ້, ລັດຖະບານລາວກໍ່ເຮັດທາງໃຫ້ມັນ (ບາງບ່ອນມັນເຮັດເອງໃນມູນຄ່າສູງຫລາຍຮ້ອຍເປີເຊັນເກີນຄວາມເປັນຈິງ ສ່ວນລັດຖະບານລາວຈ່າຍ) ສຸດທ້ານຫວຽດໄດ້ຫມົດ ທັງເງິນກໍ່ສ້າງທາງ ແລະຊັບພະຍາກອນ.

 

ບໍ່ຄຳ: ຫວຽດມັນຢາດຂຸດຢູ່ບ່ອນໃດມັນກະຂຸດ ເອົາຕາມໃຈມັກ ສ່ວນລັດຖະບານລາວປາກບໍ່ໄດ້ໄອບໍ່ດັງ .ສ່ວນບໍ່ໃຫຍ່ໃຫຍ່ພວກຫນັງຂາວກໍ່ມາຂຸດເອົາຈົນຊິຫມົດ ເງິນບໍ່ໄດ້ນຳເຂົາເທົ່າທີ່ຄວນ, ໄດ້ແຕ່ເສດປາຍມັນຫັກລົບຫມົດທຸກຢ່າງແລ້ວມາໃຫ້ລັດຖະບານ. ເວົ້າາຍກະບໍ່ໄດ້ເພາະຜູ້ໃຫຍ່ໃຫ້ທ້າຍເຂົາ.

ບໍ່ນໍ້າມັນ: ຢູ່ສະຫວັນນະເຂດກະມີ ຫວຽດກໍ່ເປັນຜູ້ເອົາຫມົດ ລັດຖະບານໄດ້ຮຸ້ນ 10 ເປີເຊັນ. ຈັກຫວຽດມັນຊິເອົາບໍລິສັດໃດມາເຮັດບຸ ໄດ້ຍິນວ່ສພວກຫນັງຂາວນີ້ລະ ແຕ່ທີ່ສຳຄັນແມ່ນຕ້ອງຜ່ານຫວຽດ. ນອກຈາກນັ້ນໃນເຂດຕີພູເຂົາຄວຍກະມີບໍ່ນໍ້າມັນ ແຕ່ເນື່ອງຈາກວ່າມັນເປັນອ່າງດຽວກັບບໍ່ຂອງຫວຽດ ຈຶ່ງພາກັນປິດຂ່າວ ເພາະຫວຽດບໍ່ໃຫ້ຂຸດ(ເຂົ້າເມັດຫັກຜັກເສັ້ນຫນຶ່ງກະປັນກັນກິນວ່າຊັ້ນ).

ຊາຍແດນລາວຫວຽດນາມ: ມັນກະບັງຄັບໃຫ້ລາວເຮົາແບ່ງໃຫ້ມັນເປັນຫ້າກົກກິໂລແມັດ ແຕ່ເຫນືອຈຳໄຕ້.

 

ສະຫລຸບແລ້ວການເມືອງລາວນີ້ເປັນຫ່ວງແຕ່ນຳຄວາມບໍ່ເດັດບໍ່ຂາດຂອງຜູ້ນຳ ນີ້ລະ.

 



__________________
Anonymous

Date:

ສໍ້ລາດບັງຫລວງ

ຖ້າບໍ່ກຳຈັດ

ເນົ່າຫມົດເລີຍ



__________________
Anonymous

Date:

ຜູ້ນຳລາວ ບໍ່ທັນຮຽນຈົບມໍ7 ຈັກຄົນ ຊິເອົາຫຍັງມາເວົ້າ ຮູ້ ₭3 ຢ່າງຄື%

1. ຄວາມສຸກສວ່ນຕົວ, ເພື່ອຄອບຄົບລູກຫຼານ ພີ່ນອ້ງ ຈຸ້ມເຈື້ອຊິງຊາວ (ຄິດເພື່ອປະເທດຊາດ 2%ເທົ່ານັ້ນ)

2. ງົບປະມານສວ່ນໃຫຍ່ 90% ບໍ່ມີໂຄງການໃດປະມູນ ສວ່ນຫຼາຍມອບໃຫ້ເຊື້ອສາຍຮັບເໝົາ ໃນລາຄາແພງ ແລະ ເອົາເຈັ້ຍເອສີ່ໄປຂາຍຕໍ່ລາຄາຖືກໆ (ຜູ້ເຮັດຈິງໄປບໍ່ລອດ ໂຄງການບໍ່ແລ້ວ ໃຫ້ເບີ່ງເອົາ)

3. ຕໍາແໜ່ງໃດມີລາຍຮັບ ຍັດລູກຫຼານ ເຊື້ອສາຍຕົນເອງໄປນັ່ງ ເພື່ອຢືດຜົນປະໂຫຍດ (ເຮັດແນວໃດຜູ້ເກັ່ງແທ້ຈະໄດ້ເຮັດວຽກເພື່ອປະເທດຊາດ)

ຜູ້ນຳລາວບໍ່ມີສະປີຣິດພໍ ເມື່ອບໍລິຫານບໍ່ໄດ້ ກໍ່ຄວນລາອອກສາ ໃຫ້ຜູ້ໃໝ່ຂື້ນມາແທນ ວາງນະໂຍບາຍອັນໃໝ່ໆມາໃຊ້ ເຮັດເພື່ອບ້ານເພື່ອງເມືອງແທ້ໆ

ຢ່າຊິໃຫ້ເສຍອິດທິພົນຂອງພັກເທາະ ຜູ້ໃດບໍ່ດີກໍ່ເຫັນໆກັນຢູ້ ເອົາເພີ່ນໄປນັ່ງຢູ່ແນວໂຮມພວກເຫັນແກ່ຕົວພຸ້ນສາ ລູກຫຼານເພີ່ນຈະບໍ່ໄດ້ເກັບຄ່າພານັກລົງທຶນເຂົ້າໄປຢາມເພີ່ນ ແລະ ຫຼານເພີ່ນກໍ່ເກັບຄ່ານຳນັກລົງທຶນ 100.000 ໂດລາຕໍ່ຄັ້ງ ຄິດເອົາລາຍຮັບໂດຍບໍ່ມີໃບປະກາດ ກິນແນວນີ້ກໍ່ມີ ຈິງໆໃດນີ້ຄິດເອົາ

 

 



__________________
Anonymous

Date:

ມັນຊິກໍາຈັດໄດ້ຈັງໃດມັນຫມົດໂຄດເລີຍ ບັກຫົວໂປ່ຜູ້ນໍາ ມັນແຮ່ງແດກຫລາຍ ຖ້າມັນຊິປາບມັນກະຕອ້ງປາບຫົວມັນເອງກ່ອນ



__________________
Anonymous

Date:

ເປັນຫວ່ງພີ່ນອ້ງພື້ນຖານປະຕິວັດທີ່ເຄີຍກິ້ງເກືອກລີເລືອ ແລະສະລະຊີວິດເພື່ອຊາດຫລາຍທີ່ສຸດ

ມາຮອດດຽວນີ້ ສວ່ນນຶ່ງຖືກປະລະເລີຍ ຫລາຍຄອບຄົວພາກັນຍ້າຍຖິ່ນຖານມາຢູ່ວຽງຈັນ ໄວຫນຸ່ມສາວຈຳນວນຫລາຍຫລັ່ງໄຫລລົງມາຫາວຽກເຮັດງານທຳຢູ່ຕາມໂຮງຈັກໂຮງງານຕຳ່ແຜ່ນ ແລະຈຳນວນນຶ່ງກໍເສັຍທາດຂາດຄຸນ

ແຕ່ຫລາຍຄົນກໍດີ້ນຮົນໄຫ້ໄດ້ຮຽນຕໍ່ ດວ້ຍຫລາຍວິທີ ແຕ່ສວ່ນຫລາຍແມ່ນຄົນດີ ຈິງໃຈຕໍ່ວຽກງານ ຕັ້ງໃຈຮຽນ

ຢາກຂໍຖາມວ່າເປັນຫຍັງ ມີການຍົກຍ້າຍມາຢ່ວຽງຫລາຍແທ້?

ອາດມານຳຍາດທີ່ເຮັດການປະຕິວັດ ສວ່ນຫລາຍກໍສາມາດປະກອບວຽກເຮັດຢຸ່ບອ່ນດີໆ

ຍອ້ນນຳ້ໃຈຊື່ສັດ ສິนທຳປະຕິວັດ

ມານຳຂະບວນການ

ສີມືແຮງງານດ້ານຕຳ່ແຜ່ນເກັງ

 

ແຕ່ບັນຫາຫນັກອັນນຶ່ງ ທີ່ສະທອ້ນສັງຄົມນັ້ນກໍຄືຄວາມຫລຸດໂຕນກັນຫລາຍດ້ານການເປັນຢູ່ : ສອງສຽ່ວນັກຮົບທີ່ເຄີຍຕໍ່ສູ້ຄຽງບ່າຄຽງໄ່ລ່ ທີ່ເຄີຍຊອ່ຍຊີວິດກັນ ລອດລົ້ມລອດຕາຍນຳກັນ

ມາມື້ນີ້ ສຽ່ວນຶ່ງຢູ່ຢ່າງສະຫນຸກສຸກສະບາຍ

ແຕ່ສຽ່ວນຶ່ງພັດຍັງອົດໆຢາກໆ

!!!

ນີ້ລະຜົນສະທອ້ນຂອງການ ຂອງຄວາມບໍ່ສະເມີພາບ ການສໍ້ລາດບັງຫລວງ

 

ແຕ່ບາດຮອດບັ້ນກວດກາ ພັດໄປຟັນບອ່ນນັ້ນກອ່ນຫມູ່ ບອ່ນທີ່ມີການແບ່ງປັນງົບບໍ່ຮອດ 5% ແລວ້ເພິ່ນສີຄິດແນວໃດລະ

 

ເປັນຫຍັງບໍ່ເອົາບອ່ນມັນຫນັກໆ ບອ່ນມີແຕຄະລືຫາດ ມີລົດເປັນ10 ມີເງິນເປັນຕື້ໆ ມີຄຳເປັນ100 ກິໂລ

ມີກິກເປັນແຖວ

 

 



__________________
Anonymous

Date:

ວິຕົກນຳຜູ້ປົກຄອງປະເທດນຳພາ ແລະ ສ້າງຄ່ານິຍົມທີ່ຜິດໂດຍສະເພາະແມ່ນຄ່ານິຍົມດ້ານການສໍ້ ຫລາດບັງຫລວງ 



__________________
Anonymous

Date:

Anonymous wrote:

ວິຕົກນຳຜູ້ປົກຄອງປະເທດນຳພາ ແລະ ສ້າງຄ່ານິຍົມທີ່ຜິດໂດຍສະເພາະແມ່ນຄ່ານິຍົມດ້ານການສໍ້ ຫລາດບັງຫລວງ 


 ​ເວົ້າ​ໄດ້​ຖືກ ​ແລະ​ສັງ​ເກດ ການ​ເຮັດ​ວຽກ​ຂອງ​ຫ້ອງການ​ລັດ ຍັງ​ແບບ ປະ​ຖົມປະ​​ຖານຫລາຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard