Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນເຂົ້າໂຕໂສເລື່ອງການເມືອງໄທ..ດີເດີ!
Anonymous

Date:
ກິນເຂົ້າໂຕໂສເລື່ອງການເມືອງໄທ..ດີເດີ!

ຄໍາສຸພາສິດລາວເຮົາ ສອນໄວ້ວ່າ: ກິນເຂົ້າໂຕ-ຢ່າໂສຄວາມເພິ່ນ ຄໍາສອນນີ້ ມີທັງຖືກ-ທັງຜິດ, ມັນຂຶ້ນກັບແຕ່ລະກໍລະນີ. ສໍາລັບການເມືອງໄທ ເຮົາຄວນເບິ່ງ ແລະ ສົນໃຈເອົາໄວ້, ຄວນສຶກສາເອົາໄວ້ບໍ່ເສຍຫາຍຫຍັງ ແຕ່ກໍ່ບໍ່ຄວນອອກໜ້າອອກຕາ ໄປສະໜັບສະໜູນຝ່າຍໃດຝ່າຍໜຶ່ງ. ຂ້າພະເຈົ້າເຫັນວ່າ ນັ້ນກໍາລັງແມ່ນການຕໍ່ສູ້ລະຫວ່າງ ຄ່າຍສັກດີນາ (ພວກອະນຸລັກນິຍົມ) ແລະ ຄ່າຍນາຍທຶນທີ່ກໍາລັງຂະຫຍາຍຕົວ, ເອົາລະ ເວົ້າໄປຫລາຍມັນຈະຜິດການເມືອງ...

ແຕ່ຂ້າພະເຈົ້າຢາກແລກປ່ຽນຄໍາເຫັນນໍາທ່ານຜູ້ອ່ານ ແບບງ່າຍໆ ວ່າ: ລະຫວ່າງ ນາງ ຍິ່ງລັກເປັນນາຍົກ/ອໍານາດຕົກຢູ່ຝ່າຍເສື້ອແດງ ແລະ ຖ້າອໍານາດຕົກຢູ່ຝ່າຍ ທ້າວ ອະພິສິດ ຝ່າຍໃດຈະສ້າງຄວາມເດືອດຮ້ອນໃຫ້ປະເທດເພື່ອນບ້ານ ໂດຍສະເພາະ ສປປ ລາວ ເຮົາ? ສະໄໝຊຸມປີ 1980s ທ່ານຈື່ໄດ້ບໍ ໄທມາຮຸກຮານ 3 ໝູ່ບ້ານເຂດຊາຍແດນ...ມັນຍັງສ້າງຄວາມເຈັບປວດໃຫ້ປະຊາຊົນລາວຜູ້ທີ່ຍັງຈື່ຈໍາເລື່ອງນີ້ຢູ່ເດີ

ຖ້າຖາມຂ້າພະເຈົ້າ ວ່າເຊຍຝ່າຍໃດ? ກໍ່ເຊຍຝ່າຍເສື້ອແດງຫັ້ນແລ້ວ ຂະເຈົ້າເວົາມີເຫດຜົນຫລາຍກວ່າ, ກົງກັຍຂ້າມຝ່າຍອະພິສິດ-ສຸເທບ ສະແດງໃຫ້ເຫັນຊັດແຈ້ງແຫ່ງຈິດໃຈໂຫດຫ້ຽມ ແລະ ມານຍາ....

__________________
Anonymous

Date:

Anonymous wrote:

 ກິນເຂົ້າໂຕໂສຄວາມເຈົ້າຂອງເອງກະບໍ່ໄດ້ ຢ້ານຫາຍສາບສູນ ໂສເລື່ອງເພີ່ນດີກວ່າເນາະ

__________________
Anonymous

Date:

ການເມືອງໄທປັ່ນປ່ວນຍາມໃດ ລາຍໄດ້ຂ້ອຍນ້ອຍລົງຍາມນັ້ນ

ອາດຈະເປັນຍ້ອນເຂົາພາກັນໄປປະທ້ວງ ຈຶ່ງບໍ່ມີນັກທ່ອງທ່ຽວໄທ

ມາຊື້ເຂົ້າໜົມຫົວໄກ່ໄປກິນນໍາທາງ, ເຊົາປະທ້ວງ ຖ້າບໍ່ເຊົາຂ້ອຍ

ໄປປະທ້ວງຊ່ອຍເດີ ຊິວ່າບໍ່ບອກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard