Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫານໍ້າປະປາ ແລະ ຄວາມເດືອດຮ້ອນຂອງປະຊາຊົນ.


Member

Status: Offline
Posts: 23
Date:
ບັນຫານໍ້າປະປາ ແລະ ຄວາມເດືອດຮ້ອນຂອງປະຊາຊົນ.


ສະບາຍດີທຸກໆຄົນ, ຂ້ອຍບໍ່ຮູ້ວ່າທຸກຄົນເປັນຄືກັບຂ້ອຍບໍຫວ່ານໍ້າປະປາບໍ່ມາຕະຫຼອດ, ມັນເປັນມາໄດ້ 3 ປີແລ້ວ ແລະ ຂ້ອຍສັງເກດເຫັນວ່ານໍ້າປະປາມັນມາເປັນຊ່ວງຄື: ເວລາ 01h00’ ຫາ 5h00’ ຂອງທຸກໆມື້ (ຕອນເຊົ້າມືດ).
ແລະເວລາທີ່ຂ້ອຍໂທໄປຫາພະນັກງານຂອງບໍລິສັດນໍ້າປະປາເພິ່ນເວົ້າຫວ່ານໍ້າບໍ່ພໍ່ ແລະ ແນະນໍາໃຫ້ຂ້ອຍຊື້ນໍ້າສໍາຮອງຂອງບໍລິສັດ, ຈໍານວນ 30 ຟຸດຕໍ່ 150.000 ກີບ.
ຂ້ອຍຢາກຖາມແດ່ນໍ້າບໍ່ພໍແລ້ວຢັງມີນໍ້າຂາຍໃຫ້ປະຊາຊົນຫວາ? ແລະ ບັນຫານໍ້ານີ້ຄວນແກ້ໄຂແນວໃດ? ຢາກໃຫ້ພາກສ່ວນກ່ຽວຂ້ອງມາແກ້ໄຂບັນຫາດັ່ງກ່າວແດ່.
ຂອບໃຈ.


__________________
Anonymous

Date:
RE: ບັນຫານໍ້າປະປາ ແລະ ຄວາມເດືອດຮ້ອນຂອງປະຊາຊົນ.


ເຫດຜົນນ້ຳບໍພໍ ມາເປັນ ສິບ ສິບປີແລ້ວ  ຄວນແກ້ໄຂ ແລະກູ້ເງິນມາເຮັດສາ ຢ່າຖ້າແຕ່ເຂົາມາຊ່ວຍຫລາຍ ແລະສະໝອງໃຊ້ເຮັດເພື່ອປະຊາຊົນແດ່ ເພື່ອໂຕເອງແລະຍາດພີ່ນ້ອງມັນຫລາຍໂພດແລ້ວ



__________________


Guru

Status: Offline
Posts: 1010
Date:

ບ້ານໃດເມືອງໃດແຂວງໃດ



__________________


Member

Status: Offline
Posts: 23
Date:

luffy wrote:

ບ້ານໃດເມືອງໃດແຂວງໃດ




ບ້ານຈອມມະນີເໜືອ, ເມືອງໄຊເສດຖາ, ແຂວງກໍາແພງນະຄອນ (ຫຼັງໂຮງໝໍ 150 ຕຽງ). ຮູ້ແລ້ວແກ້ໄຂໃຫ້ແດ່ເດີທ່ານເອີຍ.

ຂອບໃຈ

__________________


Guru

Status: Offline
Posts: 1010
Date:

Republic wrote:
luffy wrote:

 

ບ້ານໃດເມືອງໃດແຂວງໃດ



 


ບ້ານຈອມມະນີເໜືອ, ເມືອງໄຊເສດຖາ, ແຂວງກໍາແພງນະຄອນ (ຫຼັງໂຮງໝໍ 150 ຕຽງ). ຮູ້ແລ້ວແກ້ໄຂໃຫ້ແດ່ເດີທ່ານເອີຍ.

ຂອບໃຈ


 

ໂຕເມືອງແທ້ໆ ຍັງເປັນແບບນີ້

ຢູ່ບ້ານນອກໃຊ້ນ້ຳສ້າງຍັງບໍ່ໄດ້ອຶດ



__________________
Anonymous

Date:

Republic wrote:

ສະບາຍດີທຸກໆຄົນ, ຂ້ອຍບໍ່ຮູ້ວ່າທຸກຄົນເປັນຄືກັບຂ້ອຍບໍຫວ່ານໍ້າປະປາບໍ່ມາຕະຫຼອດ, ມັນເປັນມາໄດ້ 3 ປີແລ້ວ ແລະ ຂ້ອຍສັງເກດເຫັນວ່ານໍ້າປະປາມັນມາເປັນຊ່ວງຄື: ເວລາ 01h00’ ຫາ 5h00’ ຂອງທຸກໆມື້ (ຕອນເຊົ້າມືດ).
ແລະເວລາທີ່ຂ້ອຍໂທໄປຫາພະນັກງານຂອງບໍລິສັດນໍ້າປະປາເພິ່ນເວົ້າຫວ່ານໍ້າບໍ່ພໍ່ ແລະ ແນະນໍາໃຫ້ຂ້ອຍຊື້ນໍ້າສໍາຮອງຂອງບໍລິສັດ, ຈໍານວນ 30 ຟຸດຕໍ່ 150.000 ກີບ.
ຂ້ອຍຢາກຖາມແດ່ນໍ້າບໍ່ພໍແລ້ວຢັງມີນໍ້າຂາຍໃຫ້ປະຊາຊົນຫວາ? ແລະ ບັນຫານໍ້ານີ້ຄວນແກ້ໄຂແນວໃດ? ຢາກໃຫ້ພາກສ່ວນກ່ຽວຂ້ອງມາແກ້ໄຂບັນຫາດັ່ງກ່າວແດ່.
ຂອບໃຈ.


 ຖ້າເປັນແບບວ່າມານີ້ ກໍ່ແມ່ນການຫາເງິນເຂົ້າຖົງແບບຂູດຮີດກັນແລ້ວ...

ໃຜຊິຮັບຜິດຊອບ ກວດສອບລະບາດນີ້

ເວົ້າມາລະເມື່ອຍເລື່ອງແບບນີ້ ປະຊາຊາຊົນບໍມີບ່ອນເພິ່ງອີຫຼີ ຕຳຫຼວດ ທະຫານ ສານ ຕລອດຮອດສຳນັກງານສັງກັດລັດລ້ວນແລ້ວແຕ່ເປັນເຄື່ອງມືໃຫ້ຜູ່ມີອຳນາດ ແລະເງິນ...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard