Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຍອ້ນເຮົາບໍ່ຢາກສົນໃຈຂ່າວຈຶ່ງທຳໃຫ້ເກີດຊອ່ງໂວ່
Anonymous

Date:
ເປັນຍອ້ນເຮົາບໍ່ຢາກສົນໃຈຂ່າວຈຶ່ງທຳໃຫ້ເກີດຊອ່ງໂວ່


ເປັນຍອ້ນເຮົາບໍ່ຢາກສົນໃຈຂ່າວບ້ານເມືອງຕົວເອງນີ້ບໍຈຶ່ງທຳໃຫ້ເກີດຊອ່ງໂວ່!

ບໍ່ວ່າ ວິທະຍຸ ໂທລະທັດ ຫນັງສືພິມ ຫນັງລະຄອນ ແລະອັນສຳຄັນ ຂ່າວຄາວຕ່າງໆ ຢູ່ຫນ້າຈໍໂທລະທັດ ພາກັນຫັນໄປເບິ່ງແຕ່ຊອ່ງ 3

ເລື້ອງການເມືອງແຮງພາກັນໄປສົນໃຈນຳແຕ່ເສື້ອແດງເສື້ອເຫລືອງ

ຈົນທຳໃຫ້ເກີດຊອ່ງໂຫວ່ພາຍໃນ ໃຜຢາກເຮັດຫຍັງກໍບໍ່ສົນໃຈ ໃຜຢາກເອົາເງິນມາແຕ່ໃສຊື້ລົດລາຄາແພງ ປຸກເຮືອນປານຄາລືຫາດ ໃຊ້ຈ່າຍແບບຟຸມເຟືອຍ 

ສີເຮັດຫຍັງທຳຫຍັງ ກໍແບບປຸກລະດົມກັນເຮັດ ເຊັ່ນວ່າ ຍະໂຍບາຍສາມສ້າງຍັງບໍ່ຮູ້ຊຳ້ວ່າ ຫມາຍຄວາມວ່າແນວໃດ

 



__________________
ດຣ ຈອນ

Date:
RE: ເປັນຍອ້ນເຮົາບໍ່ຢາກສົນໃຈຂ່າວຈຶ່ງທຳໃຫ້ເກີດຊອ່ງໂວ່


Anonymous wrote:

ເປັນຍອ້ນເຮົາບໍ່ຢາກສົນໃຈຂ່າວບ້ານເມືອງຕົວເອງນີ້ບໍຈຶ່ງທຳໃຫ້ເກີດຊອ່ງໂວ່!

ບໍ່ວ່າ ວິທະຍຸ ໂທລະທັດ ຫນັງສືພິມ ຫນັງລະຄອນ ແລະອັນສຳຄັນ ຂ່າວຄາວຕ່າງໆ ຢູ່ຫນ້າຈໍໂທລະທັດ ພາກັນຫັນໄປເບິ່ງແຕ່ຊອ່ງ 3

ເລື້ອງການເມືອງແຮງພາກັນໄປສົນໃຈນຳແຕ່ເສື້ອແດງເສື້ອເຫລືອງ

ຈົນທຳໃຫ້ເກີດຊອ່ງໂຫວ່ພາຍໃນ ໃຜຢາກເຮັດຫຍັງກໍບໍ່ສົນໃຈ ໃຜຢາກເອົາເງິນມາແຕ່ໃສຊື້ລົດລາຄາແພງ ປຸກເຮືອນປານຄາລືຫາດ ໃຊ້ຈ່າຍແບບຟຸມເຟືອຍ 

ສີເຮັດຫຍັງທຳຫຍັງ ກໍແບບປຸກລະດົມກັນເຮັດ ເຊັ່ນວ່າ ຍະໂຍບາຍສາມສ້າງຍັງບໍ່ຮູ້ຊຳ້ວ່າ ຫມາຍຄວາມວ່າແນວໃດ

 


 ຮາໆໆໆ ທ່ານກະຊ່າງມາຈົ່ມເນາະ ຖ້າເບິ່ງຊ່ອງລາວ ມັນຊິມີຫຍັງໜ້າສົນໃຈ ນອກຈາກການຈັດກອງປະຊຸມ ລະກະຕົບມືຊົມເຊີຍ ຖ້າແມ່ນລາຍການອື່ນອື່ນກະບໍ່ເວົ້າເທາະ ມັນຊິຍາວ ອັນລາຍການທີ່ຈະເຮັດໃຫ້ປະຊາຊົນເຂົ້າໃຈເຖິງບັນຫານັ້ນ ເກືອບວ່າ ຫຼື ວ່າ ບໍ່ມີເລີຍ ກະບໍ່ຮູ້ ເພາະຂ້າພະເຈົ້າບໍ່ເຂົ້າຊ່ອງລາວດົນລະ 

ຍ້ອນຫຍັງເຂົາຈຶ່ງເບິ່ງພວກເສື້ອແດງເສື້ອເຫຼືອງ ກະດ້ວຍທຸກການປາກເວົ້າ ທຸກການຊຸມນຸມ ມັນບໍ່ແມ່ນເລື່ອງຫຼີ້ນໆ ເຮົາເບິ່ງຄືວ່າມັນເປັນເລື່ອງທີ່ບໍ່ເປັນເລື່ອງ ອັນທີ່ຈິງແລ້ວ ບັນຫາປາກທ້ອງຂອງປະຊາຊົນ ມັນເປັນເລື່ອງຫຼັກທີ່ຈະເຮັດໃຫ້ຊາດຈະເລີນ ສ່ວນວ່າບ້ານເຮົາເດ ມີຫຍັງ ນອກຈາກ 4 ບຸກ 3 ສ້າງ ຂໍໂທດເດີ ອັນນີ້ມັນໝາຍເຖິງຫຍັງກະບໍ່ຮູ້ ຫຼືວ່າເປັນຄຳຍອດຮິດຂອງ ລາວໄປແລ້ວກະບໍ່ຈັກ......



__________________
Anonymous

Date:

ຂະຫນາດທ່ານຜູ້ມີຄວາມຮູ້ ມີວິຈາຣະຍານ ລວມທັງ ຂພຈ ເອງ ຍັງບໍ່ເຂົ້າໃຈວ່າ ສາມສ້າງສີ່ບຸກ ຫມາຍຄວາມວ່າແນວໃດ

ແລວ້ສີໃຫ້ ພໍ່ຕູ້ແມ່ຕູ້ ຜູ້ໄປນັ່ງຕົບຍຸງຟັງເພິ່ນເຜີຍແຜ່ຢູ່ຫໍແຈກບ້ານ ເຂົ້າໃຈໄດ້ແນວໃດລະ

ນອກຈາກຄຳວ່າ ເຫັນດີນຳ ໄປຕາມຂະບວນການ

ແມ່ນບໍ່ທ່ານ

ສວ່ນໂຄສົກ ໂທລະທັດ ເມືອເປີດຟັງເພິ່ນເວົ້າຊື່ໆ ກໍຍັງຂົນລຸກແລວ້ ຍອ້ນຢາກອາຍຕາງ ຢ່າເວົ້າສາເລື້ອງສີ ອະທິບາຍ ເນື້ອໃນ ຂອງບົດ ແມ້ແຕ່ຫົວບົດ ຍັງບໍ່ເຂົ້າໃຈແລວ້ 



__________________
Anonymous

Date:

ນີ່ເດທີ່ເຂົາເອິ້ນວ່າຖຶກຄອບງຳໂດຍສື່ປະເທັດເພື່ອນບ້ານ ບໍ່ວ່າສິເປັນດ້ານສັງຄົມ ການບ້ານການເມືອງ ກີລາ ບັນເທິງ

ອິນຂະໜາດຖືຫາງຂ້າງນັ້ນຂ້າງນີ້ປານເປັນເລື້ອງຂອງບ້ານໂຕເອັງ ແຕ່ພໍເປັນເລື້ອງຂອງບ້ານໂຕເອັງແທ້ກັບບໍ່ຄ່ອຍສົນໃຈສິແກ້ໄຂຫຍັງ

ຫັນມາເບິ່ງໂທລະພາບຂ່າວສານບ້ານເຮົາແທ້ໆ ກະບໍ່ມີລາຍການຫຍັງເປັນຕານ່າສົນໃຈພໍທີ່ສິໃຫ້ຄົນລາວຫັນມາສົນໃຈ ຫັນມາຕິດຕາມເບິ່ງ

 



__________________
Anonymous

Date:

ເວົ້າກັນແບບກົງໄປກົງມາເດີ ທັ້ງສື່ໂທລະພາບ ທັ້ງສື່ສິ່ງພິມລາວ "ດ້ອຍຄຸນນະພາບ"

ບໍ່ວ່າສິເປັນດ້ານໄດ໋ເລື້ອງໄດ໋ ຖ້າບໍ່ມີການແຂ່ງຂັນກັນແລ້ວ ຍາກທີ່ສິພັດທະນາໃຫ້ດີໄດ້

 

 



__________________
Anonymous

Date:

ຍ້ອນຂ່າວສານລາວມີແຕ່ຍ່ອງຍໍ ເອົາອົກເອົາໃຈກັນເອັງ ແລະທີ່ສຳຄັນ ຄົນລາວມັກຖຶກຍ່ອງ ບໍ່ມັກຖຶກຕຳໜິ

ຕ່າງຈາກບ້ານອື່ນ ເຂົາເປິດໃຫ້ວິພາກວິຈານທັ້ງດ້ານດີດ້ານຮ້າຍກັນໄດ້ ແລ້ວໃຫ້ພາກປະຊາຊົນເປັນຄົນຕັດສິນໃຈ

 

 



__________________
Anonymous

Date:

ຊອ່ງໂຫວ່ອັນຕະລາຍທີ່ສຸດກໍຄືບັນຫາສິ່ງຫຍໍ້ທໍ້ໃນສັງຄົມລາວ

ໃນເມື່ອ ສື່ມວນຊົນບໍ່ເອົາເລື້ອງນີ້ອອກມາວິຈານ ຢ່າງຈິງຈັງ ແລວ້ ກໍມີແຕ່ພາກັນມືນຕາເມົ້າໆ ເບິ່ງ

ເພິ່ນສີມີເງິນເປັນຕື້ໆ ປຸກເຮືອນເປັນ ສິບໆຫລັງ ຊື້ດິນເປັນ 100ໆ ບອ່ນ ກໍມີແຕ່ພາກັນສະອອນນຳ ວາດສະຫນາຊາຕາ ຂອງເພິ່ນ



__________________
Anonymous

Date:

ຂ້ອຍມາຫາກິນຢູ່ຂ້ວນໂລກໃຕ້ອາໃສສະຖານທູຕລາວຢູ່ຂ້ວນໂລກເໜືອເປັນບ່ອນກະຈາຍຂ່າວສະພາບການບ້ານເມືອງ

ຕ່າງໆທີ່ເກີດຂຶ້ນໃນປະເທດລາວ ແຕ່ເຂົ້າໄປຍາມໃດກໍ່ເຫັນແຕ່ທ່ານຈູມມະລີຍິ້ມແປ່ງແວ່ງຕອນຈັບມືກັບທ່ານໂຮແລນ

ພໍກົດປຸ່ມ Related sites ແລະກົດລິ້ງ http://www.lnr.org.la ເພືອຟັງຂ່າວ ເພິ່ນພັດຍົກຄໍາເຕືອນມາບອກວ່າ:

 It works !

This is the default web page for this server

The web server is running but no content has been added, yet.

 

7-8 ປີກ່ອນ ໄດ້ອ່ານຂ່າວຢູ່ເວັບໄປຊ vientianetimes.org.la ເພິ່ນຂ່າວວ່າ ສປປ ຈີນ ໄດ້ຊ່ອຍເຫຼືອລາວໃນຈໍານວນເງິນ

72 ລ້ານໂດລາສະຫະລັດ ເພື່ອຕິດຕັ້ງຖານຂໍ້ມູນເຮັດໃຫ້ ສປປ ລາວ ໄດ້ມີ E-government ປົກຄອງປະຊາຊົນ ເໝືອນປະເທດ

ໄກ້ຄຽງທັງ 5. ແຕ່ມາຮອດປັດຈຸບັນ ເວັບໄຊຂອງລັດຖະບານຫລາຍເວັບຍັງບໍ່ທັນເປັນຮູບປະທໍາ, ຂໍຍ້ອງຍໍເວັບເບຍລາວເດີ

ເຂົ້າໄປຍາມໃດກໍ່ເຂົ້າໄດ້ຍາມນັ້ນ ໂດຍບໍ່ມີບັນຫາຂັດຂ້ອງຫຍັງຖ້າອາຍຸກາຍ 18 ປີ.



__________________
Anonymous

Date:

ເລີ່ມຕົ້ນກໍແມ່ນລະຄອນໄທ ວາລະສານໄທ, ຕໍ່ມາກະຂ່າວໄທ, ເຄື່ອງອຸປະໂພກ ບໍລິໂພກ ຂອງໄທ ,  ພາຫະນະຂົນສົ່ງ ຂອງໄທ ມັກສົນໃຈການເມືອງໄທ. ດຽວນີ້ຫຼາຍຄົນເຮົດທຸລະກິດຂ້າມຝັ່ງ ມີບັດປະຈຳຕົວສອງໃບ ໄປລາວຖືບັດລາວ  ໄປໄທ ຖືບັດໄທ ແລ້ວກໍນັບມື້ນັບຫຼາຍຂື້ນ ຖ້າລັດຖະບານລາວຍັງເຂົ້າກະທໍ ຍໍຕົນເອງດັ່ງນີ້  ບໍ່ດົນຈະບໍ່ມີຄົນລາວເຫຼືອຢູ່ແຜ່ນດິນລາວອີກ  ຈະມີແຕ່ພວກຖືກຸບ ແລະພວກເຂົ້າປຽກຊິກືນກິນລາວໝົດ...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard