Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮັກອໍໍາລໍ່າ ຂ້ຽວເຂົ້າມາເບິ່ງກ່ອນຖືກລຶບ
Anonymous

Date:
ຮັກອໍໍາລໍ່າ ຂ້ຽວເຂົ້າມາເບິ່ງກ່ອນຖືກລຶບ

biggrin

__________________
Anonymous

Date:

ແບບນີ້ ຍັງກ້າເອົາໄປສາຍຢູ່ເມືອງໄທ  ອາຍຕາງແທ້ເດ!

__________________
Anonymous

Date:

Anonymous wrote:

ແບບນີ້ ຍັງກ້າເອົາໄປສາຍຢູ່ເມືອງໄທ  ອາຍຕາງແທ້ເດ!

 ຄົນທີ່ໄປເບິ່ງມາແລ້ວເຂົາຈົ່ມເສຍດາຍເງິນຢູ່ໝົດທຸກຄົນເລີຍ

ເຂົາຍັງເວົ້າອີກວ່າ ເດັກນ້ອຍນ້ອງໆນັກຮຽນປະຖົມສະແດງລະ

ຄອນເວທີຢູ່ໂຮງຮຽນໃນປະເທດໄທຍັງສະແດງດີກ່ອນນີ້ຊ້ຳ.

__________________
Anonymous

Date:

ມັນຄືມາສະແດງຂີ້ຮ້າຍ ແລະ ບໍ່ເປັນທໍາມະຊາດແທ້

ແມ່ນຄົນລາວ ແມ່ນບໍ່ທີ່ເປັນຜູ້ຜະລິດ 

ນັກສະແດງແຕ່ລະຄົນ ບອກໄດ້ຄໍາດຽວວ່າ... ຫ່ວຍ bleh

__________________
Anonymous

Date:

ນັກສະແດງທັງໝົດນັ້ນບໍ່ໄດ້ແມ່ນນັກສະແດງອາຊີບຫລືຜ່ານໂຮງຮຽນ

ການສະແດງມາກ່ອນ ລ້ວນແລ້ວແຕ່ເປັນນັກສະແດງເສັ້ນທັງນັ້ນ,

ຍັງໄກກັບຄວາມຈະເລີນຫລາຍ. ຖ້າປຽບໃສ່ສະໄໝ 70-74 ຂອງໜັງລາວ

ທີ່ມີແຕ່ຄົນລາວສ້າງເອງ ສະແດງເອງ ກຳກັບເອງ ອອກທຶນເອງ ໂດຍຍາ

ອ້າຍວຽງໄຊ ດັ່ງໜັງເລື່ອງ: ແຜ່ນດິນຂອງເຮົາ, ເມື່ອສິ້ນຄວັນໝອກ, ນ້ຳ

ໃຈສາວສາຣະວັນ, ເສືອຈອມດອຍ ແລະຫລ້າສຸດແມ່ນ ບົວກາງບຶງ ຊຶ່ງອອກ

ສາຍສູ່ສາຍຕາຂອງປະຊາຊົນລາວທົ່ວປະເທດແລະເປັນທີ່ປະທັບໃຈຜູ້ທີ່ໄດ້ຊົມ

ທີ່ສຸດ ແລະບາງເລື່ອງກໍໄດ້ນຳໄປສາຍທີ່ປະເທດໄທແລະຂເມນແລະກໍໄດ້ຮັບ

ຄວາມນິຍົມຊົມຊອບຈາກຜູ້ຊົມຂອງສອງປະເທດນີ້ເປັນຢ່າງດີ.

__________________
Anonymous

Date:

ເບິ່ງໜັງນີ້ເຮັດໃຫ້ມຸດມັດຂະໜ້າດ. ນອກຈາກການສະເເດງຂີ້ລ້າຍເເລ້ວ, ສະຖານທີ່ຂອງບ່ອນສະເເດງກະມີເເຕ່ບ່ອນເປິເປໍີ້ອນ; ເຖິ່ງວ່າຈັນເປັນບ້ານນອກຄອກນາກໍ່ຄວນເເປງໃຫ້ເບິ່ງໄຄກວ່ານີ້ເເນ່ກະບໍ່ເເລະນັກສະເເດງໂດຍຊະເພາະພະເອ່ກທັງສອງຄົນນັ້ນຜູ້ໃດກະເບິ່ງເປັນມໍີດ

ຍໍີດມາດຍາດຈັ່ງໃດຮຸຫຼະເເຖມທັງບໍ່ສົມນາງເອ່ກພໍເຄິ່ງອີກຊໍ້າ!

ເລີຍເຮັດໃຫ້ເມິດຄວາມສົນໃຈນຳໜັງ. ເເຕ່ຈັ່ງໃດກໍ່ຂໍຂອບໃຈນຳຄວາມພະຍາຍາມຂອງນັກສະເເດງທັງໝົດພ້ອມດ້ວຍຜູ້ທີ່ສ້າງໜັງນີ້ນຳເເລະກໍ່ຫວັງວ່າໃນອານາຄົດກະຈະເຫັນຜົນງານທີ່ດີກວ່ານີ້. ຂໍໃຫ້ເມິດທຸກຄົນຈົ່ງໂຊກດີ!

__________________

Guru

Status: Offline
Posts: 1010
Date:

ຢ່າຈົ່ມຫລາຍພວກເຈົ້າ ເງິນມີຊໍ່ານີ້ກະໄດ້ຊໍ່ານີ້ລະ ຄົນສະແດງເກັ່ງໆ ຄືທັນວາ ກັບແອັບເປິ້ນ ກະຍັງໄປໄທຍ້ອນເງິນ

__________________
Anonymous

Date:

ຂອບ​ໃຈ​ທີ່ເອົາ​ມາ​ໃຫ້​ເບິ່ງ.

__________________
Anonymous

Date:

ຫນັງຕະຫລົກລາວ ແຕ່ມຸກຝືດໆໆ ບໍ່ເປັນຕາຫົວເລີຍ....

ແລະກໍມີລະຄອນ ເຂົ້າຫລາມປີ້ງໄກ່ທາງຊ້ອງລາວສະຕາແຮງຂີ້ຮ້າຍບໍ່ເປັນຕາຫົວຈັກດີ້ ປານນັ້ນໂຄສະນາວ່າຫົວແທ້ຫົວວ່າ...ຫລີ້ນເອງຫົວເອງ...ມີແຕ່ບັກກິນ້ອຍຜີບ້າເຕັ້ນຢອກໆແຢກໆ...

 ຄວນມີນຳໃຈສົ່ງເສີມຄົນລາວດ້ວຍກັນ

ອັນຕິນັ້ນໃຜຕິກໍໄດ້

ແຕ່ອອກຄຳຄິດເຫັນວ່າເຮັດແນວໃດຈຶ່ງຈະກ້າວໄປນ້າໄດ້ອີກ

ຈົ່ງຄິດວ່າ ມັນເປັນການລິເລີ້ມ ແລະທຶນກໍຍັງໜ້ອຍ

ຈະໄປທຽບກັບໜັງບ້ານໄກ້ເຮືອນຄຽງເຮົານັ້ນ ບໍ່ໄດ້ດອກ

 ເພາະເຂົາມີທຶນຫລາຍ ແລະກໍມີປະສົບການມາຫລາຍເປັນສິບໆປີແລ້ວ

ສະແດງໄດ້ສຳນີ້ກໍດີຫລາຍແລ້ວ ຖ້າເວົ້າເຖິງອະດີດຂອງບ້ານເຮົາ

__________________
Anonymous

Date:

ບໍ່ຮູ້ວ່າປະເທດລາວມີນັກວິຈານຫນັງບໍ່

ເພື່ອຈະເຮັດໃຫ້ວົງການນີ້ກ້າວຫນ້າໄວກວ່ານີ້

__________________

Senior Member

Status: Offline
Posts: 268
Date:

Anonymous wrote:

ບໍ່ຮູ້ວ່າປະເທດລາວມີນັກວິຈານຫນັງບໍ່

ເພື່ອຈະເຮັດໃຫ້ວົງການນີ້ກ້າວຫນ້າໄວກວ່ານີ້

 ທຸກສິ່ງທຸກຢ່າງທີ່ປະເທດລາວເຮັດ ເພິ່ນຫ້າມວິຈານເດັດຂາດ ນອກຈາກຍ້ອງຍໍເທົ່ານັ້ນ....

__________________
Anonymous

Date:

ໂອ້ຍ ບັກເຈັຽຕາຍິງຍົນເອີຍ!  ກູຢາກເອົາຫນ້າໄປມຸດດິນແກ່ນຕາຍເດ  ປານນັ້ນ ສາວທີ່ເອີ້ນວ່ານາງງາມມາສະແດງ ໄປກ້າຄຸຍໂມ້ຢູ່ຣາຍການຂອງໄທ ວ່າຝີມືລາວແທ້ໆ  ໂອຍ ຄົນໄທເຂົາຫົວຂວັນທັງບ້ານທັງເມືອງ ສາຍຮອບດຽວເຂົາໄລ່ເອົາອອກໂຮງເລີຍ.

__________________
Anonymous

Date:

ລິບອອກດ່ວນ  ຢາກອ້ວກ!!!

__________________
Anonymous

Date:

ຜົນງານຂອງຊ່ອງລາວສະຕຼາຫລາຍຍ່າງບໍ່ມີຄຸນນະພາບເລີຍ

ເທົ່າທີ່ຜ່ານຕາມາnonono

__________________
Anonymous

Date:

konlaoderm wrote:
Anonymous wrote:

ບໍ່ຮູ້ວ່າປະເທດລາວມີນັກວິຈານຫນັງບໍ່

ເພື່ອຈະເຮັດໃຫ້ວົງການນີ້ກ້າວຫນ້າໄວກວ່ານີ້

 ທຸກສິ່ງທຸກຢ່າງທີ່ປະເທດລາວເຮັດ ເພິ່ນຫ້າມວິຈານເດັດຂາດ ນອກຈາກຍ້ອງຍໍເທົ່ານັ້ນ....

 ແມ່ນຄວາມເຈົ້າພໍ່ອາວ, ເບິ່ງແຕ່ເພິ່ນເອົາເງິນໄປຫວ່ານຖີ້ມ

ສ້າງຖະໜົນ 450 ນັ້ນແດ່ ອີກບໍ່ເກີນ 3 ປີທາງໜ້າຖະໜົນເສັ້ນ

ນີ້ຈະເປັນທາງຄວາຍລົງທົ່ງນາໂລດ. ປານນັ້ນພາກັນຍ້ອງຍໍກັນ

ເອົາແທ້ເອົາວ່າ ວ່າເພິ່ນສະຫລາດສ່ອງໃສ!

__________________
Anonymous

Date:

ມີຫຼາຍໆຄົນໄດ້ເບິ່ງເລື່ອງນີ້ແລ້ວ ຮູ້ສຶກອຶດອັດ ໃນນັ້ນລວມທັງ ຂພຈ ເອງ ອາດມີເຫດຜົນດັ່ງນີ້

1, ມຸກຕາຫຼົກຝືດ...ຝືດ...ບາງຈັງຫວະ ມີການປ່ອຍມຸກ ແຕ່ຜູ້ຮັບບໍ່ມີຈັງຫວະການຮັບມຸກ ແລະ ບໍ່ສີສຽງປຸງແຕ່ງຫຼັງຈາກປ່ອຍມຸກພໍປານໃດ

2, ບໍ່ມີບົດທີ່ສະແດງເຖິງຄວາມເປັນມາຂອງຕົວລະຄອນແຕ່ລະຕົວ ໂດຍສະເພາະແມ່ນລະຄອນຕົວເອກ, ຢູ່ຊື່ໆກໍ່ຕັດພາບເຂົ້າມາ ໂດຍບໍ່ົໄດ້ອະທີບາຍເຖິງຄວາມສຳພັນອັກເລີກເຊິ່ງຂອງທັງຄູ່ກ່ອນ

3,ບົດເລື່ອງຂາດຄວາມເປັນມາ ແລະ ຂາດຄວາມຕໍ່ເນື່ອງຫຼາຍພໍສົມຄວນເຊັ່ນ: ເປິດເລື່ອງແລ້ວເດີນເລື່ອງບໍ່ຈົບ ເຮັດໃຫ້ຜູ້ຊົມມີອາການຄ້າງ

4 ໃຊ້ເວລາກັບບາງບົດຫຼາຍເກີນໄປເຊັ່ນ: ຕອນເປີດເລື່ອງທີ່ມີຕົວລະຄອນສອງຄົນຮ້ອງລຳ ຄວາຍຂອງຂ້ອຍ...ຂ້ອຍຄິດວ່າບົດນີ້ມັນບໍ່ເຂົ້າເລື່ອງເລີຍ, ຕອນຈູດບັ້ງໄຟ,ຕອນງັນຄົນຕາຍ...

ເຖິງແນວໃດກໍ່ດີ ຍັງມີຄວາມພະຍາຍາມໃນການສ້າງໜັງລາວອອກມາໃຫ້ເບິ່ງ ສິ່ງບົກຜ່ອງທີ່ວ່າມານັ້ນ ອາດກ່ຽວຂ້ອງກັບ ປະສົບການຂອງນັກສະແດງ ນັກປະພັນ ແລະຕົ້ນທຶນຈຳກັດ, ຄິດວ່າສິໄດ້ຊົມໜັງລາວທີ່ມີຄຸນນະພາບຕື່ມອີກ ເປັນກຳລັງໃຈໃຫ້ນັກສະແດງ ແລະນັກສ້າງໜັງໝົດທຸກຄົນ

__________________
Anonymous

Date:

ผมดูในทีวีไทยเมื่อเร็วๆ นี้ เค้ารายงานว่า หนังลาวเรื่องนี้ ได้เงินจากการฉายในไทยทั้งหมด ห้าแสนบาทเศษ !

555 ก็ประมาณ ซื้อรถอีโคคาร์เกียร์ออโต้ในไทยได้หนึ่งค้น 

__________________
Anonymous

Date:

ເອົາໃຈຊ່ອຍເທື່ອນີ້ເປັນບົດຮຽນເທື່ອໜ້າຕ້ອງດີກວ່າເກົ່າ... Don't stop don't give up... keep trying you'll get it, right...

ແຕ່ຂ້ອຍຍັງບໍທັນໄດ້ເບິ່ງດອກ ເບິ່ງແລ້ວກ່ອນເປັນແນວໃດຊິມາບອກ

ສົ່ງເສີມ!

__________________
Anonymous

Date:

ເວົ້າຊື່ໆ ຂ້ອຍເບິ່ງເລື້ອງນີ້ໄດ້ ບໍ່ຮອດ 5 ນາທີ ປິດໄວ້ເລີຍ ເພາະ ອາຍ ເວລາເບິ່ງຕໍ່ 

ມັນບໍ່ເປັນຕາ ຈັກໜ້ອຍເລີຍ

ກົງກັນຂ້າມ ສະບາຍດີຫຼວງພະບາງ ແມ່ນເບິ່ງແບບອົມຍິ້ມ ແລະ ມີຄວາມສຸກໄປຕະຫຼອດ

ມັນຄືມາແຕກຕ່າງກັນດ້ານຄຸນນະພາບແທ້ ປານນັ້ນໂຄສະນາ ເອົາແທ້ເອົາວ່າ 

ດີທີ່ຂ້ອຍບໍ່ຫຼົງຈ່າຍເງິນໄປເບິ່ງ 

ຖ້າບໍ່ດັ່ງນັ້ນ ເສຍໃຈໄປຕະຫຼອດເດືອນ no

__________________
Anonymous

Date:

ເຂົາເຕະອອກໂຮງຫນງເມືອງໄທ ສົມນໍ້າຫນ້າ. ປານນັ້ນໄປຕົບພຸງຕົບພາຍ ຫນ້າຕາສະອອນ ຂອງສອງສາວທີ່ຮ່ວມສະແດງ  ໂອຍຢາກເອົາຫນ້າມຸດດິນແກ່ນແຕ່ຕອນສອງສາວທີ່ຜູ້ນື່ງອ້າງວ່າເປັນນາງສາວລາວ ອີກສາວນື່ງເປັນນັກຮ້ອງວ່າຊັ້ນ!  ບອກໄດ້ແຕ່ຕອນນັ້ນເລີຍ ວ່າແບກເອົາຫນ້າລາວມາຕາຍນໍ້າຕື້ນຄັກຄັກ  ໂອ້ຍ ມັນລະບໍ່ຜິດອ້ອຍຕ້ອຍ  ເຫັນບັກຕາເຈັຽຮ້ອງເພງກົງໂກະກົງໂກ້ຍ ຮ້ອງເພງຄວາຍແມ່ ເປັນຕາທຸເລດ ມັນຕລົກມ່ອງໃດ ແລະກ່ຽວຂ້ອງກັບຮັກອໍ່າລໍ່າແນວໃດ? ຄວາມຈິງ ສິ່ງທີ່ພວກນີ້ເກນເອົາມຸກມາເວົ້າ ມັນກໍເປັນສິ່ງທີ່ພວກມັນຫລີ້ນມາຕລອດ ແຕ່ບໍ່ມີຜູ້ໃດຄົນດຽວຊິໄປຫົວນໍາມັນ. ການສ້າງຫນັງ ເຖິງຊິໃຫ້ມັນມີພັນລ້ານ ມັນກໍເສັຽເປົ່າ ເພາະທັງຜູ້ຂຽນເຮື່ອງ ທັງຜູ້ກໍາກັບ ທັງຜູ້ສະແດງ ມັນບໍ່ເປັນຕາສະຕແກທັ້ງນັ້ນ ໂດຍສະເພາະ ບັກເຈັຽ ຕາຍິງຍົນຄົນນັ້ນ.

__________________
Anonymous

Date:

ພວກເຈົ້າກໍຮູ້ຢູ່ແລ້ວວ່າໜັງລາວບໍ່ຄວນຊິເອົາມາສາຍໃຫ້ຄົນເບິ່ງ

ຂອ້ຍຄິດວ່າຕອ້ງເອົາໄປສາຍໃຫ້ຄວາຍເບິ່ງເພາະວ່ານັກສະແດງ

ພອ້ມຜູ່ກໍາກັບໜັງ ພວກນີ້ເຂົາມາແຕ່ໃນຖໍ້າຄວາມຮູ້ພໍພຽງແຕ່

ຫາງອຶ່ງ ພວກເຈົ້າວ່າຄືຂອ້ຍຢູ່ບໍ

The hitman

__________________
Anonymous

Date:

ເໝາະສົມເປັນລະຄອນໂທລະທັດຫຼາຍກວ່າ... ຍັງບໍ່ທັນເຖິງບົດໜັງຂ້ອຍວ່າ

__________________
Anonymous

Date:

Anonymous wrote:

ເຂົາເຕະອອກໂຮງຫນງເມືອງໄທ ສົມນໍ້າຫນ້າ. ປານນັ້ນໄປຕົບພຸງຕົບພາຍ ຫນ້າຕາສະອອນ ຂອງສອງສາວທີ່ຮ່ວມສະແດງ  ໂອຍຢາກເອົາຫນ້າມຸດດິນແກ່ນແຕ່ຕອນສອງສາວທີ່ຜູ້ນື່ງອ້າງວ່າເປັນນາງສາວລາວ ອີກສາວນື່ງເປັນນັກຮ້ອງວ່າຊັ້ນ!  ບອກໄດ້ແຕ່ຕອນນັ້ນເລີຍ ວ່າແບກເອົາຫນ້າລາວມາຕາຍນໍ້າຕື້ນຄັກຄັກ  ໂອ້ຍ ມັນລະບໍ່ຜິດອ້ອຍຕ້ອຍ  ເຫັນບັກຕາເຈັຽຮ້ອງເພງກົງໂກະກົງໂກ້ຍ ຮ້ອງເພງຄວາຍແມ່ ເປັນຕາທຸເລດ ມັນຕລົກມ່ອງໃດ ແລະກ່ຽວຂ້ອງກັບຮັກອໍ່າລໍ່າແນວໃດ? ຄວາມຈິງ ສິ່ງທີ່ພວກນີ້ເກນເອົາມຸກມາເວົ້າ ມັນກໍເປັນສິ່ງທີ່ພວກມັນຫລີ້ນມາຕລອດ ແຕ່ບໍ່ມີຜູ້ໃດຄົນດຽວຊິໄປຫົວນໍາມັນ. ການສ້າງຫນັງ ເຖິງຊິໃຫ້ມັນມີພັນລ້ານ ມັນກໍເສັຽເປົ່າ ເພາະທັງຜູ້ຂຽນເຮື່ອງ ທັງຜູ້ກໍາກັບ ທັງຜູ້ສະແດງ ມັນບໍ່ເປັນຕາສະຕແກທັ້ງນັ້ນ ໂດຍສະເພາະ ບັກເຈັຽ ຕາຍິງຍົນຄົນນັ້ນ.

 ມັນເປັນເລໍີ້ອງທຳມະດາຂອງນັກສະເເດງທີ່ໄປໂຄຊະນາຊັກຊວນໃຫ້ຜູ້ຊົມມີຄວາມສົນໃຈນຳຜົນງານຂອງຕົນເອງ. ມັນບໍ່ມີນັກສະເເດງເມໍີອງໃດດອກທີ່ເຂົາຈະເວົ້າທາງລົບຂອງຜົນງານຕົນເອງ! ມີເເຕ່ຜີບ້າເທົ່ານັ້ນ!

ຄວາມຜິດພາດຂອງຜູ້ສ້າງໜັງນີ້ເເມ່ນເອົາຄົນບໍ່ເຄີຍຮຽນຮູ້ໃນການສະເເດງມາເປັນດາຣາ!biggrin

__________________
Anonymous

Date:

Anonymous wrote:

ໂອ້ຍ ບັກເຈັຽຕາຍິງຍົນເອີຍ!  ກູຢາກເອົາຫນ້າໄປມຸດດິນແກ່ນຕາຍເດ  ປານນັ້ນ ສາວທີ່ເອີ້ນວ່ານາງງາມມາສະແດງ ໄປກ້າຄຸຍໂມ້ຢູ່ຣາຍການຂອງໄທ ວ່າຝີມືລາວແທ້ໆ  ໂອຍ ຄົນໄທເຂົາຫົວຂວັນທັງບ້ານທັງເມືອງ ສາຍຮອບດຽວເຂົາໄລ່ເອົາອອກໂຮງເລີຍ.

 ນິ,ເວລາເຈົ້າມີຄວາມບໍພໍໃຈນຳສິນຄ້າດັ່ງນີ້ຂ້ອຍກະບໍ່ຄັດຄ້າການລະບາຍອາລົມຫຼໍີຄວາມເເນະນຳຂອງເຈົ້າ

ດອກ,ຂະເເນມວ່າຢ່າຊູໃຫ້ທ່າຫຼໍີເຂົ້າຂ້າງຊາດອໍີ່ນມາດູມິ່ນດູຖູກເເລະທັບຖົມຊາດເຮົາເອງກະເປັນພໍ. 

__________________
Anonymous

Date:

ໜັງຄວນສິປະສົບຄວາມສຳເລັດຍູ່ລາວກ່ອນຄ່ອຍເອົາໄປສາຍຍູ່ເມືອງນອກ

ຖ້າໜັງບໍ່ດີຈິງແທ້ ບໍ່ໄດ້ເງິນເຂົາເຈົ້າງ່າຍໆເດີ ແຖມຍັງສິກາຍເປັນພາບລົບວ່າ ຖ້າໜັງມາຈາກລາວແລ້ວສິເປັນຄືເລື້ອງນີ້

__________________
Anonymous

Date:

ວັນສະເລີມລຸ້ນນ້ອຍໃນລະຄອນທອງເນື້ອເກົ້າ ຍັງສະແດງໄດ້ດີກວ່າ

ພວກນີ້ຫລາຍຮ້ອຍທົບຂ້ອຍວ່າ ອາຍເດັກນ້ອຍເນາະເວົ້າມາແລ້ວbiggrinbiggrinbiggrinbiggrinbiggrin

__________________
Anonymous

Date:

pen ta yak aiy ka jaono

__________________
Anonymous

Date:

ເບິ່ງໜັງບົວແດງມ່ວນກ່ອນ

http://www.youtube.com/results?search_query=Movies+Laos+Vanessa+-+Red+Lotus+%28%E0%B8%9A%E0%B8%B1%E0%B8%A7%E0%B9%81%E0%B8%94%E0%B8%87%29&sm=3

 ໜັງເລື່ອງບົວແດງນີ້ເຖິງຈະເປັນໜັງຂອງ ສປປ ລາວ ສ້າງຂຶ້ນ ແຕ່ຜູ້ປະພັນ, ຜູ້ກຳກັບ, ນັກທ່າຍທຳ

ນັກວິຊາການ ແລະນັກສະແດງ ລ້ວນແລ້ວແຕ່ເປັນຄົນເກົ່າຂອງກົມພາບພະຍົນລາວຂອງລະບອບເກົ່າ

ທັງນັ້ນ ໜັງເລື່ອງນີ້ຈຶ່ງອອກມາແບບມີປະສິດທິພາບກ່ອນ ຮັກອ່ຳລ່ຳ ນີ້ປານຟ້າກັບດິນຖ້າສົມທຽບກັນ.

ໜັງເລື່ອງບົວແດງກໍເປັນໜັງທີ່ຄົນລາວສ້າງ ຄົນລາວແຕ່ງ ກຳກັບ ສະແດງ ແລະ ຕັດຕໍ່ເອງ ເໝືອນກັນ

ກັບໜັງ ຮັກອ່ຳລ່ຳ ນີ້ລະ.

__________________

Guru

Status: Offline
Posts: 695
Date:

ສົງໃສຊິແມ່ນລາວສ້າງ100%

__________________

 187557797.jpg

Anonymous

Date:

ผมดู ผ่านยูทูปแล้ว ครับ ก็ดู เรื่อย ๆ เรืองไม่มีเนื้อหาน่าสนใจ มุกตลก ก็แป้ก 

เพราะว่าไม่มีเสียงประกอบ เน้น ตลกไปเรื่อย ไม่เข้ากับเนื้อเรื่อง ส่วนนักแสดงไม่เข้าถึงบทบาท

ต้องเข้าใจว่าเป็นเรื่องแรก สถานที่ถ่ายทำก็ไม่หลากหลาย ไม่โดดเด่น สรุป เป็นแรกเรื่องของลาว

ถือว่าเป็น มาตรฐานให้หนังเรื่องต่อไป ทำให้ดีขึ้น แต่เรื่องนี ก็สร้างแรงบันดาลใจให้ คนลาวสร้างหนังดีๆๆต่อไป

__________________
Anonymous

Date:

ເນ້ນສ້າງບົດໜັງ ນັກສະແດງຄວນຝຶກສອນແອ້ກຕິ້ງໃຫ້ດີກ່ອນ

ສິສ້າງໜັງຕະຫຼົກບໍ່ແມ່ນງ່າຍໆເດີ ຖ້າໜັງເຮັດໃຫ້ຄົນດູບໍ່ມີອາລົມຮ່ວມນຳ ຈົບເລີຍ

__________________
Anonymous

Date:

Anonymous wrote:
Anonymous wrote:

ເບິ່ງໜັງບົວແດງມ່ວນກ່ອນ

http://www.youtube.com/results?search_query=Movies+Laos+Vanessa+-+Red+Lotus+%28%E0%B8%9A%E0%B8%B1%E0%B8%A7%E0%B9%81%E0%B8%94%E0%B8%87%29&sm=3

 ໜັງເລື່ອງບົວແດງນີ້ເຖິງຈະເປັນໜັງຂອງ ສປປ ລາວ ສ້າງຂຶ້ນ ແຕ່ຜູ້ປະພັນ, ຜູ້ກຳກັບ, ນັກທ່າຍທຳ

ນັກວິຊາການ ແລະນັກສະແດງ ລ້ວນແລ້ວແຕ່ເປັນຄົນເກົ່າຂອງກົມພາບພະຍົນລາວຂອງລະບອບເກົ່າ

ທັງນັ້ນ ໜັງເລື່ອງນີ້ຈຶ່ງອອກມາແບບມີປະສິດທິພາບກ່ອນ ຮັກອ່ຳລ່ຳ ນີ້ປານຟ້າກັບດິນຖ້າສົມທຽບກັນ.

ໜັງເລື່ອງບົວແດງກໍເປັນໜັງທີ່ຄົນລາວສ້າງ ຄົນລາວແຕ່ງ ກຳກັບ ສະແດງ ແລະ ຕັດຕໍ່ເອງ ເໝືອນກັນ

ກັບໜັງ ຮັກອ່ຳລ່ຳ ນີ້ລະ.

 ເເມ່ນຫັ້ນຕີ້...ຂ້ອຍກະບັງເອີນພໍ່ໜັງນີ້ຢູ່ິ້YouTube໔-໕ປີຫຼັງ ຂ້ອຍກະເຫັນວ່າຜູ້ສ້າງເເລະກຳກັບມີຄວາມສາມາດ
ຫລາຍຂະໜ້າດວ່າບໍ່ມີເຄໍີ່ອງມໍີທັນສະໃໝເເລະບ່ອນໃຫ້ຄົ້ນຄົ້ວຄໍີInternateເພໍີ່ອຈະໄດ້ເອົາຫົວຄິດມາໃຊ້ເເລະນອກຈາກນີ້ເເລ້ວນັກສະເເດງກໍ່ທຳມະຊາດດີນຳອີກ.

__________________
Anonymous

Date:

__________________
Anonymous

Date:

Anonymous wrote:

 ບໍ່ອາຍເຂົາແດ່ບໍ່ທີ່ບໍ່ສົມກັບຄວາມໄປຄຸຍໃສ່ບ້ານເຂົາ!

ອັນນີ້ລະທີ່ເຂົາເອີ້ນວ່າ: ບໍ່ທັນເຫັນຫີ ຟ້າວແຕ່ສຽກໂຄຍໄວ້ຖ້າ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard