Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ
Anonymous

Date:
ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ

research+lao.jpg
         ໃນວັນທີ 15 ພະຈິກນີ້ ຢູ່ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີກອງປະຊຸມປຶກສາຫາລືການ ນຳໃຊ້ພາສາລາວໃຫ້ຖືກຕ້ອງໂດຍ ສະເພາະ ໃນລາຍກນາໂທລະພາບ ໂດຍການເປັນປະທານໂດຍທ່ານ ສະຫວັນຄອນ ຣາຊ໌ ມຸນ ຕີລັດຖະມົນ ຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ພາສາສາດ, ສະຖາບັນສື່ມວນຊົນ ແລະ ບັນດາ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອພ້ອມກັນຄົ້ນຄວ້າປະກອບຄວາມຄິດ ເຫັນກ່ຽວກັບການນຳໃຊ້ພາສາລາວໃຫ້ເປັນເອກະພາບ.
       ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກ່າວ ວ່າ: ການ ຈັດກອງປະຊຸມດັ່ງກ່າວຈຸດປະສົງຕົ້ນຕໍ ແມ່ນເພື່ອພັດທະນາຫຼັກການແບບວິທີການນຳໃຊ້ພາສາລາວໃຫ້ຖືກຕ້ອງມີຄຸນນະພາບ, ຖືກຫຼັກໄວຍາກອນ ແລະ ເປັນທີ່ຍອມ ຮັບໄດ້ຂອງສັງຄົມໂດຍສະເພາະຈະເບິ່ງຄືນຫຼັກການທີ່ເປັນເອກະພາບຂອງການນຳໃຊ້ພາ ສາທາງໂທລະພາບ, ເບິ່ງຄືນການໃຊ້ພາ ສາລາວທີ່ເປັນຜົນສະທ້ອນເຮັດໃຫ້ພາສາສູນເສຍ ແລະ ການຕົກລົງເອົາຄຳສັບທີ່ເປັນ ພາສາລາວຢ່າງຖືກຕ້ອງ.

        ກອງປະຊຸມໄດ້ຍົກໃຫ້ເຫັນ ວ່າ: ການນຳໃຊ້ພາສາລາວໃນ ສື່ມວນຊົນເຮົາຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ສ່ວນ  ໃຫຍ່ບັນດາໂຄສົກ, ພິທີກອນມີການໃຊ້ຄຳສັບແບບຊອດກະຈາ ເຮັດໃຫ້ສັງຄົມມີຄວາມສັບສົນລະຫວ່າງຄຳສັບ ຄຳ ເຄົ້າເດີມ ແລະ ຄຳສັບປັດຈຸບັນເຮັດໃຫ້ພາສາລາວສູນເສຍເອກະລັກຂອງພາສາລາວ, ຂະນະດຽວກັນຄວາມເປັນເອກະພາບ ທີ່ຈະນຳ ໃຊ້ຫຼັກພາສາລາວໃຫ້ຖືກກັບໄວຍາກອນ ຊຶ່ງກໍຍັງບໍ່ມີການກຳນົດຈະແຈ້ງໃນວັດຈະນານຸກົມທີ່ບັນດານັກປາດອາຈານ ໄດ້ຄົ້ນຄວ້າ ເຮັດໃຫ້ພາສາຄຳເວົ້າ ແລະ ການ ໃຊ້ສັບສຳນວນໃນພາສາບາງສິ່ງ ກໍບໍ່ຖືກຕ້ອງ ແລະ ເປັນເອກະພາບກັນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ ເປັນຈຸດໜຶ່ງເພື່ອພວກເຮົາໄດ້ພິຈາລະນາຄົ້ນຄວ້າເພື່ອກ້າວໄປສູ່ຄວາມເປັນເອກະພາບຕໍ່ການນຳໃຊ້ພາສາ ລາວໃນສື່ຂອງພວກເຮົາເພື່ອສັງຄົມມີຄວາມເຂົ້າໃຈງ່າຍຕາມຂຶ້ນ.

__________________
Anonymous

Date:
RE: ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ

ຄວນແກ້ໄຂບັນຫາຢູ່ທີ່ຕົ້ນຕໍຂອງບັນຫາ ບໍ່ແມ່ນຈະມາແກ້ໄຂບັນຫາຢູ່ແຖວປາຍຂອງບັນຫາ.

ຕົ້ນຕໍຂອງຄົນລາວທົ່ວປະເທດໃຊ້ພາສາລາວບໍ່ວ່າຈະທາງດ້ານປາກເວົ້າ ຫຼືທາງດ້ານຂຽນແມ່ນ

ເກີດມາຈາກຄວາມບໍ່ເປັນເອກກະພາບຂອງການນຳເອົາພາສາລາວໄປສິດສອນໃຫ້ເຍົາວະຊົນຢູ່

ທີ່ໂຮງຮຽນແລະສະຖາບັບການສຶກສາຕ່າງໆ, ຕົ້ນຕໍຄວາມຜິດພາດນີ້ແມ່ນມາຈາກກົມພາສາ

ສາດຫຼືອັກສອນສາດຂອງກະຊວງສຶກສາທິການ ທີ່ບໍ່ມີກົດໝາຍຫຼືຂໍ້ບັງຄັບວ່າດ້ວຍການໃຊ້ແລະ

ສອນພາສາໃຫ້ຖືກຕ້ອງຕາມຫລັກໄວຍະກອນ. ເພື່ອແກ້ໄຂກັບບັນຫານີ້ຕ້ອງເລີ່ມຕົ້ນແຕ່ສອນລູກ

ສິດຢູ່ໂຮງຮຽນນັບແຕ່ຊັ້ນອະນຸບານຂຶ້ນໄປຈົນເຖິງມໍປາຍໃຫ້ຂຽນແລະເວົ້າພາສາລາວໃຫ້ຖືກຕ້ອງ

ຕາມຫຼັກໄວຍະກອນ. ຈະມາລັດເອົາຕອນປາຍໆພີ້ຈະແກ້ໄຂບັນຫານີ້ໄດ້ຫຼືບໍ່? ເບິ່ງແຕ່ທາງກະຊວງ

ສຶກສາທິການໄດ້ນຳເອົາພະຍັນຊະນະໂຕ ກັບເຂົ້າມາຫາວົງສາຄານະຍາດຂອງມັນກໍຍັງບໍ່ມີໃຜທີ່

ຈະໃຊ້ມັນອີກ ເພາະທາງໂຮງຮຽນແຕ່ລະຊັ້ນກໍບໍ່ໄດ້ປູກລະດົມໃຫ້ນັກຮຽນນັກສຶກສາສົນໃຈມາໃຊ້

ຄືນອີກ ເພາະບໍ່ມີກົດລະບຽບຂດງໄວຍະກອນເປັນຂໍ້ບັງຄັບຜູ້ສິດສອນແລະຮ່ຳຮຽນ. ຖ້າພະຊວງ

ສຶກສາບໍ່ອກ້ໄຂບັນຫານີ້ຢູ່ຕົ້ນຕໍຂອງມັນ ຢ່າຫວັງວ່າຈະແກ້ໄຂໄດ້ ເພາະປັດຈຸບັນນີ້ເອົາແຕ່ຜູ້ຈະເວົ້າ

ຫລືຜູ້ຈະຂຽນຈຶ່ງເປັນເຫດໃຫ້ພາສາລາວຂອງເຮົາອ່ອນເພຍເປ້ຍຫລ່ອຍລົງ ແລະບໍ່ມີຄຸນນະພາບ

ທຽບເທົ່າກັບພາສານາໆຊາດ.

__________________
Anonymous

Date:

Anonymous wrote:

ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ

research+lao.jpg
         ໃນວັນທີ 15 ພະຈິກນີ້ ຢູ່ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີກອງປະຊຸມປຶກສາຫາລືການ ນຳໃຊ້ພາສາລາວໃຫ້ຖືກຕ້ອງໂດຍ ສະເພາະ ໃນລາຍກນາໂທລະພາບ ໂດຍການເປັນປະທານໂດຍທ່ານ ສະຫວັນຄອນ ຣາຊ໌ ມຸນ ຕີລັດຖະມົນ ຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ພາສາສາດ, ສະຖາບັນສື່ມວນຊົນ ແລະ ບັນດາ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອພ້ອມກັນຄົ້ນຄວ້າປະກອບຄວາມຄິດ ເຫັນກ່ຽວກັບການນຳໃຊ້ພາສາລາວໃຫ້ເປັນເອກະພາບ.
       ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກ່າວ ວ່າ: ການ ຈັດກອງປະຊຸມດັ່ງກ່າວຈຸດປະສົງຕົ້ນຕໍ ແມ່ນເພື່ອພັດທະນາຫຼັກການແບບວິທີການນຳໃຊ້ພາສາລາວໃຫ້ຖືກຕ້ອງມີຄຸນນະພາບ, ຖືກຫຼັກໄວຍາກອນ ແລະ ເປັນທີ່ຍອມ ຮັບໄດ້ຂອງສັງຄົມໂດຍສະເພາະຈະເບິ່ງຄືນຫຼັກການທີ່ເປັນເອກະພາບຂອງການນຳໃຊ້ພາ ສາທາງໂທລະພາບ, ເບິ່ງຄືນການໃຊ້ພາ ສາລາວທີ່ເປັນຜົນສະທ້ອນເຮັດໃຫ້ພາສາສູນເສຍ ແລະ ການຕົກລົງເອົາຄຳສັບທີ່ເປັນ ພາສາລາວຢ່າງຖືກຕ້ອງ.

        ກອງປະຊຸມໄດ້ຍົກໃຫ້ເຫັນ ວ່າ: ການນຳໃຊ້ພາສາລາວໃນ ສື່ມວນຊົນເຮົາຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ສ່ວນ  ໃຫຍ່ບັນດາໂຄສົກ, ພິທີກອນມີການໃຊ້ຄຳສັບແບບຊອດກະຈາ ເຮັດໃຫ້ສັງຄົມມີຄວາມສັບສົນລະຫວ່າງຄຳສັບ ຄຳ ເຄົ້າເດີມ ແລະ ຄຳສັບປັດຈຸບັນເຮັດໃຫ້ພາສາລາວສູນເສຍເອກະລັກຂອງພາສາລາວ, ຂະນະດຽວກັນຄວາມເປັນເອກະພາບ ທີ່ຈະນຳ ໃຊ້ຫຼັກພາສາລາວໃຫ້ຖືກກັບໄວຍາກອນ ຊຶ່ງກໍຍັງບໍ່ມີການກຳນົດຈະແຈ້ງໃນວັດຈະນານຸກົມທີ່ບັນດານັກປາດອາຈານ ໄດ້ຄົ້ນຄວ້າ ເຮັດໃຫ້ພາສາຄຳເວົ້າ ແລະ ການ ໃຊ້ສັບສຳນວນໃນພາສາບາງສິ່ງ ກໍບໍ່ຖືກຕ້ອງ ແລະ ເປັນເອກະພາບກັນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ ເປັນຈຸດໜຶ່ງເພື່ອພວກເຮົາໄດ້ພິຈາລະນາຄົ້ນຄວ້າເພື່ອກ້າວໄປສູ່ຄວາມເປັນເອກະພາບຕໍ່ການນຳໃຊ້ພາສາ ລາວໃນສື່ຂອງພວກເຮົາເພື່ອສັງຄົມມີຄວາມເຂົ້າໃຈງ່າຍຕາມຂຶ້ນ.

 ຂະໜາດພາສາຂ້າງເທິງຍັງຜິດເປັນແຖວ ຜູ້ຂຽນຄວນກວດແກ້ໃໝ່.

__________________
ຄົນບູຮານ

Date:

ຄວາມລາວຍາມດຽວນີ້ເປຼົ່າມີທາງຫມັ້ນແກນດ້ວຍວ່າເຣົາຍືມຄຳຕ່າງດ້າວມາເລົ່າຈາຕໍ່ກັນຍ່ຽງນີ້ 

ພາສາລາວປັດຈຸບັນນີ້ບໍ່ມີຄວາມເປັນເອກະພາບຍ້ອນວ່າເຮົາຍືມສັບຕ່າງປະເທດມາເວົ້ານຳກັນຈັ່ງຊີ

ອັນຄຳເຫຼົ່ານີ້ໄດ້ແຕ່ໃດມາ ມີຄຳເຄົ້າເດີມວ່າອັນໃດ

ແລ້ວສັບພວກນີ້ມາແຕ່ໃສ ມີສັບດັ້ງເດີມວ່າຫຍັງ

ພະຈິກ ກະຊວງ ຖະແຫຼງ ວັດທະນະທຳ ປະຊຸມ ປຶກສາ ພາສາ ສະເພາະ ໂທລະພາບ ປະທານ ລັດຖະມົນຕີ ສະຖາບັນ ພາສາສາດ ມວນຊົນ ບັນດາ ຈຳນວນ ປະກອບ ເອກະພາບ ກົມ ປະສົງ ພັດທະນາ ແບບ ວິທີການ ຄຸນນະພາບ ໄວຍາກອນ ສະທ້ອນ ສູນເສຍ ໂຄສົກ ພິທີກອນ ສັບສົນ ລະຫວ່າງ ຄຳສັບ  ປັດຈຸບັນ ເອກະລັ ຂະນະ ກຳນົດ ວັດຈະນານຸກົມ ນັກປາດ ອາຈານ ສຳນວນ ພິຈາລະນາ  ສັງຄົມ 

__________________
Anonymous

Date:

Anonymous wrote:

ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ

research+lao.jpg
         ໃນວັນທີ 15 ພະຈິກນີ້ ຢູ່ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີກອງປະຊຸມປຶກສາຫາລືການ ນຳໃຊ້ພາສາລາວໃຫ້ຖືກຕ້ອງໂດຍ ສະເພາະ ໃນລາຍກນາໂທລະພາບ ໂດຍການເປັນປະທານໂດຍທ່ານ ສະຫວັນຄອນ ຣາຊ໌ ມຸນ ຕີລັດຖະມົນ ຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ພາສາສາດ, ສະຖາບັນສື່ມວນຊົນ ແລະ ບັນດາ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອພ້ອມກັນຄົ້ນຄວ້າປະກອບຄວາມຄິດ ເຫັນກ່ຽວກັບການນຳໃຊ້ພາສາລາວໃຫ້ເປັນເອກະພາບ.
       ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກ່າວ ວ່າ: ການ ຈັດກອງປະຊຸມດັ່ງກ່າວຈຸດປະສົງຕົ້ນຕໍ ແມ່ນເພື່ອພັດທະນາຫຼັກການແບບວິທີການນຳໃຊ້ພາສາລາວໃຫ້ຖືກຕ້ອງມີຄຸນນະພາບ, ຖືກຫຼັກໄວຍາກອນ ແລະ ເປັນທີ່ຍອມ ຮັບໄດ້ຂອງສັງຄົມໂດຍສະເພາະຈະເບິ່ງຄືນຫຼັກການທີ່ເປັນເອກະພາບຂອງການນຳໃຊ້ພາ ສາທາງໂທລະພາບ, ເບິ່ງຄືນການໃຊ້ພາ ສາລາວທີ່ເປັນຜົນສະທ້ອນເຮັດໃຫ້ພາສາສູນເສຍ ແລະ ການຕົກລົງເອົາຄຳສັບທີ່ເປັນ ພາສາລາວຢ່າງຖືກຕ້ອງ.

        ກອງປະຊຸມໄດ້ຍົກໃຫ້ເຫັນ ວ່າ: ການນຳໃຊ້ພາສາລາວໃນ ສື່ມວນຊົນເຮົາຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ສ່ວນ  ໃຫຍ່ບັນດາໂຄສົກ, ພິທີກອນມີການໃຊ້ຄຳສັບແບບຊອດກະຈາ ເຮັດໃຫ້ສັງຄົມມີຄວາມສັບສົນລະຫວ່າງຄຳສັບ ຄຳ ເຄົ້າເດີມ ແລະ ຄຳສັບປັດຈຸບັນເຮັດໃຫ້ພາສາລາວສູນເສຍເອກະລັກຂອງພາສາລາວ, ຂະນະດຽວກັນຄວາມເປັນເອກະພາບ ທີ່ຈະນຳ ໃຊ້ຫຼັກພາສາລາວໃຫ້ຖືກກັບໄວຍາກອນ ຊຶ່ງກໍຍັງບໍ່ມີການກຳນົດຈະແຈ້ງໃນວັດຈະນານຸກົມທີ່ບັນດານັກປາດອາຈານ ໄດ້ຄົ້ນຄວ້າ ເຮັດໃຫ້ພາສາຄຳເວົ້າ ແລະ ການ ໃຊ້ສັບສຳນວນໃນພາສາບາງສິ່ງ ກໍບໍ່ຖືກຕ້ອງ ແລະ ເປັນເອກະພາບກັນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ ເປັນຈຸດໜຶ່ງເພື່ອພວກເຮົາໄດ້ພິຈາລະນາຄົ້ນຄວ້າເພື່ອກ້າວໄປສູ່ຄວາມເປັນເອກະພາບຕໍ່ການນຳໃຊ້ພາສາ ລາວໃນສື່ຂອງພວກເຮົາເພື່ອສັງຄົມມີຄວາມເຂົ້າໃຈງ່າຍຕາມຂຶ້ນ.

 Finally lao government wake up call 55555.

__________________
Anonymous

Date:

ເພິ່ນເຂົ້າໃຈແບບໃດບຸລະ ທ່ານເອີຍ ! ມັນບໍ່ແມ່ນວຽກຂອງພວກເພິ່ນຈັກດີ້  ຊິມາບອກໃຫ້ນັກຂ່າວຂຽນແນວນັ້ນ ອ່ານແນວນີ້  ເຊີນບັນດານັກພາສາສາດທັງຫຼາຍໄປສ້າງປື້ມ                                         ຮຽນພາສາລາວສະບັບໃໝ່ ແລະແນະນຳກະຊວງສຶກສາໃຫ້ ສິດສອນນັກຮຽນອະນຸບານ ປະຖົມ ມັດທະຍົມທັງຕົ້ນແລະປາຍ ຕາມຫຼັກສູດໃໝ່ ມັນຈຶ່ງຊິໄດ້ ແລະພ້ອມກັນນັ້ນ ໃຫ້ແອບ                                           ນັກຮຽນໃຫ້ຫັນລີ້ນ ເປັນ ບໍ່ແມ່ນວ່າຕົວເອັງຫັນລີ້ນບໍ່ເປັນແລ້ວໄປເອົາຕົວ  ຣ ອອກຈາກພະຍັນຊະນະລາວ ເລີຍ  ເຫັັນແຕ່ຄົນບ້າເຫັນແກ່ຕົວຫັ້ນແລ້ວ ເຮັດແບບນີ້  ແລ້ວຜູ້ຮັບເຄາະ                                 ກຳແມ່ນໝົດຊາດລາວ  ເພາະຮຽນພາສາຕ່າງປະເທດບໍ່ໄດ້ດີຄືໝູ່ ເພາະລາວບໍ່ມີຕົວ ຣ   ຕ້ອງໄດ້ໄປຫັດຫັນລີ້ນຢູ່ຜູ້ດຽວ...ນີ້ຄືຄວາມສະຫຼາດສ່ອງໄສ ຫຼືຄວາມເຫັນແກ່ຕົວຂອງພະຍາພູມີ...                                     

__________________
Anonymous

Date:

ຜູ້ທີ່ມາອົບຮົມນັ້ນແມ່ນຈົບພາສາສາດມາບໍ? ຮູ້ຈັກພາສາລາວສ່ຳໃດນໍ ຄັນຈົບພາສາສາດມາກໍ່ຄວນທີ່ຈະເຮັດປື້ມວັຈຈະນານຸກົມອອກມາເພື່ອເປັນເອກະສັນກັນ ທົ່ວປະເທດດີກວ່າມາອົບຮົມແບບນີ້ ເພາະວ່າອົບຮົມມັນໄດ້ແຕ່ບາງຈຸດເທົ່ານັ້ນ ພາສາລາວ ເຈົ້າວ່າມັນມີຈັກຄຳ ຈັກປະໂຫຍກ ມາອົບຮົມພຽງແຕ່ສາມມື້ເທົ່ານັ້ນຫລືບໍ່ຮອດກະບໍ່ຮູ້ ກະຊວງສຶກສາທິການຄວນ ແຕ່ງຕັ້ງນັກພາສາສາດ ຄົ້ນຄວ້າແບບພາສາອັນເປັນເອກະພາບ ກັນ ແລະຖືກຕ້ອງຕາມ ຫລັກໄວຍາກອນ ພາສາລາວເດີມ, ພາສາປາລີ ແລະ ສັນສະກຣິດ ແລະ ຄົ້ນຄວ້າພາສາໃຫມ່ທີ່ເພີ່ມເຂົ້າມາແຕ່ລະໄລຍະຂອງການພັດທະນາປະເທດ ບາງອັນພາ ສາເຮົາບໍ່ມີ ເຮົາກໍ່ຄວນແຕ່ງຂຶ້ນມາໃຫມ່ໃຫ້ມັນມີແລະທັນສະພາບການຂອງໂລກເຂົາ ເຊັ່ນຕົວຢ່າງ ພາສາອັງກິດວ່າ Computer ພາສາລາວເຮົາບໍ່ມີຄຳນີ້. ກໍ່ຄວນທີ່ຈະຊອກຄົ້ນ ແຕ່ງຂຶ້ນມາໃຫມ່ກໍ່ໄດ້ ຖ້າບໍ່ຢ່າໃຊ້ພາສາຄົນອື່ນເຂົາເພາະວ່າຫົວຊາດນິຍົມ ກໍ່ຕ້ອງ ແຕ່ງຂຶ້ນໃຫມ່ຊັ້ນຕົວ໋ະ ຂ້ອຍກະບໍ່ເກັ່ງດອກແຕ່ກະຊິລອງສ້າງຂຶ້ນໃຫ້ເບິ່ງວ່າເຫມາະບໍ?

Computer ພາສາລາວເຮົາແມ່ນ (ສະຫມອງໄຟຟ້າ) ຖ້າເຫມາະກະເອົາ ຖ້າບໍ່ເຫມາະ ກະຖິ້ມໄປ ລອງຄິດເບິ່ງເດີທ່ານທັງຫລາຍຜູ້ຫົວຊາດນິຍົມເອີຍ!

__________________
Anonymous

Date:

Computer ພາສາລາວເຮົາແມ່ນ (ສະຫມອງໄຟຟ້າ) ຖ້າເຫມາະກະເອົາ ຖ້າບໍ່ເຫມາະ ກະຖິ້ມໄປ ລອງຄິດເບິ່ງເດີທ່ານທັງຫລາຍຜູ້ຫົວຊາດນິຍົມເອີຍ!

______________________________________________________________

ອາດເອີ້ນວ່າສະໝອງກົນໜ້າຈະຟັງເຂົ້າໃຈໄວກວ່າ...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard