Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜເຄີຍໄດ້ຍິນເລື່ອງນີ້ບໍ່?
Anonymous

Date:
ໃຜເຄີຍໄດ້ຍິນເລື່ອງນີ້ບໍ່?

ເລື່ອງນີ້ຄິດວ່າເປັນເລື່ອງທີ່ເລົ່າຂານກັນສະໄໝ່ຍັງເປັນພຣະຣາຊອານາຈັກລາວ

ແຕ່ປີໃດແທ້ນັ້ນກະບໍ່ຮູ້ຄັກ.ຈະເປັນເລື່ອງຈິ່ງ ຫຼື ເລື່ອງຕລົກກໍ່ບໍ່ຮູ້ຄັກຄືກັນ.

ແຕ່ກະຂໍນຳມາເລົ່າໃນເວທີນີ້,ຫາກໃຜເຄີຍໄດ້ຍິນ ຫຼື ມີຄວາມເຫັນແນວໃດ

ກ່ຽວກັບເລື່ອງນີ້ກະເຂົ້າມາຄອມເມັນນຳກັນເດີ.

ເລື່ອງມີຢູ່ວ່າ: ສະໄໝນັ້ນລັດຖະບານຍີ່ປຸ່ນຕິດຕໍ່ ແລະ ສະເໜີກັບລັດຖະບານລາວ

ໃນຍຸກນັ້ນເພື່ອເອົາປະຊາຊົນເຂົາມາຢູ່ເຂດພູພຽງບໍລິເວນ ກໍ່ຄືເຂດປາກຊ່ອງນັ້ນເອງ

ໃນຈຳນວນ 5000 ຄອບຄົວ ກະປະມານ 20000 ກວ່າຄົນທຳນອງນີ້ລະ.. ໃນທາງກັບກັນ

ຍີ່ປຸ່ນຈະສ້າງທາງລົດໄຟໃຫ້ລາວແຕ່ເໜືອນຈົດໄຕ້ເປັນການຕອບແທ່ນ ຫຼື ແລກປ່່ຽນ.

ແຕ່ລາຍລະອຽດບົດສະເນີຕ່າງໆນັ້ນບໍ່ຮູ້ຈັກ. ຮູ້ໄດ້ແຕ່ວ່າລັດຖະບານຍຸກນັ້ນ,

ແຕ່ບໍ່ຮູ້ຄັກແມ່ນໃຜແທ້ເປັນນາຍົກເວລານັ້ນໄດ້ປະຕິເສດຂໍ້ສເນີຂອງຍີ່ປຸ່ນ

ດ້ວຍເຫດຜົນວ່າຢ້ານຄົນລາວບໍ່ມີຄວາມສາມາດພໍຈະພະເຊີນກັບຫົວຂອງຍີ່ປຸ່ນ

ເວົ້າອີກແງ່ໜຶ່ງຢ້ານຖືກເຂົາຕົ້ມໃນທຳນອງນີ້ລະ.

ພໍມາຮອດສະໄໝ່ນີ້ ແລະ ໂອກາດທີ່ມີການໄປມາຫາສູ່,ມີຄວາມສຳພັນ,ໃຫ້ການ

ຊ່ວຍເຫຼືອຊຶ່ງກັນ ແລະ ກັນ,ໂດຽສເພາະເຫັນໄດ້ວ່າຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າ

ແກ່ລາວພໍສົມຄວນເລີ້ມແຕ່ລັດຖະບານພຣະຣາຊອານາຈັກລາວ ກະທັ້ງມາຮອດ

ລັດຖະບານ ສປປ ລາວ ໃນປະຈຸບັນ.ພ້ອມດຽວກັນກໍ່ເປັນຍຸກທີ່ລາວກຳລັງສ້າງ

ເສດຖະກິດ ແລະ ຕ້ອງການ(infrastructure)ໂຄງຮ່າງດ້ານຄົມມະນາຄົມອັນທັນ

ສະໄໝ່ໜັ້ນຄົງໄຊ້ງານໄດ້ດີທັນກັບເຫດການຂອງຍຸກສະໄໝ່ຄືທາງລົດໄຟ, ດັ່ງທີເປັນ

ຂ່າວກັນເລື້ອຍມາ. ຖ້າຄືແນວນັ້ນ ແລະ ໃນໂອກາດການມາຢ້ຽມຢາມຂອງທ່ານນາຍົກ

ຍີ່ປຸ່ນຕາມຄຳເຊີນຂອງທ່ານນາຍົກລາວ.ທາງການລາວຊິບໍ່ຢິບຍົກມັນຫານີ້

ຂື້ນມາສະເນີ ຫາທາງຕົກລົງກັບຝ່າຍຍີ່ປຸ່ນເບິ່ງບໍ?

ລອງມາທຽບກັນເບິ່ງເປັນຫັຽງກັບທາງລົດໄຟທີ່ລາວຢາກຕົກລົງກັບຈີນ ຕາມ

ຂໍ້ສເນີຂອງເຂົາ ແລະ  ຂໍສເນີຂອງຍີ່ປຸ່ນຄັ້ງນັ້ນວ່າອັນໃດໃຫ້ຜົນດີແກ່ລາວເຮົາ.

ຮລ

__________________
Anonymous

Date:

Anonymous wrote:

 before 1975 southerner part of Laos belong to prince buk boon-oom no one can touch it

__________________
Anonymous

Date:

ຂ້ອຍໄດ້ຍິນແຕ່ເລື່ອງຍີ່ປຸ່ນຢາກໄດ້ພູກາງເຮືອນຈະສ້າງເມືອງປາກເຊໃຫ້ເປັນເມືອງທີ່ຈະເລີນທີ່ສຸດໃນປະເທດລາວ

ແຕ່ສະເດັດເຈົ້າບຸນອຸ້ມ ນະຈໍາປາສັກ ບໍ່ຕົກລົງ.

__________________

Senior Member

Status: Offline
Posts: 271
Date:

ໃນຄາວທີ່ຍັງມີພຣະຣາຊອານາຈັກລາວ ນັ້ນ ສະພາບການ ທາງການເມືອງ ການປົກຄອງ ບໍ່ທຸ່ນທ່ຽງ ແລະ ມີເສິກເສືອເຫນືອໃຕ້.

ການທີ່ວ່າ ຣັຖບານຂອງປະເທດ ທີ່ມີສະພາບການປົກຄອງ ທຸ່ນທ່ຽງກວ່າ ຊິມີນະໂຍບາຍ ນຳເອົາປະຊາຊົນຫລາຍພັນຄົນ ມາຕັ້ງຖິ່ນຖານ ຫລື ເຮັດທຸຣະກິດ ເປັນມູນຄ່າ ຫລາຍພັນລ້ານ ໂດລາ ໃນປະເທດ ທີ່ມີເສິກເສືອ ຄືພຣະຣາຊອານາຈັກລາວນີ້ ກໍເປັນເຣື່ອງທີ່ ຫາຄຳອະທິບາຍຍາກຫລາຍ.

ເບິ່ງຊົງວ່າ ຄືຊິເປັນໄປບໍ່ໄດ້ດອກ

__________________
Anonymous

Date:

I just head from you. but if reallly going to happen..

my concern is, Laos govt won't say about it and Japan govt has no more interest about it.

To allow Japanese to invest in Laos and copperate with Japan is much more better than vietnamese and chinese.

__________________
Anonymous

Date:

Anonymous wrote:
Anonymous wrote:

ເລື່ອງນີ້ຄິດວ່າເປັນເລື່ອງທີ່ເລົ່າຂານກັນສະໄໝ່ຍັງເປັນພຣະຣາຊອານາຈັກລາວ

ແຕ່ປີໃດແທ້ນັ້ນກະບໍ່ຮູ້ຄັກ.ຈະເປັນເລື່ອງຈິ່ງ ຫຼື ເລື່ອງຕລົກກໍ່ບໍ່ຮູ້ຄັກຄືກັນ.

ແຕ່ກະຂໍນຳມາເລົ່າໃນເວທີນີ້,ຫາກໃຜເຄີຍໄດ້ຍິນ ຫຼື ມີຄວາມເຫັນແນວໃດ

ກ່ຽວກັບເລື່ອງນີ້ກະເຂົ້າມາຄອມເມັນນຳກັນເດີ.

ເລື່ອງມີຢູ່ວ່າ: ສະໄໝນັ້ນລັດຖະບານຍີ່ປຸ່ນຕິດຕໍ່ ແລະ ສະເໜີກັບລັດຖະບານລາວ

ໃນຍຸກນັ້ນເພື່ອເອົາປະຊາຊົນເຂົາມາຢູ່ເຂດພູພຽງບໍລິເວນ ກໍ່ຄືເຂດປາກຊ່ອງນັ້ນເອງ

ໃນຈຳນວນ 5000 ຄອບຄົວ ກະປະມານ 20000 ກວ່າຄົນທຳນອງນີ້ລະ.. ໃນທາງກັບກັນ

ຍີ່ປຸ່ນຈະສ້າງທາງລົດໄຟໃຫ້ລາວແຕ່ເໜືອນຈົດໄຕ້ເປັນການຕອບແທ່ນ ຫຼື ແລກປ່່ຽນ.

ແຕ່ລາຍລະອຽດບົດສະເນີຕ່າງໆນັ້ນບໍ່ຮູ້ຈັກ. ຮູ້ໄດ້ແຕ່ວ່າລັດຖະບານຍຸກນັ້ນ,

ແຕ່ບໍ່ຮູ້ຄັກແມ່ນໃຜແທ້ເປັນນາຍົກເວລານັ້ນໄດ້ປະຕິເສດຂໍ້ສເນີຂອງຍີ່ປຸ່ນ

ດ້ວຍເຫດຜົນວ່າຢ້ານຄົນລາວບໍ່ມີຄວາມສາມາດພໍຈະພະເຊີນກັບຫົວຂອງຍີ່ປຸ່ນ

ເວົ້າອີກແງ່ໜຶ່ງຢ້ານຖືກເຂົາຕົ້ມໃນທຳນອງນີ້ລະ.

ພໍມາຮອດສະໄໝ່ນີ້ ແລະ ໂອກາດທີ່ມີການໄປມາຫາສູ່,ມີຄວາມສຳພັນ,ໃຫ້ການ

ຊ່ວຍເຫຼືອຊຶ່ງກັນ ແລະ ກັນ,ໂດຽສເພາະເຫັນໄດ້ວ່າຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າ

ແກ່ລາວພໍສົມຄວນເລີ້ມແຕ່ລັດຖະບານພຣະຣາຊອານາຈັກລາວ ກະທັ້ງມາຮອດ

ລັດຖະບານ ສປປ ລາວ ໃນປະຈຸບັນ.ພ້ອມດຽວກັນກໍ່ເປັນຍຸກທີ່ລາວກຳລັງສ້າງ

ເສດຖະກິດ ແລະ ຕ້ອງການ(infrastructure)ໂຄງຮ່າງດ້ານຄົມມະນາຄົມອັນທັນ

ສະໄໝ່ໜັ້ນຄົງໄຊ້ງານໄດ້ດີທັນກັບເຫດການຂອງຍຸກສະໄໝ່ຄືທາງລົດໄຟ, ດັ່ງທີເປັນ

ຂ່າວກັນເລື້ອຍມາ. ຖ້າຄືແນວນັ້ນ ແລະ ໃນໂອກາດການມາຢ້ຽມຢາມຂອງທ່ານນາຍົກ

ຍີ່ປຸ່ນຕາມຄຳເຊີນຂອງທ່ານນາຍົກລາວ.ທາງການລາວຊິບໍ່ຢິບຍົກມັນຫານີ້

ຂື້ນມາສະເນີ ຫາທາງຕົກລົງກັບຝ່າຍຍີ່ປຸ່ນເບິ່ງບໍ?

ລອງມາທຽບກັນເບິ່ງເປັນຫັຽງກັບທາງລົດໄຟທີ່ລາວຢາກຕົກລົງກັບຈີນ ຕາມ

ຂໍ້ສເນີຂອງເຂົາ ແລະ  ຂໍສເນີຂອງຍີ່ປຸ່ນຄັ້ງນັ້ນວ່າອັນໃດໃຫ້ຜົນດີແກ່ລາວເຮົາ.

ຮລ

 before 1975 southerner part of Laos belong to prince buk boon-oom no one can touch it

 Now buck Choumaly and buck Khamtay own everything. Scum bags !

__________________
Anonymous

Date:

PeaceBeWithUs wrote:

ໃນຄາວທີ່ຍັງມີພຣະຣາຊອານາຈັກລາວ ນັ້ນ ສະພາບການ ທາງການເມືອງ ການປົກຄອງ ບໍ່ທຸ່ນທ່ຽງ ແລະ ມີເສິກເສືອເຫນືອໃຕ້.

ການທີ່ວ່າ ຣັຖບານຂອງປະເທດ ທີ່ມີສະພາບການປົກຄອງ ທຸ່ນທ່ຽງກວ່າ ຊິມີນະໂຍບາຍ ນຳເອົາປະຊາຊົນຫລາຍພັນຄົນ ມາຕັ້ງຖິ່ນຖານ ຫລື ເຮັດທຸຣະກິດ ເປັນມູນຄ່າ ຫລາຍພັນລ້ານ ໂດລາ ໃນປະເທດ ທີ່ມີເສິກເສືອ ຄືພຣະຣາຊອານາຈັກລາວນີ້ ກໍເປັນເຣື່ອງທີ່ ຫາຄຳອະທິບາຍຍາກຫລາຍ.

ເບິ່ງຊົງວ່າ ຄືຊິເປັນໄປບໍ່ໄດ້ດອກ

 ຂພຈ ຂໍສະໜັບສະໜຸນຄວາມຄິດນີ້ ແຕ່ສຸດທ້າຍສັງຄົມລາວກໍ່ຕ້ອງມາຈົບຍ້ອນ ອິດທິພົນຂອງໂຊຫວຽດ, ລົດໄຟຢູ່ລາວຖ້າເຮັດໄດ້ ກະຂໍພຽງແຕ່ ຫຼວງພະບາງ-ວຽງຈັນ-ປາກເຊ ກໍ່ສາມາດຕອບສະໜອງຄວາມສະດວກສະບາຍຂອງຄົນລາວໄດ້ແລ້ວ

__________________
Anonymous

Date:

[video= ຂພຈ ຂໍສະໜັບສະໜຸນຄວາມຄິດນີ້ ແຕ່ສຸດທ້າຍສັງຄົມລາວກໍ່ຕ້ອງມາຈົບຍ້ອນ ອິດທິພົນຂອງໂຊຫວຽດ, ລົດໄຟຢູ່ລາວຖ້າເຮັດໄດ້ ກະຂໍພຽງແຕ່ ຫຼວງພະບາງ-ວຽງຈັນ-ປາກເຊ ກໍ່ສາມາດຕອບສະໜອງຄວາມສະດວກສະບາຍຂອງຄົນລາວໄດ້ແລ້ວ]

_______________________________________________________________________________________________

ທາງລົດໄຟຈາກປາກເຊ ຫາວຽງຈັນ ເປັນຕາຄິດຢູ່ ແຕ່ຕາມທີ່ຂ້າພະເຈົ້າເຄີຍໄປເຫັນສະພາບຂອງພູມີພາກທາງເໜືອແລ້ວ ຈະສ້າງທາງລົດໄຟ ວຽງຈັນ ຫຼວງພະບາງຕ້ອງໄດ້ລົງທຶນໃນບ້ວງ

ເງິນອັນມະຫຶມາໄດທ່ານເອີຍ ພຽງແຕ່ຄິດເຖິງພາບຂອງພູສູງ  ເຫວຊັນແລ້ວ ຜູ້ຂ້າຂໍຖອຍກ່ອນໝູ່ແລ້ວ   ແມ່ນແຕ່ຈີນຜູ້ຍິ່ງໃຫຍ່ກໍຍັງຖອຍແລ້ວ ສ່ວນຍີ່ປຸ່ນກໍຄົງບໍ່ຫຼັບຕາມາເຮັດດອກ !!ຫຼືເຮັດກໍຕ້ອງໄດ້ພູເບັ້ຽ ແລະບໍລິເວນ ຫຼື ສະຖານທີ່ ໄດໜຶ່ງ....

__________________

Senior Member

Status: Offline
Posts: 271
Date:

ການສ້າງເຂື່ອນນ້ຳງື່ມ ພາກແຮກ ແມ່ນ ເລີ່ມແຕ່ປີ 1968 ເຖິງ 71 ໂດຍໄດ້ຮັບທຶນ ຈາກຫລາຍປະເທດ. ອາເມຣິກາ ຮັບຜິດຊອບ ປະມານເຄິ່ງໜຶ່ງ ຂອງຄ່າໃຊ້ຈ່າຍດັ່ງກ່າວ.

ຖ້າຫາກວ່າຄົນເຮັດວຽກ (ຊາດໃດກໍຕາມ) ຕາຍມື້ລະ 10 ຄົນ ກໍໝາຍຄວາມວ່າ ເຂື່ອນນ້ຳງື່ມ ແລະ ເຊລະບຳ ກືນກິນ ຊີວິດ ໄປຫລາຍພັນຊີວິດ. ອາດຊິຫລາຍກວ່າ ທະຫານຕ່າງຊາດທີ່ມາຕາຍ ຍ້ອນມາຊ່ອຍຝ່າຍ ພຣະຣາຊອານາຈັກລາວ ໃນຄາວດຽວກັນ ນັ້ນ ອີກຊ້ຳ.

-- Edited by PeaceBeWithUs on Monday 18th of November 2013 05:35:12 AM

__________________
Anonymous

Date:

ຈາກແຫຼ່ງຂ່າວຂອງຍີ່ປຸ່ນເວົ້າວ່າ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ພົບປະກັບທ່ານທອງສິງ ທຳມະວົງ

ຄູ່ຮ່ວມຕຳແນ່ງ.ໃນວາລະການສົນທະນາເພິ່ນ(ນາຍົກຍີ່ປຸ່ນ)ຄົງໄດ້ສເນີ ການອູ້ມຊູທາງການເງິນເພື່ອການຫຼຸດຜ່ອນ

ຄວາມທຸກຍາກ ແລະ ກໍ່ສ້າງໂຄງຮ່າງ (infrastructures) ພາຍໃນປະເທດນີ້.ແຕ່ບໍ່ມີລາຍລະອຽດວ່າສິ່ງໃດແດ່ໃນ

(infrastructures) ທີ່ວ່າ,ຈະມີໂຄງການລົດໄຟຮ່ວມນຳຫຼືບໍ່? ແລະ ຍັງມີເລື່ອງອື່ນຕື່ມອີກຫຼາຍລາຍການ.

ເຂົ້າເບິ່ງໄດ້ຕາມບ່ອນຍົງນີ້:

http://www3.nhk.or.jp/nhkworld/french/top/news01.html

ເພາະບໍ່ຢາກແປໄປຫຼາຍກວ່ານີ້ຢ້ານມັນຜິດຫຼາຍເນື້ອງຈາກຮຽນບໍ່ສູງພໍ.

__________________
Anonymous

Date:

ໄດ້ຍິນຜູ່ໃຫຍ່ລົມກັນໃນສະພາກາເຟ ເພິ່ນວ່າ ຕອນຍີ່ປຸ່ນມາສ້າງເຂື່ອນເຊລະບໍາ ແລະເຂື່ອນນໍ້າງື່ມ

ຄົນງານຍີ່ປຸ່ນໄດ້ຕາຍວັນລະ 10 ຄົນ ແລະເຂົາຈະເອົາສົບນັ້ນໃສ່ແກັດສົ່ງໄປປະເທດຍີ່ປຸ່ນທັນທີໂດຍ

ອ້າງວ່າຕ້ອງໄດ້ນໍາໄປເຮັດພິທີທາງສາດສະໜາຢູ່ປະເທດຍີ່ປຸ່ນ, ບໍ່ມີໃຜສາມາດຢັ້ງຢືນໄດ້ວ່າໃນແກັດ

ນັ້ນແມ່ນຊາກສົບແທ້ຫລືຈະເປັນດິນທີ່ເຂົາຂຸດຄົ້ນ.

ຍີ່ປຸ່ນບໍ່ຕັດໄມ້ອອກຈາກໜ້າເຂື່ອນກ່ອນລົງມືສ້າງຄືນັກລົງທຶນວຽດນາມ, ສ້າງເຂື່ອນແລ້ວປະມານ

ນຶ່ງປີເຂົາຈຶ່ງເອົາເຄື່ອງຈັກມາດຶງຂຶ້ນທັງກົກທັງຮາກ. ຫລັງຈາກພັກຄອມມຸຍນິດລາວຍຶດອໍານາດໄດ້

ຢ່າງສົມບູນ ທ່ານນາງ ທອງວິນ ພົມວິຫານ ຈຶ່ງໄດ້ສືບຕໍ່ຫລົກເອົາຕົ້ນໄມ້ຕາຍຢືນຢູ່ໃຕ້ນໍ້າຂຶ້ນໄປຂາຍ

ເພື່ອນໍາເອົາເງິນມາຈ່າຍເປັນອັດຕາໃຫ້ແກ່ບັນດາພະນັກງານ ທະຫານ ຕໍາລວດ ແລະໃຊ້ຈ່າຍຄ່າຫລຸ້ຍ

ຫ້ຽນສິ້ນເປືອງຕ່າງໆ.

ເມື່ອຮອດຕອນທ່ານນາຍພົນແຈ້ງ ໄຊຍະວົງ ເປັນຫົວໜ້າບໍລິສັດພັດທະນາເຂດພູດອຍ ກໍ່ໄດ້ມີການ

ຫລົກຕົ້ນໄມ້ສົ່ງອອກວຽດນາມໄປຍີ່ປຸ່ນ ແຕ່ບໍ່ຮູ້ວ່າໄມ້ທີ່ສົ່ງອອກໄປມາເລເຊຍນັ້ນຈະສົ່ງຕໍ່ໄປຍີ່ປຸ່ນຫລື

ບໍ່.

ນອກຈາກໄມ້ແລ້ວ ຍັງມີແຮ່ທາດສໍາຄັນອີກຫລາຍຊະນິດທີ່ຍີ່ປຸ່ນໄດ້ຈາກ ສປປ ລາວ.

No such FREE lunch.

__________________
Anonymous

Date:

ຜູ້ຂຽນຕົວສີແສດ ນີ້ ກລນ ເອົາເຫດຜົນທີ່ສາມາດເຊື່ອຖືໄດ້ແດ່ ຈຶ່ງຂຽນລົງ ບໍ່ແມ່ນເດັກນອ້ຍອົມມືແລວ້ 

ບອ່ນເຂື່ອນນຳ້ງື່ມນັ້ນມັນບໍ່ມີຫຍັງດອກ ແຕ່ເຂົາຕອ້ງຂຸດເອົາຫີນທີ່ຜຸຜູ່ຍອອກຫມົດ ແລວ້ທຳການຊີດຊີມັງລົງຢາຮູແຫງກອ່ນ ຈຶ່ງເທເບຕົງຮາກຖານເຂື່ອນເພື່ອກັນບໍ່ໃຫ້ມີການ້ເຊາະຊືມຈາກນຳ້ດັນ

ການທີ່ບໍ່ໄດ້ຕັດໄມ້ອອກ ແມ່ນບໍ່ສາມາດເຮັດໄດ້ທັນ ແລະກໍແມ່ນຍາມຍຸ້ງຍາກ ໃຜເຂົ້າໄປຕັດກໍຕອ້ງກາເປັນສົບ

ຂະຫນາດ ປຊຊ ຫລາຍສິບບ້ານຍັງຕອ້ງຫນີໄພນຳ້ຖວ້ມ ປະຮອດເຮືອນຊານ ງົວຄວາຍ ຫມູຫມາເປັດໄກ່ 

ສວ່ນການຊອ່ຍເຫືລອຍີ່ປຸ່ນນັ້ນ ເຂົາມີອົງການ ໃຈກາ ສີຊອ່ຍຫຍັງອົງການນີ້ຕອ້ງມາສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດເຕັກນິກກອ່ນ ຈຶ່ງນຳໄປຜ່ານສະພາ ອະນຸມັດ

ການລົງທຶນພາກເອກະຊົນຍີ່ປຸ່ນ ແມ່ນບໍ່ມີຫລາຍ ຍອ້ນອັດຕາສຽ່ງສູງ

ບໍ່ຄື ຈີນ ຫວຽດ ໄທ ພວກນີ້ມີເງິນ ເຂົາລູຍລີຍ ບໍ່ສົນ

ນາຍົກຍີ່ປຸ່ນມາຢາມລາວ ອາດມີການຊອ່ຍເຫລືອຫລາຍດ້ານ ແຕ່ການຊອ່ຍເຫລືອນັ້ນຕອ້ງໄດ້ຜ່ານການສຶສາຄົ້ນຄວ້າກອ່ນ ສວ່ນຫລາຍສຶກສາແລວ້ ຈີນເອົາໄປຈອ້ຍ 

ເຊັ່ນໂຄງການບຶງທາດຫລວງ ຍີ່ປຸ່ນສຶກສາບະອຽດແລວ້ ຈີນມາງັບເອົາໄປ ແລວ້ສ້າງແຜນໃຫມ່ ທີ່ບໍ່ສອດຄອ່ງ ເລຍອາດທຳໃຫ້ສະພາບແວດລອ້ມເສັຍຫາຍ ຍອ້ນບໍ່ໄດ້ສຶກສາ ແລະບໍ່ເປັນໄປຕາມແຜນທີ່ສຶກສາມາ

ເຫັນໄດ້ແຈ້ງ ບອ່ນສ້າງສາຍສົ່ງຜ່ານບຶງທາດຫລວງປີກາຍໄດ້ສ້າງຕາມແຜນຂອງຍີ່ປຸ່ນ ແຕ່ບາດມາສ້າງທາງແຕ່ດອນນົກຂຸ້ມຫາດົງໂພສີພັດບໍ່ໄປຕາມແຜນ ເລີຍເອົາຫົນທາງເລາະຕາມແລວສາຍໄຟແຮງສູງ ບາງບອ່ນກໍລອດກອ້ງ ອັນຕະລາຍ ແລະເສັຍທີວທັດຫມົດ 

ຄວາມຝັນຢາກໃຫ້ບຶງທາດຫລວງເປັນສາຍນຳ້ກວ້າງຍາວຕາມແຜນກໍປຽ່ນໄປ ເພາະເພິ່ນຖົມເປັນທາງຂວ້າມ ແທນທີ່ສີເຮັດຂົວ

__________________
Anonymous

Date:

Anonymous wrote:

ໄດ້ຍິນຜູ່ໃຫຍ່ລົມກັນໃນສະພາກາເຟ ເພິ່ນວ່າ ຕອນຍີ່ປຸ່ນມາສ້າງເຂື່ອນເຊລະບໍາ ແລະເຂື່ອນນໍ້າງື່ມ

ຄົນງານຍີ່ປຸ່ນໄດ້ຕາຍວັນລະ 10 ຄົນ ແລະເຂົາຈະເອົາສົບນັ້ນໃສ່ແກັດສົ່ງໄປປະເທດຍີ່ປຸ່ນທັນທີໂດຍ

ອ້າງວ່າຕ້ອງໄດ້ນໍາໄປເຮັດພິທີທາງສາດສະໜາຢູ່ປະເທດຍີ່ປຸ່ນ, ບໍ່ມີໃຜສາມາດຢັ້ງຢືນໄດ້ວ່າໃນແກັດ

ນັ້ນແມ່ນຊາກສົບແທ້ຫລືຈະເປັນດິນທີ່ເຂົາຂຸດຄົ້ນ. ທ່ານຕົກຂ່າວໄປແລ້ວ ບໍ່ແມ່ນຄົນຍິ່ປຸ່ນ

ທີ່ວ່າຕາຍແລ້ວເອົາໃສ່ຫີບໄມ້ສົ່ງອອກຈາກລາວໄປນັ້ນ, ສ່ວນຫລາຍລ້ວນແລ້ວແຕ່ເປັນ

ຄົນງານອິນເດັຍ, ໄທ ແລະ ຟີລິບປິນ. ສ່ວນຄົນງານລາວເປັນພັນຄົນເກ່ງທີ່ສຸດເພາະບໍ່

ມີໃຜຕາຍໃນເວລາກໍ່ສ້າງເຄື່ອນນ້ຳງຶ່ມນັ້ນ. ພວກທີ່ຕາຍນັ້ນແມ່ນຕາຍອາທິດນຶ່ງບໍ່ຕ່ຳ

ກ່ວາ 10 ຄົນ ແລ້ວມາບວກລົບຄູນຫານເອົາເອງວ່າໃນລະຍະ 3ປີ ທາດແຮ່ທີ່ເຂົາເອົາໃສ່

ຫີບໄມ້ແລະອ້າງວ່າເປັນຫີບໂລງຄົນຕາຍທີ່ຂົນອອກຈາກລາວໄປນັ້ນມີຈັກພັນໂຕນ? ໄດ້

ຍິນຂ່າງສຸບຊິບກັນວ່າຢູ່ທີ່ຕັ້ງເຄື່ອນນ້ຳງື່ມນັ້ນມີແຮ່ທາດໂລຫະທີ່ເບົາແລະແຂງແກ່ນໜ້ຽວ

ແໜ້ນທີ່ຫາຍາກ ແລະເໝາະສຳຫລັບປະກອບສ້າງທາງດ້ານຍານອະວາກາດ.

ຍີ່ປຸ່ນບໍ່ຕັດໄມ້ອອກຈາກໜ້າເຂື່ອນກ່ອນລົງມືສ້າງຄືນັກລົງທຶນວຽດນາມ, ສ້າງເຂື່ອນແລ້ວປະມານ

ນຶ່ງປີເຂົາຈຶ່ງເອົາເຄື່ອງຈັກມາດຶງຂຶ້ນທັງກົກທັງຮາກ. ຫລັງຈາກພັກຄອມມຸຍນິດລາວຍຶດອໍານາດໄດ້

ຢ່າງສົມບູນ ທ່ານນາງ ທອງວິນ ພົມວິຫານ ຈຶ່ງໄດ້ສືບຕໍ່ຫລົກເອົາຕົ້ນໄມ້ຕາຍຢືນຢູ່ໃຕ້ນໍ້າຂຶ້ນໄປຂາຍ

ເພື່ອນໍາເອົາເງິນມາຈ່າຍເປັນອັດຕາໃຫ້ແກ່ບັນດາພະນັກງານ ທະຫານ ຕໍາລວດ ແລະໃຊ້ຈ່າຍຄ່າຫລຸ້ຍ

ຫ້ຽນສິ້ນເປືອງຕ່າງໆ.ຄັນເອົາເງິນໄປໃຊ້ສອຍແບບທ່ານເວົ້ານັ້ນກໍດີລະຕີ ແຕ່ໄດ້ຍິນຂ່າວວ່າ

ເອົນເຂົ້າຝາກຄັງຢູ່ທິນາຄານກຸງເທບ ແລະສະວິດເປັນ 2-3 ຮ້ອຍລ້ານສຫລ ແລະເປັນຊື່

ຂອງຄອບຄົວພົມວິຫານ.

ເມື່ອຮອດຕອນທ່ານນາຍພົນແຈ້ງ ໄຊຍະວົງ ເປັນຫົວໜ້າບໍລິສັດພັດທະນາເຂດພູດອຍ ກໍ່ໄດ້ມີການ

ຫລົກຕົ້ນໄມ້ສົ່ງອອກວຽດນາມໄປຍີ່ປຸ່ນ ແຕ່ບໍ່ຮູ້ວ່າໄມ້ທີ່ສົ່ງອອກໄປມາເລເຊຍນັ້ນຈະສົ່ງຕໍ່ໄປຍີ່ປຸ່ນຫລື

ບໍ່. ຍີ່ປຸ່ນບໍ່ໄດ້ມີໂຄງການຫລືເຊັນສັນຍາກັບລັດຖະບານລາດຊະອານາຈັກລາວທີ່ຈະເອົາໄມາຢຸ່

ໜ້າເຄື່ອນທຸກຕົ້ນແບບຫວຽດນາມ, ຍິ່ປຸ່ນຈຶ່ງບໍ່ໄດ້ຕັດໄມ້ນັ້ນອອກ ແຕ່ມີຜູ້ທີ່ມືອຳນາດໃນ

ຫລັງ 75 ໃຫ້ນາຍທຶນໄທມາຖອນຕົ້ນໄມ້ນັ້ນອອກໂດຍອ້າງວ່າຍີ່ປຸ່ນກັບມາເອົາໄມ້ຕາມທີ່ໄດ້

ສັນຍາກັບລັດຖະບານ ລາດຊະອານາຈັກລາວໄວ້ກ່ອນສ້າງເຄື່ອນ ແຕ່ທີ່ຈິງແລ້ວຍິປຸ່ນບໍ່ໄດ້

ແຕະຕ້ອງເຖິງໄມ້ຢູ່ໜ້າເຄື່ອນທັງສອງເຄື່ອນັ້ນແຕ່ປະການໃດ.

ນອກຈາກໄມ້ແລ້ວ ຍັງມີແຮ່ທາດສໍາຄັນອີກຫລາຍຊະນິດທີ່ຍີ່ປຸ່ນໄດ້ຈາກ ສປປ ລາວ.

No such FREE lunch.

__________________
Anonymous

Date:

ເລື່ອງເຫດຜົນການຕັດໄມ້ຢູ່ເຄື່ອນນ້ຳງຶ່ມ  ເວລາເຄື່ອນສ້າງສຳເລັດແລ້ວ  ປ່າໄມ້ທັງຫຼາຍຖືກຖ້ວມ ໄມ້, ໃບໄມ້ ເໜົ່າເໝັນ ທັງຂິວ ທົ່ວບໍລິເວນເຄື່ອນ ຜູ້ໃດເຄີຍໄປເຄື່ອນເວລານັ້ນ ແມ່ນຈະຈຳກິ່ນນັ້ນໄດ້ດີ ປະມານໜຶ່ງປີຕໍ່ມາ ມີຊ່ຽວຊານດ້ານສະພາບແວດລ້ອມຜູ້ໜຶ່ງສັນຊາດເຍຽລະມັນມາຢ້ຽມຢາມເຄື່ອນລາວຊຶ່ງສາມາດສ້າງຄວາມເສຽຫາຍຕໍ່ສະພາບແວດລ້ອມ  ໄດ້ບອກກັບລັດຖະບານລາວໃນເວລານັ້ນວ່າ ໃຫ້ພະຍາຍາມເອົາໄມ້ອອກຈາກເຄື່ອນ ເພາະໄມ້ເຫຼົ່ານີ້ເວລາມັນເປື່ອຍຈະເກີດມີປະຕິກິລິຍາທາງເຄມີ ຊຶ່ງອາດເກີດເປັນຜິດອັນຕະລາຍຕໍ່ສຸກຂະພາບຂອງ ປູ ປາ, ມະນຸດ ແລະສິ່ງມີຊີວິດຢູ່ຂົງເຂດນັ້ນ ສະນັ້ນຈຶ່ງໄດ້ມີການລະດົມບໍລິສັດຂຸດຄົ້ນໄມ້ໄປຕັດໄມ້ຢູ່ພື້ນນ້ຳແຫ່ງນັ້ນ. ຫຼັງປົດປ່ອຍແລ້ວກົມປ່າໄມ້ກໍເລີ່ມຄຸ້ມຄອງ ແລະເປັນເຈົ້າການໃນການຂຸດຄົ້ນໄມ້ ໃຕ້ນ້ຳ ສ່ວນເລື່ອງການຊື້-ຂາຍແນວໃດ ຫຼື ຜູ້ໃດໄດຮັບຜົລປະໂຫຍດນັ້ນ ຂ້າພະເຈົ້າບໍ່ຮູ້  ສ່ວນວ່າມີຄົນຕາຍຫຼາຍໆນັ້ນ, ຂ້າພະເຈົ້າບໍ່ເຄີຍຍິນຂ່າວການຕາຍດັ່ງກ່າວ ອັນຕາຍນັ້ນຕາຍຍ້ອນອຸບັດເຫດກໍ່ຫນ້ອຍ ເພາະຄົນຍີ່ປຸ່ນເປັນຄົນເຄັ່ງຄັດຕໍ່ລະບຽບວິໄນ ຊຶ່ງພາໃຫ້ເກີດມີການຜິດກັນກັບຄົນງານລາວບາງຄົນ   ຄົນງານເມື່ອຍຢຸດເຮັດວຽກໄດ້ ແຕ່ບໍ່ມີສິດນັ່ງ !  ຄົນລາວບໍ່ລຶ້ງກັບວັດທະນະທັມແບບນີ້ ກໍເກີດໂມໂຫ ແລະກໍມີການຜິດກັນຢ່າງຮ້າຍແຮງແຕ່ວ່າຕາຍມື້ລະສິບ ແມ່ນບໍ່ເຄີຍຍິນ.

ສ່່ວນວັດຖຸທີ່ຍີ່ປຸ່ນເອົາກັບບ້ານນັ້ນ ບາງຄົນວ່າແມ່ນດິນໜຽວ ທີ່ເອົາໄປຜະລິດ ເຄື່ອງອີເລັກໂທຣນິກ transistor ນັ້ນເອງ.

__________________
Anonymous

Date:

ຈາກແຫຼ່ງຂ່າວຂອງຍີ່ປຸ່ນເວົ້າວ່າ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ພົບປະກັບທ່ານທອງສິງ ທຳມະວົງ ຄູ່ຮ່ວມຕຳແນ່ງ.ໃນວາລະການສົນທະນາເພິ່ນ(ນາຍົກຍີ່ປຸ່ນ)ຄົງໄດ້ສເນີ ການອູ້ມຊູທາງການເງິນເພື່ອການຫຼຸດຜ່ອນ ຄວາມທຸກຍາກ ແລະ ກໍ່ສ້າງໂຄງຮ່າງ (infrastructures) ພາຍໃນປະເທດນີ້.ແຕ່ບໍ່ມີລາຍລະອຽດວ່າສິ່ງໃດແດ່ໃນ (infrastructures) ທີ່ວ່າ,ຈະມີໂຄງການລົດໄຟຮ່ວມນຳຫຼືບໍ່? ແລະ ຍັງມີເລື່ອງອື່ນຕື່ມອີກຫຼາຍລາຍການ. ເຂົ້າເບິ່ງໄດ້ຕາມບ່ອນຍົງນີ້: http://www3.nhk.or.jp/nhkworld/french/top/news01.html ເພາະບໍ່ຢາກແປໄປຫຼາຍກວ່ານີ້ຢ້ານມັນຜິດຫຼາຍເນື້ອງຈາກຮຽນບໍ່ສູງພໍ.

__________________________________________________________________________________________________________________________

ອ້າວ ! ເອກະສານທີ່ເປັນພາສາຝະລັ່ງເສດນັ້ນ ບໍ່ໄດ້ກ່າວເຖິງປະເທດລາວພໍໜ້ອຍ  ເຂົາເວົ້າເລື່ອງການພົວພັນລະຫວ່າງຍີ່ປຸ່ນກັບຈີນ ໃນການຍາດຊີງດອນທໍ່ນັ້ນ...

 ຂອບໃຈ,ແລະ ກໍ່ຂໍໂທດນຳຫຼາຍດ້ວຍເພາະແມ່ນຄືຄວາມທ່ານເວົ້າແທ້.ທັງນີ້ກໍ່ອາດຍ້ອນຄວາມບົກພ່ອງ ຂອງ ຜຂ ເອງ.

ຍ້ອນວ່າເທົ່າທີເຄີຍເຮັດມາກັບ website ອື່ນເມື່ອເຮົາ copie ເອົາສິ່ງທີ່ຄື ຜຂ ເອົາລົງໃນໜ້າທີ່ເຮົາພົບນັ້ນນຳມາຕີເຂົ້າ

ໄໝ່ມັນກໍ່ຈະອອກມາ.ແຕ່ນີ້ມັນຕ່າງ,ບໍ່ຮູ້ວ່າເຂົາເຮັດລະບົບໃດ.ມັນພຽງເປັນບ່ອນເຊືອມຍົງຫາ website ເຂົາຊື່ໆ,ບໍ່ໄດ້

ເຊືອມຍົງຫາໜ້າຕາມທີ່ ຜຂ ຄິດວ່າມັນຈະເປັນດັ່ງນັ້ນ.ຖືກວ່າການທ້ວງຂອງທ່ານເປັນບົດຮຽນອັນລໍ້າຄ່າແກ່ ຜຂ ຫຼາຍ.

ຍັງດີທີ່ ຜຂ ໄດ້ copie ໄວ້.ບໍ່ດັ່ງນັ້ນຫຼາຍຄົນຄົງເຂົ້າໃຈວ່າ ຜຂ ເສກສັນປັ້ນເລື່ອງ.ການທີ່ໃຫ້ ບ່ອນເຊືອມຍົງ link ກໍ່ບໍ່

ຢາກຖືກກ່າວຫາວ່າລ່ວງລິຂະສິດເຂົ້າ ແລະ ບໍ່ຢາກໃຫ້ມັນຮົກໜ້າເວບໄຊ ເພິ່ນ.

ໃນເມື່ອມັນເປັນຢ່າງນີ້ກໍ່ຈຳເປັນຈະໄດ້ນຳມາລົງ,ເປັນແນວໃດຈຶ່ງວ່າກັນໄໝ່.

Shinzo Abe au Laos

Le premier ministre japonais Shinzo Abe poursuit sa tournée en Asie du Sud-Est. Après une étape au Cambodge et avant de rentrer à Tokyo,

il est arrivé ce dimanche à Vientiane, la capitale du Laos.

Il s'est entretenu avec son homologue Thongsing Thammavong. Au cours des discussions, il aurait proposé un soutien financier pour réduire

la pauvreté et construire des infrastructures dans ce pays.

Il devait également discuter d'un accord sur l'amélioration du climat des affaires pour les entreprises étrangères investissant au Laos.

Autre sujet abordé, l'initiative de Shinzo Abe en faveur d'un "pacifisme actif". Pour lui, cette initiative doit contribuer à la paix et à la stabilité mondiales.

Avec ce déplacement au Laos, M. Abe boucle sa tournée dans les 10 pays de l'ASEAN, l'Association des nations du Sud-Est asiatique.

Il les a tous visités depuis son arrivée au pouvoir en décembre 2012. Ce choix traduit son souhait de renforcer les liens avec ces pays

d'une région considérée comme le centre de la croissance économique mondiale.

__________________
Anonymous

Date:

[video=Shinzo Abe au Laos Le premier ministre japonais Shinzo Abe poursuit sa tournée en Asie du Sud-Est. Après une étape au Cambodge et avant de rentrer à Tokyo, il est arrivé ce dimanche à Vientiane, la capitale du Laos. Il s'est entretenu avec son homologue Thongsing Thammavong. Au cours des discussions, il aurait proposé un soutien financier pour réduire la pauvreté et construire des infrastructures dans ce pays. Il devait également discuter d'un accord sur l'amélioration du climat des affaires pour les entreprises étrangères investissant au Laos. Autre sujet abordé, l'initiative de Shinzo Abe en faveur d'un "pacifisme actif". Pour lui, cette initiative doit contribuer à la paix et à la stabilité mondiales. Avec ce déplacement au Laos, M. Abe boucle sa tournée dans les 10 pays de l'ASEAN, l'Association des nations du Sud-Est asiatique. Il les a tous visités depuis son arrivée au pouvoir en décembre 2012. Ce choix traduit son souhait de renforcer les liens avec ces pays d'une région considérée comme le centre de la croissance économique mondiale.]

ມັນກະຄືຄວາມທ່ານວ່າຫັ້ນລະ ທ່ານອາເບໄດ້ສະເໜີການຊ່ວຍເຫຼືອລາວ ໃນການຫຼຸດຜ່ອນຄວາມທຸກຍາກ ແລະການສ້າງໂຄງຫຼ່າງພື້ນຖານໃຫ້ ສປປ ລາວ ແລະຜ່ອນຄາຍຄວາມເຄັ່ງຕຶງຂອງບໍລິສັດທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ. ກ່ຽວກັບບັນຫາອື່ນ ທ່ານ ອາເບ ກໍໄດ້ຍົກບັນຫາການລິເລີ່ມການປະຕິບັດການເພື່ອສ້າງສັນຕິພາບ                                    ສຳລັບທ່ານແລ້ວ, ມັນເປັນການລິເລີ່ມເພື່ອປະກອບສ່ວນສ້າງສັນຕິພາບ ແລະສະຖຽນລະພາບຂອງໂລກ. ການຢ໊ຽມຢາມ ສິບປະເທດສະມາຊິກເອຊຽນ ມາສິ້ນສຸດຢູ່ ສປປ ລາວ ຊຶ່ງມັນເປັນການຮັດແໜ້ນຄວາມຜູກພັນກັບບັນດາປະເທດເລົ່ານີ້ ເພາະ ທ່ານຖືວ່າເປັນພື້ນທີ່ ທີ່ເປັນສູນກາງຂອງການຈະເລີນເຕີບໂຕຂອງເສດຖະກິດໂລກ

ຜິດພາດປະການໃດກໍຂໍອະໄພນຳທ່ານຜູ້ອ່ານດ້ວຍ  Poodam.

__________________
Anonymous

Date:

ຕາມຂ່າວ NHK ຂອງຢິ່ປຸ່ນລາຍງານວ່າ

ຢີ່ປຸ່ນຍັງສະໜອງທືນໂດຍການໃຫ້ລາວຢືມເງີນ 9ຕື້ເຢັນເຂົ້າໃນການຂະຫຍາຍສະໜາມບີນວັດໄຕ

ຢີ່ປຸ່ນຍັງຕອ້ງການໃນລາວສະໜັບສະໜູນ  ກະຕື້ລືລົ້ນ ສັນຕິພາບນິຍົມ

ແລະຈະຊ່ວຍຊຸກຍູ້ໂຄສນາໃຫ້ນັກລົງທຶນຢິ່ປຸ່ນເຂົ້າມາລົງທືນໃນລາວຫລາຍຂື້ນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard